ເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ

(VOVWORLD) - ວັນທີ 7 ພຶດສະພາ, ໄຊຊະນະ ດ້ຽນບຽນຝູ໋ ຄົບຮອບ 65 ປີ, ຊຶ່ງແມ່ນໄຊຊະນະດັງກ້ອງກັງວານໄປທົ່ວ 5 ທະວີບທົ່ວໂລກ. ເຖິງວ່າ 65 ປີໄດ້ຜ່ານພົ້ນໄປແລ້ວນັ້ນ ແຕ່ສຽງກ້ອງກັງວານ, ຄວາມໝາຍ ແລະ ບົດຮຽນປະຫວັດສາດຂອງໄຊຊະນະນັ້ນ ຍັງຄົງດັງກ້ອງກັງວານໄປຕະຫລອດ, ແມ່ນກຳລັງໜູນ ແລະ ຕໍ່ກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ບົນເສັ້ນທາງປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ  ສັງຄົມນິຍົມ. 

ເນື່ອງໃນໂອກາດນີ້, ນັກຂ່າວ VOV ໄດ້ຄັດສະເໜີແນະນຳບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່ຽວກັບການເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1 ພາບປະກອບ / TTXVN

        ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພາຍຫລັງຍົກອອກລັກສະນະຖືກຕ້ອງເມື່ອຕັດສິນເປີດບັ້ນຮົບ ດ້ຽນບຽນຝູ໋ ໃນຕົ້ນເດືອນ ທັນວາ 1953 ຂອງກົມການເມືອງ, ຢັ້ງຢືນຄວາມໝາຍອັນໃຫຍ່ຫລວງຂອງໄຊຊະນະ ດ້ຽນບຽນຝູ໋, ໄດ້ຍົກອອກ 4 ການກຳນົດທິດຕົ້ນຕໍ ເພື່ອສ້າງພື້ນຖານໝັ້ນຄົງ, ນຳປະເທດຊາດພັດທະນາໃນຊຸມປີຕໍ່ໄປຢ່າງວ່ອງໄວ ແລະ ຍືນຍົງກ່ວາ.

ໄຊຊະນະຂອງລັດທິຮັກຊາດ

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລ້ວ, ໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ເຊິ່ງຈຸດສູງສຸດແມ່ນບັ້ນຮົບ ດ້ຽນບຽນຝູ໋ ແມ່ນໄຊຊະນະຂອງລັດທິຮັກຊາດ, ເຈດຈຳນົງບໍ່ຍອມຈຳນົນ, ພິລະອາດຫານຂອງຊາດ ຫວຽດນາມ. ນີ້ແມ່ນໄຊຊະນະຂອງແນວທາງສົງຄາມປະຊາຊົນທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກ, ຂອງກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ພ້ອມທັງແມ່ນໄຊຊະນະຂອງນ້ຳໃຈສາມັກຄີໃນການສູ້ຮົບທີ່ຈົ່ງຮັກພັກດີຂອງກອງທັບ ແລະ ປະຊາຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ແລະ ການສະໜັບສະໜູນ, ການຊ່ວຍເຫຼືອຂອງເພື່ອນມິດສາກົນ.

        ໄຊຊະນະນີ້ເຮັດໃຫ້ກະຈ່າງແຈ້ງກ່ຽວກັບສັດຈະກຳທີ່ວ່າ: ປະເທດນ້ອຍ, ເສດຖະກິດພັດທະນາຢ່າງຊັກຊ້າ, ຖ້າຫາກມີພັກ ມາກຊິດ ອັນເປັນທຳຊີ້ນຳນຳພາ, ມີແນວທາງການເມືອງ, ການທະຫານຖືກຕ້ອງ, ເສີມຂະຫຍາຍໄດ້ກຳລັງແຮງທົ່ວປວງຊົນທັງຊາດ, ໄດ້ຮັບຄວາມເຫັນດີເຫັນພ້ອມສະໜັບສະໜູນຈາກປະຊາຊົນໃນໂລກ, ແນ່ນອນວ່າ ຈະຕີປະລາໄຊທຸກສົງຄາມເຂົ້າມາຮຸກຮານຂອງພວກສັດຕູ, ເຖິງວ່າສັດຕູນັ້ນ ຈະມີກຳລັງແຮງກ່ວາຫລາຍເທົ່າ.

