ເສີມຂະຫຍາຍບັນດາກາລະໂອກາດໃນການຮ່ວມມືລະຫວ່າງຫວຽດນາມ-ອິນໂດເນເຊຍໃຫ້ຫຼາຍກວ່າອີກ

(VOVWORLD) -ທ່ານປະທານາທິບໍດີສ.ອິນໂດເນເຊຍ Joko Widodo ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 12 ກັນຍາ. ການຢ້ຽມຢາມໄດ້ຮັບການປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ. ບົນພື້ນຖານບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ 2 ປະເທດ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອເສີມຂະຫຍາຍບັນດາກາລະໂອກາດໃນການຮ່ວມມືໃຫ້ຫຼາຍກວ່າອີກໃນໄລຍະຈະມາເຖິງ.
ເສີມຂະຫຍາຍບັນດາກາລະໂອກາດໃນການຮ່ວມມືລະຫວ່າງຫວຽດນາມ-ອິນໂດເນເຊຍໃຫ້ຫຼາຍກວ່າອີກ - ảnh 1(ພາບປະກອບ)

ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານາທີບໍດີອິນໂດເນເຊຍ Joko Widodo ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ, ໂດຍໄດ້ສືບຕໍ່ຈາດການຢ້ຽມຢາມອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ເມື່ອປີ 2017. ການຢ້ຽມຢາມທາງລັດຖະກິດຄັ້ງນີ້ຂອງທ່ານປະທານາທິບໍດີ Joko Widodo ມີຄວາມໝາຍພິເສດ, ແມ່ນການສະຫຼຸບໄລຍະ 5 ປີທີ່ 2 ປະເທດໄດ້ພັດທະນາ ແລະ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງຍົກອອກແຜນການຄາດຄະເນຈະໄດ້ຮັບການລົງນາມໃນໂອກາດນີ້, ນັ້ນແມ່ນການເຄື່ອນໄຫວສຳລັບ 5 ປີຈະມາເຖິງ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ກ້າວເຂົ້າສູ່ລວງເລິກ ໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ.

ການພົວພັນຄູ່່ຮ່ວມມືຍຸດທະສາດພັດທະນາກວ້າງຂວາງທົ່ວເຖິງ

        ນັບແຕ່ເມື່ອຫວຽດນາມ ແລະ ອິນໂດເນເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (ເມື່ອເດືອນ ມິຖຸນາ ປີ 2013) ມາຮອດປະຈຸບັນ, 2 ປະເທດໄດ້ລົງນາມໃນສັນຍາໃນຫຼາຍຂົງເຂດກວ່າ 30 ສະບັບ ແລະ ໄດ້ແລກປ່ຽນເປັນປະຈຳ, ຊຸກຍູ້ການຮ່ວມມືຢູ່ 2 ເວທີປາໄສສຳຄັນນັ້ນແມ່ນ ຄະນະກຳມະການຮ່ວມມືກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄະນະກຳມະການຮ່ວມມື 2 ຝ່າຍ.

        ໜຶ່ງໃນບັນດາຜົນງານພົ້ນເດັ່ນທີ່ສຸດໃນໄລຍະຜ່ານມາ ແມ່ນການຢ້ຽມຢາມທາງລັດຖະກິດຢູ່ສ.ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນ ສິງຫາ 2017. ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດສຳຄັນພິເສດ ແລະ ມີລັກສະນະສັນຍາລັກຢ່າງໃຫຍ່ຫຼວງ ເປັນຂີດໝາຍຂອງການພົວພັນລະຫວ່າງ 2 ປະເທດຫັນໄປສູ່ໄລຍະໃໝ່ທີ່ໃກ້ຊິດສະໜິດສະໜົມ, ເລິກເຊິ່ງ ແລະ ຮອບດ້ານກວ່າ, ພ້ອມທັງຮັດແໜ້ນການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕອິນໂດເນເຊຍ ຕໍ່ສູ້.

        ນອກນັ້ນ, 2 ຝ່າຍໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າໃນບັນດາເວທີປາໄສສາກົນຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ. ພິເສດ, ຜ່ານບັນດາການພົບປະ, ຢູ່ທັງຂັ້ນການນຳ, ນັກຊ່ຽວຊານ, ວິສາຫະກິດ 2 ຝ່າຍ ລ້ວນແຕ່ແບ່ງປັນທັດສະນະ, ຫຼັກໝັ້ນຫຼາຍຢ່າງ, ມີຄວາມເຫັນດີເຫັນພ້ອມສູງໃນການເສີມຂະຫຍາຍນ້ຳໃຈສາມັກຄີຂອງບັນດາປະເທດໃນກຸ່ມອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ເພື່ອແກ້ໄຂບັນດາບັນຫາເສດຖະກິດ, ການເມືອງທີ່ມີລັກສະນະພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.

        ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ອິນໂດເນເຊຍ ສືບຕໍ່ໄດ້ຮັບການເຕີບໂຕຢ່າງແຮງ. ປີ 2016, ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນບັນລຸລະດັບສະຖິຕິແມ່ນ 6,27 ຕື້ USD, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ລະດັບ 1,6 ຕື້ USD ເມື່ອປີ 2006. ວົງເງິນການຄ້າໃນປີ 2017 ຄາດວ່າບັນລຸ 6,4 ຕື້ USD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2016. ໃນນັ້ນ, ຫວຽດນາມ ສົ່ງອອກໄປຍັງອິນໂດເນເນເຊຍ ຄື: ໂທລະສັບມືຖື ແລະ ເຄື່ອງອາໄລ່ຕ່າງໆ (ກວມເອົາວົງເງິນສົ່ງອອກຫຼາຍທີ່ສຸດ), ບັນດາຜະລິດຕະພັນເຫຼັກກ້າ, ກຸ່ມອຸດສາຫະກຳຜະລິດເຄື່ອງໃຊ້ສອຍ, ປຸງແຕ່ງ, ປະດິດສ້າງ… ປະຈຸບັນ, ອິນໂດເນເຊຍ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4, ແມ່ນນັກລົງທຶນໃຫຍ່ທີ 5 ໃນອາຊຽນ ເຂົ້າຫວຽດນາມ, ໃນນັ້ນມີຫຼາຍໂຄງການພວມເສີມຂະຫຍາຍປະສິດທິຜົນເປັນຢ່າງດີ.

ການຢ້ຽມຢາມເພື່ອແນໃສ່ເສີມຂະຫຍາຍບັນດາກາລະໂອກາດຮ່ວມມືໃນໄລຍະຈະມາເຖິງ

        ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Joko Widodo ແມ່ນການຢ້ຽມຢາມທາງລັດຖະກິດ, ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນ, ໂດຍສືບຕໍ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອປີ 2017. ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະຊອກຫາ ແລະ ກຳນົດທິດທາງໃໝ່, ແກ້ໄຂບັນຫາໃໝ່ທີ່ພວມວາງອອກໃຫ້ທັງ 2 ປະເທດ ນັ້ນແມ່ນການສົມທົບກັນເຄື່ອນໄຫວໃນບັນດາຂົງເຂດການເມືອງ, ການທູດ. ໃນສະພາບທີ່ພາກພື້ນພວມມີການຜັນແປສັບສົນຫຼາຍຢ່າງ, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບັນດາການແບ່ງປັນກ່ຽວກັບທັດສະນະລວມ, ບໍ່ພຽງແຕ່ສຳລັບສະພາບຄວາມໝັ້ນຄົງໃນພາກພື້ນເທົ່ານັ້ນ, ຫາກຍັງຢູ່ເວທີປາໄສຕ່າງໆອີກດ້ວຍ. ນັ້ນແມ່ນບັນດາກາລະໂອກາດເພື່ອໃຫ້ 2 ຝ່າຍສົມທົບກັນເຄື່ອນໄຫວ, ຕົວຢ່າງຄື: ຫວຽດນາມ ແລະ ອິນໂດເນເຊຍ ສາມາດສົມທົບກັນຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.

        ປີ 2018, ອິນໂດເນເຊຍ ໄດ້ຮັບເຂົ້າເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ນັບແຕ່ຕົ້ນປີ 2019 ຈະຮັບໜ້າທີ່ເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ພ້ອມກັນແບ່ງປັນທັດສະນະລວມແມ່ນແກ້ໄຂບັນຫາຢູ່ທະເລຕາເວັນອອກ ບົນພື້ນຖານສັນຕິວິທີ ໂດຍອີງໃສ່ດ້ານກົດໝາຍ ແລະ ການເຄົາລົບກົດໝາຍສາກົນ, ໃນນັ້ນມີກົດໝາຍວ່າດ້ວຍທະເລປີ 1982. ນອກນັ້ນ, ຫວຽດນາມ ກໍ່ອາດສາມາດຮ່ວມມືກັບອິນໂດເນເຊຍ ຢູ່ບັນດາເວທີປາໄສຫຼາຍຝ່າຍອື່ນເຊິ່ງຫວຽດນາມ ເປັນສະມາຊິກ. ບົນພື້ນຖານນັ້ນ, ການຢ້ຽມຢາມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ 2 ຝ່າຍທົບທວນຄືນຂະບວນວິວັດທະນາການ 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ 2013 – 2018, ພ້ອມທັງນຳການພົວພັນຂອງ 2 ປະເທດໃຫ້ເຂົ້າສູ່ລວງເລິກກວ່າ ໃນສະພາບທີ່ພາກພື້ນ ແລະ ໂລກພວມມີການປ່ຽນແປງຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