ເອີ​ຣົບ ແລະ ບັນ​ຫາ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ປີ 2022

(VOVWORLD) -ຂະບວນການຟື້ນຟູເສດຖະກິດ ເອີຣົບ ໄດ້ຮັບການຄາດຄະເນວ່າ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນປີ 2022. ຄວາມກົດດັນຕໍ່ພື້ນຖານເສດຖະກິດເອີຣົບເພີ່ມຂຶ້ນສູງຍ້ອນວ່າໂລກລະບາດໂຄວິດ - 19 ຍັງບໍ່ທັນໄດ້ຮັບການຄວບຄຸມ, ທ່າອ່ຽງໄພເງິນເຟີ້ເພີ່ມຂຶ້ນສູງຢູ່ຫຼາຍປະເທດ.

ຕາມການສຳຫຼວດຂອງໜັງສືພິມ Financial Times ກັບບັນດານັກເສດຖະກິດໄດ້ສະແດງໃຫ້ເຫັນວ່າ ມີຫຼາຍຄົນເກີດຄວາມວິຕົກກັງວົນ, ໄປພ້ອມກັບໂລກລະບາດໂຄວິດ - 19, ໄພເງິນເຟີ້ ແມ່ນປັດໄຈສ່ຽງທີ່ໜ້າສົນໃຈທີ່ສຸດສຳລັບແງ່ຫວັງຟື້ນຟູ ແລະ ການເຕີບໂຕຂອງ 19 ປະເທດທີ່ນຳໃຊ້ສະກຸນເງິນ ເອີໂຣ. ຖ້າຫາກວ່າ ພາຍຫຼັງປີ 2022, ໄພເງິນເຟີ້ຍັງສືບຕໍ່ເພີ່ມຂຶ້ນສູງກວ່າເປົ້າໝາຍນັ້ນ, ທະນາຄານສູນກາງເອີຣົບ (ECB) ຈະຕ້ອງດັດປັບນະໂຍບາຍຢ່າງແຮງກວ່າ, ເຮັດໃຫ້ເພີ່ມພາລະແກ່ພື້ນຖານເສດຖະກິດ ແລະ ກໍ່ຄວາມສ່ຽງກ່ຽວກັບສະຖຽນລະພາບດ້ານການເງິນ.

ເອີ​ຣົບ ແລະ ບັນ​ຫາ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ປີ 2022 - ảnh 1ສະກູນເງິນ ເອີໂຣ (ພາບ: AFP/TTXVN)

        ຄວາມວິຕົກກັງວົນກ່ຽວກັບໄພເງິນເຟີ້

        ຕາມທ່ານ Laurence Boone ຫົວໜ້ານັກເສດຖະກິດຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລ້ວ, ໄພເງິນເຟີ້ ຍາມໃດກໍແມ່ນການຫຼອກຫຼອນສຳລັບທຸກຄົນ. ກໍຄືຢູ່ຫຼາຍແຫ່ງໃນໂລກ, ລາຄາສິນຄ້າຢູ່ເອີຣົບ ເພີ່ມຂຶ້ນຢ່າງແຮງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຖືກຜົນສະທ້ອນ, ລາຍຈ່າຍຄ່າອາຫານ ແລະ ພະລັງງານເພີ່ມຂຶ້ນສູງ ແລະ ທ່າອ່ຽງນີ້ ໄດ້ຮັບຖືວ່າຈະສືບຕໍ່ແກ່ຍາວ.

