ເອີລົບຍັງບໍໍ່ທັນຊອກຫາໄດ້ວິທີການແກ້ໄຂບັນຫາຊາວອົບພະຍົບ

ວັນ​ທີ 12/11, ກອງ​ປະ​ຊຸມ​ສຸດຍອດ EU - ອາ​ຟະ​ລິ​ກາ ໄດ້​ຖືກ​ໄຂ​ຂຶ້ນ​ຢູ່ La Valleta ປະ​ເທດ​ມານ​ຕາ, ແນ​ໃສ່​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ກະ​ແສ​ຟອງ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ເອີ​ລົບ.  ເຖິງວ່າ​ໄດ້​ມີຫຼາຍມ​າດ​ຕະ​ການ​ແກ້​ໄຂ​ກໍ​ຕາມ, ແຕ່​ໃນ​ຕົວ​ຈິງ, ມາ​ຮອດ​ປະ​ຈຸ​ບັນ, EU ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ຜັນ​ຂະ​ຫຍາຍ​​ວິ​ທີການ​ແກ້​ໄຂ​ໃນ​ຕົວ​ຈິງ.  

ເອີລົບຍັງບໍໍ່ທັນຊອກຫາໄດ້ວິທີການແກ້ໄຂບັນຫາຊາວອົບພະຍົບ - ảnh 1
ເອີ​ລົບ​ພວມ​ຊອກ​ຫາວິ​ທີ​ການ​ແກ້​ໄຂ​​ບັນ​ຫາຊາວ​ອົບ​ພະ​ຍົບເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ

    ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່ 28 ປະ​ເທດ​ສະ​ມາ​ຊິກ EU ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ອື່ນໆ ບໍ່​ສາ​ມາດ​ປະ​ຕິບ​ັດ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ແລະ ບ່ອນ​ຢູ່​ອາ​ໄສຫຼາຍກວ່າ​ໃຫ້​ແກ່ ຊາວ​ອົບ​ພະ​ຍົບ​, ໃນ​ຂະ​ນະ​ທີ່​ແຜນ​ການ​ຈັດ​ແບ່ງຊາວ​ອົບ​ພະ​ຍົບ​​ຄືນ​ໃໝ່​ສືບ​ຕໍ່​ເກີດ​ຄວາມບໍ່​ລົງ​ລອຍ​ກັນລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ EU ໄດ້​ປະ​ກອບ​ສ່ວນ​ເປັນ​ຈຳ​ນວນ​ເງິນ​ພຽງ​ປະ​ມານ 500 ລ້ານ​ເອີ​ໂຣ​ໃນ​ຍອດ​ຈຳ​ນວນ​ເງິນ2,8 ຕື້ USD ​ທີ່ໝັ້ນ​ໝາຍ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ກອງ​ທຶນ​ໜູນ​ຊ່ວຍ ຊາວ​ອົບ​ພະ​ຍົບ​.

    ໃນ​ຂະ​ນະ​ນັ້ນ, ຂະ​ບວນຊາວ​ອົບ​ພະ​ຍົບ​ທີ່ຫຼັ່ງ​ໄຫຼ​ເຂົ້າ​ເມືອງ​ເອີ​ລົບ ຍັງ​ຕົງ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ຕາມ​ຂໍ້​ມູນ​ຂອງ​ອົງ​ການ​ຄວບ​ຄຸມ​ຊາຍ​ແດນ EU ແລ້ວ, ນັບ​ແຕ່​ຕົ້ນ​ປີ 2015 ມາ​ຮອດ​ປະ​ຈຸ​ບັນ, ຈຳນວນຊາວ​ອົບ​ພະ​ຍົບ​ໄປ​ຍັງເອີ​ລົບໄດ້​ຂຶ້ນ​ເຖິງກວ່າ 900.000 ຄົນ ສູງກວ່າ​ທົບ 5 ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກາຍ.

