ເອີຣົບ ກັບຄວາມຕ້ອງການຫັນອະທິປະໄຕໃຫ້ນັບມື້ນັບຖືກຕ້ອງຕາມກົດໝາຍ ແລະ ເຂັ້ມແຂງ

(VOVWORLD) - ຢູແກຼນ ເອີ້ນວ່າ ນີ້ແມ່ນການຕົກລົງຄັ້ງປະຫວັດສາດ ໃນຂະນະທີ່ ລັດເຊຍ ຄັດຄ້ານການຕົກລົງດັ່ງກ່າວຂອງ EU ໃນທັນທີ ຫຼື ເອີ້ນວ່າ ບໍ່ເຄີຍມີມາກ່ອນ ເພາະວ່າ ນັບແຕ່ເວລາຍື່ນໃບຄຳຮ້ອງຕະຫຼອດຮອດເວລາໄດ້ຮັບລະບຽບການສະໝັກເຂົ້າຮ່ວມ EU ຂອງ ຢູແກຼນ...

ກອງປະຊຸມສຸດຍອດ ສະຫະພາບເອີຣົບ (EU) ຫາກໍດຳເນີນໃນອາທິດຜ່ານມາຢູ່ ບຣຸກແຊນ, ປະເທດ ແບນຊິກ. ບັນຫາຂະຫຍາຍອົງການນີ້ ອີກຄັ້ງໜຶ່ງໄດ້ນຳມາປຶກສາຫາລື ແລະ ກາຍເປັນເນື້ອໃນຈຸດສຸມຂອງກອງປະຊຸມ ແລະ ການປະທະກັນຢູ່ ຢູແກຼນ ເປັນພຽງແຕ່ການປະຕິບັດຈຸດປະສົງຫັນຄວາມຕ້ອງການທາງດ້ານອະທິປະໄຕຂອງເອີຣົບໃຫ້ນັບມື້ນັບຖືກຕ້ອງຕາມກົດໝາຍ ແລະ ເຂັ້ມແຂງເທົ່ານັ້ນ.

ເອີຣົບ ກັບຄວາມຕ້ອງການຫັນອະທິປະໄຕໃຫ້ນັບມື້ນັບຖືກຕ້ອງຕາມກົດໝາຍ ແລະ ເຂັ້ມແຂງ - ảnh 1
ສຳນັກງານຂອງ ອີຢູ ຢູ່ບຣຸກແຊນ, ປະເທດແບນຊິກ (ພາບ:AFP/TTXVN)

        ໃນການຕີລາຄາການກະທຳທີ່ໄດ້ຮັບຖືວ່າ ບໍ່ເຄີຍມີມາກ່ອນ, ການນຳ 27 ປະເທດສະມາຊິກ EU ໄດ້ເຫັນດີເປັນເອກະພາບມອບລະບຽບການສະໝັກເຂົ້າກຸ່ມ EU ໃຫ້ແກ່ ໂມນດາວາ ແລະ ຢູແກຼນ. ການຕົກລົງຄັ້ງປະຫວັດສາດນີ້ໄດ້ເອື້ອອຳນວຍໃຫ້ ຢູແກຼນ ກ້າວໄປອີກບາດກ້າວໜຶ່ງໃນວິວັດການເຂົ້າຮ່ວມ EU ພ້ອມກັບບັນດາປະເທດບ້ານໃກ້ເຮືອນຄຽງ.

