ເອີລົບ ແລະ ຄວາມມານະພະຍາຍາມປັບປຸງທີ່ຕັ້ງບົດບາດໃນປີ 2017

(VOVWORLD) -ປີ 2017, ເອີລົບ ມານະພະຍາຍາມປັບປຸງຄືນຄວາມສາມັກຄີພາຍໃນກຸ່ມ ພາຍຫລັງອັງກິດຕົກລົງອອກຈາກ ອີຢູ, ສືບຕໍ່ວາງອອກບັນດາພື້ນຖານເພື່ອຟື້ນຟູພື້ນຖານເສດຖະກິດຄືນໃຫມ່. ເອີລົບ ກໍ່ໄດ້ປະຕິບັດຫັນການກໍ່ສ້າງກຳລັງກອງທັບໃຫ້ປະກົດຜົນເປັນຈິງ ດ້ວຍເລື່ອງອອກສະເຫນີຕົວການສ້າງໂຄງປະກອບການຮ່ວມມືປະຈຳກ່ຽວກັບການປ້ອງກັນຊາດ (PESCO) ຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນໃຫມ່ຂອງວິວັດການສ້າງຊາຍຄາລວມ ເອີລົບ.

ເອີລົບ ແລະ ຄວາມມານະພະຍາຍາມປັບປຸງທີ່ຕັ້ງບົດບາດໃນປີ 2017 - ảnh 1 ວາລະປະຊຸມຂອງລັດຖະສະພາເອີລົບ

ພາບ:AFP/vietnam+

ປີ 2017 ແມ່ນປີປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງສຳລັບ ເອີລົບ. ທະວີບນີ້ສືບຕໍ່ຕ້ອງແກ້ໄຂບັນດາຄວາມບໍ່ລົງລອຍກັນພາຍໃນກຸ່ມກ່ຽວກັບການຈັດແບ່ງຊາວອົບພະຍົບ, ຟື້ນຟູພື້ນຖານເສດຖະກິດຄືນໃຫມ່, ປະເຊີນຫນ້າກັບກະແສຟອງການກໍ່ການຮ້າຍ, ປັບປຸງຄວາມສາມັກຄີໃນການເຈລະຈາ Brexit. ໃນຂະນະຄວາມຫຍຸ້ງຍາກນັ້ນ ບັນດາເລື່ອງ ເອີລົບ ເຮັດໄດ້ໃນປີ 2017 ນັ້ນແມ່ນບາດກ້າວເປັນຫນ້າຮັບຮູ້.

       ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ

        ພາຍຫລັງເຫດການອັງກິດຖອນອອກຈາກ ອີຢູ (EU) Brexit, ອີຢູ ຕ້ອງເລີ່ມປະຕິບັດໂຄງການເກົ່າຄືນໃຫມ່ ກ່ຽວກັບສຳພັນທະມິດປ້ອງກັນຕົວ, ກ້າວໄປເຖິງຈຸດປະສົງສຸດທ້າຍແມ່ນສ້າງຕັ້ງກຸ່ມກອງທັບລວມຂອງ ເອີລົບ. ສິ່ງນີ້ໄດ້ສະແດງໃຫ້ເຫັນຜ່ານກອງປະຊຸມສຸດຍອດທ້າຍປີ (14-15 ທັນວາ), ການນຳ 25 ປະເທດສະມາຊິກ (ເວັ້ນເສຍແຕ່ ອັງກິດ, ແດນມາກ, ມານຕາ) ໄດ້ເລີ່ມສ້າງໂຄງປະກອບການຮ່ວມມືປະຈຳກ່ຽວກັບການປ້ອງກັນຊາດ (PESCO) ຫລື ເອີ້ນວ່າ ໂຄງການປ້ອງກັນຊາດລວມ ເອີລົບ. ນີ້ໄດ້ຮັບຖືວ່າແມ່ນຂໍ້ຕົກລົງຄັ້ງປະຫວັດສາດກ່ຽວກັບການເປັນເອກະພາບກຳລັງກອງທັບຂອງ ອີຢູ. ສຳພັນທະມິດ ໄດ້ຕັ້ງຄວາມຫວັງຕໍ່ແຜນການດັ່ງກ່າວ ຈະນຳ ອີຢູ  ກາຍເປັນອົງການທະຫານ ແລະ ຄວາມສະຫງົບປອດໄພແຖວຫນ້າຂອງໂລກ, ເໝາະສົມກັບຂອບຂະຫນາດເສດຖະກິດ ແລະ ການເມືອງທີ່ມີຢູ່ແລ້ວ.