        ຈິດໃຈຂອງໄຊຊະນະອັນຍິ່ງໃຫຍ່ນີ້ ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສືບທອດກັນມາ, ເສີມຂະຫຍາຍກຳລັງແຮງໃນການຕໍ່ສູ້ຕ້ານ ອາເມລິກາ,  ກູ້ຊາດ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສ້າງຜົນງານອັນໃຫຍ່ຫລວງຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ, ລັດທິສັງຄົມນິຍົມ

ບົນຈິດໃຈຂອງໄຊຊະນະ ດ້ຽນບຽນຝູ໋, ນາຍົກລັດຖະມົນຕີໄດ້ຍົກອອກ 4 ການກຳນົດທິດ ເພື່ອສ້າງພື້ນຖານນຳປະເທດຊາດພັດທະນາຢ່າງວ່ອງໄວ, ໝັ້ນຄົງໃນໄລຍະຈະມາເຖິງ. ການກຳນົດທິດທຳອິດ ເຊິ່ງນາຍົກລັດຖະມົນຕີເຕື້ອງເຖິງແມ່ນ ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊໃນສະພາບການໃໝ່. ຕາມນາຍົກລັດຖະມົນຕີແລ້ວ, ຕໍ່ໜ້າສະພາບການໂລກ, ພາກພື້ນພວມມີການຜັນແປຢ່າງສັບສົນ, ບັນດາກຳລັງເປັນປໍລະປັກ, ປະຕິການຍູ້ແຮງການຕ້ານ ແລະ ທຳລາຍການປະຕິວັດ ຫວຽດນາມ ນັ້ນ, ໄດ້ຮຽກຮ້ອງໃຫ້ ຫວຽດນາມ ນັບມື້ນັບຕ້ອງຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ຢຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກຢ່າງເດັດຂາດ.

ຫວຽດນາມ ຄວນສືບຕໍ່ຊາບຊຶມ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ, ຄົບຊຸດຂອງພັກຢ່າງເຂັ້ມງວດ, ມີປະສິດທິຜົນ; ຖືການພັດທະນາເສດຖະກິດແມ່ນໜ້າທີ່ຈຸດສຸມ; ກໍ່ສ້າງພັກເປັນໄລກອນ; ພັດທະນາວັດທະນະທຳເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ; ຮ່ວມສຳພັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ, ສັງຄົມກັບການເພີ່ມທະວີດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ການພົວພັນຕ່າງປະເທດ.

ໃນວິວັດແຫ່ງການປະຕິບັດ, ນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງຢຶດໝັ້ນບັນດາເປົ້າໝາຍ, ຫຼັກການຍຸດທະສາດ; ມີຄວາມໄຫວພິບ, ນິ້ມນວນອ່ອນໂຍນກ່ຽວກັບລັດຖະນະໂຍບາຍ; ເດັດດ່ຽວ, ຢືດໝັ້ນຕໍ່ສູ້, ຖືການປົກປັກຮັກສາເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ, ເປັນເປົ້າໝາຍສູງສຸດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ຍືນຍົງ ເພື່ອສ້າງສາ, ພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງວ່າ ສືບຕໍ່ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງທັງລະບົບການເມືອງ, ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປຸກລຸກຄວາມຄາດຫວັງບືນຕົວຂຶ້ນຂອງປະເທດຊາດ ຫວຽດນາມ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທັງຮີບດ່ວນ, ທັງມີລັກສະນະຍຸດທະສາດຍາວນານສຳລັບການປະຕິວັດ ຫວຽດນາມ.

