ເສດຖະກິດທົ່ວໂລກຟື້ນຟູໄວກ່ວາການຄາດຄະເນ

(VOVWORLD) -

ບັນດາຕົວເລກໂດຍຫຼາຍອົງການເສດຖະກິດ, ການເງິນໃຫຍ່ທົ່ວໂລກປະກາດໃນໄລຍະຜ່ານມາ ສະແດງໃຫ້ເຫັນເສດຖະກິດທົ່ວໂລກພວມຟື້ນຟູໄວກ່ວາການຄາດຄະເນ, ຍ້ອນກຳລັງໜູນການເຕີບໂຕຂອງບັນດາພື້ນຖານເສດຖະກິດໃຫຍ່ຄື: ອາເມລິກາ, ຈີນ ແລະ ການປັບປຸງຢ່າງຈະແຈ້ງຈາກ ເອີລົບ.

ເສດຖະກິດທົ່ວໂລກຟື້ນຟູໄວກ່ວາການຄາດຄະເນ - ảnh 1ຕູກອນແຕນເນີຢູ່ທ່າກ່ຳປັ່ນ ບູຊານ, ສ ເກົາຫຼີ
(ພາບ:YONHAP/TTXVN)

        ວັນທີ 25 ພຶດສະພາ, ກອງປະຊຸມລັດຖະມົນຕີກະຊວງການເງິນກຸ່ມບັນດາປະເທດອຸດສາຫະກຳພັດທະນາ -G7 ໄດ້ອອກແຈ້ງການຢັ້ງຢືນພື້ນຖານເສດຖະກິດທົ່ວໂລກພວມສະແດງໃຫ້ເຫັນຄວາມສາມາດຟື້ນຟູສູງກ່ວາການຄາດຄະເນ ໃນສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງ.

        ການຟື້ນຟູທີ່ໜ້າປະທັບໃຈ

        ຂໍ້ສັງເກດຂອງ G7 ເໝາະສົມກັບການຕີລາຄາທີ່ປະເອີບໃຈພໍສົມຄວນຂອງຫຼາຍອົງການເສດຖະກິດ, ການເງິນສາກົນໃນໄລຍະຜ່ານມາ ກ່ຽວກັບລະດັບການຟື້ນຟູຂອງພື້ນຖານເສດຖະກິດທົ່ວໂລກ. ກ່ອນນັ້ນ, ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດທີ່ປະກາດຫວ່າງແລ້ວນີ້, ສະຫະປະຊາຊາດ, ອົງການການເງິນສາກົນ (IMF) ຫຼື ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ລ້ວນແຕ່ຍົກລະດັບການຄາດຄະເນການເຕີບໂຕຂອງເສດຖະກິດທົ່ວໂລກຂອງທັງປີ. ລະອຽດຄື, ທີ່ບົດລາຍງານໃນວັນທີ 16 ພຶດສະພາ, ກົມບັນດາບັນຫາເສດຖະກິດ ແລະ ສັງຄົມ (DESA) ຂອງ ສປຊ ຖືວ່າ: ບາງພື້ນຖານເສດຖະກິດໃຫຍ່ ແລະ ຫາກໍ່ພົ້ນເດັ່ນເຕີບໂຕດີກວ່າຄວາມຄາດຫວັງ ໃນຊຸມເດືອນຜ່ານມາ ໄດ້ສ້າງກຳລັງໜູນ ນຳເສດຖະກິດທົ່ວໂລກຫລຸດພົ້ນອອກຈາກໄພຊຸດໂຊມ, ພ້ອມທັງຍົກລະດັບການຄາດຄະເນການເຕີບໂຕຂອງເສດຖະກິດທົ່ວໂລກໃນປີນີ້ຂຶ້ນລະດັບ 2,7%, ສູງກວ່າ 0,3 ຄະແນນສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນໃນເດືອນ ມັງກອນຂອງ DESA.