        ອີຢູ ຈະມີບ້ວງງົບປະມານປ້ອງກັນຕົວລວມປະມານ 5 ຕື້ ເອີໂຣ ໃຫ້ແກ່ການຊື້ອາວຸດ, ພ້ອມກັບກອງທຶນອື່ນສະຫງວນໃຫ້ແກ່ບັນດາການເຄື່ອນໄຫວການທະຫານ ແລະ ການຄົ້ນຄ້ວາ. ໃນນັ້ນ ແຕ່ລະສະມາຊິກ ຕ້ອງເພີ່ມລາຍຈ່າຍການທະຫານຢູ່ໃນລະດັບລະອຽດ, ສະຫງວນ 20% ລາຍຈ່າຍປ້ອງກັນຊາດໃຫ້ແກ່ການຊື້ອາວຸດ ແລະ 2% ໃຫ້ແກ່ການຄົ້ນຄ້ວາເຕັກໂນໂລຊີ. PESCO ກໍ່ມຸ້ງໄປເຖິງການສ້າງສູນບັນຊາກ່ຽວກັບ ເສນາຮັກ, ເຄືອຂ່າຍບັນດາປ້ອມຂົນສົ່ງ, ສູນຕອບໂຕ້ຕໍ່ຫນ້າໄພພິບັດ ແລະ ບັນດາໂຄງການບຳລຸງສ້າງນາຍທະຫານລວມ.

        ແນ່ນອນວ່າຈະຍັງເສຍເວລາຫລາຍເພື່ອສາມາດຢັ້ງຢືນປະສິດທິຜົນຂອງ PESCO ໄດ້ ແຕ່ເບິ່ງລວມແລ້ວ, ບັນດາບັນຫາທີ່ຍົກອອກມາ ໃນ PESCO ລ້ວນແຕ່ສະແດງໃຫ້ເຫັນລັກສະນະເປັນເຈົ້າຕົນເອງສູງ, ເຄີຍແມ່ນສິ່ງສຳຄັນໃນສະພາວະ ອາເມລິກາ ແລະ NATO ເຄີຍຕຳຫນິຕິຕຽນວົງການເຈົ້າຫນ້າ ອີຢູ ກ່ຽວກັບເລື່ອງຍາມໃດກໍ່ຊອກວິທີອີງໃສ່ ວໍຊີງຕັນ ໃນການປ້ອງກັນຄວາມສະຫງົບປອດໄພພາຍໃນກຸ່ມ.

ປັບປຸງຄວາມສາມັກຄີໃນອີຢູ

ປີ 2017 ເປັນຂີດໝາຍ 60 ປີແຫ່ງວັນສ້າງຕັ້ງ ສະຫະພາບເອີລົບ (ອີຢູ). ນີ້ແມ່ນໂອກາດເພື່ອໃຫ້ ອີຢູ ປັບປຸງຄວາມສາມັກຄີພາຍໃນກຸ່ມ ພາຍຫລັງ ອັງກິດ ຖອນອອກຈາກ ອີຢູ.  ການນຳ 27 ປະເທດຂຶ້ນກັບ ອີຢູ ພ້ອມກັນລົງນາມໃນຖະແຫລງການ Rome” ໄດ້ໃຫ້ຄຳໝັ້ນສັນຍາມຸ້ງໄປເຖິງອະນາຄົດລວມບໍ່ມີປະເທດອັງກິດ. ບັນດາການນຳໄດ້ຢັ້ງຢືນຄວາມຕັດສິນໃຈ ເຮັດໃຫ້ສະຫະພາບເອີລົບກາຍເປັນອົງການຈັດຕັ້ງເຂັ້ມແຂງກວ່າ ແລະ ອົງອາດກ້າແກ່ນກວ່າຜ່ານຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ຄວາມເຄົາລົບບັນດາຫລັກການລວມ.

        ເພື່ອເພີ່ມທະວີທີ່ຕັ້ງບົດບາດຂອງ ອີຢູ, ໃນປີ 2017, ປື້ມປົກຂາວກ່ຽວກັບອະນາຄົດຂອງ ເອີລົບ ໄດ້ຮັບການປະກາດ, ໃນນັ້ນວາງອອກ 5 ແຜນການໃຫ້ແກ່ທິດປ່ຽນໃຫມ່ຂອງ ອີຢູ. ຕາມແຜນການນີ້ ບັນດາປະເທດສະມາຊິກຢາກຮ່ວມມືນຳກັນຫລາຍກວ່າໃນບັນດາຂົງເຂດປ້ອງກັນຊາດ ຫລື ການຄຸ້ມຄອງເຂດ Eurozone ຈະບໍ່ຖືກກີດຂວາງ ຍ້ອນບັນດາສະມາຊິກຍັງຄົງຄິດໄລ່ຊັ່ງຊາ.

