ເອີ​ຣົບ ຜ່ອນ​ຜັນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ກະ​ສິ​ກຳ

(VOVWORLD) - ໂດຍປະເຊີນໜ້າກັບກະແສເຊິ່ງຊາວກະສິກອນບັນດາປະເທດເອີຣົບ ໄດ້ປະທ້ວງເປັນວົງກວ້າງນັບແຕ່ຕົ້ນປີ ແລະ ຄວາມວິຕົກກັງວົນ ຈະສົ່ງຜົນກະທົບຕໍ່ການເລືອກຕັ້ງລັດຖະສະພາເອີຣົບ ໃນເດືອນ ມິຖຸນາ ຈະມາເຖິງນີ້, ໃນໄລຍະຜ່ານມາ, ສະຫະພາບເອີຣົບ ໄດ້ມີການກະທຳຕ່າງໆເພື່ອຜ່ອນຜັນບັນດາຂໍ້ກຳນົດກົດລະບຽບກ່ຽວກັບສິ່ງແວດລ້ອມໃນດ້ານກະສິກຳ.
ເອີ​ຣົບ ຜ່ອນ​ຜັນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ກະ​ສິ​ກຳ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 08 ເມສາ, ລັດຖະມົນຕີກະຊວງກະສິກຳບັນດາປະເທດ ສະຫະພາບເອີຣົບ (EU) ໃຫ້ຮູ້ວ່າ ໄດ້ຕົກລົງເຫັນດີປະຕິບັດຕື່ມອີກບາງມາດຕະການໃໝ່ກ່ຽວກັບການຈຳກັດການນຳເຂົ້ານສຳລັບບັນດາຜະລິດຕະພັນກະສິກຳຈາກ ຢູແກຼນ. ນີ້ແມ່ນການກະທຳຫຼ້າສຸດ ໂດຍຊີ້ໃຫ້ເຫັນວ່າ ຄະນະກຳມະການເອີຣົບ ພວມນັບມື້ນັບປະນິປະນອມຕໍ່ກຳລັງກົດດັນຈາກຊາວກະສິກອນ.

       ກະສິກຳກາຍເປັນຂົງເຂດບຸລິມະສິດ

        ຂໍ້ຕົກລົງກ່ຽວຂ້ອງເຖິງຜະລິດຕະພັນກະສິກຳນຳເຂົ້າຈາກ ຢູແກຼນ ພຽງແຕ່ແມ່ນໜຶ່ງໃນຫຼາຍຄຳຮຽກຮ້ອງ ເຊິ່ງຊາວກະສິກອນໃນທົ່ວເອີຣົບ ຮຽກຮ້ອງຄະນະກຳມະການເອີຣົບ (EC) ຕ້ອງປະຕິບັດແຕ່ຫຼາຍເດືອນຜ່ານມາ, ແນໃສ່ປົກປ້ອງຜົນປະໂຫຍດຂອງຂະແໜງກະສິກຳເອີຣົບ. ບັນດາຄຳຮຽກຮ້ອງອັນແຮງກ້າກວ່າ ແມ່ນກ່ຽວຂ້ອງເຖິງການຜ່ອນຜັນຂໍ້ກຳນົດ, ນະໂຍບາຍຕ່າງໆກ່ຽວກັບສິ່ງແວດລ້ອມ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຊາວກະສິກອນເອີຣົບ ຖືວ່າ ໄດ້ສົ່ງຜົນຮ້າຍຕໍ່ກຳລັງແກ້ງແຍ້ງຂອງຂະແໜງອຸດສາຫະກຳເອີຣົບ.

        ວັນທີ 26 ມີນາ, ບັນດາຊາວກະສິກອນເອີຣົບ ຍາດໄດ້ໄຊຊະນະຄັ້ງໃຫຍ່ສຸດ ນັບແຕ່ເວລາເລີ່ມດຳເນີນການແຫ່ຂະບວນປະທ້ວງເມື່ອຕົ້ນປີມານີ້,  ໃນຂະນະທີ່ EC ຕົກລົງຜ່ອນຜັນຫຼາຍຂໍ້ກຳນົດກ່ຽວກັບສິ່ງແວດລ້ອມໃນນະໂຍບາຍກະສິກຳລວມ (CAP) ຂອງກຸ່ມ. ພິເສດ, EC ກໍເລື່ອນການຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູທໍາມະຊາດ, ເຊິ່ງເນື້ອໃຈຈຸດສຸມແມ່ນຂໍ້ກຳນົດກ່ຽວກັບເລື່ອງ ບັນດາປະເທດ EU ຕ້ອງມີບັນດານະໂຍບາຍເພື່ອຟື້ນຟູທຳມະຊາດໃນເນື້ອທີ່ດິນ ແລະ ທະເລ ຢ່າງໜ້ອຍສຸດແມ່ນ 20% ໃນປີ 2030. ຕາມທ່ານນາງ Anika Raisz, ລັດຖະມົນຕີກະຊວງກະສິກຳ ຮຸງກາຣີ ແລ້ວ, ເຖິງວ່າ ຮຸງກາຣີ ໄດ້ຮັບຖືວ່າ ແມ່ນປະເທດທີ່ມີເນື້ອທີ່ປ່າທຳມະຊາດໄດ້ຮັບການປົກປັກຮັກສາດີທີ່ສຸດໃນເອີຣົບກໍຕາມ, ແຕ່ບັນຫາຂອງເອີຣົບ ໃນປັດຈຸບັນ ແມ່ນຕ້ອງເບິ່ງສະພາບການຕົວຈິງຂອງວິວັດທະນາການປະຕິບັດບັນດາເປົ້າໝາຍກ່ຽວກັບສິ່ງແວດລ້ອມ.

