ເສດຖະກິດຫວຽດນາມ ຜ່ານຜ່າວິກິດການ ແລະ ພວມພັດທະນາຢ່າງຖືກທິດ

“ຫວຽດນາມ​​ພ້ອມ​ແລ້ວ​ຈະ​ກ້າວ​ເດີນໄປຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ໂລກນັ້ນ​ແມ່ນ​ສິ່ງ​ທີ່​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ຢືນຢັນ​ຢູ່“ກອງ​ປະຊຸມ​ເສດຖະກິດ​ການ​ຕ່າງປະ​ເທດ​ຫວຽດນາມ ຄັ້ງ​ທີ 3” ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ກອງ​ປ​ະຊຸມ​ເສດຖະກິດ​ການ​ຕ່າງປະ​ເທດ​ຫວຽດນາມ ປີ 2012 ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລັດຖະບານ​ຫວຽດນາມ ​ເປັນ​ເຈົ້າ​ການ​ວາງ​ອອກ​ສານ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ,​​ໂຄສະນາ​ກ່ຽວກັບ​ແນວທາງ, ບັນດາ​​ບຸລິມະສິດ​ພັດທະນາຂອງ​ຫວຽດນາມ ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ມາສູ່​ປະຊາ​ຄົມ​ໂລກ. ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ມີ​ການ​​ແລກປ່ຽນ​ຢ່າງ​ເປີດ​ເຜີຍ ​ແລະ ກົງ​ໄປ​ກົງ​ມາ​ກັບ​ບັນດາ​ນັກ​ລົງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ທັງ​ຢືນຢັນ​ວ່າ: ຫວຽດນາມ ຕັດສິນ​ໃຈ​ຍູ້​ແຮງ​ກິດຈະການ​ປ່ຽນ​ແປງ​ໃຫມ່, ປະຕິ​ຮູບພື້ນຖານ​ເສດຖະກິດ, ສ້າງສາ​ປະ​ເທດ​ຊາດ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ເມື່ອ​ເຂົ້າ​ມາ​ລົງທຶນ​ຢູ່​ຫວຽດນາມ.

        ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ແລ້ວ, ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ​ໂລກ, ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໝວດ​ມາດ​ຕະການ​ກ່ຽວ​ກັບ​ເສດຖະກິດ​ຢ່າງ​ສຳ​ເລັດ​ຜົນ, ດັດ​ປັບ​ຈຸດໝາຍ​ຈາກ​ການ​ເຕີບ​ໂຕ​ມາສູ່​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫານພາກ​ເປັນປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ຫວຽດນາມ ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ແງ່​ຫວັງ​ການ​ພັດທະນາ​ເສດຖະກິດ​ຂອງ​ຕົນ. ຈາກ​ການ​ແກ້​ໄຂ​ວິ​ກິດ​ການ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ຖອດ​ຖອນ​ໄດ້​ບົດຮຽນ​ຫລາຍ​ຢ່າງ. ຫວຽດນາມ ຈະ​ຢືດໝັ້ນ​ປະຕິບັດ​ນະ​ໂຍບາຍ​ປະຕິ​ຮູບ, ປ່ຽນ​​ໃຫມ່​ພື້ນຖານ​ເສດຖະກິດ, ພິ​ເສດ ​ແມ່ນ​ປະຕິ​ຮູບ​ດ້ານ​ບໍລິຫານ, ພັດທະນາ​                  ແຫ​ລ່ງຊັບພະຍາກອນ​ມະນຸດ, ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ພັດທະນາ​ວິ​ທະຍາ​ສາດ​ເທັກ​ໂນ​ໂລ​ຊີ. ຫວຽດນາມ ຈະ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃຫມ່.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ສົນທະນາ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ເປັນ​ປະຈຳ ​ເພື່ອ​ຮັ​ບ​ເອົາ​ຄຳ​ເຫັນ ​ແລະ ມີ​ການ​ປັບປຸງ​ນະ​ໂຍບາຍ​ໃຫ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພັດທະນາ​ຂອງ​ປະ​ເທດ​ຊາດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ນັກ​ລົງທຶນ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ. ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ​ເມື່ອ​ເຂົ້າ​ຮ່ວມ​ຕະຫລາດ​ຂອງ​ຫວຽດນາມ ລ້ວ​ນ​ແຕ່​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ແລະ ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ ສັງຄົມ ​ໄລຍະ 2011 - 2020 ​ໃຫ້ສຳ​ເລັດ​ຜົນ, ລັດຖະບານ ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ຈົ່ງ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເທັກ​ໂນ​ໂລ​ຊີ​ສູງ ​ແລະ ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ລັກສະນະ​ບຸກທະລຸ ທີ່​ມີ​ຕໍ່​ພື້ນຖານ​ເສດຖະກິດ​ຫວຽດນາມ. ພ້ອມ​ທັງ ລັດຖະບານ​ກໍ​ຢືນຢັນ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ ​ແລະ ສ້າງ​ກອບ​ກົດໝາຍ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ ພ້ອມ​ກັນ​ແບ່ງປັນ​ຄວາມ​ສ່ຽງ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ຍາວ​ນານ ​ແລະ ປະສົບ​ຜົນສຳ​ເລັດ ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​​ ​ເວົ້າ​ວ່າ:

        “​ໃນ​ບັນດາ​ມາດ​ຕະການ​ຊຶ່ງ​ລັດຖະບານ​ຈະ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມວິ​ສາ​ຫະກິດ​ ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ທີ່​ມີ​​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ແມ່ນ​ຂາດ​ບໍ່​ໄດ້. ລັດຖະບານ​ບໍ່​ຖື​ການ​ເຕີບ​ໂຕ​ເປັນ​ຈຸດໝາຍ​ບຸລິມະສິດ, ​ເພາະວ່າ ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ເປັນ​ປົກກະຕິ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ທີ່​ມີ​ປະສິດທິ​ຜົນ. ການ​ເຕີບ​ໂຕ​ກ່ຽວຂ້ອງ​ເຖິງ​ບັນຫາ​ວຽກ​ເຮັດ​ງານ​ທຳ, ປະສິດທິ​ຜົນ​ຂອງ​ແຫ​ລ່ງທຶນຮອນ, ປະສິດທິ​ຜົນ​ຂອງ​ວິ​ສາ​ຫະກິດ.“

        ​ເມື່ອ​ຕອບ​ຂໍ້ຂ້ອງ​​ໃຈ​ຂອງ​ບັນດາ​ຜູ້​ແທນ​ກ່ຽວ​ກັບ​ການ​ມີຫນ້າ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ຈະ​ເຮ​ັດ​ໃຫ້​ປະສິດທິ​ຜົນ​ຂອງ​ພື້ນຖານ​ເສດຖະກິດຫລຸດ​ລົງຫລື​ບໍ່ ​ແລະ ຫວຽດນາມ ມີ​ແຜນການ​ແນວ​ໃດ​​ໃນ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໃຫ້​ຮູ້​ວ່າ: ມີ​ລັດ​ວິ​ສາ​ຫະກິດກວ່າ 1000 ​ແຫ່ງ ​ແລະ ລັດຖະບານ​ພວມ​ມີ​ແຜນການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ​ ​ແລະ ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ເພື່ອ​ໃຫ້​ກຸ່ມ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ມີ​ປະສິດທິ​ຜົນ​ກວ່າ ​ແລະ ​ໃນ​ວິວັດ​ການ​ນີ້ ສ້າງ​ສະພາບ​ແວດ​ລ້ອມ ໃຫ້​ແກ່​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ ຢ່າງ​ສະ​ເໝີ​ກວ່າ​.

        “ອາດ​ຈະ​ເວົ້າ​ໄດ້​ວ່າ ບັນດາ​ບົດຮຽນ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດຢ່າງ​ຈະ​​ແຈ້ງ​ກວ່າ. ປະຈຸ​ບັນ ລັກສະນະ​ແກ້ງ​ແຍ້​ງຂອງ​ວິ​ສາ​ຫະກິດ​ຫວຽດນາມ ຍັງ​ຕຳ່​ຢູ່ ນັບ​ທັງ​ລັດ​ວິ​ສາ​ຫະກິດ ​ແລະ ວິ​ສາ​ຫະກິດ​ພາກ​ເອກະ​ຊົນ. ທ່ານ​ນາຍົກລັດຖະມົນຕີ ກໍ​ຖື​ເປັນ​ສຳຄັນ​ການຈຳ​ແນ​ກການປະພຶດ​ຕໍ່​ຢ່າງ​ສະ​ເຫມີພາບ ລະຫວ່າງ​ລັດ​ວິ​ສາ​ຫະກິດ ​ແລະ ວິ​ສາ​ຫະກິດ​ພາກ​ເອກະ​ຊົນ. ໃນ​ໄລຍະ​ຜ່ານ​ມາ ນະ​ໂຍບາຍ​ຈຳນວນ​ຫນຶ່ງ ​ແລະ ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ວາງ​ອອກ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ບໍ່​ມີ​ການຈຳ​ແນ​ກປະພຶດ​ຕໍ່​ລະຫວ່າງ ລັດ​ວິ​ສາ​ຫະກິດ ​ແລະ ວິ​ສາ​ຫະກິດ​ພາກ​ເອກະ​ຊົນ.”

