ເສດຖະກິດເອີລົບ - ອະນາຄົດສະເພາະໜ້າຍັງຄົງມືດມົວຢູ່

ເສດຖະກິດເອີລົບ - ອະນາຄົດສະເພາະໜ້າຍັງຄົງມືດມົວຢູ່ - ảnh 1
(ພາບປະກອບ   Reuters )

    ວັນ​ທີ 23/5 ຢູ່​ນະຄອນຫຼວງ​ລອນ​ດອນ ​ປະ​ເທດອັງກິດ , ​ໄດ້​ໄຂ​ກອງ​ປະຊຸມດ້ວຍ​ຫົວ​ເລື່ອງ “ ອະນາຄົດ​ຂອງ​ເອີ​ລົບ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ”. ​ໃນ​ສະພາ​ວະ​ທີ່​ວິ​ກິດ​ການ​ໜີ້​ສາທາລະນະ​ໄດ້ກ້າວເຂົ້າສູ່ປີທີ 3 ຢ່າງລຽນຕິດ ແລະ ພາກພື້ນນີ້ ພວມສືບຕໍ່ຕົກເຂົ້າສູ່ສະພາບຊຸດໂຊມຢ່າງຮ້າຍແຮງນັ້ນ, ການ ຊອກຫາບັນດາ​ມາດ​ຕະການ​ແກ້​ໄຂ ​ແລະ ການ​ກະທຳ​ລະອຽດ​ເພື່ອ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ໃນ​ປະຈຸ​ບັນ ຍັງ​ພວມ​ແມ່ນ​ສິ່ງ​ທີ່​ຫຍຸ້ງຍາກ​ຊຶ່ງ​ບັນດາ​ການ​ນຳ​ເອີ​ລົບ​ຍັງ​ບໍ່​ທັນ​ສາມາດ​ຊອກ​ຫາ​ວີ​ທີ​ແກ້​ໄຂ​ໄດ້​ເທືອ່. ການ​​ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ນະ​ໂຍບາຍ​ຊຶ່ງ​ບັນດາ​ນັກ​ໄຈ້​ແຍກ​ໄດ້​ສັງ​ເກດ​ວ່າ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ສາຍ​ເຫດ​ທີ່​​ເຮັດໃຫ້ພາກ​ພື້ນ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ນຳພາ​ກພື້ນ​ນີ້​ກັບ​ຄືນ​ສູ່​ວົງ​ຈອນ​ຈະ​ເລີ​ນ​ເຕີບ​ໂຕ.

    ບົດ​ລາຍ​ງານ​ຍາມ​ລະດູບານ​ໃໝ່​ຊຶ່ງ​ຄະນະ​ກຳມະການ​ເອີ​ລົບ EC ​ໄດ້​ປະກາດ​ເມື່ອ​ຕົ້ນ​ເດືອນ​ນີ້ ​ໄດ້​ເຮັດ​ໃຫ້​ຮູບ​ພາບ​ເສດຖະກິດ​ສັງ​ລວມຂອງ​ພາກ​ພື້ນ​ໃຊ້​ສະ​ກູນ​ເງິນ​ເອີ​ໂຣລວມ eurozone ​ເພີ່ມ​ຄວາມ​ມືດ​ມົວ​ຂຶ້ນ​ຕື່ມ. ບັນດາ​ສັນຍານ​ທີ່​ຫຍໍ້​ທໍ້​ທີ່ພວມ​ກ່າວ​ເຕືອນ​ທົ່ວ​ໂລກ ​ໄດ້​ເຮັດ​ໃຫ້​ວົງ​ການ​ນັກ​ໄຈ້​ແຍກ​ບໍ່​ອາດ​ເວັ້ນ​ເສຍແຕ່​ກໍລະນີ​ໂລກ​ຈະ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ຊຸດ​ໂຊມ​ຄັ້ງ​ໃຫຍ່. ໜຶ່ງ​ໃນ​ບັນດາ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ທີ່​ສຸດ​ຂອງ​ໄພ​ອັນຕະລາຍ​ນີ້ ​ແມ່ນ​ອັດຕາ​ໄພ​ວ່າງ​ງານ​ຂອງ​ເອີ​ລົບ​ໄດ້​ຂຶ້ນ​ເຖິງ​ລະດັບ​ສະ​ຖີຕິ​ຄື 12,1%, ​ໃນ​ນັ້ນ, 2 ປະ​ເທດ​ຄື ​ເກຼັກ ​ແລະ ​ແອັດ​ສະ​ປາຍ, ອັດຕາ​ສ່ວນ​ນີ້​ໄດ້​ລື​່ນກາຍ​ລະດັບ​ສະ​ຖີຕິ​ຂອງ​ອາ​ເມ​ລິ​ກາ​ໃນ​ໄລຍະ​ຊຸດ​ໂຊມ​ຄັ້ງ​ໃຫຍ່​ເມື່ອ​ຕົ້ນ​ຊຸມ​ປີ 1930. ຢູ່ 2 ປະ​ເທດ​ທີ່​ຖືກ​ຖື​ວ່າ ​ແມ່ນ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ເອີ​ລົບ ຄື ​​ເຢັຍລະ​ມັນ ​ແລະ ຝະລັ່ງ, ຕົວ​ເລກ​ທຸລະ​ກິດ​ຂາຍ​ລົດ​ໂອ​ໂຕ ຊຶ່ງ​ແມ່ນ​ຂະ​ແໜງ​ອຸດສາຫະກຳ​ປາຍ​ແຫຼມ ​ໄດ້​ຫຼຸດ​ເກືອບ 20% ​ໃນ​ໄຕ​ມາດ​ທີ 1, ສ່ວນ​ຢູ່​ໂຮ​ນລັງ, ໜີ້​ໃຊ້​ສອຍ​ໄດ້​ເພີ່ມ​ຂຶ້ນ​ປະມານ 250%ລາຍ​ຮັບ​ສຸດທິ. ປະລີມານການ​ຜະລິດ​ອຸດສາຫະກຳ​ຂອງ​ອີ​ຕາ​ລີ​ຫຼຸດ​ລົງ 25%​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມ​າ, ສ່ວນ​ອັດຕາ​ໜີ້​ສາທາລະນະ​ໄລ່​ຕາມ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ​ເພີ່ມ​ຂຶ້ນ 136%. ຈຳນວນ​ວິ​ສາ​ຫະກິດ ແອັດ​ສະ​ປາຍ ຍື່ນໜັງສື​ປະກາດ​ລົ້ມ​ລະລາຍ​ເພີ່ມ​ຂຶ້ນ​ 45%​ເມື່ອ​ທຽບ​ໃສ່​ປີ​ແລ້ວ​ນີ້. ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ພາກ​ເອກະ​ຊົນ​​ໃນ​ທົ່ວ ພາກ​ພື້ນ​ໃຊ້​ສະ​ກູນ​ເງິນ​ເອີ​ໂຣລວມ eurozone ​ແມ່ນ​ຕົກ​ຢູ່​ໃນ​ສະພາບ​ອຶດ​ອາດ​ຊັກ​ຊ້າ. ສັນຍາ​ທີ່​​ເປັນ​ຫ່ວງ​ອີກ​ອັນ​ໜຶ່ງ ​ແມ່ນ​ຍັງ​ສະ​ແດງອອກ​ຜ່ານ​ມຸນ​ຄ່າບັນດາ​ບ້ວງ​ໜີ້​ສິນ​ທີ່​ຄຸມ​ເຄືອ​ແກ່ຍາວ​ຢູ່​ເອີ​ລົບ, ນັບ​ຕັ້ງ​ແຕ່​ປີ 2007 ​ໄດ້​ເພີ່ມ​ຂຶ້ນ​ຕື່ມ 150%.