        “ກະສິກຳ ແມ່ນຂົງເຂດທີ່ສຳຄັນທີ່ສຸດ, ບໍ່ພຽງແຕ່ຢູ່ ຮຸງກາຣີ ເທົ່ານັ້ນ ຫາກຍັງຢູ່ທຸກໆປະເທດເອີຣົບອີກດ້ວຍ. ດັ່ງນັ້ນ, ຂ້າພະເຈົ້າຖືວ່າ ຕ້ອງເບິ່ງຄວາມຄືບໜ້າຕົວຈິງສຳລັບບັນດາເປົ້າໝາຍ ເຊິ່ງເອີຣົບ ຢາກບັນລຸໄດ້ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຕ້ອງໃສ່ໃຈເຖິງທຸກຂົງເຂດ ແລະ ປັດໄຈທີ່ຊ່ວຍໃຫ້ພວກເຮົາບັນລຸໄດ້ເປົ້າໝາຍນີ້.”

        ໄປຄຽງຄູ່ກັບບັນດາການກະທຳເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຈາກ EC, ລັດຖະບານຫຼາຍປະເທດສະມາຊິກ EU ກໍໄດ້ຍົກອອກຫຼາຍນະໂຍບາຍໃໝ່ ເພື່ອຕອບສະໜອງຄວາມຮຽກຮ້ອງຂອງຊາວກະສິກອນ. ຢູ່ ຝລັ່ງ, ໃນທ້າຍເດືອນ ມີນາ ຜ່ານມາ, ສະພາສູງ ຝລັ່ງ ໄດ້ປ່ອນບັດຄັດຄ້ານການໃຫ້ສັດຕະຍາບັນສັນຍາການຄ້າເສລີ EU - ການາດາ (CETA) ດ້ວຍເຫດຜົນສັນຍາສະບັບນີ້ ມີບັນດາມາດຕາທີ່ບໍ່ອຳນວຍສຳລັບຜູ້ລ້ຽງສັດຢູ່ ຝລັ່ງ. ຖັດຈາກນັ້ນ, ວັນທີ 01 ເມສາ, ລັດຖະບານ ຝລັ່ງ ໄດ້ຕົກລົງເລື່ອນຊົ່ວຄາວກ່ຽວກັບການປະຕິບັດບັນດາຂໍ້ກຳນົດຮຽກຮ້ອງໃຫ້ຫຼຸດຜ່ອນການນຳໃຊ້ຢາຂ້າສັດຕູພືດໃນການເຮັດກະສິກຳ. ກ່ອນໜ້ານັ້ນ, ນັບແຕ່ເດືອນມັງກອນ 2024, ລັດຖະບານ ຝລັ່ງ ໄດ້ເພີ່ມເງິນອຸດໜູນໃຫ້ແກ່ກະສິກອນ, ປະຕິບັດນະໂຍບາຍບຸລິມະສິດອັດຕາພາສີອາກອນ, ພະລັງງານ ແລະ ເພີ່ມເງິນອຸດໜູນໃຫ້ແກ່ຄ່າໃຊ້ຈ່າຍດ້ານສັດຕະວະແພດ.

        ຢູ່ແອັດສະປາຍ, ເມື່ອຕົ້ນເດືອນ ກຸມພາຜ່ານມາ, ລັດຖະບານຂອງທ່ານນາຍົກລັດຖະມົນຕີ Pedro Sanchez ໄດ້ຮັບຮອງເອົາກົດໝາຍວ່າດ້ວຍລະບົບທັນຍາຫານ ຕາມນັ້ນ ຈະຍູ້ແຮງການຜັນຂະຫຍາຍກອງທຶນທີ່ມີມູນຄ່າ 4 ຕື້ ເອີຣົບ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນເພື່ອຊ່ວຍເຫຼືອຊາວກະສິກອນ ນັບແຕ່ປີ 2022 ແລະ ໝັ້ນໝາຍວ່າ ຈະເບີກຈ່າຍບ້ວງເງິນຊ່ວຍເຫຼືອຊາວກະສິກອນປະເທດນີ້ ຈາກ CAP ລວມມູນຄ່າ 6,8 ຕື້ ເອີຣົບ ໂດຍໄວ. ຢູ່ ອີຕາລີ, ປອັກຕຸຍການ, ເກຼກ, ແບນຊິກ, ໂປໂລຍ…  ກໍໄດ້ຈັດວາງ, ປະຕິບັດບັນດາມາດຕະການໜູນຊ່ວຍດ້ານການເງິນທີ່ຄ້າຍຄືກັນ.