        ສຳລັບພື້ນຖານເສດຖະກິດໃຫຍ່ຂອງໂລກແມ່ນ: ອາເມລິກາ, DESA ໄດ້ຄາດຄະເນວ່າ ອາເມລິກາ ອາດຈະເຕີບໂຕ 2,3% ໃນປີ 2024 ນີ້. ພິເສດ, ພື້ນຖານເສດຖະກິດໃຫຍ່ທີສອງໂລກ, ນັ້ນແມ່ນ ຈີນ ມີການຟື້ນຟູໄວກ່ວາການຄາດຄະເນ. DESA ຄາດຄະເນວ່າ, ໃນປີນີ້, ຈີນເຕີບໂຕ 4,8%, ສູງກວ່າ 0,1 ຄະແນນສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນໃນຕົ້ນປີ. ວັນທີ 29 ພຶດສະພາ, IMF ໄດ້ດັດປັບການຄາດຄະເນການເຕີບໂຕຂອງຈີນ ໃນປີນີ້ຂຶ້ນເປັນລະດັບ 5%, ສູງກ່ວາ 0,4 ຄະແນນສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນກ່ອນນັ້ນຂອງ IMF. ພື້ນຖານໃຫ້ແກ່ການດັດປັບການຄາດຄະເນຂອງ IMF ແມ່ນຍອດຜະລິດຕະພັນພາຍໃນ (GDP) ຂອງຈີນ ໃນໄຕມາດ I ຂອງປີນີ້ໄດ້ລື່ນກາຍຄວາມຄາດຫວັງ, ບັນລຸລະດັບເຕີບໂຕ 5,3%, ຍ້ອນມີໝາກຜົນຂອງການດຳເນີນທຸລະກິດຂອງໄຕມາດທຳອິດດີກວ່າການຄາດຄະເນ ແລະ ບາງມາດຕະການນະໂຍບາຍເພີ່ມເຕີມຂອງລັດຖະບານຈີນ. ທ່ານນາງ Kristallina Georgieva, ຜູ້ອຳນວຍການບໍລິຫານ IMF, ໃຫ້ຂໍ້ສັງເກດວ່າ:

        “ເສດຖະກິດໂລກໄດ້ສະແດງຄວາມໝັ້ນຄົງ, ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບໃຫຍ່ຈາກໂລກລະບາດໂຄວິດ - 19, ການປະທະກັນຢູ່ ຢູແກຼນ, ການເພີ່ມຂຶ້ນຂອງໄພເງິນເຟີ້ພາໄປເຖິງການເພີ່ມອັດຕາດອກເບ້ຍ. ພວກເຮົາພວມເຫັນປະຈັກຕາບັນດາຜົນງານເສດຖະກິດທີ່ດີກວ່າເມື່ອທຽບໃສ່ຄວາມຄາດຫວັງກ່ອນນີ້ໜຶ່ງປີ”.

        ຕາມ IMF ແລ້ວ, ການຟື້ນຟູທີ່ດີກວ່າການຄາດຄະເນເສດຖະກິດທົ່ວໂລກອາດຈະສະແດງໃຫ້ເຫັນໃນເລື່ອງບັນດາພື້ນຖານເສດຖະກິດໃຫຍ່ຂອງເອີລົບທີ່ປະສົບກັບຄວາມຫຍຸ້ງຍາກໃນໄລຍະຜ່ານມາ ກໍ່ເລີ່ມມີສັນຍານດີຂຶ້ນ. ໃນບົດລາຍງານປະກາດເມື່ອວັນທີ 28 ພຶດສະພາ, ຢູ່ ແບກແລງ (ປະເທດ ເຢຍລະມັນ), IMF ຄາດຄະເນເສດຖະກິດ ເຢຍລະມັນ ຈະເຕີບໂຕ 1 -1,5% ໃນໄລຍະ 2025 – 2026, ສູງພໍສົມຄວນເມື່ອທຽບໃສ່ປະຈຸບັນ. ນີ້ແມ່ນການຕີລາຄາຕັ້ງໜ້າທີ່ຫາກຍາກກ່ຽວກັບເສດຖະກິດຂອງ ເຢຍລະມັນ ໃນໄລຍະຜ່ານມາ, ຍ້ອນພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງ ເອີລົບ ເຕີບໂຕ ເປັນລົບໃນປີ 2023 ແລະ ຄາດຄະເນຈະເພີ່ມຂຶ້ນພຽງ 0,2% ໃນປີ 2024 ນີ້.

ເສດຖະກິດທົ່ວໂລກຟື້ນຟູໄວກ່ວາການຄາດຄະເນ - ảnh 2ທ່ານນາງ Kristallina Georgieva, ຜູ້ອຳນວຍການບໍລິຫານ IMF
(ພາບ:AFP/TTXVN)