        ການຕົກລົງທີ່ມີລັກສະນະສັນຍາລັກ

        ຢູແກຼນ ເອີ້ນວ່າ ນີ້ແມ່ນການຕົກລົງຄັ້ງປະຫວັດສາດ ໃນຂະນະທີ່ ລັດເຊຍ ຄັດຄ້ານການຕົກລົງດັ່ງກ່າວຂອງ EU ໃນທັນທີ ຫຼື ເອີ້ນວ່າ ບໍ່ເຄີຍມີມາກ່ອນ ເພາະວ່າ ນັບແຕ່ເວລາຍື່ນໃບຄຳຮ້ອງຕະຫຼອດຮອດເວລາໄດ້ຮັບລະບຽບການສະໝັກເຂົ້າຮ່ວມ EU ຂອງ ຢູແກຼນ ແລະ ໂມນດາວາ ແມ່ນໄດ້ດຳເນີນໄປຢ່າງວ່ອງໄວທີ່ສຸດ, ພຽງແຕ່ 2 – 3 ເດືອນເທົ່ານັ້ນ.

        ລະບຽບການດັ່ງກ່າວໄດ້ເອື້ອອຳນວຍໃຫ້ ຢູແກຼນ ສາມາດຈັດການເຈລະຈາກັບ EU ຢ່າງເປັນທາງການ, ໂດຍຜ່ານການເຈລະຈາກັບທຸກການເຄື່ອນໄຫວຂອງ ອີຢູ ປະມານ 30 ເທື່ອ, ເປັນຕົ້ນແມ່ນ ພາສີ, ສິດຂອງປະຊາຊົນເຜົ່າສ່ວນໜ້ອຍ, ສິດເສລີໃນການຈໍລະຈອນສິນຄ້າ ແລະ ການໄປ - ມາຫາສູ່ຂອງປະຊາຊົນ, ບັນຫາສິ່ງແວດລ້ອມ… ບັນດາລາຍການເຈລະຈາດັ່ງກ່າວ ແມ່ນເພື່ອແນໃສ່ຈຸດປະສົງຢັ້ງຢືນເບິ່ງວ່າ ກົດໝາຍຂອງ ຢູແກຼນ ສອດຄ່ອງກັບ EU ຫຼືບໍ.

        ເຖິງຢ່າງໃດກໍຕາມ, ບັນດານັກຊ່ຽວຊານຖືວ່າ, ແທ້ຈິງແລ້ວ ການຕົກລົງຂອງສະພາເອີຣົບ ແມ່ນການກະທຳທີ່ມີລັກສະນະເປັນສັນຍາລັກ ສຳລັບທັງ ຢູແກຼນ ແລະ ໂມນໂດວາ, ເພາະວ່າ ນີ້ພຽງແຕ່ແມ່ນການເລີ່ມຕົ້ນຂອງວິວັດການທີ່ສັບສົນ ແລະ ຍາວນານ ຖ້າຫາກວ່າ ພິຈາລະນາເຖິງບັນດາມາດຕະຖານທີ່ບໍ່ແມ່ນຂັ້ນຕ່ຳຂອງ EU ກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ ແລະ ພິເສດແມ່ນສິດເສລີ, ລັດແຫ່ງນິຕິບັນຍັດ ແລະ ສິດທິມະນຸດສະທຳ. ຍິ່ງໄປກວ່ານັ້ນ, ການຕົກລົງດັ່ງກ່າວໄດ້ຍົກອອກມາໃນສະພາບການປະທະກັນຢູ່ ຢູແກຼນ ຍັງບໍ່ທັນສິ້ນສຸດລົງ ຈະເພີ່ມສິ່ງທ້າທາຍໃຫ້ທັງ Kiev  ແລະ EU ໃນໄລຍະທາງຈະມາເຖິງ. ເຖິງວ່າ ຢູແກຼນ ໄດ້ຮັບລະບຽບການສະໝັກເຂົ້າຮ່ວມ EU ແລ້ວກໍຕາມ, ແຕ່ເລື່ອງທີ່ປະເທດນີ້ຈະກາຍເປັນສະມາຊິກຢ່າງເປັນທາງການຂອງກຸ່ມນີ້ ກໍອາດຈະເສຍເວລາຫຼາຍປີ ດ້ວຍເງື່ອນໄຂຜູກມັດຫຼາຍຢ່າງ.

