ເສດຖະກິດໂລກຕໍ່ໜ້າສະພາບລາຄານຳ້ມັນຫຼຸດລົງ


(vovworld) - ເປັນ​ຄັ້ງ​ທຳ​ອິດ​ໃນ 5 ກວ່າ​ປີຜ່ານມາ, ລາຄາ​ນຳ້ມັນ​ດິບ​ໃນ​ຕະຫຼາດ​ໂລກ​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 60 USD/ຖັງ, ​ເທົ່າ​ກັບ 50% ​ເມື່ອ​ທຽບ​ໃສ່​ກ່ອນ​ນັ້ນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ສະພາບ​ການ​ດັ່ງກ່າວ​ບໍ່​ທັນ​ມີ​ສັນຍານ​ຢຸດຕິ​ລົງ​ເທື່ອ. ​ເລື່ອງ​ລາຄາ​ນຳ້ມັນ​ຫຼຸດ​ລົງ​ໃນ​ຊຸມ​ວັນ​ທ້າຍ​ປີ 2014, ​ເຖິງ​ວ່າ​ໄດ້​ມີ​ການ​ກະທົບຢ່າງ​ຕັ້ງໜ້າ​ເຖິງ​ເສດຖະກິດ​ໂລກ​ຢ່າງ​ແນ່ນອນ​ກໍ່ຕາມ, ​ແຕ່​ກໍ່​ຊ້ອນ​ແຝງ​ຄວາມ​ສ່ຽງ​ບໍ່​ແມ່ນ​ໜ້ອຍ.

ເສດຖະກິດໂລກຕໍ່ໜ້າສະພາບລາຄານຳ້ມັນຫຼຸດລົງ - ảnh 1

(ພາບປະກອບ)

        ນ້ຳມັນ​ເຊື້ອ​ໄຟ ​ແລະ ອາຍ​ແກ​ສ ຍາມ​ໃດ​ກໍ່​ແມ່ນ​ສິນຄ້າ​ຍຸດ​ທະ​ສາດ. ລາຄາ​ສິນຄ້າ​ປະ​ເພດ​ນີ້​ຖືກ​ຫຼຸດ​ລົງ​ຢ່າງ​ໄວ​ນັ້ນ​, ໄດ້​ກະທົບ​ຢ່າງ​ແຮງ​ເຖິງ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ຖືກ​ຜົນ​ເສຍ​ຫາຍ ​ແລະ ບັນດາ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

​        ສາຍ​ເຫດ

        ຕະຫຼາດ​ນຳ້ມັນ​ບໍ່​ໂລກ​ໄດ້​ຫຼຸດ​ລົງ​ຢ່າງ​ແຮງ ພາຍຫຼັງ​ການ​ປະຊຸມ​ຂອງ​ອົງການ​ບັນດາ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ​ບໍ່ (OPEC), ​ເຊິ່ງ​ແມ່ນ​ອົງການຄວບ​ຄຸມ​ຕະຫຼາດ​ນຳ້ມັນ​ໂລກ​​ເຖິງເກືອບ 40%, ​ໃນວັນ​ທີ 28/11, ຢູ່​ວຽນ. ທີ່​ການ​ປະຊຸມ​ນີ້ອົງການ OPEC ​ໄດ້​ຕົກລົງ​ຮັກສາ​ປະລິມານ​ການ​ຜະລິດ​ນຳ້ມັນ​ໄວ້​ຄື​ເກົ່າ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຂໍ້​ສະ​ເໜີ​ຂອງ​ບາງ​ປະ​ເທດ​ສະມາຊິກ​ທີ່​ຢາກ​ຫຼຸດຜ່ອນ​ປະລິມານ​ການ​ຜະລິດ​ນຳ້ມັນ ​ເພື່ອ​ສະກັດ​ກັ້ນ​ທ່າ​ຫຼຸດ​ລາຄາ​ນຳ້ມັນ​ດິບ​ໃນ​ຕະຫຼາດ​ໂລກ​ລົງ.

