ເອີລົບຖືກແບ່ງແຍກໃນສະພາບການຟື້ນຟູເສດຖະກິດ

(VOVWORLD) -ບ້ວງເງິນຟື້ນຟູເສດຖະກິດໄດ້ຍົກອອກມາໃນສະພາບ ເສດຖະກິດຂອງບັນດາປະເທດສະມາຊິກລ້ວນແຕ່ຖືກເສຍຫາຍຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19.

ເອີລົບຖືກແບ່ງແຍກໃນສະພາບການຟື້ນຟູເສດຖະກິດ - ảnh 1

ບັນດາການນຳເຂົ້າຮ່ວມກອງປະຊຸມ

(ພາບ: Reuters)

ພາຍຫຼັງດຳເນີນການເຈລະຈາເປັນເວລາ 4 ວັນ, ກອງປະຊຸມສຸດຍອດໂດຍກົງຄັ້ງທຳອິດໄດ້ຈັດຂຶ້ນຢູ່ຫໍປະຊຸມຂອງສະຫະພາບເອີລົບ ຢູ່ບຣຸກແຊນ, ປະເທດແບນຊິກ ພາຍຫຼັງເກີດໂລກລະບາດໂຄວິດ-19, ສຸດທ້າຍກໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບກອງທຶນຟຶ້ນຟູເສດຖະກິດພາຍຫຼັງໂລກລະບາດ. ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ກອງປະຊຸມນີ້ໄດ້ແກ່ຍາວເວລາດຳເນີນແມ່ນທົບ 2 ເທົ່າເມື່ອທຽບໃສ່ແຜນການ 2 ວັນຄືດັ່ງການຄາດຄະເນ ຍ້ອນບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງລະຫວ່າງບັນດາປະເທດສະມາຊິກ. ຫາງສຽງສົນໃຈທີ່ສຸດພາຍຫຼັງກອງປະຊຸມສຸດຍອດແມ່ນ ເອີລົບ ຖືກແບ່ງແຍກ, ເຕັມໄປດ້ວຍຄວາມບໍ່ລົງລອຍກັນເມື່ອແກ້ໄຂບັນຫາລວມຂອງກຸ່ມ.

        ກອງທຶນຟື້ນຟູທີ່ມີມູນຄ່າ 750 ຕື້ເອີໂລ, ໄດ້ສ້າງຂຶ້ນຈາກບ້ວງເງິນກູ້ຢຶມລວມຈາກອີຢູ, ເພື່ອແນໃສ່ຈຸດປະສົງຟື້ນຟູພື້ນຖານເສດຖະກິດເອີລົບ ທີ່ຖືກເສຍຫາຍຍ້ອນໂລກລະບາດໂຄວິດ-19, ເຊິ່ງໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ເອີລົບ ຜ່ານຜ່າໄລຍະວິກິດການຮ້າຍແຮງທີ່ສຸດນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2. ເຖິງຢ່າງໃດກໍ່ຕາມ, ບັນດາການຕິດຂັດອັນໃຫຍ່ຫຼວງກ່ຽວຂ້ອງເຖິງ 2 ບັນຫາຕົ້ນຕໍ: ທີ 1 ແມ່ນອັດຕາລະດັບເງິນອຸດໜູນ ແລະ ສ່ວນໃຫ້ກູ້ຢຶມໃນບ້ວງເງິນ 750 ຕື້ເອີໂລ; ບັນຫາໃຫຍ່ທີ 2 ແມ່ນ ກົນໄກຈັດແບ່ງໂດຍມີເງື່ອນໄຂແຫຼ່ງເງິນຟື້ນຟູ, ລວມທັງບັນດາຄຳຮຽກຮ້ອງກ່ຽວກັບການປະຕິຮູບ, ເຄົາລົບບັນດາຫຼັກການກ່ຽວກັບລັດແຫ່ງອຳນາດນິຕິບັນຍັດ ແລະ ຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ.