    ບັນດາ​ຕົວ​ເລກ​ດັ່ງກ່າວ​ພວມ​ພິສູດ​ໃຫ້​ເຫັນ​ສະພາບ​ຊຸດ​ໂຊມ​ເສດຖະກິດ​ຮອບດ້ານ​ພວມ​ຄຸກ​ຄາມ​ທົ່ວ​ເອີ​ລົບ ​ແລະ ຄາດ​ຄະ​ເນ​ວ່າ ມີ​ໄພ​ຈະ​ແຜ່​ລາມ​ຢ່າງ​ກ້ວາງ​ຂວາງ​ໃນ​ທົ່ວ​ໂລກ. ມີ​ຄຳ​ຖາມ​ຫຼາຍ​ຂໍ້​ຖືກ​ຕັ້ງ​ຂຶ້ນ​ກ່ຽວ​ກັບ​ສະພາບ​ເສດຖະກິດ EU ​ໃນ​ປະຈຸ​ບັນ​ຄື: ບັນດານະ​ໂຍບາຍປີ​ງົບປະມານ​ໄດ້​ດີ​ສຸດ​ຫຼື​ບໍ່? ປະສິດທິ​ຜົນ​ຂອງ​ນະ​ໂຍບາຍ​ກະ​ຕຸ້ນ​ເງິນຕາ ​ໄດ້​ໄປ​ຮອດ​ໄສ ​ແລະ ຄຸນ​ປະ​ໂຫຍ​ດ​ແຜ່​ຂະຫຍາຍ​ໃນ​ນະ​ໂຍບາຍ​ຂອງ​ປະ​ເທດ​ນີ້​ທີ່​ມີ​ຕໍ່​ປະ​ເທດ​ອື່ນໆ​ແມ່ນ​ຄື​ແນວ​ໃດ?... ​ໄດ້​ມີ​ບັນດາ​ຄຳ​ຄິດ​ເຫັນ​ຕຳໜິຕິຕຽນ​ສະພາບ​ຊຸດ​ໂຊມທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ EU ​ແມ່ນ​ຍ້ອນ​ນະ​ໂຍບາຍ​ຮັດ​ເຂັມຄັດ ຊຶ່ງ​ໄດ້​ເຮັດ​ໃຫ້​ພື້ນຖານ​ເສດ​ຖະກິດ​ບໍ່​ອາດ​ຂະຫຍາຍຕົວ​ໄດ້. ນັບ​ທັງ​ປະທານ ຄະນະ​ກຳມະການ​ເອີ​ລົບ EC ທ່ານ Jose Manuel Barroso ​ເມື່ອ​ມໍ່ໆ​ມາ​ນີ້​ໄດ້​ຖື​ວ່າ ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ມາດ​ຕະການ ຮັດ​ເຂັມຄັດ ​ໄດ້​ຮອດ​ເສັ້ນ​ຕາຍ​ແລ້ວ, ​ໂດຍ​ສະ​ເພາະ ​ແມ່ນ​ເມື່ອ​ກະ​ແສ​ຟອງ​ເດີນ​ຂະ​ບວນປະ​ທ້ວງ​ ​ໄດ້​ຖືກ​ດຳ​ເນີນ​ຢູ່​ທົ່ວ​ເອີ​ລົບ. ດັ່ງ​ນັ້ນ, ຄະນະ​ກຳມະການ​ເອີ​ລົບ EC ​ໄດ້​ຕົກລົງ​ໂຍະຍານ​ບັນດາ​ມາດ​ຕະການ ຮັດ​ເຂັມຄັດ​ໃຫ້​ແກ່​ບາງ​ປະ​ເທດ ຜ່ານ​ເລື່ອງ​ອະນຸຍາດ​ຕໍໍ່ກຳນົດ​ເວລາ​ຫຼຸດຜ່ອນ​ການ​ຂາດດູນ​ງົບປະມານ. ​ແຕ່​ກົງກັນ ຂ້າມ, ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ IMF ທ່ານ Christine Lagarde ​ໄດ້​ຢືນຢັນ​ວ່າ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ ​ທົດ​ແທນ​ໃຫ້​ແກ່​ບັນດາ​ນະ​ໂຍບາຍ ຮັດ​ເຂັມຄັດ​ຊຶ່ງພວມ​ນຳ​ໃຊ້​ໃນ​ທົ່ວ​​ເອີ​ລົບ. ບັນດາ​ໂຄງການ​ກະ​ຕຸ້ນ​ເສດຖະກິດ​ແມ່ນ​ມາດ​ຕະການ​ທີ່​ບໍ່​ອາດ​ສາມາດ​ປະຕິບັດ​ໄດ້ ​ເພາະ​ພຽງ​ເຮັດ​ໃຫ້ການ​ແບກ​ຫາບ​ບ້ວງ​ໜີ້​ສາທາລະນະ​ເພີ່ມ​ທະວີ​ຂຶ້ນ. ອາດ​ຈະ​ເຫັນ​ແຈ້ງ​ກ່ຽວ​ກັບ​ການ​ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນີ້ ​ແມ່ນ​ນອນ​​ໃນທັດສະນະ​ທີ່​ແຕກ​ຕ່າງ​ກັນ​ໃນ​ການສັງ​​ເກດ​ບັນດາ​ບັນຫາ​ເສດຖະກິດ EU ​ໃນ​ປະຈຸ​ບັນ​ລະຫວ່າງຜູ້ຕາ​ງໜ້າ​ບັນດາ​ປະ​ເທດ. ​ແລະ ນັບ​ທັງ​ເລື່ອງ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ EU ຊຶ່ງ​ຈັດ​ຂຶ້ນ​ເມ​ື່ອ ວັນ​ທີ 22/5 ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ບັນຫາ​ນະ​ໂຍບາຍ​ພະລັງງານ ​ແລະ ຕ້ານ​ການ​ໜີ​ພາສີ ດ້ວຍ​ຄວາມ​ຫວັງຂອງ​ບັນດາ​ການ​ນຳ EU ​ແມ່ນ​ຈະ​ສ້າງ​ບາດກ້າວ​ບຸກທະລຸ ​ເພື່ອ​ເປັນ​ປະຖົມ​ປັດ​ໄຈ​ກະກຽ​ມ​ໃຫ້​ແກ່​ບັນດາ​ບາດກ້າວ​ຕໍ່​ໄປ ​ ​ແນ​ໃສ່​ວາງອອກ​ບັນດາລັດຖະ​ນະ​ໂຍບາຍ​ໃຫຍ່ ເພື່ອ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ໃນ​ປະຈຸ​ບັນນັ້ນ, ກໍ​ບໍ່​ສາມາດ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ. ​ໃນ​ຂະນະ​ທີ່​ເຢັຍລະ​ມັນ , ອີ​ຕາ​ລີ, ອັງກິດ, ຝະລັ່ງ ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທັດສະນະ​ຂອງ​ປະທານ​ສະພາ​ເອີ​ລົ​ບ ທ່ານ Van Rompuy ຊຶ່ງ​​ໄດ້​ຖື​ວ່າ ​ເພື່ອ​ຮັບປະກັນ​ນະ​ໂຍບາຍ​ທັງ​ໝົດ​ຂອງ EU ປະກອບສ່ວນ​ຢ່າງ​ເຕັມ​ສ່ວນ​ໃຫ້​ແກ່​ຄວາມ​ສາມາດ​ແກ່ງ​ແຍ້​ງ, ວຽກ​ເຮັດ​ງານ​ທຳ ​ແລະ ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ບັນດາ​ສະມາຊິກ​ໃນ​ກຸ່ມ​ນັ້ນ, ​ແມ່ນ​ຕ້ອງ​ສ້າງ​ກົນ​ໄກ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທາງ​ທະນາຄານ​ແຕ່​ນີ້​ຮອດ​ທ້າຍ​ປີ ​ເພື່ອ​ຫຼີກລ້ຽງ​ສະພາບ​ການ​ໜີ​ພາ​ສີ ທີ່​ກໍ່​ຜົນ​ເສຍ​ຫາຍ​ໃຫ້​ແກ່ EU, ​ແຕ່​ໂອ​ຕະລິດ ​ແລະ ລຸກ​ຊຳ​ບວກ ​ແມ່ນ 2 ປະ​ເທດ ​ເດັດ​ດຽວ​ຄັດ​ຄ້ານຂໍ້​ສະ​ເໜີ​ນີ້. ອຽກລັງ ຊຶ່ງ​ແມ່ນ​ປະ​ເທດ​ພວມ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ໝູນວຽນ EU ພັດສະ​ແດງ​ຄວາມ​ລະມັດ ລະວັງ​ທີ່​ສຸດ ​ແລະ ຖື​ວ່າ EU ຄວນ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ບັນດາ​ປະ​ເທດ​ທີ 3 , ​ແນ​ໃສ່​ບີບ​ບ້ຽວ​ການ​ແກ່ງ​ແຍ້​ງ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນຫາ​ນີ້, ສຳລັບ​ບັນຫາ​​ພະລັງງານ, ບາງ​ປະ​ເທດ​ສະໜັບສະໜູນ​ການ​ພັດທະນາ​ພະລັງງານຖ່ານ​ຫີ​ນ ລວມມີ : ອັງກິດ, ຮຸ່ງ​ກາຣີ, ​ໂປ​ໂລ​ຍ, ຣູມາ​ນີ, ແອັດ​ສະ​ປາຍ, ​ແຕ່​ຄຽງ​ຂ້າງ​ນັ້ນ, ກໍ​ຍັງ​ມີ​ບາງ​ປະ​ເທດ​ຄັດ​ຄ້ານ​ຍ້ອນ​ເຫດຜົນ​ສິ່ງ​ແວດ​ລ້ອມ, ​ໃນ​ນັ້ນ​ມີ​ຝະລັ່ງ. ການ​​ແບ່ງ​ແຍກ​ນີ້ ​ໄດ້​ເຮັດ​ໃຫ້​ປະທານາທິບໍດີ ລິດ​ວາ Dalia Gribauskaite ຕ້ອງ​ກ່າວ​ຮຽກຮ້ອງ EU ​ໄປ​ສູ່​ຄວາມ​ເປັນ​ເອກະ​ພາບ​ດ້ານ​ຫຼັກໝັ້ນ.

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຍ້ອນ​ຄວາມ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ທາງ​ດ້ານ​ທັດສະນະ​ລະຫວ່າງ​ບັນດາ​ສະມາ​ຊິດ EU ນີ້​ເອງ ​ໄດ້​ເຮັດ​ໃຫ້​ແຜນການ​ໃນ​ເບື້ອງ​ຕົ້ນ​ຂອງ​ກຸ່ມ​ນີ້​ກ່ຽວ​ກັບ​ການ​ສ້າງ ຄວາມ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ແກ້​ໄຂ​ບັນຫາ​ລວມຖືກລົ້ມ​ລະລາຍ. ອະນາຄົດ​ສະ​ເພາະ​ໜ້າຂອງ​ເສດຖະກິດ​ເອີ​ລົບຍັງ​ຄົງ​ມືດ​ມົວ, ນັ້ນ​ແມ່ນ​ສິ່ງ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ໄວ້. ເສດຖະກິດ​ EU ຍັງ​ບໍ່​ທັນ​ມີ​ສັນຍານ​ຟື້ນ​ຟູ​ເພື່ອ​ເຕີບ​ໂຕ ຍ້ອນ​ບັນດາ​ຮົ້ວ​ກີດຂວາງ​ທີ່​ກ່ຽວຂ້ອງ​ເຖິງ​ສິດຜົນປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