ເອີລົບ ດ້ວຍວິໄສທັດກ່ຽວກັບເສົາຄ້ຳຄວາມໝັ້ນຄົງໃໝ່

(VOVWORLD) -ວັນທີ 15 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຍົກອອກການຄາດຄະເນວິໄສທັດກ່ຽວກັບເອີລົບ ດ້ວຍກຳລັງແຮງດ້ານການທະຫານໃໝ່.

ເອີລົບ ດ້ວຍວິໄສທັດກ່ຽວກັບເສົາຄ້ຳຄວາມໝັ້ນຄົງໃໝ່ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: EPA)

ນີ້ໄດ້ຮັບຖືວ່າແມ່ນບາດກ້າວຕໍ່ໄປເພື່ອປັບປຸງຄວາມໝັ້ນຄົງ, ເປັນການຊີ້ບອກຄວາມເປັນເຈົ້າຕົນເອງກວ່າຂອງເອີລົບ ໃນບັນຫາຄວາມໝັ້ນຄົງ. ກໍຄືແຜນການສ້າງຕັ້ງກອງທັບລວມເອີລົບ ເມື່ອກ່ອນນີ້, ວິໄສທັດກ່ຽວກັບເສົາຄ້ຳຄວາມໝັ້ນຄົງໃໝ່ ເຊິ່ງທ່ານປະທານາທິບໍດີຝລັ່ງ ທີ່ຍົກອອກມານັ້ນ ໄດ້ເຮັດໃຫ້ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ມີຄວາມວິຕົກກັງວົນ.

        ທ່ານປະທານາທິບໍດີຝລັ່ງ Emmanuel Macron ເຄີຍຢືນຢັນວ່າ, ເອີລົບ ບໍ່ອາດສາມາດອີງໃສ່ອາເມລິກາ ກ່ຽວກັບບັນຫາຄວາມໝັ້ນຄົງຕື່ມອີກແລ້ວ. ພວກເຮົາຕ້ອງອີງໃສ່ຕົນເອງ. ແລະ ດ້ວຍບັນດາການຄາດຄະເນ ວິໄສທັດກ່ຽວກັບເອີລົບ ມີກຳລັງແຮງດ້ານການທະຫານໃໝ່ ເຊິ່ງທ່ານ Emmanuel Macron ຍົກອອກມາທີ່ກອງປະຊຸມຄວາມໝັ້ນຄົງ Munich ໃນອາທິດຜ່ານມາ, ແມ່ນການພິສູດໃຫ້ເຫັນຄວາມເປັນເຈົ້າຕົນເອງຂອງເອີລົບ ກ່ຽວກັບຄວາມໝັ້ນຄົງ.

ວິໄສທັດກ່ຽວກັບເອີລົບ ດ້ວຍກຳລັງແຮງດ້ານການທະຫານໃໝ່

        ໂດຍແມ່ນປະເທດມະຫາອຳນາດດ້ານນິວເຄຼຍໜຶ່ງດຽວຢູ່ສະຫະພາບເອີລົບ (ອີຢູ), ທ່ານປະທານາທິບໍດີ Emmanuel Macron ໄດ້ເຕື້ອງເຖິງຊັບສົນບັດດ້ານນິວເຄຼຍຂອງເອີລົບ ຢ່າງລະອຽດ ແລະ ຊີ້ໃຫ້ເຫັນຄວາມແຕກຕ່າງກັນຕົ້ນຕໍໃນສັງກາດສົງຄາມເຢັນ ເມື່ອແຜ່ນກຳບັງນິວເຄຼຍຂອງເອີລົບ ຕົ້ນຕໍແມ່ນໄດ້ຮັບການປະສານງານຍ້ອນອາເມລິກາ. ທ່ານ Emmanuel Macron ເຊື່ອໝັ້ນວ່າ, ເອີລົບ ຕ້ອງມີມາດຕະການແຂງກະດ້າງກວ່າໃນການປ້ອງກັນ. ເລື່ອງເພີ່ມທະວີການປ້ອງກັນແມ່ນສິ່ງທີ່ຈຳເປັນຍ້ອນເຫດອະທິປະໄຕ, ຫາກບໍ່ແມ່ນແຜນການຕ້ານຄືນ ຫຼື ປ່ຽນແທນ NATO. ທ່ານ Emmanuel Macron ເຊື່ອໝັ້ນວ່າ, ເອີລົບ ຈະຮຽກຮ້ອງ “ຄວາມສາມາດໃນການກະທຳ” ທີ່ເປັນເອກະລາດ, ບັນດາບັນຫານິວເຄຼຍຕ້ອງໄດ້ຮັບການຄຸ້ມຄອງເມື່ອມີການຮ່ວມມືກັບ NATO.

