ເອີ​ຣົບ ຖືກ​ແບ່ງ​ແຍກ​ໃນ​ວິ​ກິດ​ການ ເບ​ລາ​ຣຸດ

(VOVWORLD) -ພ້ອມກັບຄວາມເຄັ່ງຕຶງຢູ່ທະເລ ເມດີແຕຣາເນ ລະຫວ່າງ ຕວັກກີ ແລະ ເກຼັກ, ວິກິດການດ້ານການເມືອງຢູ່ ເບລາຣຸດ ພວມດຶງດູດຄວາມສົນໃຈຈາກຫາງສຽງໃນພາກພື້ນ ແລະ ໃນໂລກ ໃນຊຸມວັນນີ້. ໃນນັ້ນ, ບັນຫາທີ່ໜ້າສົນໃຈແມ່ນ ພາຍໃນສະຫະພາບເອີຣົບ (ອີຢູ) ພວມເຜີຍແບການຖືກແບ່ງແຍກທັດສະນະຢ່າງເລິກເຊິ່ງກ່ຽວກັບວິທີການສຳຜັດກັບວິກິດການ.

ວິກິດການດ້ານການເມືອງ ຢູ່ ເບລາຣຸດ ແມ່ນເລີ່ມມາຈາກບັ້ນແຫ່ຂະບວນປະທ້ວງຄັດຄ້ານຜົນເລືອກຕັ້ງປະທານາທິບໍດີ ເບລາຣຸດ ໃນວັນທີ 9 ສິງຫາ ດ້ວຍໄຊຊະນະຢ່າງຂາດຂັ້ນແມ່ນເປັນຂອງທ່ານປະທານາທິບໍດີຄົນປັດຈຸບັນ Alexander Lukashenko. ພາຍຫຼັງປະກາດຜົນການເລືອກຕັ້ງ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ສົ່ງສານອວຍພອນທ່ານປະທານາທິບໍດີ Alexander Lukashenko, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການພົວພັນສຳພັນທະມິດທີ່ໝັ້ນແກ່ນລະຫວ່າງ ລັດເຊຍ - ເບລາຣຸດ ຄືນໃໝ່. ໃນຂະນະດຽວກັນນັ້ນ, ສະຫະພາບເອີຣົບ (ອີຢູ) ແລະ ຫຼາຍປະເທດຕາເວັນຕົກ ພັດສະແດງທັດສະນະສະໜັບສະໜູນຕໍ່ບັນດາການແຫ່ຂະບວນປະທ້ວງຂອງຝ່າຍຄ້ານ ເພື່ອແນໃສ່ຄັດຄ້ານໝາກຜົນການເລືອກຕັ້ງ, ພ້ອມທັງນາບຂູ່ວ່າຈະຈັດວາງຄຳສັ່ງລົງໂທດຢ່າງແຮງຕໍ່ການຕ້ານຄືນອຳນາດການປົກຄອງ Minsk. ແຕ່ວ່າ, ພາຍໃນ ອີຢູ ເອງ ກໍພວມມີການແບ່ງແຍກຢ່າງເລິກເຊິ່ງກ່ຽວກັບບັນຫານີ້.

ເອີ​ຣົບ ຖືກ​ແບ່ງ​ແຍກ​ໃນ​ວິ​ກິດ​ການ ເບ​ລາ​ຣຸດ - ảnh 1ບັນດາການນຳ ອີຢູ ໂຮມປະຊຸມດ່ວນກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ ເບລາຣຸດ ຜ່ານທາງອອນລາຍ ໃນວັນທີ 19 ສິງກາ 2020 (ພາບ:  anninhthudo.vn)

