ເອກະສານການເມືອງກອງປະຊຸມໃຫຍ່ຂອງພັກແມ່ນສຸມສະຕິປັນຍາ ແລະ ຄວາມຄາດຫວັງຂອງຊາດ

(VOVWORLD) - ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະໄດ້ຮັບເອົາຄຳເຫັນປະກອບຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະນັບແຕ່ວັນທີ 15 ຕຸລາ ຈະມາເຖິງ, ພາຍຫລັງ ຮັບເອົາຄຳເຫັນປະກອບຈາກກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ. ຫນຶ່ງໃນບັນດາຈຸດໃຫມ່ຂອງເອກະສານການເມືອງຄັ້ງນີ້ ແມ່ນວາງເປົ້າໝາຍພັດທະນາປະເທດຊາດຮອດປີ 2025 2030, ວິໄສທັດຮອດປີ 2045, ສ້າງຂີດໝາຍສຳຄັນ, ສູ້ຊົນນຳຫວຽດນາມ ກາຍເປັນປະເທດພັດທະນາ, ຕາມການກຳນົດທິດສັງຄົມນິຍົມ. ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນການສຸມສະຕິປັນຍາແລະ ຄວາມຄາດຫວັງຂອງຊາດຢ່າງແທ້ຈິງ.

ເອກະສານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍພິເສດ. ພັກກອມມູນິດຫວຽດນາມ ບໍ່ພຽງແຕ່ສະຫລຸບ 5 ປີແຫ່ງການເຄື່ອນໄຫວຂອງອາຍຸການຜ່ານມາເທົ່ານັ້ນ ຫາກຍັງຕີລາຄາຄືນ 10 ປີແຫ່ງການປະຕິບັດ ໂຄງການການເມືອງ 2011 ຊ້ຳບໍ່ໜຳ ທົບທວນຄືນໂດຍສັງເຂບ 35 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃຫມ່ ແລະ 30 ປີແຫ່ງການປະຕິບັດໂຄງການການເມືອງ 1991, ສະແດງໃຫ້ເຫັນການກຳນົດທິດຮອດປີ 2030, ວິໄສທັດ 2045.

ເອກະສານການເມືອງກອງປະຊຸມໃຫຍ່ຂອງພັກແມ່ນສຸມສະຕິປັນຍາ ແລະ ຄວາມຄາດຫວັງຂອງຊາດ - ảnh 1ກອງປະຊມສຳມະນາວິທະຍາສາດ ບັນດາເນື້ອໃນໃໝ່ ແລະ ຈຸດພົ້ນເດັ່ນໃນຮ່າງເອກະສານສະບັບຕ່າງໆ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຖືກດຳເນີນໃນວັນທີ 26 ກັນຍາ ຢູ່ຮ່າໂນ້ຍ (ພາບ: hdll.vn) 

ສາດສະດາຈານ, ປອ ຕະງອກເຕິນ, ຮອງປະທານ ສະພາທິດສະດີສູນກາງ ຢັ້ງຢືນວ່າ: ນີ້ແມ່ນວິໄສທັດລະອຽດ ແລະ ມີຄວາມຈຳເປັນທີ່ສຸດ.

ວິໄສທັດນີ້ ໄດ້ບົ່ງບອກໃຫ້ພວກເຮົາການກຳນົດທິດໃຫຍ່ເພື່ອມີແຜນການລະອຽດໃນໄລຍະຈະມາເຖິງ. ພ້ອມກັນນັ້ນ ກໍ່ສ້າງ ຂີດໝາຍສຳຄັນ ໃຫ້ພວກເຮົາເພື່ອສູ້ຊົນ. ຈຸດປະສົງແມ່ນຮອດປີ 2045 ພວກເຮົາເສີມຂະຫຍາຍໄດ້ຄວາມຄາດຫວັງແຫ່ງການພັດທະນາ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພັກ, ທົ່ວປວງຊົນກໍ່ຄືຂອງພະນັກງານສະມາຊິກພັກແຕ່ລະຄົນ. ທັງໝົດລ້ວນແຕ່ເຂົ້າຮ່ວມຢ່າງຕັ້ງຫນ້າທີ່ສຸດ, ປະກອບເຫື່ອແຮງສະຕິປັນຍາ, ກຳລັງເຫື່ອແຮງ ແລະ ຄວາມເກັ່ງກ້າສາມາດຂອງຕົນເຂົ້າໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ, ເພື່ອບັນລຸໃຫ້ໄດ້ຈຸດປະສົງອັນດີງາມ ຊຶ່ງພັກໄດ້ວາງອອກ.”