        ​ໃນ​ຂະນະ​ທີ່​ແຫຼ່ງສະໜອງ​ອາດ​ຈະ​ເຫຼືອ​ເຟື່ອນັ້ນ, ຄວາມ​ຕ້ອງການ​ໃຊ້​ສອຍ​ຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ພັດ​ຫຼຸດ​ລົງ, ອັນ​ໄດ້​ກະທົບ​ຢ່າງ​ແຮງ​​ເຖິງລາຄາ​ນຳ້ມັນ​ດິບ. ນອກ​ນັ້ນ, ​ສະພາບລາຄາ​ຖ່ານ​ຫີນ​ກໍ່​ຖືກຫຼຸດ​ລົງ​ຢ່າງ​ແຮງ​ຍ້ອນ​ປະລິມານ​ການ​ຂຸດ​ຄົ້ນ​ຢູ່​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ ​ແລະ ການ​ແກ່ງ​ແຍ້​ງຢ່າງ​ຂ້ຽວ​ຂາດ​ຈາກ​ຂົງ​ເຂດ​ອາຍ​ແກ​ສທຳ​ມະ​ຊາດ​ອີກ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ເລຂາທິການ​ໃຫຍ່ OPEC Abdalla Salem el Badri ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເມື່ອ​ປຽບທຽບລະຫວ່າງ​ການ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການນຳ້ມັນກໍ່​ເຫັນ​ວ່າ, ລະດັບ​ສະໜອງ​ນຳ້ມັນເພີ່ມ​ຂຶ້ນ​ບໍ່​ຫຼາຍ, ດັ່ງ​ນັ້ນບໍ່​ສາມາດ​ເຮັດ​ໃຫ້​ລາຄາ​ນຳ້ມັນ​ດິບ​ຫຼຸດ​ລົງ​ເຖິງ 50% ​ຄືໃນ​ປະຈຸ​ບັນ​ໄດ້. ຍ້ອນ​ເຫດ​ນັ້ນ, ສາຍ​ເຫດ​ບາງ​ເທື່ອ​ແມ່ນ​ການ​ກັກ​ຕຸ​ນ​​ໄດ້ເຮັດ​ໃຫ້​ລາຄາ​ນຳ້ມັນ​ເພີ່ມ​ຂຶ້ນ.

ການກະທົບຈາກສະພາບນ້ຳມັນຕົກລາຄາ

  ​ໃນ​ດ້ານ​ເສດຖະກິດ, ບັນດາປະ​ເທດ​ໄດ້​ຊົ​​ມ​ໃຊ້​ຫຼາຍ​ກ່ວາ​ໝູ່​ແມ່ນ​ບັນດາ​ປະ​ເທດ​ຕ້ອງ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ ​ແລະ ອາຍ​ແກ​ດຈາກ​ພາຍ​ນອກ. ລາຄາ​ນ້ຳມັນ​ຫລຸດ​ລົງໃນ​ປີ 2014 ມີ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ໃຫ້​ແກ່​ບັນດາ​ປະ​ເທດ​​ນຳ​ເຂົ້ານ້ຳມັນຫຼາຍ​ຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຊ່ວຍ​ເສດຖະກິດ​ໂລກ​​ເພີ່ມ​ລະດັບ​ເຕີບ​ໂຕ​ຕື່ມ​ອີກ 0,5%.

   ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຊຸມ​ມື້​ຫລຸ​ດລາຄາ​ຂອງ​ປະ​ເພດ​ສິນຄ້າ​ຍຸດ​ທະ​ສາດ​ນີ້​ຖືກ​ແກ່ຍາວ ​ໄດ້​ກໍ່​ໃຫ້​ເກີດ​ການກະທົບທີ່​ຫຍໍ້​ທໍ້​ເຖິງ​ຫຼາຍ​ພື້ນຖານ​ເສດຖະກິດ​ໃນ​ໂລກ. ຕາມ​ການ​ຄິດ​ໄລ່​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF), ລັດ​ເຊຍ ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ສະທ້ອນຫຼາຍກ່ວາ​ໝູ່​​ໃນຂະນະທີ່​ປະຈຸ​ບັນນ້ຳມັນ​ກວມ​ເກືອບ 80% ມູນ​ຄ່າ​ສົ່ງ​ອອກ​ຂອງ​ລັດ​ເຊຍ ​ແລະ ປະກອບສ່ວນ​ປະມານ 50% ງົບປະມານ​ຂອງ​ລັດ​ເຊຍ.

  ຖັດມາ​ແມ່ນ ອີຣານ, ປະ​ເທດ​ອິດ​ຊະລາ​ມນີ້​ມີ​ແຕ່​ສ້າງ​ຄວາມດຸນ​ດ່ຽງ​ງົບປະມານ​ໄດ້​​ເມື່ອ​ລາຄາ​ນ້ຳມັນ​ຮັກສາ​ໃນ​ລະດັບ 136 USD/ຖັງ​ເທົ່າ​ນັ້ນ. ສ່ວນ​ເວ​ເນ​ຊູ​ເອລາ ​ແລະ ນີ​ເຊ​ເຣຍ ກໍ່​ສາມາດ​ສ້າງ​ຄວາມດຸນ​ດ່ຽງ​ງົບປະມານ​ແຫ່ງ​ລັດ​ໄດ້​​​ເມື່ອ​ຮັກສາ​ລາຄານ້ຳມັນ​ໃນ​ລະດັບ 120 USD/ຖັງ.

