ເອີລົບປີ 2013: ເສດຖະກິດຄ່ອຍໆຟື້ນຕົວ, ສະພາບການເມືອງບໍ່ທັນເປັນປົກກະຕິ.


(vovworld)- ບໍ່​ອາດ​ປະຕິ​ເສດ​ໄດ້​ວ່າ: ປີ 2013, ​ເອີ​ລົບ ​ໄດ້​ມານະ​ພະຍາຍາມ​ເພື່ອ​ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ​ຈາກ​ວິ​ກິດ​ການ​ເສດຖະກິດ. ​​ເບິ່ງລວມ​ແລ້ວ, ນະ​ໂຍບາຍ​ຮັດ​ເຂັມຄັດ​ຂອງ​ບັນດາ​ປະ​ເທດ​ເອີ​ລົ​ບ ບໍ​​ໄດ້​ຮັບຖື​ວ່າ​ແມ່ນ​ທາງ​ອອກ​ໜຶ່ງດຽວ​ອີກ.. ຫຼາຍ​ປະ​ເທດ​ໄດ້​ເລີ່​ມຮັບ​ຮູ້​ຄວາມ​ສ່ຽງ​ດ້ານງົບປະມານ​ເພື່ອ​ຊອກ​ຫາ​ທ່າ​ເຕີບ​ໂຕ, ​ເປີດ​ບັນດາ​ທິດ​ທາງ​ໃໝ່​ໃນ​ການ​ຕ້ານ​ວິ​ກິດ​ການ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຄວາມ​ມານະ​ພະຍາຍາມ​ນີ້​ແມ່ນ​ບໍ່​ທັນ​ຄົບ​ຖ້ວນ ​ແລ​ະ ​ໄດ້ສົ່ງ​ຜົນ​ສະທ້ອນ​ບໍ່​ແມ່ນ​ໜ້ອຍ​ເຖິງ​ບັນດາ​ລັດຖະນະ​ໂຍບາຍ​ຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ກໍ່​ຄື​ສ່ົງ​ຜົນກະທົບທີ່​ຫຍໍ້​ທໍ້​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ.

 ເອີລົບປີ 2013: ເສດຖະກິດຄ່ອຍໆຟື້ນຕົວ, ສະພາບການເມືອງບໍ່ທັນເປັນປົກກະຕິ. - ảnh 1

(ພາບປະກອບ)

  ຕາມ​ການ​ສະຖິຕິ, ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ສະຫະພາບ​ເອີ​ລົບ​ ​ເພີ່ມ​ຂຶ້ນ​ປະມານ 1,1% (​ໄຕ​ມາດ​ທີ 2-ປີ 2013) ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2012. ​ເຢັຍລະ​ມັນ ​ແລະ ຝະລັ່ງ ​ແມ່ນ​ສອງພື້ນຖານ​ເສດຖະກິດ​ໃຫ່ຍກ່ວາ​ໝູ່​ຂອງ​ອີ​ຢູ ພວມ​ນຳ​ໜ້າ​ກ່ຽວ​ກັບ​ລະດັບການ​ເຕີບ​ໂຕ.

​ປະຕິບັດ​​ການ​ປະຕິ​ຮູບ​ໃຫ່ຍຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ເສດຖະກິດ

   ປີ 2013 ບໍ່​ແມ່ນ​ປີທີ່ພາກ​ພື້ນ​ເອີ​ລົບ ​ຫລຸດ​ພົ້ນອອກ​ຈາກ​ວິ​ກິດ​ການ​ໄດ້ ​ແຕ່​ນີ້​ແມ່ນ​ປີ​ຊື່​ງ​ເອີ​ລົບ​ ໄດ້​ປະຕິບັດ​​ການ​ປະຕິ​ຮູບ​ໃຫ່ຍຫຼາຍ​ຢ່າງ ​ແລະ ບັນດາ​ມາດ​ຕະການ​ທີ່​ຂ້ຽວຂາດ​ຄື: ຍູ້​ແຮ​ງການ​ສ້າງຕັ້ງພັນທະ​ມິດ​ທະນາຄານ, ມານະ​ພະຍາຍາມ​ຕ້ານ​ການ​ໜີ​ພາສີ, ສຸມ​ໃສ່​ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ໜຸ່ມ…