        ສ່ວນ EU, ຈະມີກຳລັງຄວາມສາມາດຢ່າງຄົບຖ້ວນ ຫລືບໍ່ ເພື່ອຮັບເອົາປະເທດ ຢູແກຼນ ກໍແມ່ນບັນຫາໜຶ່ງທີ່ຕ້ອງມີຄຳຕອບ. ເວົ້າອີກແບບໜຶ່ງ, ເລື່ອງພິຈາລະນາ ແລະ ຮັບ ຢູແກຼນ ເຂົ້າເປັນສະມາຊິກ ບໍ່ແມ່ນມີແຕ່ບັນຫາດຽວເທົ່ານັ້ນ. ນອກຈາກເງື່ອນໄຂທີ່ວາງອອກສຳລັບ ຢູແກຼນ ແລ້ວ, EU ເອງ ກໍຕ້ອງກະກຽມເງື່ອນໄຂກ່ຽວກັບດ້ານງົບປະມານ, ກຳລັງຄວາມສາມາດອອກຂໍ້ຕົກລົງ… ໃຫ້ຄົບຖ້ວນ ຈຶ່ງສາມາດຮັບເອົາສະມາຊິກໃໝ່ໄດ້.

ເອີຣົບ ກັບຄວາມຕ້ອງການຫັນອະທິປະໄຕໃຫ້ນັບມື້ນັບຖືກຕ້ອງຕາມກົດໝາຍ ແລະ ເຂັ້ມແຂງ - ảnh 2ກອງປະຊຸມຂອງສະຫະພາບເອີລົບ (ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ສິ່ງທ້າທາຍຕໍ່ຄວາມຝັນຫັນເອີລົບໃຫ້ເປັນລະບົບດຽວ

        ນັບແຕ່ປີ 2014 ມາຮອດປະຈຸບັນ, ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຫຼາຍຢ່າງຄື ວິກິດການ ຢູແກຼນ, ວິກິດການເຂົ້າເມືອງ, ພ້ອມກັບບັນດາຜົນຕາມມາຈາກວິກິດການໜີ້ສາທາລະນະ, Brexit ແລະ ໂລກລະບາດໂຄວິດ - 19…, ເຮັດໃຫ້ກຸ່ມນີ້ທັງຢາກເພີ່ມທະວີການຫັນເປັນລະບົບດຽວ, ທັງໄດ້ຮັບຜົນກະທົບໃສ່ສິດຜົນປະໂຫຍດຂອງແຕ່ລະປະເທດ. ນີ້ແມ່ນໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກສຳລັບ EU, EU ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່ທີ່ໄດ້ນາບຂູ່ເຖິງການພັດທະນາ ແລະ ການຄົງຕົວຂອງຕົນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ໃນສອງສາມປີມານີ້, ຄວາມສຳນຶກກ່ຽວກັບ “ອະທິປະໄຕ ເອີລົບ”, ແມ່ນເພື່ອແນໃສ່ຢັ້ງຢືນກຳລັງແຮງດ້ານການເມືອງ, ເສດຖະກິດທັງຢູ່ພາຍໃນ ແລະ ເວທີສາກົນ ໄດ້ສະແດງອອກຢ່າງເຫັນໄດ້ຊັດ. ອາດຈະເວົ້າເຖິງການສ້າງ “ຂໍ້ລິເລີ່ມແຊກແຊງເຂົ້າເອີລົບ” ແລະ “ການກຳນົດທິດຍຸດທະສາດ” ເຊິ່ງໄດ້ຮັບຮອງເອົາໃນອາຍຸການປະທານເອີລົບ ໝູນວຽນຂອງ ຝລັ່ງ. ຫຼື ເປັນຄັ້ງທຳອິດ EU ໄດ້ຍົກອອກຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃນເດືອນກັນຍາ 2021. ກ່ຽວກັບການປັບປຸງເຂດໃຊ້ ສະກຸນເງິນລວມ ເອີໂຣ, ບາງປະເທດສະມາຊິກໄດ້ຊຸກຍູ້ “ເຄື່ອງມືງົບປະມານແບບເຕົ້າໂຮມ ແລະ ແກ່ງແຍ້ງ” ສ້າງໂອກາດໃຫ້ບັນດາປະເທດບໍ່ແມ່ນສະມາຊິກເຂດໃຊ້ສະກຸນເງິນລວມ ເອີໂຣ ເຂົ້າຮ່ວມ. ໂລກລະບາດໂຄວິດ 19 ກໍ່ນຳມາເຊິ່ງຜົນສຳເລັດອື່ນໃນນະໂຍບາຍຂອງ EU ກ່ຽວກັບການເງິນຜ່ານເລື່ອງຄະນະກຳມະການ EU ຮັບຮອງເອົາກອງທຶນສ້າງຕັ້ງ ເອີລົບ ມີມູນຄ່າຂຶ້ນເຖິງ 750 ຕຶ້ື້ ເອີໂຣ ໂດຍອີງໃສ່ຫຼັກການແບ່ງປັນບ້ວງໜີ້. ເດືອນ ກັນຍາ 2020, EU ສ້າງຕັ້ງອົງການຕິດຕາມກວດກາເຂດຊາຍແດນ ແລະ ເຂດແຄມທະເລ ເອີລົບ, ປະກາດຮ່າງກົດບັດວ່າດ້ວຍການເຂົ້າເມືອງ ແລະ ອົບພະຍົບສະບັບໃໝ່ ແລະ ຄາດວ່າອາດຈະຮັບຮອງເອົາເອກະສານດັ່ງກ່າວໃນປີນີ້.