    ຄວາມບໍ່​ລົງ​ລອຍ​ກັນ​ໃນ EU ກ່ຽວ​ກັບ​ນະ​ໂຍ​ບາຍ​ສຳ​ລັບຊາວ​ອົບ​ພະ​ຍົບ​

   ຫວ່າງ​ເດືອນ 9 ທີ່​ຜ່ານ​ມາ, 28 ປະ​ເທດ​ສະ​ມາ​ຊິກ EU ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຈັດ​ແບ່ງ​ຈຳ​ນວນ​ ຊາວ​ອົບ​ພະ​ຍົບ​. ແຕ່​ຄຳ​ໝັ້ນ​ສັນ​ຍາ​ທຸກ​ສະ​ບັບ ພຽງ​ແຕ່​ເປັນ​ລາຍ​ລັກ​ອັກ​ສອນ​ເທົ່າ​ນັ້ນ. ສິ່ງ​ທີ່​ຄ້າງ​ຄາ​ອັນ​ໃຫຍ່ຫຼວງ​ທີ່​ສຸ​ດ​ແມ່ນ​ຍັງ​ບໍ່​ທັນ​ມີ​ກົນ​ໄກ​ເພື່ອ​ປະ​ຕິ​ບັດ​ກໍ​ຄື​ຄວບ​ຄຸມ​ຂະ​ບວນ ຊາວ​ອົບ​ພະ​ຍົບ​​ເຂົ້າ​ມາ​ເອີ​ລົບ.

