ເສດ​ຖະ​ກິດ-ສັງ​ຄົມ​ຫວຽດ​ນາມ​ປີ 2019 ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ປະ​ທັບ​ໃຈ

(VOVWORLD) - ກ່າວຄຳເຫັນປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ, ນາຍົກລັດຖະມົນຕີ ໃນການປະຕິບັດບັນດາໜ້າທີ່ພັດທະນາ ເສດຖະກິດ-ສັງຄົມທີ່ບັນລຸໄດ້ໃນປີ 2019 ແມ່ນມີຄວາມຕັ້ງໜ້າ ແລະ ຮອບດ້ານ.
ເສດ​ຖະ​ກິດ-ສັງ​ຄົມ​ຫວຽດ​ນາມ​ປີ 2019 ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ປະ​ທັບ​ໃຈ - ảnh 1

ສະມາຊິກສະພາແຫ່ງຊາດເຂົ້າຮ່ວມວາລະປະຊຸມໃນຕອນເຊົ້າວັນທີ 1 ພະຈິກ

   ທີ່ວາລະປຶກສາຫາລືຊື່ງດຳເນີນໃນເວລາ 3 ວັນ ຄືແຕ່ວັນທີ 30 ຕຸລາ ຫາວັນທີ 1 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ເຖິງວ່າ ມີການປະເຊີນໜ້າກັບສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ ຈາກການຜັນແປອັນສັບສົນ, ການປະທະກັນຂອງພາກພື້ນ ແລະ ໂລກ, ການເຕີບໂຕດ້ານເສດຖະກິດ ແລະ ການຄ້າທົ່ວໂລກໄດ້ຫລຸດລົງ ເມື່ອທຽບກັບປີ 2018, ບັນດາການກະທົບອັນຫຍໍ້ທໍ້ໂດຍໄພທຳມະຊາດ, ໂລກລະບາດກໍ່ຕາມ ແຕ່ປີ 2019 ຍັງສືບຕໍ່ແມ່ນປີທີ່ບັນລຸໄດ້ບັນດາການຫັນປ່ຽນທີ່ຕັ້ງໜ້າ, ຮອບດ້ານໃນຫຼາຍຂົງເຂດ ເສດຖະກິດ-ສັງຄົມ. ເສດຖະກິດຫວຽດນາມ ຢູ່ໃນລະດັບປົກກະຕິ, ລະດັບເຕີບໂຕເສດຖະກິດ GDP ຄາດວ່າບັນລຸ 6,8%, ລື່ນກາຍທັງໝົດ 12/12 ຄາດໝາຍທີ່ໄດ້ວາງອອກ .

ເສດຖະກິດ-ສັງຄົມພັດທະນາຢ່າງຕັ້ງໜ້າ ແລະ ຮອບດ້ານ

   ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ຄາດວ່າບັນລຸ ແລະ ລື່ນກາຍທັງໝົດ 12 ຄາດໝາຍທີ່ສະພາແຫ່ງຊາດມາອບໝາຍໃຫ້. ເສດຖະກິດມະຫາພາກເປັນປົກກກະຕິ, ລະດັບການເຕີບໂຕ GDP ຄາດວ່າບັນລຸ 6,8%, ໄພເງິນເຟີ້ຕ່ຳກ່ວາ 3% GDP; ຕະຫຼາດເງິນຕາຕ່າງປະເທດ, ອັດຕາແລກປ່ຽນເປັນປົກກະຕິ, ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນທົບສອງເທົ່າເມື່ອທຽບກັບໄລຍະຕົ້ນອາຍຸການ. ທ່ານ ຫວຸ້ຕຽນລົກ, ສະມາຊິກສະພາແຫ່ງຊາດແຂວງທາຍບິນ ຖືວ່າ:

   ປີ 2019 ແມ່ນປີທຳອິດທີ່ກຳລັງໜູນເເຫ່ງການເຕີບໂຕແມ່ນມາຈາກຂົງເຂດປຸງແຕ່ງ, ແປຮູບ. ອັດຕາສ່ວນການສົ່ງອອກ ແລະ ການລົງທຶນຂອງພາກເສດຖະກິດເອກະຊົນພາຍໃນປະເທດກໍ່ເພີ່ມຂຶ້ນ. ຫວຽດນາມ ຮັກສາໄດ້ລະດັບການເຕີບໂຕສູງກ່ວາໝູ່ໃນອາຊຽນ ແລະ ນອນໃນກຸ່ມບັນດາພື້ນຖານເສດຖະກິດມີຄວາມຈະເລີນເຕີບໂຕດີທີ່ສຸດຢູ່ອາຊີ.

   ບັນດາໝາກຜົນຊື່ງເສດຖະກິດປະເທດຊາດບັນລຸໄດ້ນັ້ນ ແມ່ນສັນຍານທີ່ໜ້າພາກພູມໃຈ, ສຳຄັນ, ປະກອບສ່ວນປະຕິບັດແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2016-2020) ສຳເລັດຜົນ, ອັນໄດ້ສ້າງປະຖົມປັດໄຈທີ່ໝັ້ນຄົງເຂັ້ມແຂງໃຫ້ແກ່ໄລຍະພັດທະນາໃໝ່. ທ່ານ ຫງວຽນແທັງຮ່ຽນ ສະມາຊິກສະພາແຫ່ງຊາດແຂວງເງະອານ ເນັ້ນໜັກວ່າ:

   ຂີດໝາຍໃນປີ 2019 ແມ່ນບັນດາໝາກຜົນທີ່ທີ່ບັນລຸໄດ້ຢ່າງຮອບດ້ານໃນບັນດາຂົງເຂດເສດຖະກິດ-ສັງຄົມ, ດ້ວຍການຫັນປ່ຽນຢ່າງແທດຈິງກ່ວາ ໃນການປະຕິບັດ 3 ຂອດບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບຮູບແບບການເຕີບໂຕ, ພິເສດແມ່ນການຫັນປ່ຽນກ່ຽວກັບສະພາບເສດຖະກິດສັງຄົມ, ບໍ່ພຽງແຕ່ຢຸດຢູ່ບັນດາຕົວເລກທີ່ມີຄວາມເຕີບໂຕຢ່າງຕໍ່ເນື່ອງເທົ່ານັ້ນ ຫາກສຳຄັນກ່ວາແມ່ນການພັດທະນາຢ່າງສະໝ່ຳສະເໝີ, ຮອບດ້ານຂອງທຸກຂົງເຂດ ຂະແໜງການໃນທົ່ວປະເທດ.

ເສດ​ຖະ​ກິດ-ສັງ​ຄົມ​ຫວຽດ​ນາມ​ປີ 2019 ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ປະ​ທັບ​ໃຈ - ảnh 2

ທ່ານ ຫວຸ້ຕຽນລົກ, ສະມາຊິດສະພາແຫ່ງຊາດແຂວງທາຍບິນ

 ສືບຕໍ່ປະຕິຮູບ, ພັດທະນາພື້ນຖານເສດຖະກິດສະຖຽນລບະພາບ, ໝັ້ນຄົງ

  ບັນດາຜົນງານທີ່ບັນລຸໄດ້ນັ້ນ ໄດ້ຢືນຢັນຢ່າງຈະແຈ້ງ ກ່ຽວກັບທ່າອ່ຽງຟື້ນຟູຂອງພື້ນຖານເສດຖະກິດຫວຽດນາມ, ສ້າງປະຖົມປັດໄຈອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດສັງຄົມໃນຊຸມປີຕໍ່ໄປ. ແຕ່ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາການຜັນແປທີ່ບໍ່ເອື້ອອຳນວຍຂອງເສດຖະກິດໂລກ ແລະ ພາຍໃນປະເທດ, ທ່ານ ເຈີ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ຖືວ່າ:

  ທີ 1 ແມ່ນ ສືບຕໍ່ສະຫງວນແຫຼ່ງກຳລັງໃຫ້ແກ່ການກໍ່ສ້າງ, ສ້າງລະບົບກົດໝາຍຄົບຊຸດໃຫ້ສຳເລັດ. ທີ 2 ແມ່ນ ສ້າງລະບົບກົດໝາຍກ່ຽວກັບລິຂະສິດທາງພູມປັນຍາໃຫ້ສົມບູນແບບ ແລະ ຜັນຂະຫຍາຍບັນດາຊັບສິນພູມປັນຍາໂດຍຄົນຫວຽດນາມສ້າງຂຶ້ນໃນໂລກຢ່າງມີປະສິດທິຜົນ ແລະ ສືບຕໍ່ສ້າງລະບອບລະບຽບການກ່ຽວກັບເຂດໃຫ້ສົມບູນແບບ ເພື່ອຊ່ວຍບັນດາແຂວງໃນເຂດຮ່ວມສຳພັນນຳກັນ, ໜູນຊ່ວຍກັນພັດທະນາ.

   ນອກຈາກການຊຸກຍູ້ການສ້າງກົນໄກການຕະຫຼາດເປັນສົມບູນແບບ, ສ້າງການໂຄສະນາເຄື່ອງໝາຍການຄ້າ, ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ ແລະ ວິສາຫະກິດພາຍໃນປະເທດ, ຊ່ວຍເສດຖະກິດເອກະຊົນຍົກສູງຄວາມສາມາດແກ່ງແຍ້ງໃນຕະຫຼາດພາຍໃນປະເທດ ແລະ ໂລກ. ທ່ານຫງວຽນຍືຊໍ, ສະມາຊິກສະພາແຫ່ງຊາດແຂວງບັກນິງ ສະເໜີໃຫ້ລັດ, ລັດຖະບານ ຕ້ອງມີກົນໄກ, ນະໂຍບາຍເພື່ອພັດທະນາເສດຖະກິດພາກເອກະຊົນ:

   ຕາມຂ້າພະເຈົ້າແລ້ວ, ຕ້ອງມີການບຸກທະລຸດ້ານນະໂຍບາຍ ເພື່ອແນໃສ່ລົບລ້າງຮົ້ວກີດຂວາງ, ພັດທະນາວິສາຫະກິດເອກະຊົນ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ ເມື່ອລົງທຶນທຳມາຫາກິນ, ເພີ່ມສະມັດຕະພາບໃຫ້ແກ່ພື້ນຖານເສດຖະກິດ. ລັດຕ້ອງປ່ຽນແປງຢ່າງແຮງ, ຈາກການແຊກແຊງ, ໜູນຊ່ວຍການຄຸ້ມຄອງ, ເພີ່ມທະວີແຫຼ່ງກຳລັງ, ໜູນຊ່ວຍທີ່ດິນ, ແຫຼ່ງທຶນສິນເຊື່ອ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮ່ວມສຳພັນບັນດາພາກສ່ວນເສດຖະກິດ…

   ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ກໍ່ສະເໜີບັນດາມາດຕະການໃນວຽກງານບໍລິຫານຂອງລັດຖະບານຄື: ມີໄຫວພິບ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງນະໂຍບາຍປີການເງິນ ແລະ ນະໂຍບານເງິນຕາ ເພື່ອປະກອບສ່ວນຄວບຄຸມໄພເງິນເຟີ້; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ໄວລະດັບການປ່ອຍເງິນລົງທຶນຂອງລັດ, ຫັນຕະຫຼາດສົ່ງອອກເປັນຫຼາຍຮູບແບບ… ເພື່ອໃຫ້ພື້ນຖານເສດຖະກິດປະເທດຊາດ ພັດທະນາຢ່າງແຮງ ແລະ ໝັ້ນຄົງໃນໄລຍະຈະມາເຖິງ

 

ຕອບກັບ

ຂ່າວ/ບົດ​ອື່ນ