ເສີມຂະຫຍາຍບົດບາດການຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ ເຂົ້າກັບສາກົນ

(vovworld)-ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ວຽກ​ງານ​ການ​ທູ​ກຂອງ​ຫວຽດນາມ​ໃນ​ຊຸມ​ປີຜ່ານມາ, ພິ​ເສດ​ໃນ​ປີ 2013 ​ມີ​ບົດບາດ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ປ​ະຊາ​ຊົນ. ບໍ່​ພຽງ​ແຕ່​ແມ່ນ​ຂົວ​​ເຊື່ອມຕໍ່, ​ເຮັດ​ແຈ້ງ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ຫວຽດນາມ​ເຖິງ​ເພື່ອນ​ມິດສາ​ກົນ, ຮັກສາ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຂອງ​ບັນດາ​ປະຊາ​ຊາດ, ອົງການ​ສາກົນ​ທີ່​ສະຫນັບສະຫນູນ​ຫວຽດນາມ​ເທົ່າ​ນັ້ນ, ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ຍັງ​ປະກອບສ່ວນ​ຫນູນ​ຊ່ວຍ​ບັນດາ​ຈຸດ​ໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ​​ເນື່ອງ​ໃນ​ໂອກາດ​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ຊື່​ງໄຂ​ຂຶ້ນໃນ​ວັນ​ທີ 30/12 ຢູ່​ຮ່າ​ໂນ້ຍ, ນັກ​ຂ່າວ ​ແອງຮ່ວຽນ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ເສີມ​ຂະຫຍາຍ​ບົດບາດ​ການ​ຕ່າງປະ​ເທດ​ປະຊາຊົນ​ໃນ​ໄລຍະ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ.

ເສີມຂະຫຍາຍບົດບາດການຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ    ເຂົ້າກັບສາກົນ - ảnh 1
ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ
photo:vietnamplus.vn

        ດ​້ວຍບົດບາດ​ແມ່ນ​ອົງການ​ການ​ເມືອງ​ສັງຄົມ​ຮັບຜິດ​ຊອບ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ, ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ໃນ​ຊຸມ​ປີຜ່ານມາ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ, ຕັ້ງຫນ້າ​ໃນ​ວຽກ​ງານ​ສ້າງສັນ​ຕິ​ພາບ, ສາມັກຄີ, ມິດຕະພາບ, ຮ່ວມ​ມື​​ປະ​ຊາ​ຊົນ. ວຽກ​ງານ​ຂົນຂວາຍ​ຊ່ວຍ​ເຫລືອ​ຈາກ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ຕ່າງປະ​ເທດ ​ແລະ ຂົນ​ຂວາ​ຍ, ຕໍ່ສູ້​ການເສ​ກສັນ​ປັ້ນ​ແຕ່ງກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ສະຫະພັນ​ດັ່ງກ່າວ, ຜ່ານ​ນັ້ນ ປະກອບສ່ວນ​ເຮັດ​ແຈ້ງ​ແນວທາງ, ​​ແຜນ​ນະ​ໂຍບາຍ​ຂອງ​ພັກ,ລັດ​ຫວຽດນາມ​ເຖິງ​ເພື່ອນ​ມິດສາ​ກົນ.

ສ້າງ​ທີ່​ຕັ້ງບົດບາດ ​ແລະ ກຳລັງ​ແຮງ​ໃຫ້​ແກ່​ປະ​ເທດ​ຊາດ

        ​ໃນ 5 ປີຜ່ານມາ, ​ໃນ​ບັນຫາ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ຕາມ​ການ​ສະຖິຕິ ​ ​ມີ​ກວ່າ 240 ຄະນະ ດ້ວຍ​ຜູ້​ແທນ​ກວ່າ 2.800 ​ເທື່ອ​ຄົນ​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ 3000 ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປ​ະ​ເທດ​ຢູ່​ກັບ​ທີ່ ​ແລະ ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​​ອົງການ​ຕ່າງປະ​ເທດ, ພາກ​ພື້ນ ​ແລະ​ສາກົນ​ກວ່າ 1000 ​ແຫ່ງ. ຕາມ​ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ແລ້ວ, ຜົນ​ປະ​ໂຫຍ​ດນຳ​ມາ​ໃຫ້​ປະ​ເທດ​ຊາດ​ຈາກ​ບັນດາ​ການ​ຢ້ຽມຢາມ​ດັ່ງກ່າວ ​ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ:

