ເສີມ​ຂະຫຍາຍ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

​​ ເສີມ​ຂະຫຍາຍ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1

(ພາບ : TTXVN)

ວັນ​ທີ 18/11, ຊາວ​ຫວຽດນາມ​ກ່ວາ 86 ລ້ານ​ຄົນ ລວມມີ​ຊົນ​ເຜົ່າ​ຕ່າງໆ, ສາສະນິກກະ​ຊົນ, ບັນດາ​ຜູ້​ຊົ່ງຄຸນ​ວຸດ​ທິ, ນັກ​ປັນຍາ​ຊົນ ​ແລະ ​ຊາວ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງປະ​ເທດ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 81 ປີ ​ແຫ່ງ​ວັນ​ສ້າງຕັ້ງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ​ຫວຽດນາມ (18/11/1930-18/11/2011)-ປະຈຸ​ບັນ​ແມ່ນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ​ ປະຫວັດສາດ​ກ່ວາ 80 ປີຜ່ານມາຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ບັນດາ​ຜົນງານ​ອັນ​ໃຫ່ຍຫລວງ​ຂອງ​ຊາດ ​ແລະ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວປວງ​ຊົນ​ທັງ​ຊາດ ​ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ​ເສີມ​ຂະຫຍາຍ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ສ້າງສາ ​ແລະ​ປັກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

ຍ້ອນ​ມີ​ຄວາມສາມັກຄີ​ໃນ​ແນວ​ໂຮມ​ຫວຽດມິນ, ປຊຊ ຫວຽດນາມ​ໄດ້​ປະຕິບັດ​ການ​ປະຕິວັດ​ເດືອນ​ສິງຫາ​ສຳ​ເລັດ​ຜົນ, ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ. ຍ້ອນ​ມີ​ຄວາມ​ສາມັກຄີ​ກັນ​ໃນ​ແນວ​ໂຮມ​ທົ່ວ​ປະ​ເທດຫວຽດນາມ​, ປຊຊ ຫວຽດນາມ​ໄດ້​ທຳ​ການ​ຕໍ່ຕ້ານ ຍາດ​ໄດ້​ໄຊຊະນະ, ປົດ​ປ່ອຍ​ເຄີ່ງ​ປະ​ເທດ, ສ້າງສາ​ພາກ​ເໜືອ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ, ​ເປັນ​ແນວ​ຫລັງ​ໃຫ່ຍ​ໃຫ້​ແກ່​ແນວ​ໜ້າ​ຢູ່ໃຕ້ ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ. ຍ້ອນ​ມີ​ຄວາມສາມັກຄີ​ກັນ​ໃນ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ, ​ແນວ​ໂຮມ​ປົດ​ປ່ອຍ​ແຫ່ງ​ຊາດ​ພາກ​ໃຕ້​ຫວຽດນາມ ​ແລະ​ພັນທະ​ທຸກ​ກຳລັງ​ຂອງ​ຊາດ, ປະຊາທິປະ​ໄຕ ​ແລະ​ສັນຕິພາບ​ຫວຽດນາມ, ປຊຊ ຫວຽດນາມ​ໄດ້​ຕີ​ເອົາ​ຊະນະ​ສົງ​ຄາມ​ຮຸກ​ຮານ ​ແລະ​ລັດທິ​ລ່າ​ເມືອງ​ຂຶ້ນ​ໃໝ່, ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ຢ່າງ​ສີ້​ນ​ຊິງ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ….​ໃນ​ພາລະ​ກິດ​ສ້າງສາ ​ແລະ​ ປົກ​ປັກຣັກສາ​ປະ​ເທດ​ຊາດ, ຄວາມສາມັກຄີ​ໄດ້​ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ບັນລຸ​ຜົນງານ​ຫລາຍ​ຢ່າງ. ​ໃນ​ຊຸມ​ປີຜ່ານມາ, ​ໃນ​ຊາຍ​ຄາ​ລວມ​ແມ່ນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປຊຊ ທຸກ​ຊັ້ນວັນນະ ​ໄດ້​ສະໜັບສະ​ໜູນ ​ແລະ​ປະຕິບັດ ບັນດາ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ຂອງ​ພັດ ​ແລະ​ລັດດ້ວຍ​ບັນດາ​ໝາກຜົນ​ທີ່​ດີ, ຜ່ານ​ນັ້ນ ປະກອບສ່ວນ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ, ໝວດ​ມາດ​ຕະການ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ສະກັດ​ກັ້ນການ​ຊຸດ​ໂຊມ​ເສດຖະກິດ, ຮັກສາ​ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ຢູ່​ໃນ​ລະດັບເໝາະ​ສົມ, ​ເອົາ​ໃຈ​ໃສ່​ເບີ່​ງ​ແຍງ​ດ້ານ​ຊີວິດ​ສັງຄົມ​ຢ່າງ​ແທດ​ຈິງ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ ປຊຊ ຜູ້​ທຸກ​ຍາກ, ປຊຊ ​ເຂດ​ຫ່າງ​ໄກ​ສອກຫລີກ. ບັນດາ​ບັ້ນຂົນຂວາຍ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນ​ງ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄື: “ທົ່ວ​ປວງ​ຊົນ​ສາມັກຄີ​ກັນ ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”; “ວັນ​ເພື່ອ​ຄົນ​ທຸກ​ຍາກ”… ​ໄດ້​ແຜ່​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ​ໃນ 10 ປີຜ່ານມາ, ​ໄດ້​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ສາຍ​ໃຈ, ​ເຮືອນ​ມະຫາ​ສາມັກຄີ​ໃຫ້​ແກ່​ຄົນ​ທຸກ​ຍາກນັບ​ລ້ານ​ຫລັງ ​ແລະ​ ​ນັບ​​ແສນຄອບຄົວ​ໄດ້​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ດ້ວຍ​ແຫຼ່ງທຶນ​ອຸປະຖຳ​ຈາກ​ນ້ຳ​ໃຈ​ເມ​ຕາ​ຈິດ, ຄວາມ​ຮັກ​ແພງ​ຂອງ​ວົງ​ຄະນາ​ຍາດ. ທ່ານ​ນາງຮ່າ​ທິລຽນ, ຮອງ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຖື​ວ່າ:

ບັ້ນຂົນຂວາຍວັນ​ເພື່ອ​ຄົນ​ທຸກ​ຍາກ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ​ຈາກ ປຊຊ ທຸກ​ຊັ້ນຄົນ, ບັນດາ​ອົງການ​ຈັດຕັ້ງ, ໝູ່​ຄະນະ, ວິ​ສາ​ຫະກິດ, ນັບ​ທັງ ປຊຊ ຫວຽດນາມ​ອາມ​ໄສຢູ່​ຕ່າງ​ປະ​ເທດ ​ແລະ​ອົງການ​ຈັດຕັ້ງສາກົນ. ຈາກ​ແຫຼ່ງກຳລັງ​ສະໜັບສະໜູນ​ນີ້, ຄົນ​ທຸກ​ຍາກ​ໄດ້ຣັບການ​ໜູນ​ຊ່ວຍ​ດ້ານ​ເຮືອນ​ຢູ່, ປະກອບພາຫະນະ​ອະ​ປະກອນການ​ຜະລິດ, ລູກ​ຫລານ​ໄດ້​ໄປ​ຮ່ຳຮຽນ, ​ໄດ້​ກວດ, ປີ່​ນປົວ​ພະຍາດ ​ແລະ​ໄດ້​ຮັບຂອງ​ຂັວນ​ໃນ​ໂອກາດ​ວັນ​ບູນຕ່າງໆ ​ແລະ​​ໃນເວລາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໄພພິບັດ…