        ແຜນການກ່ຽວກັບເສດຖະກິດທົ່ວໂລກຈະຄ່ອຍໆພັດທະນາ

        ຄວາມປະເອີບໃຈກ່ຽວກັບລະດັບການຟື້ນຟູຕັ້ງໜ້າຂອງເສດຖະກິດໂລກຄືດັ່ງຫຼາຍອົງການ, ນັກຊ່ຽວຊານເສດຖະກິດຍັງສືບຕໍ່ຍົກອອກມາບັນດາຄຳກ່າວເຕືອນທີ່ລະມັດລະວັງ. ຕາມທ່ານນາງ Kristallina Georgieva, ຜູ້ອຳນວຍການບໍລິຫານ IMF ແລ້ວ, ບັນດາປັດໄຈຄື: ໄພເງິນເຟີ້ແກ່ຍາວ, ຄວາມເຄັ່ງຕຶງດ້ານພູມສາດການເມືອງເພີ່ມຂຶ້ນ, ຄວາມສ່ຽງຈາກການເໜັງຕີງຂອງລາຄາພະລັງງານ… ອາດຈະນາບຂູ່ເຖິງການຟື້ນຟູເສດຖະກິດທົ່ວໂລກ. ນອກຈາກນັ້ນ, ຜູ້ນຳ IMF ກໍ່ກ່າວເຕືອນວ່າບັນດາປະເທດຄວນປະຕິບັດບັນດານະໂຍບາຍເງິນຕາເປັນເຈົ້າການໃນບັນຫາດອກເບ້ຍ. ທ່ານນາງກ່າວວ່າ:

        “ພວກຂ້າພະເຈົ້າໄດ້ຄາດຄະເນກ່ຽວກັບແຜນການຂອງເສດຖະກິດໂລກທີ່ຄ່ອຍໆພັດທະນາ ແຕ່ມາຮອດໄລຍະປະຈຸບັນນີ້, ບັນດາວຽກນີ້ຍັງບໍ່ທັນໄດ້ເກີດຂຶ້ນເທື່ອ. ບັນດາທະນາຄານສູນກາງຕ້ອງຄິດໄລ່ຊັ່ງຊາຢ່າງລະມັດລະວັງ, ອີງໃສ່ຂໍ້ມູນ, ກ່ຽວກັບເລື່ອງ ເວລາໃດເລີ່ມຫລຸດອັດຕາດອກເບ້ຍ, ຫລຸດເທົ່າໃດ ແລະ ເຂົາອາດຈະຊອກຫາແຫຼ່ງບັນດານຈາກບັນດາທະນາຄານສູນກາງອື່ນ ຍ້ອນປະຈຸບັນ, ບັນດາປະເທດພວມຢູ່ໃນສະພາບການທີ່ແຕກຕ່າງກັນຫຼາຍ”.

        ຕາມບັນດານັກຊ່ຽວຊານເສດຖະກິດແລ້ວ, ຄຳຖາມໃຫຍ່ໄດ້ວາງອອກໃນປະຈຸບັນແມ່ນ, ເວລາໃດບັນດາພື້ນຖານເສດຖະກິດໃຫຍ່, ຄື: ອາເມລິກາ, ເຂດນຳໃຊ້ສະກຸນເງິນເອີໂຣລວມ (Eurozone), ອັງກິດ... ຈະເລີ່ມຫລຸດອັດຕາດອກເບ້ຍລົງ. ຄາດວ່າ, ທະນາຄານສູນກາງເອີລົບ (ECB) ຈະດຳເນີນການຫລຸດຜ່ອນດອກເບ້ຍຄັ້ງທຳອິດໃນວັນທີ 6 ມິຖຸນາ. ຕາມທ່ານ Philip Lane, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ ECB ແລ້ວ, ເລື່ອງຮັກສາລະດັບອັດຕາດອກເບ້ຍສູງໃນໄລຍະເວລາຍາວອາດຈະຍູ້ເງິນເຟີ້ລົງລະດັບຄາດໝາຍເຊິ່ງ ECB ວາງອອກແມ່ນ 2% ແລະ ຂະນະນັ້ນ, ECB ອາດຈະຕ້ອງປະຕິບັດການຫລຸດຜ່ອນດອກເບ້ຍໄວກ່ວາເມື່ອທຽບໃສ່ເວລາທີ່ໄດ້ຄາດຄະເນໄວ້.

        ແຕ່ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ເລື່ອງອັດຕາດອກເບ້ຍສູງໃນບັນດາພື້ນຖານເສດສຖະກິດໃຫຍ່ໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງການເຕີບໂຕ, ທ່ານ Pierre-Olivier Gourinchas, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ IMF ຍັງຖືວ່າ: ຄວາມສ່ຽງຊຸດໂຊມທາງດ້ານເສດຖະກິດທົ່ວໂລກໃນປີນີ້ໄດ້ຈຳກັດຢູ່ໃນລະດັບຕ່ຳສຸດ ແລະ ແຜນການເຕີບໂຕເສດຖະກິດທົ່ວໂລກໃນລະດັບ 3,2% ໃນປີ 2024 ຄືການຄາດຄະເນຂອງ IMF ແມ່ນສາມາດເປັນໄປໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