   ລາຄາ​ນ້ຳມັນ​ຫລຸດ​ລົງ​ແຮງ​ຍັງ​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ, ປະ​ເທດ​ຕ່າງໆ​ຄົ້ນພົບ​ບໍ່​ນ້ຳມັນ​ອາຍ​ແກ​ດ​ໃໝ່​ມີ​ຄວາມ​ລັ່ງ​ເລ​ໃຈ. ​ເຂົາ​ເຈົ້າບໍ່​ຢາກ​ລົງທຶນ​ຕໍ່​ເຂົ້າບັນດາ​ບໍ່​ນ​້ຳມັນ​ໃໝ່​ຍ້ອນ​ບໍ່​ມີ​ປະສິດທິ​ຜົນ. ຢູ່​ປະ​ເທດ​ອາ​ເມ​ລິ​ກາ, ບັນດາ​ບໍລິສັດນ້ຳມັນ​ອາຍ​ແກ​ດ​ໄດ້​ຢຸດ​ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈະ​ນ້ຳມັນ 29 ຮ້ານ, ຊື່​ງ​ແມ່ນ​ຕົວ​ເລກ​ຫຼາຍ​ກ່ວາ​ໝູ່​ໃນ​ຮອບ​ເວລາ 2 ປີ​ຜ່ານ​ມາ. ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ​ ຍັງມີຮ້ານ​ເຈາະ​ນ້ຳມັນສຳ​ຫຼວດ1546 ຮ້ານພວມ​ເຄື​ອ່ນ​ໄຫວ​ເທົ່າ​ນັ້ນ,​ ໃນ​ເດືອນ 10 ​ແມ່ນ​ມີ 1609 ຮ້ານ​ເຄື່ອນ​ໄຫວ ​

  ​ໃນ​ຕະຫຼາດ​ຫຼັກ​ຊັບ, ທຸລະ​ກຳ​ຫຼັກ​ຊັບ​ອາ​ເມ​ລິ​ກາ ຫຼາຍ​ຄັ້ງຕົກ​ຢູ່​ໃນ​ສັນຍານ​ແດງຍ້ອນ​ລາຄາ​ນ້ຳມັນ​ດິບ​ໃນ​ຕະຫຼາດ​ໂລກ​ຫລຸດ​ລົງ​ຢ່າງ​ວ່ອງ​ໄວໃນ​ກ່ວາ 2 ສັບປະດາ​ຜ່ານ​ມາ. ດັດຊະນີ​ອຸດສາຫະກຳ Dow Jones ຂອງ 30 ກຸ່ມ​ບໍລິສັດວິ​ສາ​ຫະກິດ​ໃຫ່ຍ ​ໄດ້​ຫລຸດ​ລົງ​ສະ​ເລ່ຍ 204 ຄະ​ແນນ ​ເທົ່າ​ກັບ 1,2% ລົງ​ເຫຼືອ​ພຽງ 17.391 ຄະ​ແນນ. ນັບ​ແຕ່​ຕົ້ນ​ເດືອນ 12 ມາ​ຮອດ​ປະຈຸ​ບັນ, ດັດຊະນີ Standard & Poor 500 ​ໄດ້​ຕົກ​ລາຄາ​ເຖິງ 4,9%. ບັນດາ​ດັດຊະນີ​ໃຫ່ຍຂອງ​ເອີ​ລົບ​ກໍ່​ຖືກ​ກະທົບ​ຢ່າງ​ແຮງ.