 
ບັນດາບັ້ນຂົນຂວາຍ​ພວມ​ນັບ​ມື້​ນັບ​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ປະຈຳ, ​ເປັນຄວາມ​ຮັບຜິດຊອບ​ຂອງ​ບັນດາ​ສ່ວນ​ບຸກຄົນ, ໝູ່​ຄະນະ. ບັນດາ​ວິ​ສາ​ຫະກິດ​ກໍ່​ມີ​ສະຕິ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ວາ​ອີກ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ທາງ​ສັງຄົມ​ຂອງ​ຕົນ, ​ໄດ້​ຕັ້ງໜ້າ​ເຣັດວຽກ​ງານ​ການ​ກຸສົນ, ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ສາຍ​ໃຈ ​ແລະ​ຊ່ວຍ​ເຫຼືອຄົນ​ທຸກ​ຍາກ. ທ່ານ​ນາງ ຫງວຽນ​ນາມ​ເຟືອງ, ຜູ້ອຳນວຍການ​ໃຫ່ຍບໍລິສັດຈຳກັດ​ພຽງ​ຜູ້​ດຽວ​ລານ​ແອ​ງ​ແຂວງ​ບ່າ​ເຮັ້ບຫວູງ​ເຕົ່າ​​ໄດ່​ແບ່ງປັນວ່າ:

ຂ້າພະ​ເຈົ້າ​​ແມ່ນຄົນ​ທຸກ​ຍາກ ​ແຕ່​ໄດ້​ດຳ​ເນີນ​ທຸລະ​ກິດ​ປະສົບ​ຜົນສຳ​ເລັດຄື​ປະຈຸ​ບັນ​ນີ້, ດັ່ງນັ້ນ, ຍາມ​ໃດ​ຂ້າພະ​ເຈົ້າກໍ່​ຄິດ​ວ່າ ​ເຮັດ​ວຽກ​ງານ​ໃດ​ກໍ່​ຕ້ອງມີ​ຈິນ້ຳໃຈ. ສຳລັບ​ຜູ້​ອອກ​ແຮງ​ງານ ຕ້ອງ​ເອົາ​ໃຈ​ໃສ່​ເບີ່​ງແຍງ​ໃຫ້​ເຂົາ​ເຈົ້າຢ່າງ​ພຽງ​ພໍ, ສຳລັບ​ສັງຄົມ​ແລ້ວ, ຕ້ອງຕັ້ງໜ້າຊ່ວຍ​ເຫຼືອຄົນ​ທຸກ​ຍາກ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ, ມີ​ເຮືອນ​ຢູ່, ຊ່ວຍ​ເຫຼືອນັກຮຽນ​ທຸກ​ຍາກ ​ເພື່ອ​ສາມາດ​ສືບ​ຕໍ່​ໄປ​ຮຽນ ​ແລະ​ຫນູນຊ່ວຍ​ຕາ​ແສງ​ທຸກ​ຍາກ​ຈຳນວນ​ໜື່ງ ​ໃນ​ການ​ກໍ່ສ້າງ​ເສັ້ນທາງ​ຄົມມະນາຄົມ​ຊົນນະບົດ….