        ໃນຂະນະນັ້ນ, ຕົ້ນເດືອນມັງກອນ 2022, ອົງການສະຖິຕິ ເອີຣົບ (Eurotat) ປະກາດຕົວເລກເບື້ອງຕົ້ນໂດຍຊີ້ໃຫ້ເຫັນວ່າ ອັດຕາໄພເງິນເຟີ້ຂອງ Eurozone ໄດ້ເພີ່ມຂຶ້ນລະດັບບັນລຸສະຖິຕິ 5% ໃນເດືອນທັນວາ 2021. ນີ້ກໍແມ່ນລະດັບໄພເງິນເຟີ້ສູງສຸດໃນ 25 ປີຜ່ານມາ, ນັບແຕ່ຂໍ້ມູນທີ່ກ່ຽວຂ້ອງໄດ້ຮັບການເກັບກຳມາແຕ່ປີ 1997. ຕົວເລກດັ່ງກ່າວສູງກວ່າ ເມື່ອທຽບໃສ່ລະດັບຄາດໝາຍໄພເງິນເຟີ້ 2% ເຊິ່ງ ECB ໄດ້ວາງອອກສຳລັບພາກພື້ນທີ່ນຳໃຊ້ສະກຸນເງິນລວມໃນເອີຣົບ. ໃນບັນດາປະເທດສະມາຊິກ Eurozone, ໄພເງິນເຟີ້ໄດ້ເພີ່ມຂຶ້ນສູງເປັນພິເສດຢູ່ບັນດາປະເທດ Baltic. ແອັດໂຕນີ ຢັ້ງຢືນຢູ່ໃນລະດັບສູງສຸດແມ່ນ 12%, ຖັດມາແມ່ນ ລິດຕົວເນຍ ແມ່ນ 10,7%. ຖ້າໄລ່ຕາມຂອບຂະໜາດບັນດາປະເທດໃຫຍ່ໃນ Eurozone ແລ້ວ, ແອັດສະປາຍ ຢັ້ງຢືນລະດັບໄພເງິນເຟີ້ສູງສຸດ ແມ່ນ 6,7%, ຖັດຈາກນັ້ນແມ່ນ ເຢຍລະມັນ, ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ເອີຣົບ.

        ເຖິງຢ່າງໃດກໍຕາມ, ທະນາຄານສູນກາງເອີຣົບ ຍັງຖືວ່າ ລະດັບໄພເງິນເຟິ້ນີ້ ຈະເພີ່ມຂຶ້ນຊົ່ວຄາວ ແລະ ຈະຫຼຸດລົງໃນປີ 2023, ພາຍຫຼັງທີ່ບັນລຸໄດ້ລະດັບສູງສຸດໃນປີ 2022. ຄະນະກຳມະການເອີຣົບ (EC) ກໍຍອມຮັບວ່າ, ດັດຊະນີລາຄາຊົມໃຊ້ເພີ່ມຂຶ້ນສູງນີ້ ພຽງແຕ່ເປັນການຊົ່ວຄາວເທົ່ານັ້ນ.

ເອີ​ຣົບ ແລະ ບັນ​ຫາ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ປີ 2022 - ảnh 2ຢູ່ Milan,  ອີຕາລີ (ພາບ: AFP/TTXVN)