ປະຕິກິລິຍາຂອງວົງການເຈົ້າໜ້າທີ່ ອີຢູ

        ໃນວັນທີ 9 ສິງຫາ, ພາຍຫຼັງປະກາດຜົນການເລືອກຕັ້ງ ດ້ວຍໄຊຊະນະຢ່າງຂາດຂັ້ນເປັນຂອງທ່ານທ່ານປະທານາທິບໍດີ Alexander Lukashenko, ນັກການທູດ ອີຢູ ແລະ ອາເມລິກາ ຫຼາຍທ່ານ ໄດ້ຖະແຫຼງການໂດຍຖືວ່າ ການເລືອກຕັ້ງປະທານາທິບໍດີ ເບລາຣຸດ ແມ່ນບໍ່ຍຸຕິທຳ ແລະ ບໍ່ຮັບປະກັນສິດເສລີ. ຂຽນລົງໃນສື່ສັງຄົມອອນລາຍ Twitter ຂອງຕົນ, ທ່ານນາງປະທານຄະນະກຳມະການ EC Ursula von der Leyen ກ່າວເຕືອນວ່າ ຈະດຳເນີນບັນດາມາດຕະການລົງໂທດທີ່ຈຳເປັນ ແນໃສ່ບັນດາເຈົ້າໜ້າທີ່ ເບລາຣຸດ ທີ່ໄດ້ “ລະເມີດຄຸນຄ່າປະຊາທິປະໄຕ ແລະ ສວຍໃຊ້ສິດທິມະນຸດ”. ຕໍ່ມາ, ທ່ານປະທານສະພາເອີຣົບ (EUC) Charles Michel ຖະແຫຼງວ່າ, ອີຢູ ບໍ່ຮອງຮັບໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ເບລາຣຸດ ແລະ “ອີຢູ ຈະຈັດວາງບັນດາຄຳສັ່ງລົງໂທດໂດຍໄວ ບາງເປົ້າໝາຍທີ່ຮັບຜິດຊອບກ່ຽວກັບບັນດາການກະທຳໃຊ້ຄວາມຮຸນແຮງ, ປາບປາມ ແລະ ສໍ້ໂກງໃນການເລືອກຕັ້ງ”.

ພາຍຫຼັງການເລືອກຕັ້ງຢູ່ ເບລາຣຸດຄົບ 10 ວັນພໍດີ, ວັນທີ 19 ສິງຫາ, ບັນດາການນຳ ອີຢູ ໄດ້ດຳເນີນພິທີໄຂກອງປະຊຸມທາງອອນລາຍໂດຍດ່ວນ ເພື່ອປຶກສາຫາລືກ່ຽວກັບວິກິດການຢູ່ ເບລາຣຸດ.

        ເຖິງຢ່າງໃດກໍຕາມ, ບັນດາປະເທດສະມາຊິກ ອີຢູ ພັດມີບັນດາທັດສະນະທີ່ແຕກຕ່າງກັນຫຼາຍພໍສົມຄວນກ່ຽວກັບວິທີການສຳຜັດກັບວິກິດການ ເບລາຣຸດ, ໂດຍສະເພາະແມ່ນໃນບັນຫາຈັດວາງມາດຕະການລົງໂທດ. ຜົນຕາມມາແມ່ນ ມາຮອດຈຸດເວລານີ້, ອີຢູ ຍັງບໍ່ທັນເປັນເອກະພາບກັນກ່ຽວກັບຫຼັກໝັ້ນ ແລະ ບັນດາມາດຕະການລົງໂທດ ເບລາຣຸດ, ປັດຈຸບັນໄດ້ສະແດງໃຫ້ເຫັນການແບ່ງແຍກຢ່າງຈະແຈ້ງຢູ່ພາຍໃນ ເອີຣົບ ກ່ຽວກັບໜຶ່ງໃນບັນດາບັນຫາຮ້ອນເຮັ່ງທີ່ສຸດຂອງທະວີບນີ້.