        ຄຳກ່າວປາໄສຂອງທ່ານປະທານາທິບໍດີ Emmanuel Macron ໄດ້ເຊື່ອມຕໍ່ບັນດາແນວຄວາມຄິດກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງເອີລົບໄດ້ສ່ວນໃດສ່ວນໜຶ່ງ ເຊິ່ງທ່ານປະທານາທິບໍດີເຢຍລະມັນ Frank Walter Steinmeier, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Mass ໄດ້ຍົກອອກມາກ່ອນໜ້ານັ້ນຢູ່ກອງປະຊຸມຄວາມໝັ້ນຄົງ Munich. ການນຳປະເທດເຢຍລະມັນ ໄດ້ຮຽກຮ້ອງຕ້ອງສ້າງຕັ້ງ “ສຳພັນທະມິດຄວາມໝັ້ນຄົງ ແລະ ປ້ອງກັນຊາດເອີລົບ”, ຖືນີ້ແມ່ນເສົາຄ້ຳທີ່ມີຄວາມແຂງແກ່ນຂອງເອີລົບ ໃນ NATO. ລັດຖະບານເຢຍລະມັນ ພ້ອມແລ້ວທີ່ຈະແຊກແຊງດ້ານການທະຫານເຂົ້າໃນນະໂຍບາຍຂອງເອີລົບ ຢ່າງແຮງກວ່າ. ໃນຂະນະນັ້ນ, ທ່ານລັດຖະມົນຕີປ້ອງກັນປະເທດເຢຍລະມັນ Annegret Kramp Karrenbauer ໄດ້ຮຽກຮ້ອງໃຫ້ ແບັກແລງ ຕ້ອງມີໜ້າຫຼາຍກວ່າໃນນະໂຍບາຍຄວາມໝັ້ນຄົງ.

NATO ບໍ່ເພິ່ງພໍໃຈ

        ເຖິງຢ່າງໃດກໍ່ຕາມ, ການທະຫານຂອງ ເອີລົບ ແຂງແຮງກວ່າແມ່ນແນວຄວາມຄິດເຮັດໃຫ້ NATO ບໍ່ເພິ່ງພໍໃຈ. ກ່ອນນີ້, ນັບແຕ່ເມື່ອເອີລົບ ເລີ່ມມີແນວຄິດສ້າງຕັ້ງກອງທັບຮ່ວມ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ເຄີຍເນັ້ນໜັກວ່າ, ບັນຫາທີ່ເອີລົບ ຕ້ອງຮັບຜິດຊອບຫຼາຍກວ່າໃນບັນຫາຄວາມໝັ້ນຄົງ ບໍ່ແມ່ນວ່າຈະມີຄວາມໝາຍດຽວກັນກັບເລື່ອງເອີລົບ ຈະປະຕິບັດໜ້າທີ່ນັ້ນພຽງລຳພັງຝ່າຍດຽວ ໂດຍບໍ່ມີອາເມລິກາ. ຕາມທ່ານ Jens Stoltenberg ແລ້ວ, ຄວາມມານະພະຍາຍາມເປັນເຈົ້າການກ່ຽວກັບຄວາມໝັ້ນຄົງຂອງເອີລົບ ຫຼາຍກວ່າ ອາດຈະເຮັດໃຫ້ການພົວພັນຂ້າມມະຫາສະມຸດອັດລັງຕິກ ຖືກຫຼຸດລົງ, ເຮັດໃຫ້ກຳລັງຄວາມສາມາດຂອງ NATO ຖືກອ່ອນເພຍລົງ. ແລະໃນຄັ້ງນີ້, ກໍ່ບໍ່ມີຄວາມແຕກຕ່າງກັນ. ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich, ທ່ານເລຂາທິການໃຫຍ່ Jens Stoltenberg ໄດ້ໃສ່ໃຈວ່າ, ປະຈຸບັນ NATO ພວມເປັນກຳມະສິດພາຫະນະນາບຂູ່ນິວເຄຼຍຢູ່ເອີລົບ ແລະ ພາຫະນະດັ່ງກ່າວໄດ້ພິສູດໃຫ້ເຫັນຄວາມສາມາດຂອງຕົນ, ແມ່ນການຮັບປະກັນຄວາມໝັ້ນຄົງສຸດທ້າຍໃຫ້ແກ່ເອີລົບ.

        ເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ NATO, ທ່ານປະທານາທິບໍດີ Emmanuel Macron ຢືນຢັນວ່າ, ນີ້ບໍ່ແມ່ນແຜນການຕ້ານຄືນ NATO ຫຼື ປ່ຽນແທນ NATO. ເອີລົບ ພຽງແຕ່ຢາກສ້າງເສົາຄ້ຳຄວາມໝັ້ນຄົງຕື່ມອີກໃຫ້ແກ່ເອີລົບ ຢູ່ຄຽງຂ້າງເສົາຄ້ຳໃນປະຈຸບັນແມ່ນ NATO ເທົ່ານັ້ນ, ແລະ ທັງ 2 ເສົາຄ້ຳນີ້ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍລວມແມ່ນ “ຮັບປະກັນອະທິປະໄຕຂອງເອີລົບ”. ສຳລັບເອີລົບ, ໜ້າທີ່ຄວາມຮັບຜິດຊອບກ່ຽວກັບຄວາມໝັ້ນຄົງບໍ່ພຽງແຕ່ແມ່ນເລື່ອງເພີ່ມລາຍຈ່າຍດ້ານການປ້ອງກັນຊາດເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດເປັນເຈົ້າຕົນເອງຂອງເອີລົບ ໃນບັນຫາຄວາມໝັ້ນຄົງຮີບດ່ວນຕື່ມອີກ, ໂດຍບໍ່ອີງໃສ່ລັດຖະນະໂຍບາຍຂອງອາເມລິກາ.