ຕາມນາຍົກລັດຖະມົນຕີແລ້ວ, ໃນໄລຍະໃໝ່, ຕ້ອງປະຕິບັດແນວທາງການ ຕ່າງປະເທດຂອງພັກກັບທິດນຳຢ່າງສະເໜີຕົ້ນສະເໝີປາຍ: ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫັນເປັນຫລາຍຝ່າຍ, ຫັນເປັນຫລາຍຮູບຫລາຍແບບ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ມຸ່ງໄປເຖິງການຍູ້ແຮງ, ຍົກລະດັບການພົວພັນຕ່າງປະເທດຫລາຍຝ່າຍ ແລະ ສອງຝ່າຍ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຜ່ານນັ້ນ, ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງປະຊາຄົມສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ເງື່ອນໄຂສະດວກເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ຄຽງຄູ່ກັນນັ້ນ ແມ່ນສຸມໃສ່ສ້າງລັດຖະບານ ແລະ ລະບົບການບໍລິຫານລັດສັດຊື່ບໍລິສຸດ, ມີຫົວຄິດປະດິດສ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ ແລະ ວິວັດການເຊື່ອມໂຍງເຂົ້າກັບສາກົນ; ສ້າງທຸກຄວາມສະດວກເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດປ່ຽນແປງໃໝ່, ປະດິດຄິດສ້າງ, ເລີ່ມຕົ້ນທຸລະກິດ, ຊຸກຍູ້ການຜະລິດດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ.

ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງນັບແຕ່ຫົວທີ

       ໃນສະພາບການສາກົນມີການຜັນແປສັບສົນຫລາຍຢ່າງ, ນາຍົກລັດຖະມົນຕີຖືວ່າ: ຫວຽດນາມ ຄວນສຸມໃສ່ສ້າງພື້ນຖານການປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ນັບມື້ນັບທັນສະໄໝ. ໃນນັ້ນ, ຖືເປັນສຳຄັນການສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນທີ່ຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນໃຫ້ໝັ້ນຄົງ, ເປັນຕົ້ນແມ່ນບັນດາບໍລິເວນຍຸດທະສາດຈຸດສຸມ, ເຂດຊາຍແດນ, ທະເລໝູ່ເກາະ. ນີ້ແມ່ນໜ້າທີ່ສຳຄັນຕ້ອງປະຕິບັດ, ເປັນປະຈຳ, ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ, ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ. ຫວຽດນາມ ກໍ່ຄວນເປີດກ້ວາງ, ເພີ່ມທະວີການຮ່ວມມືສາກົນ ແລະ ການຕ່າງປະເທດກ່ຽວກັບດ້ານປ້ອງກັນຊາດ; ເພີ່ມທະວີການເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

ເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 2  ພາບປະກອບ / TTXVN

        ຕາມນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຄວນສືບຕໍ່ສຸມໃສ່ສ້າງກຳລັງປະກອບອາວຸດປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ຮັບປະກັນເປັນກຳລັງການເມືອງທີ່ໄວ້ເນື້ອເຊື່ອໃຈ, ກຳລັງຕໍ່ສູ້ທີ່ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະ ປະຊາຊົນຢ່າງແທ້ຈິງ. ສຸມໃສ່ຍົກສູງຄຸນນະພາບສັງລວມ, ກຳລັງແຮງສູ້ຮົບຂອງກອງທັບ; ໃຫ້ບຸລິມະສິດກໍ່ສ້າງບາງເຫຼົ່າທັບ, ເຫຼົ່າຮົບ ແລະ ກຳລັງເປັນທັນສະໄໝ.

        ມ້ວນທ້າຍບົດຂຽນ, ນາຍົກລັດຖະມົນຕີຢັ້ງຢືນວ່າ ການສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ໋, ເສີມຂະຫຍາຍມູນເຊື້ອຮັກຊາດ, ມີຈິດໃຈເອກອ້າງທະນົງໃຈຕໍ່ປະເທດຊາດ, ມີເຈດຈຳນົງຕັດສິນໃຈສູ້ຮົບ, ຄວນຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດນັ້ນ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ຮ່ວມແຮງຮ່ວມໃຈສູ້ຊົນປະຕິບັດພາລະກິດປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