ເສດຖະກິດທົ່ວໂລກ: ແງ່ຫວັງຕັ້ງຫນ້າ ແຕ່ສິ່ງທ້າທາຍຍັງບໍ່ທັນສິ້ນສຸດເທື່ອ

(VOVWORLD) -ໄລຍະຜ່ານມາດ ພື້ນຖານເສດຖະກິດໂລກຮັບຮູ້ຫລາຍສັນຍານຕັ້ງຫນ້າກ່ຽວກັບການຟື້ນຕົວ ແລະ ການເຕີບໂຕ, ເປັນຕົ້ນຢູ່ແມ່ນສອງພື້ນຖານເສດຖະກິດໃຫຍ່ສຸດຂອງໂລກ. ເຖິງຢ່າງໃດກໍຕາມດ ເສດຖະກິດທົ່ວໂລກ ຍັງຄົງໄດ້ຮັບຖືວ່າແມ່ນພວມຕ້ອງປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງທີ່ີຮ້າຍແຮງ ພິເສດ ຈາກສະພາບພູມສາດການເມືອງທສັບສົນກ່ຽວຂ້ອງເຖິງຫລາຍອົງການທມີລະດັບຜົນສະທ້ອນໃຫຍ່ໃນຂອບເຂດທົ່ວໂລກ. ຄວາມຈິງນີ້ສະແດງໃຫ້ເຫັນວ່າ ບັນດາພື້ນຖານເສດຖະກິດ ຍັງຄົງຕ້ອງມີຄວາມານະພະຍາຍາມຫລາຍຢ່າງ ແລະສຸມໃສ່ແຫລ່ງກຳລັງໃຫ້ແກ່ໄລຍະຈະມາເຖິງ ພ້ອມທັງຢຶດໝັ້ນຕໍ່ກັບເປົ້າໝາຍການພັດທະນາແບບຍືນຍົງເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ເສດຖະກິດທົ່ວໂລກ: ແງ່ຫວັງຕັ້ງຫນ້າ ແຕ່ສິ່ງທ້າທາຍຍັງບໍ່ທັນສິ້ນສຸດເທື່ອ - ảnh 1ຫລາຍອົງການຈັດຕັ້ງຄື: Moody, WB, IMF, ADB.. ຕີລາຄາຢ່າງຕັ້ງຫນ້າກ່ຽວກັບສະພາບການເສດຖະກິດສັງຄົມຂອງຫວຽດນາມ.(ພາບປະກອບ:kinhtemoitruong.vn)

ຕາມບັນດາຕົວເລກສະຖິຕິ ທີ່ຫາກໍ່ປະກາດ, ມີຫລາຍພື້ນຖານເສດຖະກິດໃຫຍ່ພວມມີການຟື້ນຕົວ ແລະ ເຕີບໂຕດີລື່ນກາຍການຄາດຄະເນ, ກາຍເປັນກຳລັງຫນູນສຳຄັນໃນການຊຸກຍູ້ເສດຖະກິດທົ່ວໂລກຟື້ນຕົວ ແລະ ເຕີບໂຕ.

ບັນດາສັນຍານຕັ້ງຫນ້າ

ຕາມຕົວເລກປະກາດໃນວັນທີ 27 ຕຸລາ ຂອງກະຊວງການຄ້າ ອາເມລິກາ, ພາຍຫລັງ ສອງໄຕມາດການເຕີບໂຕໄດ້ຫລຸດລົງຢ່າງຕໍ່ເນື່ອງ( ໄຕມາດ I-II/2022), ພື້ນຖານເສດຖະກິດໃຫຍ່ຂອງໂລກ (ອາເມລິກາ) ໄດ້ຮູ້ລະດັບການເຕີບໂຕ GDP ແບບບໍ່ຄາດຄິດແມ່ນຂຶ້ນເຖິງ 2,6% ໃນໄຕມາດ III ຜ່ານມາ. ປະທານາທິບໍດີ ອາເມລິກາ Joe Biden ຖືວ່າ: ລະດັບເຕີບໂຕ GDP ນີ້ແມ່ນພະຍານຫລັກຖານຫລ້າສຸດຊີ້ໃຫ້ເຫັນທ່າຟື້ນຕົວເສດຖະກິດຂອງ ອາເມລິກາ ພວມດຳເນີນໄປ.

ໃນຂະນະນັ້ນ ພື້ນຖານເສດຖະກິດໃຫຍ່ອັນດັບສອງຂອງໂລກ ນັ້ນແມ່ນ ຈີນ ກໍ່ໄດ້ປະກາດວ່າ ບັນລຸລະດັບການເຕີບໂຕດີໃນໄຕມາດ III ຂອງປີ 2022. ຕາມນັ້ນແລ້ວ, ໃນໄຕມາດຜ່ານມາ ເສດຖະກິດຈີນ ບັນລຸລະດັບເຕີບໂຕ 3,9%, ແມ່ນສູງກວ່າການຄາດຄະເນຂອງບັນດານັກໄຈ້ແຍກໃນການສຳຫລວດຂອງ Reuters ແມ່ນ 3,4% ພ້ອມທັງສູງກວ່າເກືອບ 10 ເທົ່າລະດັບເຕີບໂຕພຽງ 0,4% ທີ່ບັນລຸໄດ້ໃນໄຕມາດ II/ປີ 2022.