        “ການ​ພົບ​ປະນັບ​ພັນ​ຄັ້ງ​​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດນາມ​ກວ່າ. ຜ່ານ​ນັ້ນ ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ, ບັນດາ​ປະ​ເທດ​ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ມີ​ການ​ພົວພັນ​ສຳຄັນ​ກັບ​ຫວຽດນາມ ລ້ວນ​ແຕ່​ໄດ້​ຮັບ​ການ​ປັບປຸງ, ຍົກ​ລະດັບ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ສຸດ​ຂີດ, ສືບຕໍ່​ປັບປຸງ​ເຄືອ​ຂ່າຍ​ເພື່ອນ​ມິດສາ​ກົນ, ສາມັກຄີ, ສະຫນັບສະຫນູນ, ຊ່ວຍ​ເຫລືອ, ​ແບ່ງປັນ​ກັບ​ຫວຽດນາມ.”

        ​ໃນ​ຂະນະ​ທີ່​ໂລກ​ຫາ​ກໍ​ຜ່ານ​ຜ່າ​ວິ​ກິດ​ການ​ການ​ເງິນ, ​ເປັນ​ຕົ້ນ​ຫວຽດນາມ ພວມ​ມີ​ທີ່​ຕັ້ງ​ບົດບາດ​ແມ່ນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ການ​ຊ່ວຍ​ເຫລືອ​ຈາກ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໃຫ້​ແກ່​ຫວຽດນາມ ​ໃນ 5 ປີຜ່ານມາ ຍັງ​ຄົງ​ບັນລຸ​ຕົວ​ເລກ​ກວ່າ 1,4 ຕື້ USD. ​ ​ການ​ປ່ອຍ​ທຶນ​​ໃຫ້ຫລາຍ​ໂຄງການ​​ໄດ້​ຊ່ວຍ​ປ່ຽນ​ແປງ​ໂສ​ມຫນ້າ​ຂອງ​ຫລາຍ​ທ້ອງ​ຖິ່ນ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ຜ່າ​ນຫລາຍ​ໂຄງການ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ມີ​ເນື້ອ​ທີ່​ດິນນັບ​ພັນ​ເຮັກຕາ​ທີ່​ຖືກ​ມົນ​ລະ​ພິດ​ຈາກ​ລູກ​ລະ​ເບີດ​ບໍ່ທັນ​ແຕກ​ຫລັງ​ສົງຄາມ​ໄດ້​ຮັບ​ການ​ແກ້​ໄຂ​​ຢ່າງປອດ​ໄພ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ​ໃນ​ການ​​ດຳລົງ​ຊີວິດ ​ແລະ ການປູກ​ຝັງ. ທ່ານ ດົນ​ຕວນຟອງ, ຮອງ​ປະທານ​ສະຫະພັນ​ບັນ​ດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ 5 ປີຜ່ານມາ, ພວກ​ເຮົາ​ໄດ້​ຕ້ອນຮັບ​ເກືອບ 200 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ​ໃຫມ່​ມາ​ຫວຽດນາມ. ນີ້​ແມ່ນ​ຕົວ​ເລກ​ປະ​ທັບ​ໃຈ​ໃນ​ສະພາບ​ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ. ທາງ​​ດ້ານ​ມູນ​ຄ່າ​ຈາ​ກການ​ຊ່ວຍ​ເຫລືອ ​ໃນ​ຊຸມ​ປີຜ່ານມາ​ກໍ​ບັນລຸ​ຕົວ​ເລກ​ສະຖິຕິ, ລື່ນ​ກາຍ​ລະດັບ 300 ລ້ານ USD/ປີ ​ແມ່ນ​ມູນ​ຄ່າ​ການ​ຊ່ວຍ​ເຫລືອ​, ລື່ນ​ກາຍ​ມູນ​ຄ່າ​ແຫ​ລ່ງທຶນ ODA  ຊ່ວຍ​ເຫລືອ​ລ້າ.”