        ພາກພື້ນເອີລົບເຂັ້ມແຂງຕ້ອງຕິດພັນກັບເສດຖະກິດທີ່ເຂັ້ມແຂງ. ໃນປີ 2017, ເອີລົບ ໄດ້ປະກາດໃຊ້ບາງນະໂຍບາຍໃຫມ່ ເພື່ອຟື້ນຟູເສດຖະກິດທະວີບ. ທະນາຄານສູນກາງ ເອີລົບ (ECB) ປະກາດຈະສືບຕໍ່ຊື້ຫນີ້ຈາກພາກລັດ ແລະ ພາກເອກະຊົນ ແລະ ບໍ່ເພີ່ມອັດຕາດອກເບ້ຍໃນໄລຍະຍາວ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ນະໂຍບາຍເງິນຕາເປີດກວ້າງ. ການເຄື່ອນໄຫວໃຫ້ກູ້ຢືມສະຫງວນໃຫ້ແກ່ວິສາຫະກິດໃນພາກພື້ນ Eurozone ກໍ່ບັນລຸໄດ້ສະຖິຕິໃນໄລຍະເກືອບ 8 ປີຜ່ານມາ. ECB ໄດ້ຫລຸດຜ່ອນອັດຕາດອກເບ້ຍລົງຢູ່ໃນລະດັບຕ່ຳສຸດໃນປະຫວັດສາດ, ສະຫນອງບັນດາບ້ວງໃຫ້ກູ້ຢືມດ້ວຍອັດຕາດອກເບ້ຍຕ່ຳສະຫງວນໃຫ້ແກ່ບັນດາທະນາຄານ ແລະ ໂອນຈຳນວນເງິນກວ່າ 1.800 ຕື້ ເອີໂຣ ເຂົ້າຕະຫລາດຜ່ານການຊື້ພັນທະບັດ.

        ຕົ້ນເດືອນທັນວາຜ່ານມາ, ຄະນະກຳມະການ ເອີລົບ (EC) ໄດ້ປະກາດວິໄສທັດກ່ຽວກັບການປະຕິຮູບພາກພື້ນໃຊ້ສະກຸນເງິນລວມ ເອີລົບ, ລວມມີ ເລື່ອງຈັດຕັ້ງກອງທຶນເງິນຕາສາກົນ (IMF) ຂອງ ເອີລົບ ເພື່ອແນໃສ່ເພີ່ມທະວີລັກສະນະເປັນເຈົ້າການໃນບັນດາໂຄງການຫນູນຊ່ວຍດ້ານການເງິນໃນອະນາຄົດກໍ່ຄືການຫນູນຊ່ວຍການລົງທຶນ. EC ຍັງເລັ່ງລັດໃຫ້ສຳເລັດການສ້າງຕັ້ງພັນທະມິດທະນາຄານ ຢູ່ Eurozone, ແນວຄວາມຄິດຊື່ງໄດ້ເລີ່ມຕົ້ນກ່ອນນີ້ສອງສາມປີ ຂະນະທີ່ບັນດາປະເທດຄື ອຽກລັງ, ແອດສະປາຍ ແລະ ເກຼັກ ນອນໃນວິກິດການຫນີ້ສິນ.

        ປີ 2017, ເຖິງວ່າ ເອີລົບ ຍັງຄົງຮັດແຄບຊ່ອງຫວ່າງຄວາມບໍ່ລົງລອຍກັນກ່ຽວກັບວິທີແກ້ໄຂວິກິດການຊາວອົບພະຍົບກໍ່ຄືຍັງບໍ່ທັນສະກັດກັ້ນບັນດາເຫດບຸກໂຈມຕີຂອງກຸ່ມ IS ຢ່າງມີປະສິດທິຜົນເທື່ອ ແຕ່ບໍ່ອາດປະຕິເສດໄດ້ ບັນດາຄວາມມານະພະຍາຍາມໃນການຟື້ນຟູຄືນທີ່ຕັ້ງບົດບາດຂອງ ທະວີບນີ້ຄືນໃຫມ່. ສິ່ງດັ່ງກ່າວຕັ້ງຄວາມຫວັງວ່າ ຈະຊ່ວຍໃຫ້ບັນດາປະເທດສະມາຊິກ ເອີລົບ ຕິດພັນກັບອະນາຄົດກວ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