ເມື່ອ​ເຂົ້າຮ່ວມວັນ​ບູນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ປີ 2011 ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ປະຈຸ​ບັນ​ນີ້, ການ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ໜ້າ​ທີ່​ສຳຄັນ ​ເພື່ອ​ນຳ​ປະ​ເທດຊາດ ​ຜ່ານ​ຜ່າ​ຄວາມ​ຫຍູ້​ງຍາກ, ສືບ​ຕໍ່​ພາລະກິດ​ປ່ຽນ​ແປງ​ໃໝ່. ການ​ເສີມ​ຂະຫຍາຍ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຍາມ​ໃດ​ກໍ່​ຕ້ອງ​ຕິດ​ພັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ເປີດ​ກ້ວາງ​ປະຊາທິປະ​ໄຕ ​ແລະຣັກສາ​ຂໍ້​ກຳນົດກົດ​ລະບຽບ​ໃນ​ຊີວິດ​ສັງຄົມ ​ໃນ​ທຸກໆ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ… ຢູ່​ທຸກໆ​ຂັ້ນ, ຂະ​ແໜງ​ການ. ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆຕ້ອງ​ເອົາ​​ໃຈ​ໃສ່​ເບີ່​ງ​ແຍງ​ເສີມ​ຂະຫຍາຍ ​ແລະຣັບປະກັນ​ສິດ​ປະຊາທິປະ​ໄຕ​ຂອງ ປຊຊ ຕາມ​ກົດໝາຍ, ສະກັດ​ກັ້ນ ​ແລະ​ລົງ​ໂທ​ດບັນດາ​ການລະ​ເມີດ​ສິດ​ປະຊາທິປະ​ໄຕ​ຂອງ ປຊຊ ​ແລະ​ແບ​ງ​ແຍກ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢ່າງ​ເຂັ້ມງວດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ຖື​ວ່າ:

​​ແນ່ນອນ​ວ່າ ບ່ອນ​ໃດ​ໄດ້ສ້າງ​ຂະ​ບວນການ​ສາມັກ​ຄີ​ກ້ວາງ​ຂວາງ ບ່ອນ​ນັ້ນຈຶ່ງ​ຈະ​ມີ​ອົງຄະ​ນະ​ພັກ​​ເຂັ້ມ​ແຂວງ, ອຳນາດ​ການ​ປົກຄອງ​ແຮງ ​ແລະ​ພິ​ເສດ​ແມ່ນ​ແນວ​ໂຮມປະ​ເທດ​ຊາດ ​ແລະ​ບັນດາ​ໝູ່​ຄະນະ​​ເຂັ້ມ​ແຂງ. ​ໂດຍ​ຜ່ານ​ຂະ​ບວນການ​ທົ່ວ​ປວງ​ຊົນ​ສາມັກຄີ​ກັນ, ຜ່ານ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ ສະຫຼອງວັນ​ບູນ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ພວກ​ເຣົາຈະ​ສາມາດ​ແກ້​ໄຂ​ໄດ້​ທຸກບັນຫາ, ອີງ​ບົນ​ກຳລັງ​ແຮງ​ຂອງ ປຊຊ ​ເປັນຕົ້ນ, ຜ່ານ​ນັ້ນຈະ​ເພີ່ມ​ທະວີ​ນ້ຳໃຈ​ສາມັກຄີ, ເຕົ້າ​ໂຮມ​ມະຫາຊົນ​ໄດ້”


ເພີ່ມ​ທະວີ ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ​ເປັນ​ປະຈຳ​ຂອງ​ພັກ, ລັດ​ຫວຽດນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ບັນດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ລະດົມ​ກຳລັງ​ໃຈ ປຊຊ ທຸກ​ຊັ້ນຄົນ ​ເພື່ອ​ປະຕິບັດ​ນ້ຳ​ໃຈ​ມະຫາ​ສາມັກຄີ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ດ້ານ​ພູມ​ປັນຍາ, ຈິດ​ໃຈ ​ແລະ​ວັດຖຸ​ຂອງ​ຊາວ​ຫວຽດນາມ ຕາມ​ແນວ​ຄິດ​ໂຮ່ຈິ​ມິນ, ສ້າງ​ກຳລັງ​ໜູນ​ໃໝ່ ​ເພື່ອ​ແຍູ້​ແຮງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ​ເຂົ້າສູ່​ລວງ​ເລິກ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ​ຈິດ​ໃຈ​ໃຫ້​ແກ່ ປຊຊ, ສ້າງ​ພື້ນຖານ​ເພື່ອ​ຮອດ​ປີ 2020 ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ທັນ​ສະ​ໄໝ​ໂດຍ​ພື້ນຖານ.

                                                                                                                        ​ແອ​ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