        ຍ້ອນ​ປະຕິບັດ​ວຽກ​ງານ​ຂົນ​ຂວາ​ຍ, ຕໍ່ສູ້​ຕ້ານ​ການ​ເສ​ກສັນ​ປັ້ນ​ແຕ່ງ​​​ໃນ​ໄລຍະ​ຜ່ານ​ມາ​ເປັນ​ຢ່າງ​ດີ, ຫວຽດນາມ ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຢ່າງ​ແຮງຈາກ​ເພື່ອນ​ມິດສາ​ກົນ,  ​ເປັນ​ຕົ້ນ​ໃນ​ປີ 2013 ​ເປັນ​ຂີດ​ໝາຍ​ເມື່ອ​ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດສປຊ ອາຍຸ​ການ 2014-2016

ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ

        ກ່ອນ​ນີ້ 3 ປີ, ​ໃນ​ຈົດໝາຍ​ສົ່ງ​ເຖິງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ເນື່ອງ​ໃນ​ໂອກາດສະ​ເຫລີ​ມສະຫລອງ 60 ປີ ​ແຫ່ງ​ວັນ​ມູນ​ເຊື້ອ(11/2010), ອະດີດ​ປະ​ທານ​ປະ​ເທດ ຫງວຽນ​ມີ​ງຈຽດ ​ໄດ້​ຊີ້​ແຈ້ງວ່າ: ​ໃນ​ວຽກ​ງານ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກໍ​ຄື​ກິດຈະການ​ສ້າງສາ​ປະ​ເທດ​ຊາດ, ​ເພື່ອ​ບືນ​ຕົວ​ຂຶ້ນ ​ແລະ ທັດ​ທຽບ​ກັບ​ໂລກ, ​ໃນ​ຫລາຍ​ສີ​ບປີຜ່ານມາ ຖ້າ​ຫາກ​ມີ​ພຽງ​ກຳລັງ​ແຮງ​ເທົ່າ​ນັ້ນ ຫວຽດນາມ​ ບໍ່​ສາມາດ​ຍາດ​ໄຊຊະນະ​ໄດ້. ​ບໍ່​ວ່າ​ໃນ​ກໍ​ລະ​ນີ​ໃດ, ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ດ້ວຍ​ການ​ສະຫນັບສະຫນູນ​ຂອງ​ສາກົນ ຈຶ່ງ​ແມ່ນ​ກຳລັງ​ແຮງລຳ້​ເລີດ. ​ເນື້ອ​ໃນຈິດ​ໃຈນັ້ນ​​ບັນດາ​ຜູ້​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ລ້ວນ​ແຕ່​ເຂົ້າ​ໃຈ​ແຈ້ງ. ​ເພາະສະ​ນັ້ນ ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ບັນດາ​ອົງການ​ສະມາຊິກ. ທ່ານ​ ດົນ​ຕວນຟອງ, ຮອງ​ປະທານ​ສະຫະພັນ​ບັນ​ດາ​ອົງການ​ມິດຕະພາບ​ຫວຽດນາມ ​ ​ໄດ້​ຢືນຢັນ​ວ່າ:

        “​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຈະ​ສືບ​ຕໍ່​ພັດທະນາ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ​ໃນ​ນັ້ນ​ປະຕິບັດ​ຕາມ​ແຜນ​ນະ​ໂຍບາຍ​ລວມ​ແມ່ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ. ສະ​ນັ້ນ ​ໃຫ້​ບຸລິມະສິດ​ໃນ​ການ​ພັດທະນາ​ການ​ພົວພັນ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ກໍ​ສ່ອງ​ແສງ​ຕາມ​ແຜນ​ນະ​ໂຍບາຍ​ລວມນັ້ນ, ພິ​ເສດ ​​ໃນ​ພາກ​ພື້ນ​ອາ​ຊຽນ. ພວກ​ເຮົາ​ໃຫ້​ບຸລິມະສິດ​ການ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກັບ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ​ແບ່ງປັນ​ໃນ​ປະຊາ​ຄົມ​ອາ​ຊຽນ.”

        ຄຽງ​ຄູ່​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດຂອງ​ລັດ, ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງສະພາ​ແຫ່ງ​ຊາດ, ການ​ຕ່າງປະ​ເທດປະຊາຊົນພວມ​ເສີມ​ຂະຫຍາຍ​ທີ່​ຕັ້ງ,ບົດບາດ​ສຳຄັນ​ໃນ​ການ​ເຂົ້າ​ຮ່ວມ​ປະຕິບັດ​ແນວທາງ, ​ນະ​ໂຍບາຍ​ການ​ຕ່າງປະ​ເທດລວມ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ຢ່າງ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