ເອກະລາດ, ເສລີພາບຍັງມີຄຸນຄ່າຕະຫລອດການ

(vovworld)-ກ່ອນ​ນີ້ 68 ປີ​ເຕັມ, ພາຍຫລັງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ທ່ານ​ປະທານ​ໂຮ່ຈິ​ມີ​ນ ອ່ານ​ບົດ​ຖະ​ແຫລ​ງ​ປະກາດເອກະລາດ, ສະຖາປະ​ນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ​ຫວຽດນາມ ປະຈຸ​ບັນ​ແມ່ນ​ປະ​ເທດ ສາທາ​ລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ທີ່​ສະຫນາມ​ຫລວງ ບາ​ດີງ ປະຫວັດສາດ. ຕາມ​ການ​ຕີ​ລາຄາ​ຂອງ​ນັກຮຽນ​ຮູ້​, ວົງ​ການ​ການ​ເມືອງ​ສາ​ກົນ​ແລ້ວ, ໃນ​ຍຸກ​ປະ​ຈຸບັນ, ນ້ຳ​ໃຈ​ປະຕິວັດ​ເດືອ​ນສິງຫາ ​ແລະ ວັນ​ຊາດ​ທີ 2/9/1945 ຂອງ​ຫວຽດນາມ ​ຍັງ​ຄົງຮັກ​ສາ​ຄຸນ​ຄ່າ​​​​ເດີມໄວ້​ຄື​ເກົ່າ​. ຕາມ​ນັ້ນ​ແລ້ວ ຄວາມ​ເສລີ ​ແລະ ຍຸຕິ​ທຳ​ຍາມ​ໃດ​ກໍ​ແມ່ນ​ຄວາມມຸ້ງ​ຫວັງ​ຂອງ​ແຕ່ລະ​​ຊາດ, ​ແຕ່ລະ​ປະ​ເທດ. ​

ເອກະລາດ, ເສລີພາບຍັງມີຄຸນຄ່າຕະຫລອດການ - ảnh 1
ທ່ານ​ປະທານ​ໂຮ່ຈິ​ມີ​ນ ອ່ານ​ບົດ​ຖະ​ແຫລ​ງ​ປະກາດເອກະລາດ
ພາບປະກອບ:internet

         68 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ແຕ່​ເມື່ອ​ຕີ​ລາຄາ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ, ​ເພື່ອນ​ມິດສາ​ກົນ​ຫລາຍ​ຄົນ​ລ້ວນ​ແຕ່​ໄດ​້​ໃຫ້ຂໍ້​ສັງ​ເກດ​ວ່າ: ບໍ່​ພຽງ​ແຕ່​ປະ​ເທດ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຊົນຊັ້ນກຳມະກອນຊາວ​ຜູ້​ອອກ​ແຮງ​ງານ ​ແລະ ບັນດາ​ປະ​ເທດ​ຖືກ​ກົດ​ຂີ່​ຂຸດ​ຮີດ​ອື່ນໆໃນ​ໂລກ ​ກໍ່ລ້ວນ​ແຕ່​ມີ​ສິດເອກອ້າງ​ທະ​ນົງ​ໃຈ​ວ່າ ​ເປັນ​ຄັ້ງ​ທຳ​ອິດ​​ໃນ​ປະຫວັດສາດແຫ່ງ​ການ​ປະຕິວັດ​ຂອງ​ບັນດາ​ປະ​ເທດ​ຫົວ​​ເມືອງ​ຂຶ້ນ ​ແລະ ​ເຄິ່ງ​​ຫົວເມືອງ​ຂຶ້ນ, ພັກ​ທີ່​ຫນຸ່ມ​ແຫນ້ນ​ໄດ້​ນຳພາ​ການ​ປະຕິວັດ​ສຳ​ເລັດ​ຜົນ. ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ໄດ້​ສ້າງ​ປະຫວັດສາດ​ບໍ່​ພຽງ​ແຕ່​ສະ​ເພາະ​​ໃຫ້​ແກ່ຫວຽດນາມ ​ເທ່ົາ​ນັ້ນ ຫາກ​ຍັງໃຫ້​​ທັງ​ທົ່ວ​ໂລກ​ອີກ​ດ້ວຍ ສະ​ແດງ​​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຢາກ​ມີເສລີພາບ ​ແລະ ​ຄວາມຍຸຕິ​ທຳ​ຂອງ​ບັນດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ, ​ເປັນ​ແບບຢ່າງ ​ແລະ ​ແຫ​ລ່ງລະດົມ​ກຳລັງ​ໃຈ​ສຳລັບ​ບັນດາ​ປະເທດ​ຫົວ​ເມືອງ​ຂຶ້ນ​​ລຸກ​ຮຶ້​ຂຶ້ນຍາດ​ເອົາ​ເອກະລາດ, ​ຢຸດ​ຕິລັດ​ທິຈັກກະພັດ​ລ່າ​ເມືອງ​ຂຶ້ນ.