ລະດັບຄວາມສຳຄັນຂອງການຟື້ນຟູ

        ບ້ວງເງິນຟື້ນຟູເສດຖະກິດໄດ້ຍົກອອກມາໃນສະພາບ ເສດຖະກິດຂອງບັນດາປະເທດສະມາຊິກລ້ວນແຕ່ຖືກເສຍຫາຍຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19. ຕາມການຄາດຄະເນກ່ຽວກັບສະພາບການເຕີບໂຕເສດຖະກິດໃນລະດູແລ້ງ ໂດຍຄະນະກຳມະການເອີລົບ (EC) ປະກາດເມື່ອວັນທີ 07 ກໍລະກົດແລ້ວ, ຍອດຜະລິດຕະພັນພາຍໃນ (GDP) ຂອງອີຕາລີ ຈະຫຼຸດລົງ 11,2% ໃນປີ 2020, ຖັດຈາກນັ້ນແມ່ນ ແອັດສະປາຍ (ຫຼຸດລົງ 10,9%) ແລະ ຝລັ່ງ (ຫຼຸດລົງ 10,6%). ໄລ່ລວມທັງພາກພື້ນທີ່ນຳໃຊ້ສະກຸນເງິນເອີໂລລວມແລ້ວ ລະດັບຫຼຸດລົງແມ່ນ 8,7% ໃນປີ 2020.

        ຍ້ອນເຫດນັ້ນ, ຕາມວົງການນັກສັງເກດການແລ້ວ, ບ້ວງເງິນຟື້ນຟູເສດຖະກິດທີ່ມີມູນຄ່າ 750 ຕື້ເອີໂລ ແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບອະນາຄົດຂອງບັນດາພື້ນຖານເສດະກິດເອີລົບ. ຖ້າຫາກບໍ່ຮັບຮອງເອົາບ້ວງເງິນຟື້ນຟູນີ້ໂດຍໄວ ພື້ນຖານເສດຖະກິດຂອງຫຼາຍປະເທດສະມາຊິກອີຢູ ຈະຢືນຢູ່ຕໍ່ໜ້າໄພລົ້ມລະລາຍ. ບັນດາກຸ່ມບໍລິສັດ, ວິສາຫະກິດປາຍແຫຼມຂອງເອີລົບ ໃນບາງຂະແໜງຍຸດທະສາດອາດຈະຖືກໂຮມເຂົ້າ, ຄວາມສ່ຽງເກີດສະພາບບັນດາຄົນງານທີ່ມີຄຸນນະພາບສູງຖືກຫວ່າງງານ ຫຼື ຖືກແກ່ດຶງເຂົ້າໄປບັນດາບໍລິສັດຕ່າງປະເທດ. ທ່ານປະທານາທິບໍດີຝລັ່ງ Emmanuel Macron ຍອມຮັບຕໍ່ໜ້າກອງປະຊຸມສຸດຍອດວ່າ: ໃນຈຸດເວລາຈະມາເຖິງຈະມີລັກສະນະຕັດສິນອະນາຄົດຂອງອີຢູ.

ຄວາມບໍ່ລົງລອຍກັນເກີດຂຶ້ນ

        ຕາມໂຄງການຈັດແບ່ງບ້ວງເງິນຟື້ນຟູເສດຖະກິດໃຫ້ບັນດາປະເທດຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ຢ່າງໜັກໜ່ວງທີ່ສຸດແມ່ນ: ອີຕາລີ ຈະໄດ້ຮັບຈຳນວນເງິນ 81 ຕື້ເອີໂລ, ແອັດສະປາຍ 77 ຕື້ເອີໂລ, ຝລັ່ງ 39 ຕື້ເອີໂລ, ໂປໂລຍ 38 ຕື້ເອີໂລ, ເກຼັກ 32 ຕື້ເອີໂລ…

