ເຫດລອບສັງຫານນັກວິທະຍາສາດນິວເຄຼຍອີຣານ ເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນ

(VOVWORLD) -ເຫດການດັ່ງກ່າວໄດ້ເຮັດໃຫ້ຫາງສຽງ ແລະ ວົງການນັກໄຈ້ແຍກມີຄວາມວິຕົກກັງວົນວ່າ ຈະພາໄປເຖິງບັນດາຄວາມຂາດສະຖຽນລະພາບ ແລະ ຄວາມເຄັ່ງຕຶງທີ່ຮ້າຍແຮງໃໝ່ຢູ່ພາກພື້ນ.

ເຫດລອບສັງຫານນັກວິທະຍາສາດນິວເຄຼຍອີຣານ ເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນ - ảnh 1ນັກວິທະຍາສາດນິວເຄຼຍແຖວໜ້າຂອງອີຣານ ທ່ານ Mohsen Fakharizadeh ຖືກລອບສັງຫານ

(ພາບ: Times Of Israel)

ທ້າຍອາທິດຜ່ານມາ, ບັນຍາກາດສະຫງົບງຽບອັນສັ້ນໆທີ່ຫາຍາກໄດ້ຢູ່ຕາເວັນອອກກາງ ພາຍຫຼັງທີ່ບັນດາສັນຍາສັນຕິພາບທີ່ໄດ້ຮັບການລົງນາມຫວ່າງມໍ່ໆມານີ້ລະຫວ່າງອິດສະຣາແອັນ ແລະ ບັນດາປະເທດອາຣັບ ໄດ້ຖືກທຳລາຍ, ເມື່ອນັກວິທະຍາສາດນິວເຄຼຍແຖວໜ້າຂອງອີຣານ ທ່ານ Mohsen Fakharizadeh ຖືກລອບສັງຫານໃນເຫດດັດສະກັດໂຈມຕີຢູ່ທາງທິດຕາເວັນອອກຂອງອີຣານ ເມື່ອວັນທີ 27 ພະຈິກ. ເຫດການດັ່ງກ່າວໄດ້ເຮັດໃຫ້ຫາງສຽງ ແລະ ວົງການນັກໄຈ້ແຍກມີຄວາມວິຕົກກັງວົນວ່າ ຈະພາໄປເຖິງບັນດາຄວາມຂາດສະຖຽນລະພາບ ແລະ ຄວາມເຄັ່ງຕຶງທີ່ຮ້າຍແຮງໃໝ່ຢູ່ພາກພື້ນ.

        ກ່ອນຖືກລອບສັງຫານ, ນັກວິທະຍາສາດ Mohsen Fakharizadeh ບໍ່ຄ່ອຍອອກໜ້າຢ່າງເປັນທາງການໃນສ່ືມວນຊົນຂອງອີຣານ ກໍ່ຄືໃນໂລກ. ແຕ່ວ່າ, ທ່ານນີ້ໄດ້ຮັບຖືວ່າແມ່ນຜູ້ທີ່ມີຄວາມສຳຄັນຍິ່ງໃນໂຄງການພັດທະນານິວເຄຼຍຂອງອີຣານ.