        ອາດເຫັນໄດ້ວ່າ, ບັນດາການກະທຳນີ້ລ້ວນແຕ່ແນໃສ່ປະຕິບັດ “ຄວາມມັກໃຫຍ່ໄຝ່ສູງ ເອີລົບ ມີ ອະທິປະໄຕ” ແລະ ເລື່ອງ EU ມອບກົດລະບຽບໃຫ້ ຢູແກຼນສະໝັກເຂົ້າຮ່ວມກຸ່ມຢ່າງວ່ອງໄວກໍ່ຢູ່ໃນຈຸດປະສົງນີ້. ແຕ່ເຖິງຢ່າງໃດກໍ່ຕາມ,ໄລຍະທາງປະຕິບັດຄວາມຝັນນີ້ຍັງມີສິ່ງທ້າທາຍຫຼາຍຢ່າງ. ປະຫວັດສາດຂອງ EU ສະແດງໃຫ້ເຫັນວ່າວິວັດການເຈລະຈາເພື່ອຮັບເອົາປະເທດໜຶ່ງເຂົ້າຮ່ວມກຸ່ມບໍ່ມີເວລາໃດທີ່ດຳເນີນໄປຢ່າງສະດວກ, ອາດຈະເສຍເວລາຫຼາຍປີ ແລະ ຊ້ຳບໍ່ໜຳ ອາດຈະຖືກຕ່າວປີ້ນ. ຖ້າຫາກ ຢູແກຼນ ໄດ້ຮັບກົດລະບຽບສະໝັກເຂົ້າຮ່ວມກຸ່ມທີ່ກອງປະຊຸມສຸດຍອດຄັ້ງນີ້ຢ່າງງ່າຍດາຍ ຍ້ອນຈຸດໝາຍດ້ານການເມືອງຂອງ EU, ນັ້ນມີມື້ໃດມື້ໜຶ່ງ, Kiev ຈະໄດ້ຢູ່ຮ່ວມກັບຖັນແຖວ 27 ປະເທດສະມາຊິກໃນກຸ່ມນີ້ກໍ່ແມ່ນເລື່ອງໜຶ່ງອີກຕ່າງຫາກ./.

ຕອບກັບ

ຂ່າວ/ບົດ​ອື່ນ