ເສີມຂະຫຍາຍກຳລັງແຮງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດໃນການພັດທະນາປະເທດຊາດໄລຍະໃຫມ່

vovworld)- ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ໄລ​ຍະ​ຜ່ານ​ມາ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກວ່າ 4,5 ລ້າ​ນ​ຄົນ ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ​ຮ່ຳ​ຮຽນ ຢູ່ 109 ປະ​ເທດ ແລະ ເຂດ​ແຄ້ວນໃນ​ໂລກ ນັບ​ມື້​ນັບ​ສາ​ມັກ​ຄີ, ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ທີ່​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ສ້າງ​ຊື່​ສຽງ​ຮຽງ​ນາມ​ໃຫ້​ຊາດ​ຫວຽດ​ນາມ. ໃນ​ໄລ​ຍະ​ໃຫມ່, ພໍ່​ແມ່​ປະ​ຊາ​ຊົນ​ສືບ​ຕໍ່​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ມີ​ການ​ປະ​ກອບ​ສ່ວນ​ອັນ​ແທດ​ຈິງຫລາຍ​ຢ່າງໃຫ້​ແກ່​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ, ສູ້​ຊົນ​ພ້ອມ​ກັບ​ປະ​ຊາ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ​ປະ​ຕິ​ບັດ​ສຳ​ເລັດ​ຈຸ​ດ​ໝາຍ​ສ້າງ​ປະ​ເທດ​ຫວຽດ​ນາມ ​ໃຫ້ຮັ່ງ​ມີ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.
ເສີມຂະຫຍາຍກຳລັງແຮງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດໃນການພັດທະນາປະເທດຊາດໄລຍະໃຫມ່ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພົບ​ປະ​ກັບ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່
ຕ່າງ​ປະ​ເທດ

        ພ້ອມ​ກັບ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ໃນ​ຊຸ​ມ​ປີ​ຜ່ານ​ມາ, ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ສຳ​ລັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເຊື່ອມ​ໂຍງ, ພັດ​ທະ​ນາ​ຢ່າງ​ແຮງ. ບົດ​ບາດ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ປະ​ຈຸ​ບັນ ອີກ​ຄັ້ງ​ຫນຶ່ງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ ຫວ່າງ​ແລ້ວນີ້, ໃນ​ນັ້ນ ສືບ​ຕໍ່​ຊີ້​ແຈ້ງ: ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ ພາກ​ສ່ວນ​ຫນຶ່ງ​ທີ່ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດ​ນາມ​ໄດ້. ພັກ, ລັດ ຫວຽດ​ນາມ ປາດ​ຖະ​ຫນາວ່າ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​​ເປັນ​ຂົວ​ເຊື່ອມ​ຕໍ່, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງກວ່າ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ໃຫມ່.

ສຸດ​ຈິດ​ສຸດ​ໃຈ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນ

        ລະ​ດູ​ບານ​ໃຫມ່​ປີນີ້, ພ້ອມ​ກັບ​ຄວາມ​ເບິກ​ບານ​ມ່ວນ​ຊື່ນ​ຂອງ​ປະ​ຊາ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ​ຂ່ຳ​ນັບ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ຊາ​ວຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ຫລາຍ​ຄົນ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ. ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ໄດ້​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ລະ​ດູ​ບານ​ໃຫມ່, ປະ​ເທດ​ຊາດ ຈະ​ມີ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ. ທີ່​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ເນື່ອງ​ໃນ​ໂອ​ກາດ​ກັບ​ຄືນ​​ມາບ້ານ​ເກີດ​ເມືອງນອນ​ເພື່ອ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ທ່ານ ຮ່​ວາງ​ແມ້ງ​ເຮວ, ປະ​ທານ ສ​ະ​ຫະ​ພັນ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ເອີ​ລົບ, ຕາງ​ຫນ້າ​ໃຫ້​ຄະ​ນະ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ລາຍ​ການ “ລະ​ດູ​ບານ​ໃຫມ່​ແຫ່ງ​ບ້ານ​ເກີດ​ເມື​ອງນອນ”ປີ 2016 ໄດ້​ເວົ້າ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຫວ່າງ​ແລ້ວນີ້, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພັກ, ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ​ເຮົາ ໄດ້​ຕັດ​ສິນ​ໃຈ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃຫມ່​ເພື່ອ​ໃຫ້​ປະ​ເທດ​ຊາດ​ມີ​ສະ​ຖຽນ​ລະ​ພາບ ແລະ ນັບ​ມື້​ນັບ​ພັດ​ທະ​ນາ ແລະ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງ. ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ໃຫ້​ພັກ, ລັດ ເອົາ​ໃຈ​ໃສ່ ແລະ ສະ​ຫງ​ວນ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພໍ່​ແມ່ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ສ້າງ​ສາ​ປະ​ເທດ​ຊາດ​.”