        ​ເພາະສະ​ນັ້ນ ​ແຕ່ລະ​ປີ, ບໍ່​ພຽງ​ແຕ່​ປະຊາຊົນ​ຫວຽດນາມ ​ກວ່າ 86 ລ້ານ​ຄົນຢູ່​ພາຍ​ໃນ​ປະ​ເທດ​ ແລະ ຊາວ​ຫວຽດນາມ​ກວ່າ 4 ລ້ານ​ຄົນ​ຢູ່​ຕ່າງປະ​ເທດ​ສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ​ປະ​ເທດ​​ເທົ່າ​ນັ້ນ ຫາກ​ ​ບັນດາ​ເພື່ອນ​ມິດສາ​ກົນ​ກໍ​​ພາກ​ພູມ​ໃຈ​ພ້ອມ​ກັບ​ຊາວ​ຫວຽດນາມອີກ​ດ້ວຍ, ​ຕີ​ລາຄາ​ສູງບັນດາ​ຜົນງານ​ຂອງ​ຫວຽດນາມ. ສາດສະດາຈານ​ປະຫວັດສາດ ອາ​ເມ​ລິ​ກາ Douglas Jardin, ປະຈຸ​ບັນ ​ແມ່ນ​ຄູ​ສອນ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ:

        “ອາດ​ຈະ​ຖື​ວັນຊາດ​ທີ 2/9 ແມ່ນ​ວັນ​ສະຖາປະນາ​ປະ​ເທດ​ຫວຽດນາມ. ​ແຕ່​ຂ້າພະ​ເຈົ້າ​ຖື​ວ່າ ວັນ​ນີ້​ຍັງ​ມີ​ຄວາມ​ໝາຍອີກຫລາຍ​ຢ່າງ. ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ພາກ​ພື້ນທຳ​ລາຍ​ແອກ​ປົກຄອງຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ເພື່ອ​ກາຍ​ເປັນ​ລັດ​ເອກະລາດ, ​ເສ​ລິ​ພາບ. ​ເພາະສະ​ນັ້ນ ຄວາມ​ໝາຍ​ຂອງ​ວັນ​ທີ 2/9 ​ແມ່ນ​ໃຫຍ່​ຫລວງ​ກວ່າ ​ແລະ ປະຊາຊົນ​ຫວຽດນາມ​ມີ​ສິດ​ເອກອ້າງ​ທະ​ນົງ​ໃຈ​ພິ​ເສດ​ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ.”

        68 ປີຜ່ານມາ ດ້ວຍ​ການ​ຜັນ​​ແປ​ຫລາຍ​ຢ່າງ, ຊາດ​ຫວຽດນາມ ​​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄຸນຄ່າ​ຂອງ​ເອກະລາດ, ​ເສລີພາບ​ຍິ່ງ​ກວ່າ​ປະ​ເທດ​ໃດຢູ່​ໃນ​ໂລກ. ​ເພື່ອ​ຮັກສາ​ໝາກຜົນ​ຂອງ​ການ​ປະຕິວັດ, ​ໃນ 68 ປີຜ່ານມາ ປະຊາຊົນ ຫວຽດນາມນັບ​ລ້ານ​ຄົນ​ໄດ້​​ເສຍສະຫລະ​ຊີວິດ​ຢ່າງ​ພິລະ​ອາດ​ຫານ​ເພື່ອ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​​​ແລະຮັກ​ສາເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​​​ໄວ້ຢ່າ​ງໝັ້ນ​ຄົງ​ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ປະທານ​ໂຮ່ຈິ​ມີນຢູ່​ສະຫນາມ​ຫລວງ ບາ​ດີງ ​ເມື່ອ​ລະດູ​ໃບ​ໄມ້​ຫລົ່ນ​ປີ 1945 ວ່າ: ປະ​ເທດ​ຫວຽດນາມ ມີ​ສິດ​ໄດ້​ຊົມ​ໃຊ້​ເອກະລາດ, ​ເສລີພາບ ​ແລະ ທົ່ວ​ປວງ​ຊົນ​ຫວຽດນາມ​ທັງ​ໝົດ​ ຕັດສິນ​ໃຈ​ສຸມ​ຈິດ​ໃຈ ເຫື່ອ​ແຮງ, ຊີວິດ​ອີນຊີ​ນກໍ​ຄື​ຊັບ​ສິນ​​ທັງ​ໝົດເພື່ອ​ປົກ​ປັກ​ຮັກສາ​ເອກະລາດ ​ແລະ ​ເສ​ລິ​ພາບ.”

