ເສດຖະກິດທົ່ວໂລກມືດມົວຍ້ອນໂລກລະບາດ Covid-19

(VOVWORLD) -ຕາມການຄາດຄະເນຂອງບັນດາອົງການຈັດຕັ້ງສາກົນແລ້ວ, ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020.
ເສດຖະກິດທົ່ວໂລກມືດມົວຍ້ອນໂລກລະບາດ Covid-19 - ảnh 1(ພາບປະກອບ: Reuters)

ໂລກລະບາດ Covid-19 ພວມແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ, ໄດ້ສົ່ງຜົນກະທົບເຖິງດ້ານເສດຖະກິດ, ເຮັດໃຫ້ລາຍຮັບຫຼຸດລົງ, ລະບົບສະໜອງຖືກຂາດວັກຂາດຕອນ, ເຮັດໃຫ້ທົ່ວໂລກເສຍຫາຍນັບຫຼາຍພັນຕື້ USD ແລະ ອາດຈະເຮັດໃຫ້ພື້ນຖານເສດຖະກິດໂລກຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ.

        ໂລກລະບາດໄດ້ເກີດມາຈາກແຂວງ ຮູເປີຍ, ປະເທດຈີນ, ປະຈຸບັນໄດ້ແຜ່ລະບາດຢູ່ກວ່າ 100 ປະເທດ ແລະ ເຂດແຄ້ວນ. ໂລກລະບາດໄດ້ເຮັດໃຫ້ລະບົບສະໜອງທົ່ວໂລກຂາດວັກຂາດຕອນຍ້ອນ ຈີນ ແມ່ນຄູ່ຮ່ວມມືສະໜອງສິນຄ້າສົ້ນເຂົ້າສຳຄັນສຳລັບຫຼາຍປະເທດ ແລະ ກຸ່ມບໍລິສັດນາໆຊາດໃນໂລກ. ຂະແໜງຜະລິດສິນຄ້າເອເລັກໂຕນິກ, ລົດໂອໂຕ, ເຄື່ອງຕຳແຜ່ນຕັດຫຍິບ ແລະ ເກີບໜັງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຂະແໜງທ່ອງທ່ຽວ, ການບໍລິການ ແລະ ການບິນຂອງໂລກ ກໍ ຫຼຸດລົງຢ່າງແຮງ ຍ້ອນ ການໄປມາຖືກຈຳກັດ. ບັນດາພື້ນຖານເສດຖະກິດຫຼັກແຫຼ່ງພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ການເຕີບໂຕດ້ານເສດຖະກິດທົ່ວໂລກ ຫຼຸດລົງຢ່າງແຮງ

        ຕາມການຄາດຄະເນຂອງບັນດາອົງການຈັດຕັ້ງສາກົນແລ້ວ, ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020. Bloomberg ໄດ້ຄາດຄະເນວ່າ ຜົນກະທົບຂອງໂລກລະບາດ Covid-19 ຕໍ່ພື້ນຖານເສດຖະກິດອາດຈະຂຶ້ນທົບ 3-4 ເທົ່າເມື່ອທຽບໃສ່ SARS, ດ້ວຍລະດັບກໍ່ຄວາມເສຍຫາຍແມ່ນຂຶ້ນເຖິງ 160 ຕື້ USD. ຕາມ Bloomberg ແລ້ວ, ໃນ 2-3 ອາທິດຜ່ານມາ ມີນັກເສດຖະກິດຈີນ ແລະ ສາກົນຫຼາຍທ່ານຍັງມີຄວາມປະເອີບໃຈເມື່ອໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດໃຫຍ່ທີ 2 ຂອງໂລກຈະຟື້ນຟູຢ່າງແຮງ ພາຍຫຼັງໂລກລະບາດ Covid-19 ຖືກຄວບຄຸມ. ເຖິງຢ່າງໃດກໍ່ຕາມ, ຄວາມປະເອີບໃຈນັ້ນພວມຄ່ອຍໆສູນຫາຍໄປ ເມື່ອໂຮງງານນັບຮ້ອຍແຫ່ງຂອງ ຈີນ ຢຸດຕິການເຄື່ອນໄຫວເຮັດໃຫ້ກຳມະກອນນັບສິບໆລ້ານຄົນບໍ່ມີວຽກເຮັດງານທຳ, ບັນດາລະບົບສະໜອງຖືກຕັດຂາດ, ການທ່ອງທ່ຽວ ແລະ ການຄ້າຖືກຢຸດສະງັກ.

