ເອີລົບ ຍູ້ແຮງມາດຕະການຮັບມືກັບວິກິດການພະລັງງານ

(VOVWORLD) -ເພື່ອຈຳກັດບັນດາຜົນກະທົບບໍ່ດີທີ່ນັບມື້ນັບເພີ່ມຂຶ້ນຈາກວິກິດການພະລັງງານຢ່າງຮ້າຍແຮງ ໂດຍເລີ່ມມາຈາກການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ, ບັນດາປະເທດ ເອີລົບ ໄດ້ ແລະ ພວມຜັນຂະຫຍາຍຫລາຍມາດຕະການຮັບມືຢ່າງແຮງ. ໃນນັ້ນ ມີຫລາຍບ້ວງຫນູນຊ່ວຍໃຫຍ່ທີ່ບໍ່ເຄີຍມີໃນຂົງເຂດພະລັງງານໄດ້ນຳອອກມາ. ເຖິງຢ່າງໃດກໍຕາມ, ປະສິດທິຜົນຂອງບັນດາມາດຕະການຮັບມືກັບວິກິດການນີ້ໄດ້ຮັບຖືວ່າ ຄວນມີເວລາຫລາຍກວ່າເພື່ອກວດຢັ້ງຢືນ.

ເອີລົບ ຍູ້ແຮງມາດຕະການຮັບມືກັບວິກິດການພະລັງງານ - ảnh 1ຊາວຝລັ່ງຊື້ ນ້ຳມັນ ຢູ່ ປາຣີ  (ພາບ:AFP/TTXVN)

ບົດລາຍຢູ່ຫລາຍປະເທດສະມາຊິກ ສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ: ລາຄາພະລັງງານ ແລະ ເຊື້ອເພີງ ໃນປະຈຸບັນແມ່ນສູງກວ່າທົບຫລາຍເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ອາດຈະສືບຕໍ່ສ້າງສະຖິຕິໃຫມ່. ຕົວຢ່າງຄື ຢູ່ ເຢຍລະມັນ ພື້ນຖານເສດຖະກິດໃຫຍ່ ຂອງສະຫະພາບເອີລົບ ແລະກໍ່ແມ່ນປະເທດຊົມໃຊ້ພະລັງງານແຖວຫນ້າທະວີບ, ລາຄາສັນຍາຂາຍສົ່ງ(ຂາຍຍົກ) ໄຟຟ້າໃຫ້ແກ່ປີ 2023 ໄດ້ຂຶ້ນເຖິງລະດັບສະຖິຕິ ແມ່ນ 1.050 EURO/MWh ໃນທ້າຍເດືອນສິງຫາຜ່ານມາ, ສູງທົບ 14 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນບົດລາຍງານປະກາດໃນອາທິດກ່ອນ, ຫ້ອງການສະຖິຕິ ເຢຍລະມັນ (Destatis) ຢັ້ງຢືນວ່າ: ປະເທດນີ້ ພວມປະສົບກັບຄວາມຫຍຸ້ງຍາກໃນການສະກັດກັ້ນວິກິດການພະລັງງານຢ່າງຮ້າຍແຮງພາຍຫລັງລັດເຊຍ ເກືອບຄືວ່າຢຸດຕິການສະຫນອງ ອາຍແກັດ”. ສ່ວນຢູ່ ອັງກິດ ລາຄາໄຟຟ້າສະເລ່ຍແຕ່ລະປີຂອງບັນດາຄອບຄົວໃນປີ 2022 ໄດ້ເພີ່ມຂຶ້ນເຖິງ 54% ຊື່ງແມ່ນລະດັບເກືອບ 2000 ປອນ ສະກຸນເງິນ ອັງກິດ.

ສະພາບຕົວຈິງ

ເພື່ອປະເຊີນຫນ້າກັບສະພາບຂາດພະລັງງານຢ່າງຮ້າຍແຮງໃນສະພາບການ ລະດູຫນາວໃກ້ຈະວຽນມາ, ບັນດາປະເທດ ຢູ່ ເອີລົບ ໄດ້ ແລະ ພວມຜັນຂະຫຍາຍຫລາຍມາດຕະການ, ໃນນັ້ນ ມີບາງມາດຕະການໄດ້ຮັບການຕີລາຄາວ່າ ຍັງບໍ່ເຄີຍມີມາກ່ອນ. ຢູ່ ເຢຍລະມັນ, ວັນທີ 4 ກັນຍາ, ລັດຖະບານປະເທດນີ້ ປະກາດບ້ວງມາດຕະການທີ 3 ລວມມູນຄ່າປະມານ 65 ຕື້ USD ເພື່ອແນໃສ່ຊ່ວຍບັນດາຄອບຄົວປະເຊີນຫນ້າກັບສະພາບ ລາຄາພະລັງງານເພີ່ມຂຶ້ນສູງ, ຍົກຍອດຈຳນວນເງິນຫນູນຊ່ວຍກ່ຽວກັບດ້ານພະລັງງານມາຮອດປະຈຸບັນແມ່ນເພີ່ມຂຶ້ນເກືອບ 95 ຕື້ USD.