        ການແບ່ງແຍກທັດສະນະລະຫວ່າງບັນດາປະເທດສະມາຊິກ ອີຢູ

        ຕາມແຫຼ່ງຂ່າວຈາກ ເອີີຣົບ ແລ້ວ, ອີຢູ ພວມສ້າງບັນຊີລາຍຊື່ບັນດາບຸກຄົນຢູ່ ເບລາຣຸດ ທີ່ຖືກປິດລ້ອມຊັບສົມບັດ ຫຼື ຫ້າມບໍ່ໃຫ້ໄປມາ ຍ້ອນມີສ່ວນກ່ຽວຂ້ອງເຖິງຄວາມບໍ່ສະຫງົບທີ່ເກີດຂຶ້ນຢູ່ປະເທດນີ້. ໃນນັ້ນ, ເຈົ້າໜ້າທີ່ຈຳນວນໜຶ່ງຖືວ່າ ບັນຊີລາຍຊື່ດັ່ງກ່າວ ອາດຈະລວມມີປະມານ 20 ຄົນ, ແຕ່ຈຳນວນໜຶ່ງພັດຮຽກຮ້ອງໃຫ້ມີຫຼາຍກວ່ານັ້ນອີກ. ໝາກຜົນແມ່ນ, ຮອດວັນທີ 31 ສິງຫາ, ມີພຽງແຕ່ 3 ປະເທດສະມາຊິກຂອງ ອີຢູ ແມ່ນ Estonia, Latvia  ແລະ Litva ໄດ້ອອກຄຳສັ່ງຫ້າມເຂົ້າເມືອງສຳລັບ ທ່ານ Alexander Lukashenko ພ້ອມກັບ ເຈົ້າໜ້າທີ່ຂັ້ນສູງ 29 ຄົນ ຂອງ ເບລາຣຸດ, ໃນຂະນະທີ່ 24 ປະເທດສະມາຊິກຍັງເຫຼືອ ຂອງ ອີຢູ ຍັງບໍ່ທັນຍົກອອກຢ່າງເປັນທາງການບໍ່ວ່າຂໍ້ຕົກລົງໃດໆ ເທື່ອ.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຫຼາຍປະເທດໃຫຍ່ໃນ ອີຢູ ຄື ເຢຍລະມັນ ແລະ ຝລັ່ງ ພັດຢາກໃຫ້ບຸລິມະສິດຕໍ່ການຊຸກຍູ້ບັນດາມາດຕະການທາງການທູດໃຫ້ແກ່ວິກິດການດັ່ງກ່າວ. ໃນຖະແຫຼງການທີ່ໄດ້ຍົກອອກໃນວັນທີ 20 ສິງຫາ, ທ່ານປະທານາທິບໍດີ ຝລັ່ງ E.Macron ໄດ້ສະເໜີໃຫ້ ອີຢູ ເປັນກາງໃນການໄກເກ່ຍວິກິດການທີ່ເກີດຂຶ້ນຢູ່ ເບລາຣຸດ ໃນປັດຈຸບັນ, ພ້ອມທັງຖືວ່າ ການດຳເນີນເຈລະຈາ ແມ່ນສິ່ງທີ່ຈຳເປັນທີ່ສຸດ. ໂດຍມີທັດສະນະດຽວກັນກັບປະທານາທິບໍດີ ຝລັ່ງ, ວັນທີ 28 ສິງຫາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການເຈລະຈາກັບ ລັດເຊຍ ກ່ຽວກັບວິກິດການຢູ່ ເບລາຣຸດ, ພ້ອມທັງຢັ້ງຢືນວ່າ ມົດສະກູ ແມ່ນປັດໄຈສຳຄັນ ແລະ ມີລັກສະນະຍຸດທະສາດໃນໂລກ.

ເອີ​ຣົບ ຖືກ​ແບ່ງ​ແຍກ​ໃນ​ວິ​ກິດ​ການ ເບ​ລາ​ຣຸດ - ảnh 2ການແຫ່ຂະບວນປະທ້ວງຄັດຄ້ານຜົນການເລືອກຕັ້ງປະທານາທິບໍ ເບລາຣຸດ (ພາບ: kinhtedothi.vn) 

        ໃນຖານະເປັນປະເທດພັນທະມິດສຳຄັນທີ່ສຸດຂອງ ເບລາຣຸດ, ແນ່ນອນວ່າ ລັດເຊຍ ຈະຄັດຄ້ານທຸກການແຊກແຊງ ແລະ ຈັດວາງຄຳສັ່ງລົງໂທດຈາກພາຍນອກສຳລັບ ເບລາຣຸດ. ວັນທີ 19 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ກ່າວຫາບັນດາອິດທິກຳລັງຕ່າງປະເທດທີ່ໄດ້ສວຍໃຊ້ວິກິດການປັດຈຸບັນ ເພື່ອແຊກແຊງເຂົ້າສະພາບການພາຍໃນຂອງ ເບລາຣຸດ, ທ່ານໄດ້ເນັ້ນໜັກວ່າ ບໍ່ຕ້ອງການບໍ່ວ່າກຳລັງເປັນກາງຈາກພາຍນອກໃດໆ ເພື່ອແກ້ໄຂສະພາບການຂາດສະຖຽນລະພາບຢູ່ປະເທດເອີຣົບຕາເວັນອອກນີ້. ກ່ອນໜ້ານັ້ນ, ໃນການເຈລະຈາຄັ້ງຕ່າງໆລະຫວ່າງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກ່ຽວກັບສະພາບການຢູ່ ເບລາຣຸດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍຢັ້ງຢືນວ່າ ບັນດາການແຊກແຊງເຂົ້າວຽກງານພາຍໃນຂອງ ເບລາຣຸດ ຈາກພາຍນອກ ພຽງແຕ່ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດເທົ່ານັ້ນ ແລະ ບໍ່ສາມາດຍອມຮັບໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