        ບັນດາ​ຜົນງານ​ທີ່​ຫວຽດນາມ ຍາດ​ມາ​ໄດ້​ໃນ 68 ປີຜ່ານມາ, ​ເປັນ​ຕົ້ນ​ໃນ ກວ່າ 27 ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ສຳລັບ​ຫລາຍ​ປະ​ເທດ​ອື່ນ​​ໄດ້​ຮັບ​ຖື​ວ່າ​ແມ່ນຜົນງານ​ມະ​ຫັດ​ສະ​ຈັນ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ, ຫວຽດນາມ ​​ໄດ້​ຫຼຸດ​ພົ້ນ​ອອກ​ຈາກປະ​ເທດ​ທຸກ​ຍາກ (ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຕຳ່​ກວ່າ 1000 USD/ປີ), ອັດຕາ​ຄອບຄົວ​ທຸກ​ຍາກ​ ​ຫລຸດຜ່ອນຫລາຍ​ພໍ​ສົມຄວນໃນ​ແຕ່ລະ​ປີ ​ແລະ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ຫນ້າ​​ໃນ​ການປະຕິບັດ​ບັນດາ​​ເປົ້າໝາຍ​ສະຫັດສະ​ວັດ​ຂອງ ສປຊ. ທ່ານ Maria Fatina ​ເລ​ຂາ​ທິການ​ໃຫຍ່​ສະມາຄົມ​ມິດຕະພາບ​ສັນຕິພາບ ​ແລະ ສາມັກຄີ ​ໂມ​ຊຳ​ບີ​ກ ຖື​ວ່າ:

        “ຫວຽດນາມ ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ຫລາຍ​ຢ່າງ​​ໃນ​ອະດີດຕະການ ​ແຕ່​ປະຈຸ​ບັນ ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ປ່ຽນ​ແປງ​ຢ່າງ​ຕັ້ງຫນ້າ​ແລ້ວ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບໄດ້​ຮັບ​ການ​ປັບປຸງ. ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ຫວຽດນາມ ​ແລະ  ຫວຽດນາມ​ເຮັດ​ຄື​ແນວ​ໃດເພື່ອບັນລຸ​ໄດ້​ບັນດາ​ຄວາມ​ກ້າວຫນ້າ​ໃນ​ຍຸ​ກສະ​ໄຫມ​ໃຫມ່​​ແມ່ນ​ສິ່ງ​ມະຫັດສະຈັນ​ຢ່າງ​ແທ້​ຈິງ.”

        ບໍ່​ພຽງ​ແຕ່​ປັບປຸງ​ດັດຊະນີ​ມະນຸດ​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ, ​​ຫາກທີ່​ຕັ້ງ​ບົດບາດ​ຫວຽດນາມ ​ໃນ​ແຜນ​ທີ່​ການ​ເມືອງ​ໂລກ​ກໍ​ໄດ້​ຮັບ​ການ​ຮັບ​ຮູ​້ຈາກປະ​ຊາ​ຄົມ​ໂລກເທື່ອ​ລະ​ກ້າວ​ອີກ​ດ້ວຍ. ຈາກ​ລັດ​​ທີ່ຫນຸ່ມ​ແຫນ້ນ ຫາ​ກໍ່​ມີ​ຊື່​ໃນ​ແຜນ​ທີ່​ຂອງ​ໂລກ, ມາ​ຮອດ​ປະຈຸ​ບັນ ຫວຽດນາມ ​ໄດ້​ສ້າງ​ການພົວພັນທາງ​ການ​ທູດ​ກັບ 180 ປະ​ເທດ, ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ເກືອບ 230 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ​ແລະ ​ເປັນ​ສະມາຊິກ​ຕັ້ງຫນ້າ​ຂອງ​ 70 ກວ່າ​ອົງການ​ພາກ​ພື້ນ ​ແລະ ສາກົນ. ທ່ານ Saadi Salama Altumaizi ​ເອກ​ອັກຄະ​ລັດຖະທູດ ປາ​ແລດ​ສະຕີ​ນ ປະຈຳ​ຫວຽດນາມ ຢືນຢັນ​ວ່າ:

        “ຫວຽດນາມ ພວມ​ສູ້​ຊົນ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ທີ່ທັນ​ສະ​ໄຫມ​ໃນ​ປີ 2020. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນດາ​ໝາກຜົນ​ຊື່​ງຫວຽດນາມ​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ ຈະ​​ເປັນ​ພື້ນຖານ​ອັນ​ໝັ້ນ​​ຄົງເພື່ອ​ໃຫ້​ຫວຽດນາມ​ພັດທະນາ​ແລະ ຍາດ​ໄດ້ຜົນ​ງານ​ໃຫມ່​ຫລາຍ​ຢ່າງ. ຫວຽດນາມ ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ຈຸດໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​​ທີ່ພັດທະນາ​ໃນ​ປີ 2020. ສຳລັບ​ພວກ​ຂ້າພະ​ເຈົ້າ​ແລ້ວ, ຍາມ​ໃດ ປາ​ແລດ​ສະ​ຕີນກໍ​ຕິດຕາມ​ການ​ພັດທະນາ​ຂອງ​ຫວຽດນາມ, ຖື​ບັນດາ​ຜົນງານ​ຂອງ​ຫວຽດນາມ​ຄື​ດັ່ງ​ຜົນງານ​ຂອງ​ຕົນ​ເອງ ​ເພາະວ່າ ຍາມ​ໃດປາ​ແລດ​ສະຕີ​ນກໍ​ສະຫນັບສະຫນູນ ​ແລະ ສາມັກຄີ​ກັບ​ປະຊາຊົນ​ຫວຽດນາມ​ໃນ​ພາລະກິດ​ຕໍ່ສູ້​​ເພື່ອຄວາມ​ເປັນ​ທຳ.”

        ຮອດ​ ປີ 2020, ຫວຽດນາມ ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ທີ່ທັນ​ສະ​ໄຫມ. ນັ້ນ​ແມ່ນ​ຄວາມ​ມຸ້ງ​ຫວັງ​ອັນ​​ໃຫຍ່​ຫລວງ​ຂອງ​ທັງ​ຊາດ​ຫວຽດນາມ. ​​ປະຈຸ​ບັນ, ໃນ​ສະ​ພາບ​ທີ່​ບັນ​ດາ​ບັນຫາ​ພົວພັນ​ພາຍ​ໃນ​ປະ​ເທດ ​ແລະ ພົວພັນ​ຕ່າງປະ​ເທດ​ພວມ​ຊ້ອນ​ແຝງ​ກັນ, ພິ​ເສດ​ແມ່ນ​ການ​ພິພາດ​ອະທິປະ​ໄຕ​ຜືນ​ແຜນ​ດິນ, ການສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2/9 ມີ​ຄວາມ​ໝາ​ຍຢ່າງ​ເລິກ​ເຊິ່ງກວ່າ ແລະ ແຂງ​ແຮງກວ່າ. 68 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ ​ແຕ່ ວັນ​ເອກະລາດ​ຍັງ​ຄົງ​ຝັງ​ເລິກ​​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ​ຕະຫລອດ​ການ. ​ເຫດການວັນ​ທີ 2/9/1945 ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ແຕ່ລະຄົນ​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສູ້​ຊົນ​ເພື່ອ​ຈຸດໝາຍ​ສ້າງ​ສັງຄົມ​ປະຊາທິປະ​ໄຕ, ຍຸ​ຕິ​ທຳ ​ແລະ ສີ​ວິ​ໄລ.

ຕອບກັບ

ຂ່າວ/ບົດ​ອື່ນ