ເສດ​ຖະ​ກິດ ໂລກ ປີ 2021: ຟື້ນ​ຟູ​ໃນ​ສິ່ງ​ທ້າ​ທາຍ

(VOVWORLD) -ໂດຍບໍ່ຫົວຊາຕໍ່ການກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ເສດຖະກິດໂລກ ໃນປີ 2021 ສ່ວນຫຼາຍ ແມ່ນໄດ້ຫຼຸດພົ້ນອອກຈາກຄວາມສ່ຽງຖືກຊຸດໂຊມ, ຟື້ນຕົວຢ່າງວ່ອງໄວ ແລະ ກັບຄືນສູ່ທ່າເຕີບໂຕ. ເຖິງຢ່າງໃດກໍຕາມ, ຍ້ອນມີການປະກົດຕົວຢ່າງລຽນຕິດຈາກເຊື້ອໄວຣັດສາຍພັນໃໝ່ ຄື Delta, Omicron… ພ້ອມດ້ວຍຜົນຕາມມາຫຼາຍຢ່າງຄື ການຕັດຕອນຂອງລະບົບສະໜອງ, ສະພາບໄພເງິນເຟີ້…, ການຟື້ນຟູເສດຖະກິດທົ່ວໂລກ ແມ່ນຍັງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ, ຂາດສະຖຽນລະພາບ ກໍຄືຄວາມສະໝ່ຳສະເໝີ.
ເສດ​ຖະ​ກິດ ໂລກ ປີ  2021: ຟື້ນ​ຟູ​ໃນ​ສິ່ງ​ທ້າ​ທາຍ - ảnh 1ສະພາບການໄພເງິນເຟີ້ ຢູ່ ອາເມລິກາ (ເສັ້ນສີຟ້າ), Eurozone (ສີເທົ່າ), G20 (ສີສົ້ມ) và ບຣາຊິນ (ສີຂຽວ) (ພາບ: WSJ)

ໃນບົດລາຍງານແງ່ຫວັງເສດຖະກິດໂລກ (WEO) ທີ່ໄດ້ປະກາດໃນກອງປະຊຸມລະດູໃບໄມ້ຫຼົ່ນຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB)  ເມື່ອກາງເດືອນຕຸລາ 2021, IMF ຄາດວ່າ ການເຕີບໂຕທົ່ວໂລກໃນປີບັນລຸ 5,9%. ເຖິງວ່າ ຕ່ຳກວ່າເມື່ອທຽບໃສ່ລະດັບ 6% ທີ່ໄດ້ວາງອອກໃນການຄາດຄະເນເມື່ອທ້າຍເດືອນ ກໍລະກົດ ກໍຕາມ, ແຕ່ລະດັບການເຕີບໂຕ 5,9% ຄາດວ່າຈະບັນລຸໃນປີ 2021 ນັ້ນ ກໍຍັງໄດ້ຮັບຖືວ່າແມ່ນບາດກ້າວຫັນປ່ຽນຢ່າງຕັ້ງໜ້າຂອງເສດຖະກິດໂລກ, ໂດຍສະເພາະແມ່ນເມື່ອທຽບໃສ່ລະດັບການເຕີບໂຕເປັນລົບ 4,4% ຂອງປີ 2020.

        ການຫັນປ່ຽນຢ່າງຕັ້ງໜ້າ

        ກຳລັງໜູນໃຫຍ່ຫຼວງທີ່ສຸດຂອງເສດຖະກິດໂລກປີ 2021 ແມ່ນໄລຍະຕົ້ນປີ ເມື່ອບັນດາປະເທດຕັດສິນໃຈເປີດປະຕູ, ຟື້ນຟູການເຄື່ອນໄຫວເສດຖະກິດເກືອບທັງໝົດຕາມຍຸດທະສາດປ້ອງກັນ, ຕ້ານໂລກລະບາດແບບໃໝ່ນັ້ນແມ່ນ “ຮັບມືກັບຢ່າງຄ່ອງຕົວມີໄຫວພິບ” ບົນພື້ນຖານອັດຕາຜູ້ໄດ້ຮັບວັກຊິນສູງ. ຕາມຕົວເລກຂອງ HIS Markit ແລ້ວ (ບໍລິສັດສາກົນທີ່ເກັບກຳຜົນການສຳຫຼວດດັດຊະນີການຈັດຊື້ (PMI) ເປັນສະເພາະ), GDP ຕົວຈິງຂອງໂລກໃນໄຕມາດ II/2021 ໄດ້ລື່ນກາຍລະດັບຂອງໄມມາດ IV/2019, ໝາຍຄວາມວ່າໄລຍະກ່ອນເກີດໂລກລະບາດ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ເສດຖະກິດໂລກໄດ້ຫັນແຕ່ໄລຍະຟື້ນຟູມາເປັນໄລຍະເຕີບໂຕຄືນໃໝ່. ສ່ວນໃນບົດລາຍງານແງ່ຫວັງເສດຖະກິດໂລກ (WEO) ທີ່ໄດ້ຍົກອອກໃນເດືອນ ກໍລະກົດ, ທັງ IMF ແລະ WB ກໍໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດໂລກຈະຟື້ນຕົວຈາກການຊຸດໂຊມ ດ້ວຍ “ລະດັບວ່ອງໄວທີ່ສຸດໃນຮອບ 80 ປີ ມານີ້”.