        ບໍ່ນອນຢູ່ນອກເໜືອການຄາດຄະເນ, ໃນຊຸມມື້ດຳເນີນກອງປະຊຸມ, ບັນດາປະເທດສະມາຊິກທີ່ມີແຜນນະໂຍບາຍປະຢັດລາຍຈ່າຍຄື: ໂຮນລັງ, ໂອຕາລິດ, ຊູແອັດ ແລະ ແດນມາກ ໄດ້ຄັດຄ້ານແຜນການດັ່ງກ່າວຢ່າງແຮງ. 4 ປະເທດດັ່ງກ່າວມີແຜນນະໂຍບາຍ “ຮັດເຂັມຄັດ” ໄດ້ສະແດງຄວາມບໍ່ພໍໃຈໂດຍຖືວ່າ ແຜນການຟື້ນຟູໄດ້ຮັບຖືວ່າແມ່ນໄດ້ສ້າງຜົນປະໂຫຍດໜັກໜ່ວງທີ່ສຸດໃຫ້ແກ່ ອີຕາລີ ແລະ ແອັດສະປາຍ, ເຊິ່ງແມ່ນ 2 ປະເທດຖືກຜົນສະທ້ອນຫຼາຍທີ່ສຸດຈາກໂລກລະບາດ ແຕ່ຍາມໃດກໍ່ຖືກຕີລາຄາວ່າ ແມ່ນບັນດາປະເທດມີກົດລະບຽບດ້ານງົບປະມານບໍ່ກະທັດລັດ. ສະນັ້ນ, ເງື່ອນໄຂເຊິ່ງບັນດາປະເທດຍົກອອກມາແມ່ນຮັກສາບັນດາເງື່ອນໄຂທີ່ກ່ຽວຂ້ອງເຖິງການຈັດແບ່ງແຫຼ່ງເງິນຟື້ນຟູ ກໍຄືດັດປັບອັດຕາລະຫວ່າງສ່ວນເງິນອຸດໜູນ ແລະ ສ່ວນໃຫ້ກູ້ຢືມຈ່າຍດອກເບ້ຍ.

        ຍ້ອນຄວາມແຂງກະດ້າງຂອງກຸ່ມປະເທດຄັດຄ້ານ ໄດ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງບັນດາປະເທດອີຢູ ຖືກເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີຮຸງກາຣີ Viktor Orban, ໄດ້ຕຳໜິຕິຕຽນທ່ານນາຍົກລັດຖະມົນຕີໂຮນລັງ Mark Rutter ຢ່າງເປີດເຜີຍວ່າແມ່ນຕັ້ງໃຈບຸກໂຈມຕີຮຸງກາຣີ ກ່ຽວກັບຫົວເລື່ອງກ່ຽວຂ້ອງເຖິງປະເທດແຫ່ງອຳນາດຕິນິບັນຍັດ. ທ່ານ Viktor Orban ກໍ່ຖະແຫຼງວ່າ, ຄວາມບໍ່ລົງລອຍກັນເປັນຫຼັກໃນປະຈຸບັນລະຫວ່າງໂຮນລັງ, ອີຕາລີ ແລະ ຮຸງກາຣີ ສະໜັບສະໜູນທັດສະນະຂອງອີຕາລີ ແມ່ນຕ້ອງໜູນຊ່ວຍບັນດາປະເທດ ແລະ ພາກພື້ນຖືກຜົນເສຍຫາຍຍ້ອນໂລກລະບາດໂຄວິດ-19 ຢ່າງໄວທີ່ສຸດເທົ່າທີ່ຈະເຮັດໄດ້. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte ຍອມຮັບວ່າ, ທຸກເລື່ອງແມ່ນຫຍຸ້ງຍາກທີ່ສຸດ, ຫຍຸ້ງຍາກກວ່າການຄາດຄະເນ. ສ່ວນທ່ານປະທານສະພາເອີລົບ Charles Michel ໄດ້ຮຽກຮ້ອງບັນດາການນຳ ບໍ່ສະແດງອອກບັນດາດ້ານອອ່ນຂອງກຸ່ມ.

        ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ເມື່ອເດືອນ ມີນາ 2020, ສະຫະພາບເອີລົບ ເຄີຍເຫັນດີປິດປະຕູຊາຍແດນເປັນເວລາ 30 ວັນ ສຳລັບບັນດາພົນລະເມືອງບໍ່ນອນໃນກຸ່ມ; ເປັນເອກະພາບສ້າງຕັ້ງບັນດາ “ເສັ້ນທາງຂຽວ” ເພື່ອຮັບປະກັນການຂົນສົ່ງສິນຄ້າ ແລະ ເຄື່ອງອຸປະກອບການແພດບໍ່ໃຫ້ຖືກຂາດວັກຂາດຕອນ. ແລະໃນປະຈຸບັນ, ເພື່ອເປັນການຟື້ນຟູເສດຖະກິດ, ສຸດທ້າຍ ອີຢູ ກໍ່ໄດ້ຮັບຮອງເອົາຂໍ້ຕົກລົງກູ້ຊ່ວຍສຳຄັນ, ເຖິງຢ່າງໃດກໍ່ຕາມ ຄວາມສາມັກຄີພາຍໃນກຸ່ມ, ພື້ນຖານເພື່ອສ້າງຕັ້ງສະຫະພາບເອີລົບ, ຖືກຜົນສະທ້ອນບໍ່ແມ່ນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