        ປ່ຽນແປງເພື່ອຮັບມື

        ຕາມທ່ານ Paolo Gentiloni, ກຳມະການຮັບຜິດຊອບບັນດາບັນຫາເສດຖະກິດຂອງ ອີຢູ ແລ້ວ, ທ່າຟື້ນຟູເສດຖະກິດເອີຣົບ ສ່ວນຫຼາຍແມ່ນຂຶ້ນກັບການຜັນແປຂອງໂລກລະບາດ, ນັບທັງຢູ່ພາຍໃນ ແລະ ພາຍນອກ ອີຢູ. ໃນສະພາບທີ່ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ທົ່ວທຸກປະເທດໃນເອີຣົບ ໄດ້ເພີ່ມຂຶ້ນບັນລຸລະດັບສະຖິຕິໃນແຕ່ລະວັນ, ບາງປະເທດເອີຣົບ ໄດ້ປ່ຽນວິທີຮັບມືກັບໂລກລະບາດໂຄວິດ - 19 ໄປເປັນວິທີທີ່ຄ້າຍຄືກັນກັບວິທີປິ່ນປົວພະຍາດໄຂ້ຫວັດ. ຢູ່ ແອັດສະປາຍ, ອາທິດແລ້ວນີ້, ທ່ານນາຍົກລັດຖະມົນຕີ Pedro Sanchez ໄດ້ປະກາດວ່າ ປະຊາຊົນຈະ “ຕ້ອງຮຽນວິທີດຳລົງຊີວິດຢູ່ຮ່ວມກັບໂລກລະບາດ, ຄ້າຍຄືກັນກັບວິທີດຳລົງຊີວິດຢູ່ຮ່ວມກັບເຊື້ອໄວຣັດຊະນິດຕ່າງໆ”, ພ້ອມທັງເນັ້ນໜັກວ່າ ປະເທດນີ້ ຄວນດັດປັບວິທີການຮັບມືກັບໂລກລະບາດໂຄວິດ - 19 ໃຫ້ເໝາະສົມກວ່າ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຝລັ່ງ Olivier Veran ໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອສູງ ແລະ ອັດຕາຜູ້ສັກວັກຊິນສູງຂອງປະເທດນີ້ ກໍໝາຍຄວາມວ່າ ການແຜ່ລະບາດໃນປັດຈຸບັນ ອາດຈະແມ່ນຮອບສຸດທ້າຍ. ທ່ານ Graham Medley, ສາດສະດາຈານ ກ່ຽວກັບຮູບແບບພະຍາດຕິດຕໍ່ຢູ່ ມະຫາວິທະຍາໄລແພດສາດເຂດຮ້ອນ ແລະ ລະບາດວິທະຍາ ລອນດອນ ຖືວ່າ ບໍ່ສາມາດນຳໃຊ້ກໍລະນີສຸກເສີນໄປເລື້ອຍໆໄດ້. ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານທາງດ້ານສາທາລະນະສຸກຂອງໂລກ ຖືວ່າ ດຽວນີ້ແມ່ນຍັງໄວເກີນໄປເພື່ອປະຕິບັດການປ່ຽນວິທີການຮັບມືກັບໂລກລະບາດໂຄວິດ - 19. ສ່ວນບັນດານັກເສດຖະກິດຍັງມີສະຕິລະວັງຕົວຕໍ່ເສດຖະກິດຖືກທຳລາຍ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

        ໃນຂະນະທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ເອີຣົບ ຍັງແມ່ນພາກພື້ນພົ້ນເດັ່ນກ່ຽວກັບອັດຕາວ່າງງານ. ອັດຕາວ່າງງານຢູ່ Eurozone ໄດ້ຫຼຸດແຕ່ລະດັບ 7,3% ໃນເດືອນ ຕຸລາ 2021 ລົງເຫຼືອ 7,2% ໃນເດືອນພະຈິກ 2021. ນີ້ແມ່ນການປົວແປງຫຼາຍພໍສົມຄວນເມື່ອທຽບໃສ່ກ່ອນນັ້ນໜຶ່ງປີ, ເຊິ່ງເປັນຈຸດເວລາທີ່ ອັດຕາດັ່ງກ່າວ ຢູ່ໃນລະດັບ 8,1% ໃນ Eurozone ແລະ 7,4% ໃນ EU. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເຊິ່ງລັດຖະບານບັນດາປະເທດເຫຼົ່ານັ້ນປະຕິບັດ ໄດ້ເສີມຂະຫຍາຍປະສິດທິຜົນ, ຮັບປະກັນການຂັບເຄື່ອນຂອງພື້ນຖານເສດຖະກິດ.

        ເຖິງຢ່າງໃດກໍຕາມ, ໃນໄລຍະປະຕິບັດການແຍກຫ່າງສັງຄົມແບບສະໝັກໃຈ, ຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກໄດ້ຫຼຸດລົງ ແລະ ສະພາບການຕັດຕອນຕະຫຼາດແຮງງານ ຍ້ອນຄຳຮຽກຮ້ອງໃຫ້ແຍກຕົວ ຈະເຮັດໃຫ້ການເຄື່ອນໄຫວເສດຖະກິດຂອງ ເອີຣົບ ຊັກຊ້າລົງໃນໄລຍະສັ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