ທ່າເຕີບໂຕດີໃນໄຕມາດ III ປີ 2022 ກໍ່ໄດ້ຮັບຮູ້ຢູ່ຫລາຍພື້ນຖານເສດຖະກິດຂອບຂະຫນາດກາງ ແລະ ໃຫຍ່ ຢູ່ ບັນດາພາກພື້ນອື່ນໃນໂລກ. ໃນລາຍການຂ່າວອັບເດດສະພາບເສດຖະກິດມະຫາພາກຂອງຫວຽດນາມ ເດືອນ ຕຸລາປີ 2022 ປະກາດໃນວັນທີ 20 ຕຸລາປີ 2022, ທະນາຄານໂລກ WB ຮັບຮູ້ວ່າ ໃນໄຕມາດ III ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕສູງ 13,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເປັນຫນ້າສົນໃຈ, ມີຫລາຍອົງການຈັດຕັ້ງຄື: Moody, WB, IMF, ADB.. ຕີລາຄາຢ່າງຕັ້ງຫນ້າກ່ຽວກັບສະພາບການເສດຖະກິດສັງຄົມຂອງຫວຽດນາມ ແລະ ຄາດຄະເນຄວາມປະເອີບໃຈກ່ຽວກັບລະດັບການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2022 ແລະ ປີ 2023 ແມ່ນນອນໃນກຸ່ມສຸງສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕາມບັນດາຜູ້ຊ່ຽວຊານ ແລະ ອົງການການເງິນ- ເສດຖະກິດສາກົນ, ລະດັບການເຕີບໂຕດີໃນໄຕມາດ III ປີ 2022 ຂອງບັນດາພື້ນຖານເສດຖະກິດ, ເປັນຕົ້ນແມ່ນພື້ນຖານເສດຖະກິດນຳຫນ້າ ແມ່ນສັນຍານຕັ້ງຫນ້າຕໍ່ກັບເສດຖະກິດທົ່ວໂລກ. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍສຳລັບເສດຖະກິດໂລກກໍ່ຄືບັນດາພື້ນຖານເສດຖະກິດສະມາຊິກຍັງໄດ້ຮັບຖືວ່າແມ່ນຢູ່ລະດັບຮ້າຍແຮງ.

ສິ່ງທ້າທາຍທີ່ຕ້ອງຜ່ານຜ່າ

ເມື່ອວິເຄາະຕົວເລກເຕີບໂຕຂອງພື້ນຖານເສດຖະກິດ ອາເມລິກາ, ສຳນັກຂ່າວສານ Bloomberg ຖືວ່າ: ສະພາບເສດຖະກິດ ອາເມລິກາ ພວມມີສັນຍານສະແດງໃຫ້ແບບກົງກັນຂ້າມ. ລາຄາໃຊ້ສອຍຍັງຄົງສືບຕໍ່ເພີ່ມຂຶ້ນ, ລາຍຈ່າຍຂອງຄອບຄົວຊາວອາເມລິກາພວມຖືກກຳລັງດັນ, ອັດຕາດອກເບ້ຍກູ້ຢືມທຶນເພີ່ມຂຶ້ນສູງ. ທ່ານ  Brittany Brinckerhoff ທີ່ປຶກສາການເງິນ ຢູ່ Hilltop Wealth Advisors ຢູ່ Carolina ເຫນືອ (ອາເມລິກາ) ໃຫ້ຂໍ້ສັງເກດວ່າ: ໄພເງິນເຟີ້ ຍັງຄົງຢູ່ໃນລະດັບສູງ ແລະກົມສະສົມສະຫະລັດ ອາເມລິກາ (FED) ອາດຈະສືບຕໍ່ເພີ່ມອັດຕາດອກເບ້ຍ.

ສ່ວນຢູ່ ຈີນ, ບັນດາຕົວເລກຂອງເສດຖະກິດຈີນ ແລະ ບາງພື້ນຖານເສດຖະກິດມີລະດັບເຕີບໂຕດີອື່ນ, ບັນດາຜູ້ຊ່ຽວຊານ ແລະ ອົງການການເງິນ - ເສດຖະກິດສາກົນ ໄດ້ຊີ້ໃຫ້ເຫັນສິ່ງທ້າທາຍ, ຊ້ຳບໍ່ໜຳນັບທັງຄວາມສ່ຽງຢ່າງຈະແຈ້ງ. ໃນຂະນະນັ້ນ ສະພາບການພູມສາດການເມືອງ ຢູ່ ຫລາຍພາກພື້ນສືບຕໍ່ຜັນແປໄປຢ່າງສັບສົນ ພິເສດ ຢູ່ ເອີລົບ ດ້ວຍການປະທະກັນລະຫວ່າງລັດເຊຍ - ຢູແກຼນ ແກ່ຍາວ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງເຫນືອ ດ້ວຍຄວາມເຄັ່ງຕຶງທີ່ເປັນຫນ້າກັງວົນ ຍິ່ງເຮັດໃຫ້ຄວາມສ່ຽງ ແລະສິ່ງທ້າທາຍເກີດຂຶ້ື້ນສຳລັບເສດຖະກິດທົ່ວໂລກເວົ້າລວມ ແລະ ແຕ່ລະພື້ນຖານເສດຖະກິດເວົ້າສະເພາະ. ສະນັ້ນ ພ້ອມກັບການເພີ່ມທະວີຄວາມມານະພະຍາຍາມ ແລະ ການຮ່ວມມືສາກົນ ເພື່ອຫລຸດຜ່ອນຄວາມຮ້ອນເຮັ່ງຢູ່ບັນດາພູມສາດການເມືອງ, ບັນດາລັດຖະບານ ຄວນເປັນເຈົ້າການວິທີການຮັບມືກັບແຜນການບໍ່ຄືດັ່ງຄວາມປາດຖະຫນາເພື່ອປົກປັກຮັກສາພື້ນຖານເສດຖະກິດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