       ໂຈດການເລືອກຕັ້ງ

        ຊາວກະສິກອນ ພຽງແຕ່ກວມເອົາ 4,2% ກຳລັງແຮງງານຂອງ EU ແລະ ຂົງເຂດກະສິກຳ ກໍປະກອບສ່ວນພຽງແຕ່ 1,4% ເຂົ້າໃນລວມຍອດຜະລິດຕະພັນພາຍໃນ (GDP) ຂອງກຸ່ມເທົ່ານັ້ນ. ແຕ່ວ່າ, ຕາມທ່ານນາງ Simone Tagliapietra, ນັກຊ່ຽວຊານຂອງກອງທຶນຄົ້ນຄວ້າ Bruegel ມີສຳນັກງານຕັ້ງຢູ່ ບຣຸກແຊນ (ແບນຊິກ) ແລ້ວ, ແຕ່ດົນນານມາແລ້ວ, ກະສິກຳ ມີຜົນກະທົບອັນສຳຄັນຕໍ່ບັນດາປະເທດເອີຣົບ ແລະ ຍາມໃດກໍໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງຂອງສີສັນວັດທະນະທຳເອີຣົບ. ດັ່ງນັ້ນ, ປະຊາຊົນເອີຣົບ ຍາມໃດກໍສະໜັບສະໜູນຊາວກະສິກອນ.

        ນີ້ແມ່ນປັດໄຈເຮັດໃຫ້ບັນດາລັດຖະບານມີຄວາມວິຕົກກັງວົນ ເພາະວ່າ ບັນດາພັກຂວາຈັດ ແລະ ປະຊານິຍົມ ອາດຈະສວຍໃຊ້ຄວາມບໍ່ພໍໃຈຂອງຊາວກະສິກອນ ເພື່ອຍຸແຍ່ແກ່ດຶງການສະໜັບສະໜູນຈາກເຂົາເຈົ້າໃນການເລືອກຕັ້ງລັດຖະສະພາເອີຣົບ, ເຊິ່ງຄາດວ່າຈະດຳເນີນໃນຕົ້ນເດືອນມິຖຸນາຈະມາເຖິງ. ຄວາມວິຕົກກັງວົນນີ້ ແມ່ນມີພື້ນຖານ ເພາະວ່າ ບົດລາຍງາຍໂດຍ ຄະນະກຳມະການບັນດາເຂດຂອງ EU ໄດ້ປະກາດເມື່ອເດືອນ ມີນາ ຜ່ານມາໄດ້ຊີ້ໃຫ້ເຫັນວ່າ, ເຂດຊົນນະບົດຢູ່ບັນດາປະເທດ EU ມີທ່າອ່ຽງສະໜັບສະໜູນບັນດາພັກຂວາຈັດ, ປະຊານິຍົມສູງກວ່າຫຼາຍ ເມື່ອທຽບໃສ່ເຂດອື່ນ. ທ່ານ David Clarinval, ລັດຖະມົນຕີກະສິກຳ ແບນຊິກ, ເຊິ່ງເປັນປະເທດປະທານໝູນວຽນ ສະພາເອີຣົບ ຖືວ່າ ເພື່ອແກ້ໄຂບັນຫານີ້ ຕ້ອງສ້າງຮູບແບບພັດທະນາໃໝ່ໃຫ້ແກ່ກະສິກຳເອີຣົບແບບຍືນຍົງກວ່າອີກ ຕໍ່ໜ້າບັນດາສິ່ງທ້າທາຍໃໝ່.

        ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການ ຖືວ່າ ໃນໄລຍະຍາວ ສິ່ງທ້າທາຍໃຫຍ່ກວ່າສຳລັບ EU ແມ່ນບັນລຸໄດ້ຄວາມດຸ່ນດ່ຽງລະຫວ່າງບັນດາຄວາມຄາດຫວັງກ່ຽວກັບສິ່ງແວດລ້ອມ, ເຊິ່ງໄດ້ຮັບຖືວ່າ ເປັນບຸລິມະສິດແຖວໜ້າຂອງ EC ໃນອາຍຸການຜ່ານມາ, ດ້ວຍບັນດາຜົນປະໂຫຍດພື້ນຖານຂອງຊາວກະສິກອນຂອງກຸ່ມນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