        ເຖິງວ່າໄດ້ເວົ້າຄືແນວນັ້ນກໍ່ຕາມ, ແຕ່ກໍ່ເຫັນໄດ້ວ່າເອີລົບ ນັບມື້ນັບຢາກເປັນເຈົ້າຕົນເອງກ່ຽວກັບຄວາມໝັ້ນຄົງ, ແຍກຕົວອອກຈາກຜົນສະທ້ອນທີ່ໃຫຍ່ຫຼວງຂອງອາເມລິກາ. ສິ່ງດັ່ງກ່າວໄດ້ສ່ອງແສງເຖິງການພົວພັນທີ່ບໍ່ສະໜິດແໜ້ນລະຫວ່າງເອີລົບ ກັບ ອາເມລິກາ, ເຊິ່ງແມ່ນ 2 ປັດໄຈສ້າງຕັ້ງ NATO.

        ເຖິງວ່າ ເອີລົບ ແລະ ອາເມລິກາ ໄດ້ແບ່ງປັນຄຸນຄ່າລວມຫຼາຍຢ່າງ, ເຄີຍຮຽງບ່າຮຽງໄຫຼ່ກັນໃນບັນດາບັ້ນຮົບໃຫຍ່, ແຕ່ “ຄູ່ຮ່ວມມືຢູ່ 2 ຝັ່ງມະຫາສະມຸດອັດລັງຕິກ” ຍັງມີບັນດາຜົນປະໂຫຍດທີ່ແຕກຕ່າງກັນ, ພາໄປເຖິງການສຳຜັດທີ່ນັບມື້ນັບແຕກຕ່າງກັນໃນຫຼາຍບັນຫາ. ພິເສດ, ນັບແຕ່ເມື່ອທ່ານປະທານາທິບໍດີອາເມລິກາ Donald Trump ຂຶ້ນກຳອຳນາດ, ການພົວພັນລະຫວ່າງອາເມລິກາ ແລະ ເອີລົບ ຖືກຕົກເຂົ້າສູ່ສະພາບແຕກແຫງ. ອາເມລິກາ ໄດ້ກໍ່ຄວາມກົດດັນຢ່າງຕໍ່ເນື່ອງ ຕໍ່ບັນດາປະເທດເອີລົບ ເຊິ່ງຕ້ອງໄດ້ແບ່ງກັນແບກຫາບຫຼາຍກວ່າໃນກຸ່ມສຳພັນທະມິດຂ້າມມະຫາສະມຸດອັດລັງຕິກ, ພ້ອມກັນນັ້ນ, ບັນດາການພົບປະຂອງທ່ານ D.Trump ແລະ ການນຳບັນດາປະເທດເອີລົບ ໃນຂອບເຂດ NATO ລ້ວນແຕ່ສິ້ນສຸດລົງດ້ວຍການປະລາໄຊ.

        ສ່ວນບັນດາປະເທດເອີລົບ ບໍ່ພໍໃຈກ່ຽວກັບການບັງບຽດຂອງອາເມລິກາ, ຫຼື ເລື່ອງອຳນາດການປົກຄອງ D.Trump ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ກັບອີຣານ, ສັນຍາບັນດາກຳລັງນິວເຄຼຍໄລຍະກາງ (IMF) ກັບລັດເຊຍ ພຽງລຳພັງຝ່າຍດຽວ, ກໍຄືບັນດາບັນຫາລັດທິຫຼາຍຝ່າຍ. ເອີລົບ ກໍ່ມີຄວາມເປັນຫ່ວງຕໍ່ເລື່ອງ ອາເມລິກາ ຈະຄ່ອຍໆຖອນໜ້າທີ່ຄວາມຮັບຜິດຊອບອອກຈາກພາກພື້ນນີ້.

        ສະນັ້ນ, ເລື່ອງເອີລົບ ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຈຳກັດການຄ່ອຍໆອີງໃສ່ອາເມລິກາ ແມ່ນສິ່ງທີ່ເຂົ້າໃຈໄດ້ໃນສະພາບຄືໃນປະຈຸບັນ. ຍັງບໍ່ທັນຮູ້ແຈ້ງກ່ຽວກັບວິໄສທັດກ່ຽວກັບເອີລົບ ດ້ວຍກຳລັງແຮງດ້ານການທະຫານໃໝ່ຈະກາຍເປັນຄວາມຈິງຫຼືບໍ່, ແຕ່ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າເອີລົບ, ຫຼືບັນດາປະເທດນຳໜ້າ, ມີບົດບາດສຳຄັນຢູ່ເອີລົບຄື ຝລັ່ງ, ເຢຍລະມັນ ພວມມີການປ່ຽນແປງດ້ານຈິນຕະນາການໃນການເປັນເຈົ້າການປ້ອງກັນຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