        ຕີ​ລາ​ຄາ​ສູງ​ຕໍ່​ເລື່ອງ​ພັກ, ລັດ​ຖະ​ບານ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ດຳ​ລົງ​ຊ​ີ​ວິດ​ເປັນ​ປົກ​ກະ​ຕິ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ປະ​ຈຳ​ຖິ່ນ, ຊ່ວຍ​ເຫລືອ​ພໍ່​ແມ່​ປະ​ຊາ​ຊົນ​ເພີ່ມ​ທະ​ວີ​ຄວາມ​ສະ​ຫນິດຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ. ພິ​ເສດ ກັບ​ຄື​ນ​ຢ້ຽມ​ຢາມ​ປະ​ເທດ​ໃນ​ຄັ້ງ​ນີ້, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຕີ​ລ​າ​ຄາ​ສູງ​ການ​ຮັບ​ຮູ້​ບົດ​ບາດ​ຂອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ນາງ ຟານ​ບີກ​ທ້ຽນ, ປະ​ທານກອງ​ທຶນ​ເພື່ອ​ການ​ພົວ​ພັນ​ລະ​ຫວ່າງ ຮຸງ​ກາ​ຣີ ແລະ ຫວຽດ​ນາມ ຖື​ວ່າ:

        “ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຍັງ​ຄົງ​ສືບ​ຕໍ່​ຖື ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ພາກ​ສ່ວນ​ຫນຶ່ງບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດ​ນາມ​ໄດ້. ນີ້​ແມ່ນ​ສິ່ງ​ທີ່​ສົ່ງ​ເສີມ​ພວກ​ຂ້າ​ພະ​ເຈົ້າ. ຄຽງ​ຄູ່​ກັບ​ການ​ຮຽກ​ຮ້ອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ, ພັກ ແລະ ລັດ ກໍ​ໄດ້​ມີ​ການ​ຫນູນ​ຊ່ວຍ, ປົກ​ປ້ອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເມື່ອ​ມີ​ຄວາມ​ຈຳ​ເປັນ. ນີ້​ແມ່ນ​ຈີນ​ຕະ​ນາ​ການ​ອັນ​ຖືກ​ຕ້ອງ ເມື່ອ​ການ​ພົວ​ພັນ​ລະ​ຫວ່າງ ພັກ, ລັດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຮ​ັບ​ການ​ສ້າງ​ຂຶ້ນ​ບົນ​ຈີນ​ຕະ​ນາ​ການນີ້ ຈະ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ຄົງ, ຍ​ິ່ງ​ດຶງ​ດູດ​ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕິດ​ພັນ​ກັບ​ປະ​ເທດ​ຊາດກວ່າ.”

        ຄາດ​ວ່າ ປະ​ຈຸ​ບັນ ມີ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກວ່າ 4,5 ລ້ານ​ຄົນ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ໃນ​ຊຸມ​ປີ​ຜ່ານ​ມາ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ສ​າ​ມັກ​ຄີ, ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ຊີ​ວິດ​ເປັນ​ປົກ​ກະ​ຕິ ແລະ ນັບ​ມື້​ນັບ​ຢືນ​ຢັນ​ບົດ​ບາດ ແລະ ອິດ​ທ​ິ​ພົນ​ຊື່​ສຽງ​ໃນ​ສັງ​ຄົມ​ຂອງ​ປ​ະ​ເທດ​ປະ​ຈຳ​ຖິ່ນ. ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ອ່​ວາຍ​ຫນ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ຮ່ວມ​ແຮງ​ຮ່ວ​ມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ ແບ່ງ​ປັນ​ຫລາຍ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ໃນ​ໄລ​ຍະ​ໃຫມ່, ປະ​ເທດ​ຊາດ​ຍັງ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ໄດ້​ວາງ​ອອກ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ສີ​ວິ​ໄລ, ປັດ​ໄຈ​ຫລັກ​ແຫລ່ງ ແມ່ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງກ​ານ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ສິ່ງ​ດັ່ງ​ກ່າວ  ​ແມ່ນ​ຄຳ​ຢືນ​ຢັນຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງໃນ​ການພົບ​ປະ​ກັບ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ດີ​ເດັ່ນ​ໃນ​ວັນ​ທີ 30/1 ຜ່ານ​ມາ.

        “ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ​ໄດ້​ປະ​ກອບ​ຄຳ​ເຫັນ​ຫລາຍ​ຢ່າງ​ຕໍ່ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ເອ​ກະ​ສານນັ້ນ ໄດ້​ຢັ້ງ​ຢືນ​ບັນ​ຫາ​ຫລັກ​ແຫລ່ງ, ພື້ນ​ຖານ ນັ້ນ​ແມ່ນ​ຕ້ອງ​ປ່ຽນ​ໃຫມ່, ຕ້ອງ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ຕ້ອງ​ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດ​​ເຫນືອກວ່າ​ສິ່ງ​ໃດ​ໝົດ. ຢາກ​ປະ​ຕິ​ບັດ​ໄດ້​ຄື​ແນວນັ້ນ ພັກ​ຕ້ອງ​ໝັ້ນ​ຄົງ​ເຂັ້ມ​ແຂງ, ລັດ ຕ້ອງ​ປອດ​ໃສ, ລະ​ບົບ​ການ​ເມືອງ​ຕ້ອງ​ທະ​ລຸ​ລ່ວງ, ຄົບ​ຊຸດ ແລະ ສິ່ງ​ສຳ​ຄັນ ແມ່ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ນີ້​ແມ່ນ​ແຫລ່ງ​ກຳ​ລັງ, ແມ່ນ​ກຳ​ລັງ​ຫນູນ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ແມ່ນ​ຈຸດ​ໝາຍ​ພວກ​ເຮົາ​ຕ້ອງ​ກໍ່​ສ້າງ.”

        ລະ​ດູ​ບານ​ໃຫມ່​ວຽນ​ມາ​ອີກວາ​ລະ​ຫນຶ່ງ, ກ້າວ​ເຂົ້າ​ສູ່​ລະ​ດູ​ບານ​ໃຫມ່, ພ້ອມ​ກັ​ບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ພໍ່​ແມ່​ປະ​ຊາ​ຊົນ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ຊາດ​ຈະ​ມ​ີ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ສວມ​ບົດ​ບາດ​ໃຫຍ່ກວ່​າ​ໃນ​ເວ​ທີ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