        ທ່າຟື້ນຟູ ແລະ ເຕີບໂຕຂອງເສດຖະກິດໂລກ ສ່ວນຫຼາຍແມ່ນຍ້ອນບັນດາປະເທດມະຫາອຳນາດຄື ອາເມລິກາ, ຈີນ ແລະ ອີຢູ. ລະອຽດ, ດ້ວຍການຜັນຂະຫຍາຍບັນດາບ້ວງເງິນກະຕຸ້ນເສດຖະກິດກ້ອນໃຫຍ່ ພ້ອມດ້ວຍລະດັບຄວາມໄວຂອງການຜັນຂະຫຍາຍການສັກວັກຊິນຢ່າງວ່ອງໄວ, ພື້ນຖານເສດຖະກິດອັນດັບໜຶ່ງຂອງໂລກ ໄດ້ຮັບຖືວ່າ ເໝືອນດັ່ງ “ສະປີງ” ເດັ້ງຂຶ້ນຢ່າງແຮງ ດ້ວຍອັດຕາ GDP ເຕີບໂຕໃນໄຕມາດ II/2021 ບັນລຸລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນໃນຮອບເວລາ 70 ປີຜ່ານມາ. ຕາມອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)ແລ້ວ, ອາເມລິກາ ອາດຈະເຕີບໂຕຢູ່ໃນລະດັບ 6% ໃນປີ 2021. ບັນດາປະເທດ ສະຫະພາບເອີຣົບ (ອີຢູ) ກໍໄດ້ຮັບການຕີລາຄາວ່າ ຈະຟື້ນຕົວໄວກວ່າການຄາດຄະເນ, ອາດຈະບັນລຸການເຕີບໂຕຢູ່ໃນລະດັບ 5%. ກໍຄ້າຍຄືກັນ, ຍ້ອນໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ, ຈີນ ຍັງມີການເຕີບໂຕເປັນປົກກະຕິ ແລະ ລັດຖະບານປະເທດນີ້ຄາດຄະເນວ່າ GDP ປີ 2021 ຈະລື່ນຄາດໝາຍ 6%, ໃນນັ້ນ OECD ຖືວ່າ ດັດຊະນີດັ່ງກ່າວຂອງພື້ນຖານເສດຖະກິດຢືນອັນດັບທີ 2 ໃນໂລກແມ່ນ 8,5%.

        ເຖິງວ່າ ທ່າການເຕີບໂຕມີສັນຍານຢຸດຢືນໃນຊຸມເດືອນທ້າຍປີ ເມື່ອໂລກລະບາດແຜ່ລະບາດຮອບໃໝ່ເຮັດໃຫ້ຫຼາຍປະເທດຕ້ອງໂຈະແຜນການເປີດປະຕູກໍຕາມ, ແຕ່ອາດຢືນຢັນວ່າ ໂດຍສັງເຂບແລ້ວ, ເສດຖະກິດໂລກໄດ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ. ນອກຈາກການເຕີບໂຕ GDP ເກືອບ 6% ຕາມການຄາດຄະເນຂອງ IMF ແລ້ວ, ອົງການການຄ້າໂລກ (WTO) ກໍໃຫ້ການຄາດຄະເນວ່າ ການຄ້າທົ່ວໂລກໃນປີ 2021 ມີການເຕີບໂຕຢູ່ໃນລະດັບ 10,7% ເຊິ່ງກົງກັນຂ້າມກັບລະດັບການຊຸດໂຊມທີ່ຂຶ້ນເຖິງ 8% ໃນປີ 2020.

ເສດ​ຖະ​ກິດ ໂລກ ປີ  2021: ຟື້ນ​ຟູ​ໃນ​ສິ່ງ​ທ້າ​ທາຍ - ảnh 2ກ່ຳປັ່ນ Ever Given ຕິດຂ້າງຢູ່ Suez (ອີຢິບ) (ພາບ: AP)

        ສິ່ງທ້າທາຍ ແລະ ແງ່ຫວັງ

        ເຖິງຢ່າງໃດກໍຕາມ, ດ້ວຍການປະກົດຕົວຂອງເຊື້ອໄວຣັດກາຍພັນໃໝ່, ພິເສດແມ່ນເຊື້ອໄວຣັດກາຍພັນ Omicron ໄລຍະທ້າຍປີ 2021, ກໍຄືສະພາບການຕັດຕອນລະບົບສະໜອງ ແລະ ໄພເງິນເຟີ້ທີ່ເພີ່ມຂຶ້ນຢ່າງແຮງ, ການຟື້ນຕົວ ແລະ ເຕີບໂຕເສດຖະກິດໂລກແມ່ນຍັງປະສົບກັບສິ່ງທ້າທາຍໃຫຍ່.