        ມີທັດສະນະເຊັ່ນດຽວກັນ, ຫວ່າງມໍ່ໆມານີ້ ກອງທຶນເງິນຕາສາກົນ (IMF) ກໍຕີລາຄາວ່າ ໂລກລະບາດ Covid-19 ໃນປະຈຸບັນອາດຈະນາບຂູ່ເຖິງທ່າຟື້ນຟູເສດຖະກິດໂລກທີ່ພວມອ່ອນແອ. ກໍ່ຕາມອົງການນີ້ແລ້ວ, Covid-19 ອາດຈະເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດໂລກຖືກຫຼຸດລົງ 0,1%.

        ໃນຂະນະນັ້ນ, ອົງການຄົ້ນຄວ້າ BofA Global Research ໃຫ້ຂໍ້ສັງເກດວ່າ, ການເຕີບໂຕ GDP ໃນທົ່ວໂລກຖືກຫຼຸດລົງເຫຼືອພຽງ 2,8% ໃນປີ 2020. ແລະ ນີ້ຈະແມ່ນການຫຼຸດລົງຢູ່ໃນລະດັບ 3% ທຳອິດນັບແຕ່ເມື່ອການຊຸດໂຊມເສດຖະກິດ ແລະ ວິກິດການການເງິນທີ່ສິ້ນສຸດລົງໃນກາງປີ 2009. ສ່ວນຕາມ Oxford Economics, ອົງການຄາດຄະເນ ແລະ ວິເຄາະເສດຖະກິດທົ່ວໂລກແຖວໜ້າ ແລ້ວ, Covid-19 ອາດຈະກໍ່ຄວາມເສຍຫາຍຕໍ່ພື້ນຖານເສດຖະກິດທົ່ວໂລກ 1,1 ພັນຕື້ USD, ທຽບເທົ່າ 1,3% GDP ເມື່ອທຽບໃສ່ການຄາດຄະເນໃນປະຈຸບັນ.

ບັນດາພື້ນຖານເສດຖະກິດໃຫຍ່ບໍ່ມີຄວາມໝັ້ນທ່ຽງ

       ຕາມ Bloomberg Economics ແລ້ວ, ໂລກລະບາດອາດຈະເຮັດໃຫ້ເສດຖະກິດໂລກຊຸດໂຊມຢ່າງຮ້າຍແຮງ, ບັນດາພື້ນຖານເສດຖະກິດໃຫຍ່ກໍ່ຍາກທີ່ຈະຮັບມືໄດ້. ຄາດວ່າ, ລະດັບເຕີບໂຕ GDP ໃນໄຕມາດທີ 1 ປີ 2020 ຂອງຈີນ ຈະຖືກຫຼຸດລົງ 1,2%. ການເຕີບໂຕທາງດ້ານເສດຖະກິດຂອງພາກພື້ນເອີລົບ ສືບຕໍ່ໄດ້ຮັບການຮັກສາໄວ້ຢູ່ໃນລະດັບຕ່ຳ. ຕະຫຼາດຫຼັກຊັບຂອງອາເມລິກາ ຖືກຫຼຸດລົງແຕ່ 40- 50%. ການຂາດດຸນການຄ້າຂອງຍີ່ປຸ່ນ ໃນ 2 ເດືອນຕົ້ນປີ 2020 ເພີ່ມຂຶ້ນ ໃນຂະນະທີ່ດັດຊະນີຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກຢູ່ໃນລະດັບຕ່ຳ. ພື້ນຖານເສດຖະກິດ ຍີ່ປຸ່ນ ກໍ່ພວມຖືກຜົນສະທ້ອນຢ່າງແຮງຈາກ Covid-19, ພິເສດແມ່ນສົ່ງຜົນສະທ້ອນເຖິງຂະແໜງທ່ອງທ່ຽວ ແລະ ການສົ່ງອອກ. ຖ້າຫາກວ່າໂລກລະບາດແກ່ຍາວໄປຮອດຈຸດເວລາດຳເນີນງານມະຫາກຳກິລາ Olympic Tokyo 2020 ຈະກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງຕໍ່ພື້ນຖານເສດຖະກິດ. Covid-19 ໄດ້ເຮັດໃຫ້ມູນຄ່າສ່ວນເກີນດ້ານການຄ້າສ.ເກົາຫຼີ ຫຼຸດລົງຫຼາຍພໍສົມຄວນ ຍ້ອນບັນດາການເຄື່ອນໄຫວສົ່ງອອກ ແລະ ນຳເຂົ້າລ້ວນແຕ່ ຫຼຸດລົງຢ່າງແຮງ.

