ເອີລົບພະຍາຍາມແກ້ໄຂບັນຫາຊາວອົບພະຍົບ

ເອີລົບພະຍາຍາມແກ້ໄຂບັນຫາຊາວອົບພະຍົບ - ảnh 1
(ພາບປະກອບ)

(vovworld) - ​ແຜນການ 17 ຂໍ້ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ຊາວ​ອົບ​ພະຍົບພວມ​ເຂົ້າອີ​ຢູ ຜ່ານ​ເຂດ Balkan, ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ວົງ​ແຄບ​ຂອງ​ສະຫະພາບ​ເອີ​ລົບ ​ໃນ​ວັນ​ທີ 26/10, ​ໄດ້​ຮັບ​ຖື​ວ່າ​ແມ່ນ​ມາດ​ຕະການ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ຂອງ​ເອີ​ລົບ​ໃນ​ປະຈຸ​ບັນ.  ​ເຖິງ​ວ່າ​ບໍ່​ທັນ​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບທັງ​ໝົດ​ໄດ້​ກໍ່ຕາມ, ​ແຕ່​ບັນດາ​ມາດ​ຕະການ​ນີ້ ພັດ​ຟື້ນ​ຟູ​ສະຖຽນ​ລະ​ພາບ​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ການ​ຄຸ້ມ​ຄອງ​ຊາວ​ອົບ​ພະຍົບ, ​ເຮັດ​ໃຫ້ການ​ອົບ​ພະຍົບຊົ່ວ​ຮ້າຍທີ່​ສຸດ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ຊັກ​ຊ້າ​ລົງ.

ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ມີ 670.000 ກວ່າ​ຄົນ​ຈາກ​ບັນດາ​ປະ​ເທດ​ທີ່​ມີ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ເຊັ່ນ: ຊີ​ຣີ, ອີຣັກ, ອາບ​ກາ​ນິສຖານ ​ໄດ້​ອົບ​ພະຍົບ​ເຂົ້າ​ເອີ​ລົບ. ​ໃນ​ນັ້ນ, 3.000 ກວ່າ​ຄົນຖືກ​ເສຍ​ຊີວິດ​ເມື່ອ​ຂ້າ​ມທະ​ເລ​​ແມ​ດີ​ເຕີຣານຽມ. ​ໃນ​ສະພາບ​ລະດູ​ໜາວ​ຢູ່​ເອີ​ລົບ​ໃກ້​ຈະ​ມາ​ຮອດ​ແລ້ວ, ​ຍິ່ງ​ເຮັດ​ໃຫ້​ຄວາມ​ວິຕົກ​ກັງວົນ​ຕໍ່​ຊາວ​ອົບ​ພະຍົບຈະ​ມີ​ຊາຕາກຳ​ຄ້າຍຄື​ກັນ​ບົນ​ເສັ້ນທາງ Balkan ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຖ້າ​ຫາກ​ບໍ່​ມີ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຈາກ​ບັນດາ​ປະ​ເທດ ອີ​ຢູ

ສົມທົບ​ກັນ​ໃນ​ການ​ກະທຳ

ຕາມ​ແຜນການ 17 ຂໍ້, ການ​ນຳ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​ເຫັນ​ດີ​ຮັບ​ເອົາ​ຊາວ​ອົບ​ພະຍົບ 100.000 ຄົນ​ເຂົ້າ​ເອີ​ລົບຜ່ານ​ເຂດ Balkan, ​ໃນ​ນັ້ນ 50.000 ກໍລະນີ​ແມ່ນ​ຢູ່​ເກຼັກ. ອີ​ຢູ ​ເຫັນ​ດີ​ໃນ​ສັບປະດາ​ນີ້ ຈະ​ເພີ່ມ​ເຕີມ​ພາລະ​ກອນ​ປ້ອງ​ກັນຊາ​ຍ​ແດນ​ຕື່ມ​ອີກ 400 ຄົນ​ເຂົ້າ Slovenia ​ເພື່ອ​ສົມທົບ​ກັບ​ກຳລັງ​ທີ່​ມີ​ຢູ່​ແລ້ວ​ໃນ​ປະ​ເທດ​ນີ້ດຳ​ເນີນ​ການ​ຄວບ​ຄຸມ​ເຂດ​ຕິດ​ກັບ Croatia ​ແລະ ອົດ​ຕະລິດ​ໃຫ້​ດີກ​ວ່າ. ອົງການ​ປ້ອງ​ກັນຊາ​ຍ​ແດນ​ເອີ​ລົບ Frontex ກໍ່​ມີໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ລະຫວ່າງ ​ເ​ກຼັັກ, Macedonia, Albania ​ແລະ Serbia ​ໃຫ້​ດີກ​ວ່າ.