    ມີ​ກອງ​ປະ​ຊຸມຫຼາຍ​ຄັ້ງຖືກຈັດ​ຂຶ້ນ, ແຕ່​ບັນ​ດາ​ປະ​ເທດ EU ຍັງ​ພວມ​ຖືກ​ແບ່ງ​ແຍກ​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ວິ​ກິດ​ການ ຊາວ​ອົບ​ພະ​ຍົບ​. ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ເປັນ​ທາງ​ຜ່ານ ພ້ອມ​ແລ້ວ​ເປີດ​ປະ​ຕູ​ເພື່ອ​ຕ້ອນ​ຮັບຊາວ​ອົບ​ພະ​ຍົບ​ເຂົົ້າ ເມືອງ, ແຕ່ຊາວ​ອົບ​ພະ​ຍົບ​ເຂົ້າ​ມາ​ເອີ​ລົບ​ພັດ​ພາ​ກັນ​ຊອກ​ຫາ​ບັນ​ດາ​ປະ​ເທດ​ຮັ່ງ​ມີ ແລະ ມີ​ລະ​ບອບ​ສະ​ຫວັດ​ດີ​ການ, ອຸດ​ໜູນ​ທີ່​ດີ. ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ປະ​ເທດ​ເຢັຍ​ລະ​ມັນ ແລະ ບາງ​ປະ​ເທດ​ເອີ​ລົບ​ກາງ, ເອີ​ລົບ​ເໜືອ​ຊຶ່ງ​ແມ່ນ​ບັນ​ດາ​ແຫ່ງ​ທີ່​ດຶງ​ດູດ​ ຊາວ​ອົບ​ພະ​ຍົບ​ເຂົ້າ​ມາ​ຢ່າງຫຼວງຫຼາຍ. ໃນ​ຊຸມ​ອາ​ທິດ​ທີ່​ຜ່ານ​ມາ, ຊາວ​ອົບ​ພະ​ຍົບ​ນ​ັບ​ພັນ​ຄົນ​ໄດ້​ຊອກ​ຫາ​ທຸກວິ​ທີ​ເດີນ​ຜ່ານ​ເຂດ​ບານ​ກັງ, ຜ່ານ​ບັນ​ດາ​ແມ່​ນ້ຳ ແລະ ທົ່ງ​ໄຮ່​ທົ່ງນາຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເພື່ອ​ມຸ່ງ​ໄປ​ສູ່​ເຂດ​ທາງ​ທິດ​ເໜືອ. ສະ​ເພາະ​ໃນ​ເດືອນ 9 ທີ່​ຜ່ານມ​າ ໄດ້​ມີຊາວ​ອົບ​ພະ​ຍົບ​ 250.000 ຄົນ​ໄປ​ຍັງ​ເອີ​ລົບ​ໂດຍຜ່ານ​ເຂດ​ບານ​ກັງ ແລະ ໃນ​ເມື່ອ​ຮຸງ​ກາ​ຣີບໍ່​ສາ​ມາດ​ຮັບຊາວ​ອົບ​ພະ​ຍົບ​ຕື່ມ​ອີກ, ແລ້ວ​ກໍ​ໄດ້​ປິດ​ປະ​ຕູ​ຊາຍ​ແດນ​ກັບ​ແຊກ​ເບຍ​ເພື່ອ​ສະ​ກັດ​ກ​ັ້ນ​ຂະ​ບວນຊາວ​ອົບ​ພະ​ຍົບ​ຫຼັງ​ໄຫຼ​ເຂົ້າ​ມາ, ແຕ່​ຂະ​ບວນ​ຄົນ​ນີ້ ພັດ​ຊອກ​ຫາ​ວິ​ທີ​ຂ້າມ​ແຊກ​ເບຍ​ເຂົ້າ​ໂກຼ​ເອ​ເຊຍ, ຜ່ານ​ສ​ະໂລ​ເວ​ເນຍເພື່ອ​ເຂົ້າ​ໂອ​ຕະ​ລິດ, ເຢຍ​ລະ​ມັນຫຼື​ບັນ​ດາ​ປະ​ເທດ​ເອີ​ລົບ​ເໜືອ. ຍ້ອນ​ເຫດນີ້ ໄດ້​ພາ​ໃຫ້ EU ຕ້ອງ​ຮຽກ​ໂຮມ​ກອງ​ປະ​ຊຸມ​ດ່ວນ​ເມື່ອບໍ່​ດົນ​ມານີ້ ແນ​ໃສ່​ເຮັ່ງ​ຮັດ​ການ​ຄຸ້ມ​ຄອງ​ເສັ້ນ​ທາງ​ໄປ​ເຂດ​ບານ​ກັງ ເພື່ອ​ແນ​ໃສ່ ສະ​ກັດ​ກ​ັ້ນ​ຂະ​ບວນຊາວ​ອົບ​ພະ​ຍົບ​ຫຼັງ​ໄຫຼ​ເຂົ້າ​​ເຂດ​ທາງ​ທິດ​ເໜືອ. ແຕ່​ບັນ​ດາ​ປະ​ເທດ​ຍັງ​ຄົງ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ. ຕາມ​ຮຸງ​ກາ​ຣີ​ແລ້ວ, ສາຍ​ເຫດ​ທີ່​ພາ​ໄປ​ເຖິງວິ​ກິດ​ການຊາວ​ອົບ​ພະ​ຍົບ​ແມ່ນ​ຍ້ອນ​ບັນ​ດາ​ປະ​ເທດ Schengen ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນສັນ​ຍາ​ຂອງ​ຕົນ. ນັ້ນ​ແມ່ນ​ເມື​ອ່ ຊາວ​ອົບ​ພະ​ຍົບ​​ໄປ​ຮອດ​ປະ​ເທດ​ໃນ​ໃນ EU, ທຳ​ອິດ​ແມ່ນ​ຕ້ອງ​ຍື່ນ​ໃບ​ຄຳ​ຮ້ອງ​ຂໍຫຼົບ​ໄພ​ຢູ່​ປະ​ເທດນັ້ນ, ແຕ່​ບັນ​ດາ​ປະ​ເທດ​ທາງ​ຜ່ານ ພັດ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ສິ່ງ​ດັ່ງ​ກ່າວ, ດັ່ງ​ນັ້ນ ບໍ່​ອາດ​ຄວບ​ຄຸມຄົນ​ເຂົ້າ​ເມ​ືອງ​ໄດ້. ເພາະ​ສະ​ນັ້ນ, ຂະ​ບວນຊາວ​ອົບ​ພະ​ຍົບ​​ສືບ​ຕໍ່​ຊອກ​ຫາວິ​ທີ​ເດີນ​ທາງ​ໄປ​ຍັງ​ບັນ​ດາ​ປະ​ເທດ​ເຂດ​ທາງ​ທິດ​ເໜືອ.

     ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ​ດ້ານ​ການ​ກະ​ທຳ

   ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ມາ​ຮອດ​ປະ​ຈຸ​ບັນ, ວິ​ກິດ​ການຊາວ​ອົບ​ພະ​ຍົບ​​ເຂົ້າ​ເມືອງຢູ່​ເອີ​ລົບ​ຍັງ​ບໍ່​ທັນ​ຊອກ​ຫາ​ໄດ້​ວິ​ທີ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ເຖິງວ່າ​ມີ​ຄວາມ​ເຫັນ​ໃຈ ແລະ ພ້ອມ​ແລ້ວ​ໃຫ້​ການ​ຕ້ອນ​ຮັບ​ກໍ​ຕາມ, ແຕ່​ອາດ​ຈະ​ເຫັນ​ໄດ້ເຖິງ​ເງື່ອນ​ໄຂ​ດ້ານ​ເສດ​ຖະ​ກິດ, ລະ​ດັບ​ວັດ​ທະ​ນະ​ທຳ ແລະ ບ​ັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ສາ​ສະ​ໜາ​ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ລົບ​ເກີດ​ຄວາມບໍ່​ລົງ​ລອຍ​ກັນ​ຢ່​າງ​ເລິກ​ເຊິ່ງ​ໃນວິ​ກິດ​ການຊາວ​ອົບ​ພະ​ຍົບ.

   ບັນ​ດາປະ​ເທດ​ຄັດ​ຄ້ານ​ການ​ຮັບເອົາຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​ສ່ວນຫຼາຍ ແມ່ນ​ບັນ​ດາ​ປະ​ເທ​ດ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ, ການ​ປະ​ທະ​ກັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ສາ​ສະ​ໜາ. ຊາວ​ອົບ​ພະ​ຍົບ​ສ່ວນຫຼາຍ​ແມ່ນ​ຊາວ​ມຸດ​ສະ​ລິມ​ທີ່​ມາ​ຈາກ​ຊີ​ຮີ ແລະ ອາ​ຟະ​ລິ​ກາ, ໃນຂະ​ນະ​ທີ່​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ເອີ​ລົບ​ຍັງ​ບໍ່​ທັນ​ກຽມ​ພ້ອມ​ເພື່ອຍອມ​ຮັບ​ມີປະ​ຊາ​ຄົມ​ອິດ​ສະ​ລາມ​ໃຫຍ່​ເຊັ່ນ​ນັ້ນຢູ່​ໃນ​ສັງ​ຄົມ​ຂອງ​ຕົນ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ຄວາມ​ສັບ​ສົນ​ວຸ້ນວາຍ​ທີ່ຊາວ​ອົບ​ພະ​ຍົບ​​ໄດ້​ກໍ່​ຂຶ້ນ​ໃນ​ສັງ​ຄົມ​ທີ່​ໄດ້​ຮັບ​ເອົາເຂົາ​ເຈົ້າ​ເຂົ້າ​ເມືອງ.

    ໃນ​ສະ​ພາບ​ການນັ້ນ, ຜູ້​ຄົນ​ທັງຫຼາຍບໍ່​​ມີ​ຄວາມ​ຫວັງ​ຕໍ່​ວິ​ທີ​ການ​ແກ້​ໄຂ​ທີ່​ອາດ​ເປັນ​ໄປໃດໆ​ໃນ​ກອງ​ປະ​ຊຸມ​ສຸດຍອດ EU - ອາ​ຟະ​ລິ​ກາ​ຄັ້ງ​ນີ້. ມີຫຼາຍ​ປະ​ເທດ​ສະ​ແດງ​ຄວາມ​ເປັນ​ຫ່​ວງ​ກັງ​ວ​ົນ​ຕໍ່​ອະ​ນາ​ຄົດ​ຂອງກຸ່ມ​ເມື່ອ​ຮັບ​ເອົາ ຊາວ​ອົບ​ພະ​ຍົບ​​ເຂົ້າ​ເມືອງ. ພ້ອມ​ກັບ​ບັນ​ດາ​ປັດ​ໄຈ​ທີ່​ຕັ້ງ​ໜ້າ​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນນັ້ນ, ບັນ​ດາ​ຜົນ​ພາຍຫຼັງ​ຈາກ​ບັນ​ຫາຊາວ​ອົບ​ພະ​ຍົບ​​ເຂົ້າ​ເມືອງຍັງ​ຄົງ​ແມ່ນ​ສິ່ງ​ທີ່ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ຈາກ​ບັນ​ດາ​ປະ​ເທດ EU.

ຕອບກັບ

ຂ່າວ/ບົດ​ອື່ນ