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ກໍ​ໄດ້​ຢືນຢັນ​ກຳລັງ​ຫນູນ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ ຍາມ​​ໃດ​ກໍ​ປະກົດ​ອອກ​ພາຍຫລັງ​ບັນດາຄວາມ​ຫຍຸ້ງຍາກ​ ​ແລະ ຫວຽດນາມ ພວມ​ຕັ້ງຫນ້າ​ປ່ຽນ​ໃຫມ່, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​​ໃຫມ່ ​ເພື່ອ​ສ້າງ​ປະຖົມ​ປັດ​ໃຈ​ ບືນ​ຕົວ​ຂຶ້ນຢ່າ​ງວ່ອງ​ໄວ ພາຍຫລັງ​ເສດຖະກິດ​ໂລກ​ຟື້ນ​ຕົວ. ຫວຽດນາມ ກຳນົດ​ວ່າ:​ປີ 2012 ​ແມ່ນ​ປີ​ບານພັບ​ໃນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່ ຊື່​ງລວມມີ 3 ​ເນື້ອ​ໃນ​ຕົ້ນຕໍຄື: ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃຫມ່, ສ້າງ​​ໂຄງປະກອບລະບົບການ​ເງິນ ທະນາຄານ ​ແລະ ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່.

ເສດຖະກິດຫວຽດນາມ ຜ່ານຜ່າວິກິດການ ແລະ ພວມພັດທະນາຢ່າງຖືກທິດ - ảnh 1
ການສົ່ງອອກເຂົ້າສານແມ່ນທ່າແຮງຂອງເສດຖະກິດຫວຽດນາມ

        ​ແລະ​ກໍ​ຢູ່​ທີ່ກອງ​ປະຊຸມ, ທ່ານ ຮອງ​ນາຍົກລັດຖະມົນຕີ ພ້ອມ​ກັບ​ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ໄດ້​ຕອບ​ຄຳ​ຖາມ​, ຂໍ້​ຂ້ອງ​​ໃຈຫລາຍ​ຂໍ້​ຂອງ​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ກໍ​ຄື​ສະ​ເຫ​ນີກ່ຽວ​ກັບ​ທິດ​ທາງ​ການ​ພັດທະນາ​ບັນດາ​ຂະ​ແຫນງ​ເສດຖະກິດ​ຂອງ​ຫວຽດນາມ. ຕາມ​ບັນດາ​ຜູ້​ແທນ​ສາກົນ​ແລ້ວ,​ ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ພັດທະນາ. ​ໃນ​ໄລຍະ​ຈະ​ມາ​ເຖິງ  ຖ້າ​ຮູ້ຈັກ​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ, ຫວຽດນາມ ອາດ​ຈະ​ບັນລຸ​​ໃຫ້​ໄດ້ຈຸດໝາຍ​ລະດັບ​ການ​ເຕີບ​ໂຕຈາກ 7 -8%/ປີ, ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໃນ​ປີ 2020. ບັນດາ​ຜູ້​ແທນ​ຕີ​ລາຄາ​ສູງ ຄວາມ​ຕັດສິນ​ໃຈ, ນະ​ໂຍບາຍ​ຂອງ​ລັດຖະບານ​ໃນ​ການ​ປ່ຽນ​ໃຫມ່, ສ້າງ​​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່ ​ແລະ ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ: ບັນດາ​ແຜນການ​ຂອງ​ລັດຖະບານ​ແມ່ນ​ຖືກ​ທິດ, ທັນ​ການ ​ແລະ ຖືກ​ກັບຈຸດ​ເວລາ./.
                                                                                                                                           ຫວີງຟອງ

ຕອບກັບ

ຂ່າວ/ບົດ​ອື່ນ