ບຸກລຸດພິເສດ

        ຕາມບັນດາແຫຼ່ງຂ່າວຂອງຝ່າຍຕາເວັນຕົກແລ້ວ, ທ່ານ Mohsen Fakharizadeh ແມ່ນນັກວິທະຍາສາດນິວເຄຼຍແຖວໜ້າຂອງອີຣານ, ໄດ້ຮັບຖືວ່າ ແມ່ນ “ສະໝອງ” ບັນຊາໂຄງການພັດທະນານິວເຄຼຍຂອງອີຣານ ໃນຫຼາຍປີຜ່ານມາ. ນັກວິທະຍາສາດຜູ້ນີ້ໄດ້ຮັບການຕີລາຄາຈາກອົງການພະລັງງານປະລະມານູສາກົນ (IAEA) ແລະ ສືບລາຊະການລັບຝ່າຍຕາເວັນຕົກວ່າແມ່ນ ຫົວໜ້າໂຄງການນິວເຄຼຍປິດລັບຂອງອີຣານ ກ່ອນທີ່ໂຄງການນີ້ຖືກໂຈະເມື່ອປີ 2003. ຊ້ຳບໍ່ໜຳ, ນັກຊ່ຽວຊານ Holly Dagres ຢູ່ສະພາມະຫາສະມຸດອັດລັງຕິກ (ອາເມລິກາ) ໄດ້ເອີ້ນທ່ານ Mohsen Fakharizadeh ແມ່ນ Roboert Oppenheimer ຂອງອີຣານ, ຄວາມໝາຍແມ່ນຢາກເວົ້າເຖິງບົດບາດສຳຄັນຂອງນັກວິທະຍາສາດທີ່ຫາກໍ່ຖືກລອບສັງຫານແມ່ນທຽບເທົ່າກັບນັກວິທະຍາສາດທີ່ໄດ້ພັດທະນາອາວຸດນິວເຄຼຍທຳອິດໃນໂລກໃຫ້ແກ່ປະເທດອາເມລິກາ.

        ຕາມສື່ມວນຊົນສາກົນແລ້ວ, ທ່ານ Mohsen Fakharizadeh ໄດ້ເຂົ້າຮ່ວມການປະຕິວັດສິດສະລາມອີຣານ ປີ 1979 ເຂົ້າຮ່ວມກຳລັງພິທັກຮັກສາ ປະຕິວັດອິດສະລາມ ອີຣານ. ທ່ານນີ້ແມ່ນ 1 ໃນຈຳນວນ 8 ຄົນຂອງອີຣານ ທີ່ຖືກຈຳກັດການໄປມາສາກົນ ແລະ ຈຳກັດການແລກປ່ຽນການຄ້າຕາມມະຕິສະບັບໜຶ່ງເມື່ອປີ 2007 ຂອງສະຫະປະຊາຊາດ ດ້ວຍບັນດາຄຳກ່າວຫາທີ່ກ່ຽວຂ້ອງເຖິງບັນດາການຄົ້ນຄວ້າກ່ຽວກັບນິວເຄຼຍ ຫຼື ລູກສອນໄຟນຳວິຖີ.

        ທີ່ຕັ້ງ ແລະ ຄວາມສຳຄັນພິເສດຂອງນັກວິທະຍາສາດທ່ານນີ້ ໄດ້ອະທິບາຍໃຫ້ຮູ້ວ່າ ຍ້ອນຫຍັງອຳນາດການປົກຄອງອີຣານ ຈິ່ງມີປະຕິລິຍາຢ່າງຮຸນແຮງຄືແນວນັ້ນ, ໃນຂະນະທີ່ປະຊາຄົມສາກົນມີຄວາມວິຕົກກັງວົນກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງທີ່ອັນຕະລາຍເຊິ່ງອາດຈະເກີດຂຶ້ນ.