   ຖ້າ​ສັງ​ເກດ​​ບັນດາ​ຕົວ​ເລກ​ເຕີບ​ໂຕ​ອາດ​ເຫັນ​ໄດ້​ວ່າ: ປີ 2013, ລະດັບ​ຮ້າຍ​ແຮງ​ຂອງ​ວິ​ກິດ​ການ​ໄດ້​ຢຸດຕິ​ລົງ. ສອງ​ພື້ນຖານ​ເສດຖະກິດ​ນຳ​ໜ້າ​ຄື​​ເຢຍລະ​ມັນ ​ແລະ ຝະລັ່ງ ຍັງ​ຮັກສາ​ລະດັບ​ເຕີບ​ໂຕ​ໄວ້​ຢ່າງໝັ້ນຄົງ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ​ເຢຍລະ​ມັນ. ບັນດາ​ພື້ນຖານ​ເສດຖະກິດທີ່​ຖືກ​ຊຸດ​ໂຊມ​ຄື: ​ແອດ​ສະ​ປາຍ, ອີ​ຕາ​ລີ, ​ເກຼກ…..ກໍ່​ຖືກ​ຖື​ວ່າ​ໄດ້​ຜ່ານ​ຜ່ານ​ຈຸດ​ເວລາ​ອັນຕະລາຍ​ແລ້ວ, ​ແຕ່​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ຍັງ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່, ​ໂດຍ​ສະ​ເພາະ​ແມ່ນບັນຫາ​ຕ້ານ​ການ​ຫວ່າງ​ງານ. ມີ​ຫຼາຍ​ປະ​ເທດ​ໄດ້​ເລີ່​ມຕົກລົງ​ຮັບຮູ້​ຄວາມ​ສ່ຽງ​ດ້ານ​ງົບປະມານ​ເພື່ອ​ຊອກ​ຫາ​ທ່າ​ເຕີບ​ໂຕ​ຄືນ​ໃໝ່ ​ແລະ ​ເປີດ​ບັນດາ​ທິດ​ເດີນ​ໃໝ່​​ໃນ​ການ​ຕ້ານ​ວິ​ກິດ​ການ.

ເອີລົບປີ 2013: ເສດຖະກິດຄ່ອຍໆຟື້ນຕົວ, ສະພາບການເມືອງບໍ່ທັນເປັນປົກກະຕິ. - ảnh 2

​ແອດ​ສະ​ປາຍ​ແມ່ນ​ປະ​ເທດ​ມີ​ຄົນ​ຫວ່າງ​ງານ​ຫຼາຍ​ກ່ວາ​ໝູ່

(ພາບ: Guardian)

ນະ​ໂຍບາຍ​ການ​ຕ່າງປະ​ເທດ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຖືກ​ຜົນ​ສະທ້ອນ

   ວິ​ກິດ​ການດ້ານ​ເສດຖະກິດ​ໄດ້​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ລວມຂອງ​ອີ​ຢູ ​ໃນ​ປີ 2013. ຍ້ອນ​ເກີດ​ວິ​ກິດ​ການ, ປະ​ເທດ​ຕ່າງໆ​ຕ້ອງ​ສຸມ​ທຸກ​ແຫຼ່ງກຳລັງ​​ໃຫ້​ແກ່ບັນຫາ​ເສດຖະກິດ. ​ເສດຖະກິດ​ບໍ່​ພັດທະນາ​ເຮັດ​ໃຫ້​ຄວາມ​ສາມັກຄີ​ຂອງ​ອີ​ຢູ ຖືກ​ຜົນ​ສະທ້ອນ. ສິ່ງ​ດັ່ງກ່າວ​ກໍ່​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ທີ່​ສຸດຜ່ານ​ການ​ປະລາ​ໄຊ​ຂອງ​ກອງ​ປະຊຸມ​ຢູ່ Vilnius ຊື່​ງຫາ​ກໍ່​ຈັດ​ຂຶ້ນ​ຫວ່າງ​ມໍ່​ໆ​ມາ​ນີ້, ​ໃນ​ນັ້ນ, ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ​ຊື່​ງອີ​ຢູ ມີ​ເຈດ​ຕະນາ​ດຶງ​ດູດ, ພິ​ເສດ​ແມ່ນ​ຢູ​ແກຼນ ​ໄດ້​ປະຕິ​ເສດ​ເຊັນ​ຂໍ້​ຕົກລົງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ກຸ່ມ. ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາ​ການ​ຜັນ​​ແປ​ຢູ່ ຢູ​ແກຼນ ​ໃຫ້​ເຫັນ​ວ່າ, ບັນດາ​ບາດກ້າວ​ພັດທະນາ​ຂອງ​ອີ​ຢູ ​ຢູ່​ທິດຕາ​ເວັນ​ອອກ​ບໍ່​ມີ​ຄວາມ​ສະດວກ​ສະບາຍ ຂະນະ​ທີ່​ລັດ​ເຊຍ ​ເດັດດ່ຽວ​ບໍ່​ປະລະ​ເຂດ​ມີ​ຜົນ​ສະທ້ອນຂອງ​ຕົນ. ​ເບິ່ງ​ລວມ​ແລ້ວ, ອີ​ຢູ ພວມ​ຂາດ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ ​ແລະ ປະຈຸ​ບັນ​ພວມ​ບໍ່​ມີ​ທາງ​ອອກ​ໃນ​ນະ​ໂຍບາຍ​ນີ້.

   ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ນະ​ໂຍບາຍ​ຮັດ​ເຂັມຄັດ​ໄດ້​ເຮັດ​ໃຫ້​ມາດຖານ​ການ​ດຳລົງ​ຊີວິດ​ໃນ​ພາກ​ພື້ນ​ເອີ​ລົບ ຖືກ​ຫລຸດຜ່ອນ​ລົງ, ຍູ້​ອັດຕາ​ຄົນ​ຫວ່າງ​ງານ​ຂຶ້ນ​ສູງ ​ແລະ ກໍ່​ໃຫ້​ເກີດ​ບັນດາ​ການ​ແຫ່​ຂະ​ບວນ ​ຄັດຄ້ານ​ຂອງ ປຊຊ.

ເອີລົບປີ 2013: ເສດຖະກິດຄ່ອຍໆຟື້ນຕົວ, ສະພາບການເມືອງບໍ່ທັນເປັນປົກກະຕິ. - ảnh 3

(ພາບ:Bloomberg)

​ສືບ​ຕໍ່​​ໃຫ້​ບຸລິ​ມະສິດ​ຟື້ນ​ຕົວ​ເສດຖະກິດ​ໃນ 2 ປີ​ຕໍ່​ໜ້າ

 ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ບັນດາ​ພື້ນຖານ​ເສດຖະກິດ​ເອີ​ລົບ ອາດຈະ​ຟື້ນ​ຕົວ​ພ້ອມ​ກັນ​ໃນ​ທ້າຍ​ປີ 2014 ຫຼື​ຕົ້ນປີ 2015. ​ແຕ່​ນັ້ນພຽງ​ແຕ່​ແມ່ນ​ການ​ຄາດ​ຄະ​ເນ​ເທົ່າ​ນັ້ນ, ​ເພື່ອ​ໃຫ້​ມັນ​ປະກົດ​ຜົນ​ເປັນ​ຈິງ​, ບັນດາ​ປະ​ເທດ​ອີ​ຢູ ຍັງ​ຈະ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຍ້ອນ​ເຫດ​ນັ້ນ, ສຳລັບ​ອີ​ຢູ ​ແລ້ວ, ​ເລື່ອງ​ສືບ​ຕໍ່ປະຕິ​ຮູບ​ເພື່ອບັນລຸ​ໄດ້ທ່າ​ເຕີບ​ໂຕ​ແມ່ນ​ການ​ໃຫ້​ບຸລິ​ດມະ​ສິດ​ອັນ​ດັບ​ໜຶ່ງ. ຫາ​ງສຽງ​ຈະ​ເຫັນ​ປະຈັກ​ຕາ​ບັນດາ​ການ​ປ່ຽນ​ແປງ​ໃຫ່ຍຂອງ​ອີ​ຢູ ​ໂດຍ​ໄວ ນັບ​ແຕ່​ຕົ້ນປີ 2014 ​ໃນ​ຂະນະ​ທີ່​ເດືອນ 5/2014, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເອີ​ລົບ 390 ລ້ານຄົນຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກລັດຖະສະພາ​ເອີ​ລົບ​ໃໝ່ ຊື່​ງຈະ​ແມ່ນ​ການ​ເລືອກ​ຕັ້ງ​ຕັດສິນ​ຊີ້​ຂາດ​ອະນາຄົດ​ຂອງ​ສະຫະພາບ​ເອີ​ລົບ.

   ພ້ອມ​ກັບ​ການ​ປະຕິບັດນະ​ໂຍບາຍ​ເຕີບ​ໂຕ​ເສດຖະກິດ, ປີ 2014, ​ເອີ​ລົບ ຕ້ອງ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ປຊຊ ຄືນ​ໃໝ່. ບັນດາ​ຄວາມ​ມານະ​ພະຍາຍາມ​ຈະ​ຕ້ອງ​ເສຍ​ເວລາ​ຫຼາຍ​ພໍ​ສົມຄວນ ຍ້ອນ​ວ່າ, ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ ພວມ​ຕ້ອງ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດ້ານ​ການ​ເມືອງ ​ແລະ ການ​ເງິນ./.

  

ຕອບກັບ

ຂ່າວ/ບົດ​ອື່ນ