ເຫັນດີເຫັນພ້ອມນຳລັດຖະທຳມະນູນເຂົ້າສູ່ຊີວິດ


(vovworld)-ພາຍຫຼັງ​ທີ່​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014, ການຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ. ວັນ​ທີ 8/1,​ ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນໄດ້​ກຳນົດ​ວ່າ ການ​ຜັນ​ຂະຫຍາຍປະຕິບັດ​ລັດຖະທຳ​ມະນູນ​​ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ທົ່ວ​ລະບົບ​ການ​ເມືອງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 ເຫັນດີເຫັນພ້ອມນຳລັດຖະທຳມະນູນເຂົ້າສູ່ຊີວິດ - ảnh 1

ກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ

 (ພາບ: vov.vn)

   ​ ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເມື່ອ​ວັນ​ທີ 28/11/2013 ​ແລະ ມີ​ຜົນ​ສັກສິດນັບ​ແຕ່​ວັນ​ທີ 1/1/2014. ການ​ຜັນຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​ຕ້ອງ​ຮັບປະກັນ​ການ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ ປຊຊ, ພະນັກງານ, ລັດຖະກອນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ; ສະຕິ​ຮັບຜິດຊອບ​ກ່ຽວ​ກັບ​ການ​ປົກ​ປ້ອງ ລັດຖະທຳ​ມະນູນ. ກຳ​ນົ​ດຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການຈັດຕັ້ງ​ໃນ​ການຈັດ ຕັ້ງການ​ຜັນຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​; ຮັບປະກັນ​ບັນດາ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຜັນຂະຫຍາຍ​ປະຕິບັດ​​ໃນ​ທຸກໆ​ຂົງ​ເຂດ, ສ້າງ​ກຳ​ລັງ​ໜູນ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ​ຢ່າງຮອບດ້ານ.

​ທົ່ວ​ລະ​ບົບການ​ເມືອງ​ປະຕິບັດ

   ຕາມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລ້ວ, ພາຍຫຼັງ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ມີ​ຜົນ​ສັກສິດ, ທັງ​ລະບົບ​ການ​ເມືອງ, ​ແຕ່​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​, ລັດຖະບານ….​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ເອກະສານ​ນິຕິ​ກຳ​ທີ່​ສຳຄັນ​ສະບັບນີ້

   “ພາຍຫຼັງ​ທີ່​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຮັບ​ຮອງ​ເອ​ົາ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ລັດຖະທຳ​ມະນູນ​. ຕໍ່ຈາກ​ນັ້ນ, ວັນ​ທີ 2/1, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ອອກ​ມະຕິ​ປະກາດ​ໃຊ້​ແຜນການ​ປະຕິບັດລັດຖະທຳ​ມະນູນ​ . ວັນ​ທີ 3/1, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບການຈັດ ຕັ້ງການ​ຜັນຂະຫຍາຍປະຕິບັດ​ລັດຖະທຳ​ມະນູນ​​ໃນ​ທົ່ວ​ພັກ.. ອາດ​ເຫັນ​ໄດ້​ວ່າ, ທົ່ວ​ລະບົບ​ການ​ເມືອງ​ຫວຽດນາມ ​ໄດ້​ປະຕິບັດ ​ແລະ ​ຜັນຂະຫຍາຍການ​ປະຕິບັດ​ລັດຖະທຳ​ມະນູນ ​ໂດຍ​ພາ​ຍໃຕ້​ການ​ຊີ​້ນຳ​ຂອງ​ພັກ​ “

 ເຫັນດີເຫັນພ້ອມນຳລັດຖະທຳມະນູນເຂົ້າສູ່ຊີວິດ - ảnh 2

ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ຮັບປະກັນ,

ຊຸກຍູ້​ສິດທິ​ມະນຸດ​ຕາມ​ລັດຖະທຳ​ມະນູນ (9/12)

(ພາບ: vov.vn)

   ຢູ່ທ້ອງຖິ່ນ​ຕ່າງໆ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ນຳ​ບັນດາ​ອົງການ​ຈັດຕັ້ງ ຂັ້ນສູງ​ການ ​ແລະ ທ້ອງ​ຖິ່ນ ກໍ່​ຈຂັດຕັ້ງ​ປະຕິບ​ັດບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ໂດຍ​ທັນທີ ​ແລະ ​ເຂັ້ມງວດ. ບັນດາ​ກົ​ດໝາຍ, ລັດຖະບັນຍັດ ​ແລະ ​ເອກະສານ​ນິຕິ​ກຳ​ອື່ນໆ​ຊື່​ງ​ໄດ້​ປະກາດ​ໃຊ້​ກ່ອນ​ວັນ​ທີ 1/1/2014 ກໍ່​ຕ້ອງ​ກວດຄືນ​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ​ຫລື​ປະກາດ​ໃຊ້​ໃໝ່​ໃຫ້​ເໝາະ​ສົມ​ກັບ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເວົ້າວ່າ:

   “ທຸກຂັ້ນ, ທຸກຂະ​ແໜງ​ການ, ບັນດາ​ອົງການ, ທ້ອງ​ຖິ່ນ​ຕ່າງໆ​ຄວນ​ເປັນ​ເຈົ້າການ​ສ້າງ​ແຜນການ​ຂອງ​ຕົນ, ຕ້ອງ​ຊຸກຍູ້, ກວດກາ​ເປັນ​ປະຈຳ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຂໍ້​ຕິດ​ຂັດ​ເກ​ີດຂຶ້ນ​ໃນ​ວິວັດ​ການຈັດຕັ້ງຜັນ​ຂະຫຍາຍ​ປະຕິບັດ​ລັດຖະທ​ຳມະນູນຢ່າງ​ທັນ​ການ​ເພື່ອ​ໃຫ້​ບັນດາ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມງວດ“.