ພາກພື້ນຕາເວັນອອກກາງຮ້ອນເຮັ່ງຂຶ້ນຕື່ມ

        ມີນັກໄຈ້ແຍກຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ, ເຫດລອບສັງຫານນັກວິທະຍາສາດ Mohsen Fakharizadeh ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງສະພາບການຢູ່ພາຍໃນຂອງອີຣານ, ຄ້າຍຄືກັບເຫດກອງທັບອາກາດອາເມລິກາ ສັງຫານນາຍພົນ Qassem Soleiman, ຜູ້ບັນຊາການພິເສດ Quds ຂຶ້ນກັບກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ ຢູ່ອີຣັກ ເມື່ອຕົ້ນປີ 2020. ເພື່ອໂຕ້ຕອບເລື່ອງນາຍພົນ Qassem Soleiman ຖືກສັງຫານ, ອີຣານ ໄດ້ບຸກໂຈມຕີບາງຖານທີ່ໝັ້ນທີ່ມີທະຫານອາເມລິກາ ປະຈຳການຢູ່ອີຣານ, ແຕ່ກໍ່ບໍ່ກໍ່ຄວາມເສຍຫາຍເຖິງຊີວິດອິນຊີ. ຍ້ອນເຫດນັ້ນ, ຖ້າຫາກຢັ້ງຢືນໄດ້ຕົວການປະຕິບັດການລອບສັງຫານນັກວິທະຍາສາດ Mohsen Fakharizadeh, ອີຣານ ຈຳເປັນຕ້ອງມີການໂຕ້ຕອບ, ເຖິງວ່າຈະເປັນພຽງແມ່ນລັກສະນະເປັນສັນຍະລັກກໍ່ຕາມ. ເຖິງຢ່າງໃດກໍ່ຕາມ, ໃນເຫດການນີ້, ອີຣານ ພວມສົງໄສວ່າ ອິດສະຣາແອນ ເປັນຕົວການ. ໃນຫຼາຍປີຜ່ານມາ, ອີຣານ ເຄີຍຖະແຫຼງເປັນຫຼາຍຄັ້ງວ່າ ຢາກລົບລ້າງອິດສະຣາແອັນ, ໃນຂະນະທີ່ລັດຊາວຢິວ ຍາມໃດກໍ່ມີປະຕິກິລິຍາທີ່ແຂງກະດ້າງແນໃສ່ອີຣານ.

ເຫດລອບສັງຫານນັກວິທະຍາສາດນິວເຄຼຍອີຣານ ເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນ - ảnh 2 ອີຣານ ພວມກະກຽມການໂຕ້ຕອບຢ່າງແຂງແຮງຕໍ່ເຫດລອບສັງຫານນັກວິທະຍາສາດ Mohsen Fakharizadeh

(ພາບ: ກະຊວງປ້ອງກັນປະເທດອີຣານ)

ທີ່ຈິງແລ້ວ, ພາຍຫຼັງເຫດລອບສັງຫານໃນວັນທີ 28 ພະຈິກ, ສາດສະດາ Ali Khamenei ຂອງອີຣານ ໄດ້ອອກຖະແຫຼງວ່າ ອີຣານ ຈະໂຕ້ຕອບເຫດລອບສັງຫານນັກວິທະຍາສາດທ່ານ Mohsen Fakharizadeh. ໃນຂະນະນັ້ນ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ກ່າວຫາອິດສະຣາແອັນ ປະຕິບັດການລອບສັງຫານນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາຈະໂຕ້ຕອບເຫດການ “ໃນຈຸດເວລາທີ່ເໝາະສົມ”. ຫວ່າງມໍ່ໆມານີ້, ໃນງານສົບທ່ານ Mohsen Fakharizadeh ເຊິ່ງດຳເນີນໃນວັນທີ 30 ພະຈິກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອີຣານ Amir Hatami ໄດ້ຢັ້ງຢືນວ່າ ອີຣານ ພວມກະກຽມການໂຕ້ຕອບຢ່າງແຂງແຮງຕໍ່ເຫດລອບສັງຫານນັກວິທະຍາສາດ Mohsen Fakharizadeh.

        ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ມີຫຼາຍປະເທດ ແລະ ອົງການຈັດຕັ້ງໄດ້ກ່າວສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ. ວັນທີ 29 ພະຈິກ, ສະຫະລັດອາຣັບເອັມມີເຣດ (UAE), ຈໍແດນ ແລະ ລັດເຊຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈເພື່ອຫຼີກລ້ຽງການເຮັດໃຫ້ພາກພື້ນຕາເວັນອອກກາງ ຕົກເຂົ້າສູ່ສະພາບຂາດສະຖຽນລະພາບ. ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ກະຊວງການຕ່າງປະເທດເຢຍລະມັນ, ກະຊວງການຕ່າງປະເທດຕວັກກີ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຫຼີກລ້ຽງຄວາມເຄັ່ງຕຶງປິນຂັ້ນໄດທີ່ອາດຈະສົ່ງຜົນສະທ້ອນເຖິງການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