ຄວາມຈິງ ນັບແຕ່ພາຍຫລັງໄລຍະປ່ຽນແປງໃຫມ່, ພັກກອມມູນິດຫວຽດນາມ ກໍ່ໄດ້ວາງເປົ້າໝາຍພັດທະນາ ດ້ວຍວິໄສທັດຫລາຍກວ່າ 20 ປີຊື່ງໄດ້ລະບຸໃນບັນດາເອກະສານການເມືອງກອງປະຊຸມໃຫຍ່. ທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບການກໍ່ສ້າງປະເທດອຸດສາຫະກຳເປັນຄັ້ງທຳອິດທີ່ໄດ້ລະບຸໃນເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 8 ເມື່ອປີ 1996. ຫວນຄືນໄລຍະທາງນັບແຕ່ພາຍຫລັງມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກ, ຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ສືບຕໍ່ແມ່ນເປົ້າໝາຍ, ແມ່ນກຳລັງຫນູນ, ແຕ່ວ່າ ມີຫລາຍບັນຫາກ່ຽວກັບການກຳນົດເວລາກາຍເປັນປະເທດອຸດສາຫະກຳ ພັດໄດ້ຄິດໄລ່ຊັ່ງຊາຄືນໃຫມ່. ສະນັ້ນ ມາຈຸດເວລານີ້ ມີບາງຄຳເຫັນທີ່ບໍ່ໄດ້ຮັບຄວາມສົນໃຈ ໂດຍຖືວ່າ: ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນຢ້ຳຄືນບັນດາບັນຫາເກົ່າ ແລະ ບໍ່ເໝາະສົມກັບສະພາບຕົວຈິງ. ວິວັດທະນາການພັດທະນາປະເທດຫວຽດນາມ ສະແດງໃຫ້ເຫັນວ່າ ບັນດາທັດສະນະນີ້ແມ່ນເບິ່ງແຕ່ດ້ານດຽວ ເທົ່ານັ້ນ ເພາະວ່າ ນີ້ແມ່ນບັນດາບັນຫາມີລັກສະນະກຳນົດທິດນີ້ບໍ່ໄດ້ປ່ຽນແປງຢ່າງເດັດຂາດ.

  ຕາມສາດສະດາຈານ, ປອ ຟານຊວນເຊີນ, ບໍ່ມີເອກະສານການເມືອງໃດ, ທິດສະດີໃດ ຫລື ນະໂຍບາຍໃດ ສາມາດແກ້ໄຂ 100% ຄວາມຈິງຂອງຊີວິດໄດ້. ເຖິງຢ່າງໃດກໍຕາມ, ພັກກອມມູນິດຫວຽດນາມ ກໍ່ສາມາດແກ້ໄຂໄດ້ບັນດາການກຳນົດທິດໃຫຍ່ ແລະ ບັນດາບັນຫາມີລັກສະນະຍຸກສະໄຫມຂອງປະເທດຊາດ. ທ່ານ ໄຈ້ແຍກວ່າ:

  ອາດເວົ້າໄດ້ວ່າ ຜົນສຳເລັດຂອງພັກ ແລະ ລັດຫວຽດນາມ ນັ້ນແມ່ນ ໃນບັນດາເອກະສານການເມືອງ ໄດ້ວາງອອກບັນດາບັນຫາຮ້ອນເຮັ່ງ, ແທດຈິງຂອງພຶດຕິກຳຕົວຈິງຂອງຊີວິດ, ຈາກບັນຫາເຂົ້າກິນເຄື່ອງນຸ່ງການສຶກສາ ຕະຫລອດຮອດບັນຫາການພົວພັນຕ່າງປະເທດ, ບັນຫາປົກປັກຮັກສາປະເທດຊາດ. ບໍ່ມີບັນຫາໃດໄປຜິດເຂວ ແລະ ເກີນໄປ. ຄວາມຈິງ ພັກກອມມູນິດຫວຽດນາມ ມີບາງນະໂຍບາຍແກ້ໄຂໄດ້ກວ່າ 100% ຄາດໝາຍເມື່ອທຽບໃສ່ເອກະສານວາງອອກ. ຕົວຢ່າງຄື: ຊຸມປີຜ່ານມາ, ພວກເຮົາວາງອອກ 6 ຄາດໝາຍເຕີບໂຕ ແລະ 6 ຄາດໝາຍນັ້ນ ພວກເຮົາລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍອີກ.”

ໃນ 90 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ປະຕິບັດບົດບາດຊີ້ນຳນຳພາ ແລະ ກຳອຳນາດ,ກຳນົດທິດພັດທະນາປະເທດຊາດເປັນຢ່າງດີ ຜ່ານບັນດາເອກະສານການເມືອງມີລັກສະນະພຶດຕິກຳຕົວຈິງ, ທັງມີລັກສະນະຄາດຄະເນ, ລັກສະນະປັນຍາ ແລະ ວິທະຍາສາດ. ພັກຫນຶ່ງດ້ວຍທິດສະດີຫລ້າຫລັງ, ມີແຕ່ເວົ້າຊື່ໆ ພັກນັ້ນບໍ່ສາມາດຊີ້ນຳປະຊາຊົນ ຮັບໄຊຊະນະນີ້ເຖິງໄຊຊະນະອື່ນໄດ້ ແລະ ປະເທດຊາດບໍ່ມີບາດກ້າວພັດທະນາຄືວັນນີ້ໄດ້. ສະນັ້ນ ບັນດາຄຳເຫັນແບບຕັ້ງໃຈເພື່ອສວຍໂອກາດເສກສັນປັ້ນແຕ່ງ ຕຳຫນິຕິຕຽນ ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນຄຳເວົ້າຊື່ໆ, ບັນດາຄຳເຫັນນັ້ນ ບໍ່ໄດ້ຮັບຄວາມສົນໃຈ ໃນສະພາບການທົ່ວທັງຊາດພວມບືນຕົວຂຶ້ນຢ່າງເຂັ້ມແຂງເພື່ອກ້າວໄປເຖິງເປົ້າໝາຍສ້າງສາປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງເຂັ້ມແຂງ ແລະ ຮັ່ງມີສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