        ກ່ອນອື່ນໝົດ, ນັ້ນແມ່ນຄວາມບໍ່ສະໝ່ຳສະເໝີໃນລະດັບການຟື້ນຟູ ແລະ ການເຕີບໂຕລະຫວ່າງບັນດາປະເທດ ແລະ ພາກພື້ນ. ທ່ານ Bruce Kasman ຫົວໜ້ານັກຊ່ຽວຊານເສດຖະກິດຂອງທະນາຄານ JP Morgan (ອາເມລິກາ) ຕີລາຄາວ່າ ນີ້ແມ່ນການ “ຜິດດ່ຽງຢ່າງໃຫຍ່ໂດຍບໍ່ເຄີຍມີມາກອ່ນ” ໃນໄລຍະ 20 – 25 ປີຜ່ານມາ.  ບົດລາຍງານຂອງບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ຢັ້ງຢືນວ່າ ການຜິດດ່ຽງໃນລະດັບການຟື້ນຕົວ ສ່ວນຫຼາຍແມ່ນຂຶ້ນກັບລະບົບການສັກວັກຊີນ. ຕາມຕົວເລກສະຖິຕິຂອງເວັບໄຊ Our World in Data ແລ້ວ, ໄລ່ຮອດຕົ້ນເດືອນທັນວາ, ມີ 55% ຈຳນວນປະຊາກອນໃນທົ່ວໂລກໄດ້ຮັບການສັກວັກຊິນຢ່າງໜ້ອຍສຸດແມ່ນ 1 ເຂັມ, ແຕ່ອັດຕາດັ່ງກ່າວຢູ່ບັນດາປະເທດມີລາຍຮັບຕ່ຳ ບັນລຸພຽງແຕ່ 6,2% ເທົ່ານັ້ນ, ອັນໄດ້ເປັນຄວາມສ່ຽງເຮັດໃຫ້ໂລກລະບາດໂຄວິດ - 19 ຈະແຜ່ລະບາດຄັ້ງໃໝ່.

        ໄປຄຽງຄູ່ກັນນັ້ນ, ໄພເງິນເຟີ້ເພີ່ມຂຶ້ນສູງກໍແມ່ນໄພນາບຂູ່ຢ່າງຮ້າຍແຮງຕໍ່ການເຕີບໂຕເສດຖະກິດໃນຕະຫຼອດປີ 2021. ໃນຖະແຫຼງການທີ່ໄດ້ປະກາດໃນວັນທີ 6 ທັນວາ, ທ່ານ  Georgieva ຜູ້ອຳນວຍການໃຫຍ່ IMF ເນັ້ນໜັກວ່າ ພື້ນຖານເສດຖະກິດທົ່ວໂລກສືບຕໍ່ມີການຟື້ນຟູ, ແຕ່ຕ້ອງປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ, ໃນນັ້ນລວມມີການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ດ້ວຍການປະກົດຕົວຂອງເຊື້ອໄວຣັດກາຍພັນໃໝ່ ແລະ ຄວາມສ່ຽງໄພເງິນເຟີ້ເພີ່ມຂຶ້ນ.

        ຕໍ່ໜ້າບັນດາສິ່ງທ້າທາຍດັ່ງກ່າວ, ບັນດາອົງການຈັດຕັ້ງການເງິນທົ່ວໂລກ ເຊື່ອໝັ້ນວ່າ ເສດຖະກິດໂລກໃນປີ 2022 ຈະມີການເຕີບໂຕເປັນໜ້າຊື່ນຊົມ. ໃນແຈ້ງການສະບັບໜຶ່ງອອກໃນວັນທີ 8 ທັນວາ, ທ່ານ Marko Kolanovic, ຫົວໜ້າກຸ່ມຜູ້ສ້າງຍຸດທະສາດຕະຫຼາດທົ່ວໂລກຂອງທະນາຄານ JPMorgan ຕີລາຄາວ່າ “ປີ 2022 ຈະແມ່ນປີແຫ່ງການຟື້ນຟູທົ່ວໂລກ, ໂລກລະບາດໂຄວິດ - 19 ຈະໄດ້ຮັບການຄວບຄຸມ ແລະ ບັນດາພື້ນຖານເສດຖະກິດຈະມີການຮັບມືຢ່າງມີໄຫວພິບ ແລະ ແທດຈິງ”. ສ່ວນໃນບົດລາຍງານປະຈຳປີທີ່ໄດ້ປະກາດໃນວັນທີ 26 ທັນວາ, ສູນຄົ້ນຄວ້າເສດຖະກິດ ແລະ ການດຳເນີນທຸລະກິດ (CEBR) ມີສຳນັກງານຕັ້ງຢູ່ ອັງກິດ ໃຫ້ຂໍ້ສັງເກດວ່າ: GDP ທົ່ວໂລກໃນປີ 2022 ຈະເຕີບໂຕສູງກວ່າເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ ແລະ ນີ້ກໍເປັນຄັ້ງທຳອິດ ທີ່ບັນລຸລະດັບ 100.000 ຕື້ USD ໂດຍບໍ່ຫົວຊາຕໍ່ຜົນກະທົບຂອງໂລກລະບາດໂຄວິດ - 19”./.

ຕອບກັບ

ຂ່າວ/ບົດ​ອື່ນ