ບັນດາ​ປະ​ເທດ​ເຂົ້າຮ່ວມ​ກໍ່​ເຫັນ​ດີ​ແບ່ງປັນ​ຂໍ້​ມູນ​ຂ່າວ​ປະຈຳ​ສັບປະດາ ກ່ຽວ​ກັບ​ສະພາບ​ຊາວ​ອົບ​ພະຍົບຢູ່​ປະ​ເທດ​ຕົນ, ພິ​ເສດ​ແມ່ນ​ຢູ່​ເຂດ​ຊາຍ​ແດນ. ​ເກຼັກຖືກ​ຄວາມດັນ​ຕ້ອງ​ມີ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ນອກ​ອີ​ຢູ ກໍ່​ຄື​ຊາຍ​ແດນ​ກັບ​ບັນດາ​ປະ​ເທດ Balkan ​ໃຫ້​ດີກ​ວ່າ. ຄຽງ​ຂ້າງ​ນັ້ນ, Athens ກໍ່​ຕ້ອງ​ຍູ້​ໄວ​ການ​ກໍ່ສ້າງ​ບັນ​ດາ​ສູນ​ຈົດ​ທະບຽນ​ຄົນ​ອົບ​ພະຍົບ, ຈາກ​ນັ້ນ​ຈະ​ແບ່ງ​ປະ​ເພດ ​ເພື່ອ​ຈັດ​ແບ່ງ​ໃຫ້​ບັນດາ​ປະ​ເທດ​ເອີ​ລົບ. ສຳລັບ​ບັນ​ດາ​ກໍລະນີ​ບໍ່​ໄດ້​ຮັບຄວາມ​ເຫັນ​ດີ​ເປັນ​ຊາວ​ອົບ​ພະຍົບນັ້ນຈະ​ຖືກ​ສົ່ງ​ເມືອ​ປະ​ເທດ. ຕາມ​ແຜນການ​ຂອງ​ອີ​ຢູ, ກຸ່ມ​ພັນທະ​ມິດ​ນີ້​ຈະ​ຍູ້​ໄວ​ການ​ເນລະ​ເທດ​ບັນດາ​ຊາວ​ອົບ​ພະຍົບທີ່ຖືກ​ປະຕິ​ເສດ​ນີ້.

ຄຳ​ຖະ​ແຫຼ​ງຂອງ​ກອງ​ປະຊຸມ​ກໍ່​ໃຫ້​ຮູ້​ວ່າ, ທະນາຄານ​ລົງທຶນ ​ເອີ​ລົບ (EIB), ທະນາຄານ​ກໍ່ສ້າງ ​ແລະ ພັດທະນາ​ເອີ​ລົບ (EBRD) ​ແລະ ທະນາຄານ​ພັດທະນາ​ສະພາ​ເອີ​ລົບ (CEB) ພ້ອມ​ແລ້ວ​ທີ່​ຈະ​ອຸປະ​ຖຳ​ໃຫ້​ແກ່​ການ​ແກ້​ໄຂ​ວິ​ກິດ​ການ​ອົບ​ພະຍົບ. ​ໃນ​ສັບປະດາ​ນີ້, ຄະນະ​ກຳມະການ​ເອີ​ລົບ(EC) ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ຕ່າງໆ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ການ​ເງິນ​ດັ່ງກ່າວ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບ.

