ເອີ​ຣົບ ແລະ ບັນ​ດາ​ຄວາ​ມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ

(VOVWORLD) - ສະຫະພາບເອີຣົບ (ອີຢູ) ສືບຕໍ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນຫາອົບພະຍົບ ພາຍຫຼັງ ຮຸງກາຣີ ແລະ ໂປໂລຍ ຄັດຄ້ານຂໍ້ຕົກລົງສະບັບດັ່ງກ່າວຢ່າງແຮງ ຢູ່ທີ່ກອງປະຊຸມສຸດຍອດຂອງກຸ່ມ ເຊິ່ງດຳເນີນໃນວັນທີ 29  30 ມິຖຸນາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ. ປະຕິກິລິຍາຂອງ 2 ປະເທດດັ່ງກ່າວຊີ້ໃຫ້ເຫັນວ່າ ການອົບພະຍົບຍັງແມ່ນບັນຫາ ທີ່ສະຫະພາບເອີຣົບ ບໍ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ.
ເອີ​ຣົບ ແລະ ບັນ​ດາ​ຄວາ​ມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ - ảnh 1ເອີຣົບ ແລະ ບັນດາຄວາມບໍ່ລົງລອຍກັນໃນການແກ້ໄຂບັນຫາອົບພະຍົບ (ພາບ: AFP/TTXVN)

ກອງປະຊຸມສຸດຍອດ ໄດ້ດຳເນີນໃນສະພາບການທີ່ນັບມື້ນັບມີຄົນເສຍຊີວິດຫຼາຍຂຶ້ນເມື່ອ ອົບພະຍົບໄປຍັງ ເອີຣົບ ຢ່າງຜິດກົດໝາຍ. ກ່ອນດຳເນີນກອງປະຊຸມພຽງ 2 ອາທິດ, ມີກຳປັ່ນຂົນສົ່ງຊາວອົບພະຍົບ 750 ຄົນ ຖືກໂຈມນ້ຳຢູ່ ນອກຝັ່ງ ເກຼັກ. ນີ້ແມ່ນເຫດກ່ຳປັ່ນໂຈມນ້ຳ  ທີ່ຮ້າຍແຮງທີ່ສຸດ ທີ່ເກີດຂຶ້ນຢູ່ທະເລ ເມດີເຕີເຣນຽນ.  ອົງການອະໄພໂທດສາກົນຖືວ່າ ເຫດການດັ່ງກ່າວແມ່ນຜົນຕາມມາຂອງນະໂຍບາຍ “ປ້ອມປ້ອງເອີຣົບ” ເຊິ່ງ ບຣຸກແຊນ ໄດ້ປະຕິບັດມາແຕ່ປີ 2016, ພາຍຫຼັງທີ່ຊາວ ຊີຣີ ກວ່າ 1 ລ້ານຄົນອົບພະຍົບໄປຍັງ ເອີຣົບ ເພື່ອຫຼີກລ້ຽງການປະທະກັນໃນປີ 2015.

       ຮຸງກາຣີ ແລະ ໂປໂລຍ ບໍ່ມີຄວາມລົງລອຍກັນ

        ຕາມຂໍ້ຕົກລົງວ່າດ້ວຍບັນຫາອົບພະຍົບທີ່ໄດ້ຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອີຢູ, ແຕ່ລະປະເທດ ອີຢູ ຈະຮັບຜິດຊອບຜູ້ອົບພະຍົບຈຳນວນໜຶ່ງ. ປະເທດໃດທີ່ບໍ່ຢາກປະຕິບັດຄວາມຜິດຊອບດັ່ງກ່າວ ສາມາດຫາການຊ່ວຍເຫຼືອຈາກປະເທດອື່ນ ດ້ວຍຄ່າໃຊ້ຈ່າຍຂຶ້ນເຖິງ 20.000 ເອີໂຣ ຕໍ່ຜູ້ອົບພະຍົບ 1 ຄົນ.