ຄາດ​​ຄະ​ເນລາ​ຄາ​ນ້ຳ​ມັນ​ດິບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

        ໃນ​ສະ​ພາບລາ​ຄາ​ນ້ຳ​ມັນ​ດິບ​ຍັງ​ບໍ່​ທັນ​ມ​ີ​ສັນ​ຍາ​ຟື້ນ​ຟູ​ນັ້ນ ​ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ​ພັດສືບ​ຕໍ່​ມີການ​ຄາດ​ຄະ​ເນ​ທີ່ບໍ່​ປະ​ເອີ​ບ​ໃຈ​ອີກ. ​ໂດຍລະ​ອຽດ​​ແມ່ນ, ຕາມ IEA ແລ້ວ, ຄວາມ​ຕ້ອ​ງ​ການ​ນຳ​ໃຊ້​ນ້ຳ​ມັນ​ດິບ​ຂອງ​ທົ່​ວ​ໂລ​ກ​ໃນ​ປີ 2015 ອາດ​ຈະ​ຫລຸດ​ລົງ​​ຈາກ 230.000 ຫາ 900.000 ຖັງ/ວັນ. OPEC ກໍ່ຍອມ​ຮັບ​​ວ່າ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ດິບ​ສະ​ເລ່ຍ​ຂອງ​ປີ 2015 ຈະ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ນັບ​ແຕ່​ປີ 2004 ດ​້ວຍ​ຈຳ​ນວນ 28,15 ລ້ານ​ຖັງ/ວັນ.

        ນັກ​ຊ່ຽວ​ຊານ​ບາງ​ທ່ານ​ຄາດ​ຄະ​ເນ​ວ່າ, ຖ້າ​ຫາກ OPEC ບໍ່​ມີ​ການ​​ເຂົ້າ​ຮ່ວມ​ໂດຍ​ໄວ, ​ເພື່ອຫລຸດ​ຜ່ອນ​ປະ​ລິ​ມານ​​ນ້ຳ​ມັນຂຸດ​ຄົ້ນ​ໃນ​ແຕ່​ລະ​​ວັນ​ລົງ, ລາ​ຄານ້ຳ​ມັນ​ດິບ, ອາດ​ຈະ​ຫລຸດ​ລົງ​​ລະ​ດັບແຕ່ 50 – 55 USD/ຖັງ, ຊ້ຳ​ບໍ່​ໜຳແມ່ນ 40 USD/ຖັງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ຖະ​ແຫຼງ​ການ​ຫຼ້າ​ສຸດ​ເມື່ອ​ວັນ​ທີ 15/12, ອົງ​ການ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ​ບໍ່​ ຢັ້ງ​ຢືນ​ຈະ​ບໍ່​ຫລຸດ​ຜ່ອນ​ປະ​ລິ​ມານ​ນ້ຳ​ມັນ​ຂຸດ​ຄົ້ນ​ລົງ ຫຼື ຈັດ​ກອງ​ປະ​ຊຸມ​ດ່ວນ.

        ຕໍ່​ໜ້າ​ການ​ຜັນ​ແປ​​ຢ່າງ​ສັບ​ສົນ​ຂອງ​ລາ​ຄາ​ນ້ຳ​ມັນນັ້ນ, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ຮັບ​ມື​ເພື່ອ​ຮັບ​ປະ​ກ​ັນ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ການ​ເຕີບ​ໂຕ​ໃຫ້​ສຳ​ເລັດ​. ​ຕາມນັ້ນ​ແລ້ວ, ຫວຽດ​ນາມ ຈະເພີ່​ມ​ທະ​ວີ​ການ​ສະ​ສົມ​ນ້ຳ​ມັນ​ດິບ ພ້ອ​ມ​ທັງ​ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ​ເພື່ອ​ດັດ​ປັບ​ແຜນ​ການ​ຂຸດ​ຄົ້ນ​ນ້ຳ​ມັນ.

        ເລື່ອງ​ລາ​ຄາ​ນ້ຳ​ມັນ​ຖືກ​ຫລຸດ​ລົງ​ພາຍຫຼັງຫຼາຍ​ປີ​​ທີ່ຮັກ​ສາ​ລາ​ຄາ​ເປັນ​ປົກ​ກະ​ຕິ​ນັ້ນ ແມ່ນ​ທັງ​ມີ​ຄວາມ​ຕັ້ງ​ໜ້າ ແລະ ​ທັງ​ມີ​​ຄວາມຫຍໍ້​ທໍ້​ສຳ​ລັບ​ເສດ​ຖະ​ກິດ​ຂອງຫຼາຍ​ປະ​ເທດ. ​ໃນ​ໄລ​ຍະ​ຍາວ, ບັນ​ດາ​ການ​ຜັນ​ແປ​ຂອງ​ລາ​ຄາ​ນ້ຳ​ມັນ​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຕ້ອງ​ມີ​ໄຫວ​ພິບ, ສະ​ກັດ​ກັ້​ນ​ສິ່ງ​ທີ່ບໍ່​ມີ​ປະ​ໂຫຍດ​ເມື່ອ​ລາ​ຄາ​ປະ​ເພດ​ສິນ​ຄ້ານີ້​ຖືກ​ຫລຸດ​​ລົງ​ຢ່າງ​ໄວ./.

 

ຕອບກັບ

ຂ່າວ/ບົດ​ອື່ນ