  ​​ໂຄສະນາ: ຮູບ​ການ​ສຳຄັນ​ເພື່ອ​​ເຜີຍ​ແຜ່​ລັດຖະທຳ​ມະນູນ

   ​​ເພື່ອ​ໃຫ້ ລັດຖະທຳ​ມະນູນ​ເຂົ້າສູ່​ຊີວິດ, ວຽກ​ງານ​ແນວ​ຄິດ, ​ໂຄສະ​ນະ​ຕ້ອງ​ໄດ້​ຮັບ​ການ​ເອ​ົາ​ໃຈ​ໃສ່​ເປັນ​ພິ​ເສດ. ພາຍຫຼັງ​ກອງປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ, ​ໃນ​ໄລຍະ​ຕໍ່​ໄປ, ລັດຖະບານ ຈະ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຝຶກ​ອົບຮົມ​ໃຫ້​ນັກ​ປະ​ຖະກະຖາ; ຈັດການ​ໂຄສະນາ​ແນະນຳ​ເນື້ອ​ໃນ, ຄວາມ​ໝາຍ​ຂອງ​ລັດຖະທຳ​ມະນູນ; ກວດກາ, ປັບປຸງ ​ແລະ ​ເພີ່ມ​ເຕີມ​ຢ່າງ​ທັນ​ການ, ອັບ​ເດດ​ບັນດາ​ການ​ກຳນົດ​ໃໝ່​ຂອງ​ລັດຖະທຳ​ມະນູນ…..

    ພ້ອມ​ກັບລັດ​ຖະບານ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຈະ​ເປັນ​ປະທານ, ສົມທົບ​ກັບ​ຄະນະ​ບໍລິຫານ​ພັກ​ກະຊວງ​ຍຸດຕິ​ທຳ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຮຽບຮຽງ​ເອກະສານ, ຈັດການ​ຝຶກ​ອົບຮົມ​ຖັນ​ແຖວ​ນັກ​ປະຖະກະຖາ, ນັກ​ໂຄສະນາ​ກ່ຽວ​ກັບ​ລັດຖະທຳ​ມະນູນ, ຊີ້​ນຳ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ມີ​​ແຜນການ​ໂຄສະນາ​ດ້ວຍ​ຫຼາຍ​ຮູບ​ການ. ທ່ານ​ດິງ​ເທ​ຮິງ, ຫົວໜ​້າ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເນັ້ນໜັກ​ວ່າ:

   “​ໂດຍ​ປະຕິບັດ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາສູນ​ກາງ​ພັກ, ຕ້ອງ​ສຸມ​ໃສ່​ຮຽບຮຽງ​ເອກະ​ສານ​ໃຫ້​ເໝາະ​ສົມ​ກັບ​ແຕ່ລະ​ເປົ້າໝາຍ​ແມ່ນ​ພະນັກງານ, ສະມາຊິກ​ພັກ ​ແລະ ປຊຊ ທຸກ​ຊັ້ນວັນນະ​ຢູ່​ພາຍ​ໃນປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ, ວົງ​ການ​ນັກຄົ້ນຄ້ວາ​ສາກ​ົນ ພ້ອມ​ທັງ​ຈັດຕັ້ງບັນດາ​ກຳລັງ​ໂຄສະນາ, ນັກ​ປະຖະກະຖາ​ໃຫ້​ເປັນ​ຢ່າງ​ດີ. ການ​ໂຄສະນາ​ຕ້ອງ​ດຳ​ເນີນ​ເປັນ​ປະຈຳ, ຢ່າງ​ຕໍ່​ເນື່ອງ. ​ໃນ​ການ​ຜັນ​ຂະ​ຫຍາ​ຍປະຕິບັດ​ລັດຖະທຳ​ມະນູນ, ບັນດາ​ອົງການ​​ເຮັດ​ວຽກ​ງານ​ແນວ​ຄິດ, ວັດທະນະທຳ, ສື່ສານຕອ້ງນຳ​ໜ້າ​ໃນ​ການ​ຕໍ່ສູ້​ຕ້ານ​ບັນດາ​ທັດສະນະ​ພິດ​ພາດ, ​ເປັນປໍ​ລະ​ປັກ, ຕໍ່ສູ້​ຕໍ່ບັນດາ​ທັດສະນະ​ຕ້ານ​ທຳລາຍ​ລັດຖະທຳ​ມະນູນ“.

    ການ​ຜັນ​ຂະ​ຫຍາ​ຍປະຕິບັດ​ລັດຖະທຳ​ມະນູນ​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ. ການ​ປະຕິບັດ​ຢ່າ​ງຮີບ​ດ່ວນ ​ແລະ ມີ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ທັງ​ລະບົບ​ການ​ເມືອງ, ບັນດາ​ຂໍ້​ກຳນົດ, ຄຸນຄ່າ​ຂອງ​ລັດຖະທຳ​ມະນູນ​ຈະ​ເສີມ​ຂະຫຍາຍ​ຜົນ​ສັກສິດ​ໃນ​ຕົວ​ຈິງ​ໄດ້, ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