ໃນຂະນະນັ້ນ ຢູ່ ອັງກິດ, ລັດຖະບານ ໄດ້ຕົກລົງປະຕິບັດບ້ວງຫນູນຊ່ວຍດ້ານການເງິນ ຄາດວ່າ ຈະຂຶ້ນເຖິງປະມານກວ່າ 170 ຕື້USD ເພື່ອຫນູນຊ່ວຍລາຍຈ່າຍພະລັງງານໃຫ້ແກ່ບັນດາຄອບຄົວ ແລະ ປະຊາຄົມວິສາຫະກິດໃນທົ່ວໂລກໃນໄລຍະສອງປີຈະມາເຖິງ. ຕາມບາງບົດລາຍງານແລ້ວ, ມາຮອດປະຈຸບັນ ມີ 5 ພື້ນຖານເສດຖະກິດໃຫຍ່ ຢູ່ ອີຢູ ໄດ້ປະກາດບັນດາບ້ວງຫນູນຊ່ວຍກ່ຽວກັບລາຍຈ່າຍພະລັງງານໃຫ້ແກ່ບັນດາຄອບຄົວ ແລະ ວິສາຫະກິດ ດ້ວຍຍອດລາຍຈ່າຍປະມານ 201 ຕື້  USD.

ນອກຈາກການຫນູນຊ່ວຍດ້ານການເງິນດ້ວຍການເບີກຈ່າຍພະລັງງານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ບັນດາປະເທດ ເອີລົບ ຍັງຕັ້ງຫນ້າປະຕິບັດບັນດາມາດຕະການປະຢັດພະລັງງານ ພ້ອມທັງເພີ່ມທະວີການສະສົມອາຍແກັສ ເພື່ອກະກຽມໃຫ້ລະດູຫນາວຈະມາເຖິງ; ຍູ້ແຮງການແບ່ງປັນອາຍແກັດ ລະຫວ່າງບັນດາປະເທດສະມາຊິກ ອີຢູ; ຂຶ້ນແຜນການຈັດວາງລາຄາອາຍແກັດຢູ່ໃນລະດັບເພດານ.

ເອີລົບ ຍູ້ແຮງມາດຕະການຮັບມືກັບວິກິດການພະລັງງານ - ảnh 2ທໍ່ສົ່ງ ອາຍແກັດ ຢູ່ Lubmin ເຢຍລະມັນ. (ພາບ:AFP/TTXVN)

ແງ່ຫວັງ ແລະ ສິ່ງທ້າທາຍ

ຕາມການຄິດໄລ່ຂອງບັນດາລັດຖະບານ ແລະ ຫລາຍອົງການການເງິນພາກພື້ນແລ້ວ, ເລື່ອງຜັນຂະຫຍາຍບັນດາບ້ວງຫນູນຊ່ວຍພະລັງງານໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດ ຢູ່ ເອີລົບ ແມ່ນມີຄວາມຈຳເປັນໃນສະພາບລາຄາພະລັງງານເພີ່ມຂຶ້ນສູງ ແລະ ຄວາມຈິງໄດ້ລື່ນກາຍຄວາມສາມາດຊຳລະຂອງຫລາຍຄອບຄົວກໍ່ຄື ວິສາຫະກິດ. ເລື່ອງຜັນຂະຫຍາຍບັນດາບ້ວງຫນູນຊ່ວຍຍັງມີຄຸນປະໂຫຍດໃນການຈຳກັດໄພເງິນເຟີ້ ພ້ອມທັງ ຮັກສາການສະຫນັບສະຫນູນຂອງມະຫາຊົນສຳລັບບັນດາແຜນການຫນູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ ຊື່ງບັນດາລັດຖະບານ ເອີລົບ ສືບຕາມ.

ເຖິງຢ່າງໃດກໍຕາມ ມີນັກຊ່ຽວຊານເສດຖະກິດເອີລົບ ຫລາຍທ່ານເຕືອນວ່າ ຄວນຄິດໄລ່ຊັ່ງຊາລະອຽດບັນດາການກະທົບຂອງເລື່ອງຜັນຂະຫຍາຍບ້ວງຫນູນຊ່ວຍລາຍຈ່າຍພະລັງງານດ້ວຍຂອບຂະຫນາດໃຫຍ່ຄືປະຈຸບັນ.

ໃນສະພາບການນັ້ນ ນັບມື້ນັບມີຫລາຍຄຳເຫັນຖືວ່າ ເອີລົບ ຄວນມີການກະທຳຕາມທິດຮັບຮູ້ຄວາມຈິງກວ່າ ກ່ຽວກັບສາຍເຫດກໍ່ໃຫ້ເກີດສະພາບວິກິດການເພື່ອຍົກອອກມາດຕະການຮັບມືໃຫ້ເໝາະສົມ. ຕາມນັ້ນແລ້ວ, ເອີລົບ ພ້ອມກັບວົງຄະນາຍາດສາກົນ ແລະບັນດາຝ່າຍກ່ຽວຂ້ອງຄວນເພີ່ມທະວີຄວາມມານະພະຍາຍາມຊອກຫາມາດຕະການເພື່ອຢຸດຕິການປະທະກັນ ລະຫວ່າງ ລັດເຊຍ ແລະຢູແກຼນ ໂດຍໄວ, ນີ້ແມ່ນສາຍເຫດໂດຍກົງທີ່ພາໄປເຖິງວິກິດການພະລັງງານປະຈຸບັນ. /.

ຕອບກັບ

ຂ່າວ/ບົດ​ອື່ນ