        ຕົວຈິງ, ຕົ້ນເດືອນມິຖຸນາຜ່ານມາ, ພາຍຫຼັງເຈລະຈາຢ່າງເຄັ່ງຕຶງມາເປັນເວລາຫຼາຍເດືອນ, ໃນກອງປະຊຸມຂອງສະພາເອີຣົບຢູ່ ລຸກຊຳບວກ, ລັດຖະມົນຕີກະຊວງພາຍໃນ ຂອງບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບທັດສະນະເຈລະຈາກ່ຽວກັບຂໍ້ກຳນົດກົດລະບຽບຂໍລີ້ໄພ ແລະ ລະບອບລະບຽບການຄຸ້ມຄອງຊາວລີ້ໄພ. ຂໍ້ຕົກລົງໄດ້ຮັບການຕີລາຄາວ່າ ແມ່ນ “ຄວາມດຸ່ນດ່ຽງທີ່ດີ” ກ່ຽວກັບຄວາມຮັບຜິດຊອບສຳລັບຜູ້ຂໍລີ້ໄພ ແລະ ສະແດງຄວາມສາມັກຄີໃນ ອີຢູ, ພ້ອມທັງເປັນບາດກ້າວບຸກທະລຸໃນບັນຫາອົບພະຍົບ. ຖ້າຫາກວ່າ ຂໍ້ຕົກລົງ ເຊິ່ງ ບັນດາລັດຖະມົນຕີ ອີຢູ ພັນລະນາວ່າເປັນຄັ້ງ “ປະຫວັດສາດ” ນີ້ ອາດຈະຜ່ານຜ່າບັນດາການເຈລະຈາສຸດທ້າຍກັບລັດຖະສະພາເອີຣົບ ກໍຄືໄດ້ຮັບການໃຫ້ສັດຕະຍາບັນຢ່າງເປັນທາງການຈາກສະພາແຫ່ງຊາດບັນດາປະເທດນັ້ນ, ມັນອາດຈະເຮັດໃຫ້ປ່ຽນແປງສະພາບການອົບພະຍົບຢູ່ ເອີຣົບ. ແຕ່ວ່າເພື່ອບັນລຸໄດ້ບັນຫານັ້ນ ແມ່ນບໍ່ງ່າຍດາຍ.

        ຮຸງກາຣີ ແລະ ໂປໂລຍ ແມ່ນ 2 ປະເທດໃນ ອີຢູ ທີ່ປ່ອນບັດຄ້ານ. 2 ປະເທດນີ້ ກໍຖະແຫຼງວ່າ ຈະບໍ່ຮ່ວມມື, ຈະຊອກຫາວິທີສະກັດກັ້ນ ສົນທິສັນຍາອົບພະຍົບ ແລະ ລີ້ໄພ. ແລະທີ່ກອງປະຊຸມສຸດຍອດ ອີຢູ ໃນວັນທີ 29 ມິຖຸນາ, ໂປໂລຍ ແລະ ຮຸງກາຣີ ສືບຕໍ່ຢັ້ງຢືນວ່າ ຂໍ້ຕົກລົງດັ່ງກ່າວ ໄດ້ຮັບການຮັບຮອງເອົາດ້ວຍການສະໜັບສະໜູນຈາກສ່ວນໃຫຍ່, ຫາກບໍ່ແມ່ນຄວາມເຫັນດີເຫັນພ້ອມ.

        ກ່າວຄຳເຫັນຢູ່ ບຣຸກແຊນ ພາຍຫຼັງກອງປະຊຸມສຸດຍອດ, ວັນທີ 30 ມິຖຸນາ, ການນຳ ຮຸງກາຣີ ແລະ ໂປໂລຍ ຖືຂໍ້ຕົກລົງສະບັບນີ້ ແມ່ນການລ່ວງລ້ຳອະທິປະໄຕແຫ່ງຊາດ ແລະ ຖືວ່າ ມາດຕາໃນຂໍ້ຕົກລົງດັ່ງກ່າວ ຈະສົ່ງເສີມບັນດາກະແສຊາວອົບພະຍົບໄປຍັງ ເອີຣົບ ກໍຄື ສ້າງເງື່ອນໄຂໃຫ້ແກ່ການຄ້າມະນຸດເທົ່ານັ້ນ. ທ່ານນາຍົກລັດຖະມົນຕີ ໂປໂລຍ ໃຫ້ຮູ້ວ່າ ປະເທດນີ້ ມີແຜນການຈັດການລົງປະຊາມະຕິເອົາຄຳຄິດເຫັນຂອງປະຊາຊົນກ່ຽວກັບການຕັ້ງຖິ່ນຖານຄືນໃໝ່ຂອງຊາວອົບພະຍົບ ໃນວັນຈັດການເລືອກຕັ້ງສະພາແຫ່ງຊາດປີນີ້. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໃຫ້ຮູ້ວ່າ ທ່ານຈະສືບຕໍ່ສະກັດກັ້ນບັນດາຫຼັກການອົບພະຍົບໃໝ່ ຈົນຮອດເວລາໃດທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ຖືຂໍ້ສະເໜີແນະດັ່ງກ່າວ ເປັນໄພນາບຂູ່ຢ່າງຮ້າຍແຮງສຳລັບ ຮຸງກາຣີ.

        ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນດຽວກັນ, ພາຍຫຼັງກອງປະຊຸມຢູ່ ບຣຸກແຊນ, ປະເທດແບນຊິກ, ທ່ານປະທານສະພາເອີຣົບ Charles Michel ໃຫ້ຮູ້ວ່າ ທັດສະນະຂອງ ໂປໂລຍ ແລະ ຮຸງກາຣີ ໄດ້ຮັບການຮັບຮູ້, ແຕ່ທ່ານກໍເນັ້ນໜັກວ່າ “ບັນຫາອົບພະຍົບແມ່ນສິ່ງທ້າທາຍສຳລັບເອີຣົບ, ຮຽກຮ້ອງຕ້ອງມີປະຕິກິລິຍາລວມ”.

ການອົບພະຍົບ ຍາມໃດກໍແມ່ນບັນຫາຍາກທີ່ແກ້ໄຂໄດ້ຂອງ ອີຢູ

        ຄວາມຈົນຕາແຈຄັ້ງນີ້ແມ່ນສັນຍານຫຼ້າສຸດ ທີ່ຊີ້ໃຫ້ເຫັນວ່າ ບັນຫາອົບພະຍົບ ຈະສືບຕໍ່ກາຍເປັນຫົວຂໍ້ຍາກທີ່ສຸດໃນທຸກກອງປະຊຸມສຸດຍອດຂອງ ອີຢູ. ເລື່ອງຊາວອົບພະຍົບສືບຕໍ່ໄປຍັງ ເອີຣົບ ຜ່ານເສັ້ນທາງທະເລ ເມດີເຕີເຣນຽນ ແລະ ພາບເສົ້າສະຫຼົດໃຈຄືກັບເຫດກ່ຳປັ່ນໂດຍສານຊາວອົບພະຍົບຖືກຈົມນ້ຳຢູ່ນອກຝັ່ງທະເລ ເກຼັກ ນັ້ນ, ເອີຣົບ ຍາກທີ່ຈະຫາມາດຕະການທີ່ມີປະສິດທິຜົນໄດ້. ທີ່ກອງປະຊຸມສຸດຍອດຂອງ ອີຢູ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ສະໜີໃຫ້ບັນດາການນຳ ປຶກສາຫາລືຄືນບັນຫານີ້ໃນກອງປະຊຸມສຸດຍອດຄັ້ງຕໍ່ໄປ, ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີແບນຊິກ Alexander De Croo ຖືວ່າ ບັນຫາອົບພະຍົບນີ້ ຄວນໄດ້ຕື່ມໃສ່ວາລະເຮັດວຽກຂອງກອງປະຊຸມສຸດຍອດຄັ້ງຕ່າງໆ.

        ໃນການຜັນແປຫຼ້າສຸດ, ວັນທີ 3 ກໍລະກົດ, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez, ເຊິ່ງເປັນປະເທດປະທານ ໝູນວຽນ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ອີຢູ ຢາກບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງໃນທ້າຍປີນີ້, ໃນນັ້ນ ຍົກອອກບັນດາເນື້ອໃນກ່ຽວກັບແບບວິທີແກ້ໄຂບັນຫາຊາວອົບພະຍົບນັບພັນຄົນທີ່ ພວມໄປຍັງທະວີບນີ້. ຈາກແງ່ມູມທາງການເມືອງ, ນີ້ຈະແມ່ນປະກົດການສຳຄັນ, ພາຍຫຼັງປະເຊີນໜ້າກັບວິກິດການອົບພະຍົບມາເປັນເວລາຫຼາຍປີ.

        ແລະ ໃນຂະນະທີ່ບັນດາປະເທດ ອີຢູ ຍັງບໍ່ທັນມີນະໂຍບາຍລວມເພື່ອແກ້ໄຂບັນດາຊາວອົບພະຍົບຢູ່ຝັ່ງທະເລ ເມດີເຕີເຣນຽນ ໃຫ້ສົມເຫດສົມຜົນນັ້ນ, ຫຼາຍຄົນຍັງຝາກຊີວິດຂອງຕົນນຳກຸ່ມຄົນສົ່ງຊາວອົບປະພົບຢ່າງຜິດກົດໝາຍເຂົ້າ ອີຢູ, ດ້ວຍຄວາມຫວັງວ່າ ຈະມີຊີວິດທີ່ດີກວ່າບ້ານເກີດເມືອງຂອງຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