        ໃນຈຸດເວລານີ້, ມີຫຼາຍພື້ນຖານເສດຖະກິດໄດ້ຍົກອອກມາດຕະການຊຸກຍູ້ພື້ນຖານເສດຖະກິດ. ທະນາຄານສູນກາງຈີນ ໄດ້ເພີ່ມເງິນຕາອອກສູ່ຕະຫຼາດດ້ວຍຈຳນວນຫຼວງຫຼາຍເປັນ 2 ຄັ້ງ ໃນເດືອນ ກຸມພາ 2020. ທະນາຄານສູນກາງເອີລົບ ຕ້ອງສືບຕໍ່ຮັກສານະໂຍບາຍດອກເບ້ຍຕົກໃນລະດັບລົບ ແລະ ຫຼຸດການຄາດຄະເນໃນປະຈຸບັນລົງ. ບາງປະເທດຄື: ສ.ເກົາຫຼີ, ມາເລເຊຍ, ຫວຽດນາມ… ໄດ້ຍົກອອກບັນດາມາດຕະການເພື່ອໜູນຊ່ວຍວິສາຫະກິດ ໃນສະພາບໂລກລະບາດພວມສົ່ງຜົນສະທ້ອນຮ້າຍແຮງເຖິງບັນດາວິສາຫະກິດ. ທະນາຄານຍີ່ປຸ່ນ ໄດ້ໜູນຊ່ວຍຈຳນວນເງິນ 4,6 ຕື້ USD ເພື່ອຮັບປະກັນຄວາມສາມາດຊຳລະໃນລະບົບ. ໃນຂະນະນັ້ນ, ສ.ເກົາຫຼີ ກໍ່ເພີ່ມເງິນສົດໃຫ້ບັນດາບໍລິສັດຂະໜາດນ້ອຍພວມປະສົບກັບຄວາມຫຍຸ້ງຍາກໃນການເບີກຈ່າຍເງິນເດືອນ. ຢູ່ເອີລົບ, ອີຕາລີ ກໍ່ສະໜອງສິນເຊື່ອດ້ານພາສີໃຫ້ແກ່ບັນດາບໍລິສັດມີລາຍຮັບຫຼຸດລົງ 25%.

        ມາຮອດຈຸດເວລານີ້, ການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ໃນຂອບເຂດທົ່ວໂລກພວມໄດ້ດຳເນີນໄປຢ່າງຮີບເຮັ່ງ ແລະ ຮີບດ່ວນຍິ່ງກວ່າເວລາໃດໝົດ. ຫຼາຍປະເທດລ້ວນແຕ່ເພີ່ມທະວີບັນດາມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດ Covid-19 ໃນໄລຍະໄວທີ່ສຸດ, ຫຼີກລ້ຽງສະພາບເສດຖະກິດຊຸດໂຊມອາດຈະເກີດຂຶ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