ຄວາມ​ຫຍຸ້ງ​ຍາກ​ບໍ່​ແມ່ນ​ໜ້ອຍ

ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ, ອະດີດ​ປະທານ​ສະພາ​ເອີ​ລົບ Herman Van Rompuy ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ລັກສະນະ​ເປັນ​ໄປ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ວິສາມັນ​ຄັ້ງ​ນີ້, ​ເພາະວ່າ​ມີ​ພຽງ​ການ​ນຳ 8 ທ່ານ​ຂອງ​ບັນດາ​ປະ​ເທດ​ອີ​ຢູ ປະຊຸມ​ກັບ​ບັນດາ​ການ​ນຳ​ບໍ່​ແມ່ນ​ສະມາຊິກ ອີ​ຢູ, ​ໃນ​ຂະ​ນະນັ້ນ, ການ​ຕັດສິນ​ທັງ​ໝົດ ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ 28 ປະ​ເທດສະມາຊິກ ອີ​ຢູ. ​ໂຄ​ສົກ​ຄະນະ​ກຳມະການ​ເອີ​ລົບ Margaritis Schinas ​ໃຫ້​ຂໍ້​ສັງ​ເກດ​ວ່າ, ພຽງ​ແຕ່​ມີ​ການ​ພົບ​ປະ​ລວມ​ໃນ​ເອີ​ລົບ ​ແລະ ລະຫວ່າງ​ປະ​ເທດ​ຕ່າ​ງໆ, ທັງ​ອີງ​ໃສ່​ການ​ຮ່ວມ​ມື, ຈຶ່ງ​ສາມາດ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໄດ້. ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Markel ຍອມຮັບ​ວ່າ, ບັນດາ​ມາດ​ຕະການ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ດັ່ງກ່າວ ບໍ່​ສາມາດ​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ​ທັງ​ໝົດ​ໄດ້​. ສ່ວນ​ທ່ານ​ນາຍົກລັດຖະມົນຕີ Slovenia Miro Cerar ພັດ​ເນັ້ນ​ໜັກ​ວ່າ, ຖ້າ​ຫາກ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ບໍ່​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ວັນ​ທີ 26/10, ສະພາບ​ການ​ຈະ​ບໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີກ​ວ່າ. ​ໃນ​ກໍລະນີ​ນັ້ນ, Slovenia ຈະ​ສືບ​ຕໍ່​ຊັ່ງຊາ​ເລື່ອງ​ສ້າງຮົ້ວຢູ່​ເຂດ​ຊາຍ​ແດນ​ເພື່ອ​ສະກັດ​ກັ້ນ​ຊາວ​ອົບ​ພະຍົບນັບ​ພັນ​ຄົນ​ຈາກ Croatia ​ເຂົ້າ​ອີ​ຢູ. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ Croatia Zoran Milanovic ກໍ່ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຖ້າຫາກ​ຊາວ​ອົບ​ພະຍົບບໍ່​ປະຕິບັດ​ຕາມ​ຂັ້ນ​ຕອນ​ຈາກ ​ເກຼັກ ຜ່ານ Macedonia ​ເພື່ອ​ເຂົ້າ Serbia, ​ແລ້ວ​ຈາກ​ນັ້ນ​ຈະ​ສືບ​ຕໍ່​ການ​ເດີນທາງ​ໄປ​ຍັງ​ບັນດາ​ປະ​ເທດ​ເອີ​ລົບ​ເໜືອ, ຄື​ແນວ​ນັ້ນ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ກັບ​ຄືນ​ສະພາບ​ເດີມ.

ການ​ເງິນ​ກໍ່​ແມ່ນ​ບັນຫາ​ຫຍຸ້ງຍາກ​ເພື່ອ​ຜັນ​ຂະຫຍາຍ​ແຜ​ນການ. ກ່ອນ​ວາລະ​ປະຊຸມ​ດ່ວນ, ທ່ານປະທານ ອີ​ຊີ Jean-Claude Juncker ​ເອງ ຕ້ອງ​ຊຸກຍູ້ການ​ຊ່ວຍ​ເຫຼືອ​ດ່ວນ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ​ແທນ​ທີ່​ບັນດາ​ຄຳ​ໝັ້ນ​ສັນຍາ​​ໃນ​ເອກະສານ. ມາ​ຮອດ​ປະຈຸ​ບັນ, ບັນດາ​ປະ​ເທດ​ສະມາຊິກ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ເງິນ 2,3 ຕື້ ​ເອີ​ໂຣ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ອົບ​ພະຍົບ, ​ແຕ່​ຫາ​ກໍ​ສະໜອງ​ໄດ້​ພຽງ 275 ລ້ານ​ເອີ​ໂຣ​ເທົ່າ​ນັ້ນ. ມີ​ບັນ​ຫາ​ອື່ນ​ອີກ​ຍັງ​ຕ້ອງການ​ໄດ້​ຮັບ​ຄວາມ​ສົນ​ໃຈ, ນັ້ນ​ແມ່ນ​ປະຊາຊົນ​ບາງ​ປະ​ເທດ​ສະມາຊິກ​ອີ​ຢູ ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ປະຕິ​ເສດ​ຊາວ​ອົບ​ພະຍົບ.

ປະຈຸ​ບັນ, ວິ​ກິດ​ການ​ຊາວ​ອົບ​ພະຍົບຮ້າຍ​ແຮງ​ທີ່​ສຸດ​ຢູ່​ເອີ​ລົບ ນັບ​ແຕ່​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ພວມ​ກໍ່​ຄວາມດັນ​ນັບ​ມື້​ນັບ​ໃຫຍ່​ຫຼວງ​ເຖິງບັນດາ​ປະ​ເທດ​ອີ​ຢູ. ຂໍ້​ຕົກລົງ 17 ຂໍ້​ເຊິ່ງອີ​ຢູ ຫາ​ກໍ່​ບັນລຸ​ໄດ້ ພຽງ​ແຕ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໄດ້ ​ເມື່ອ​ມີ​ການ​ຮ່ວມ​ມື​ດ້ວຍ​ເຈດ​ຕະນາ​ດີ​ຂອງ​ປະ​ເທດ​ຕ່າງ​ໆເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສິ່ງ​ດັ່ງກ່າວ​ຍາກ​ທີ່​ຈະ​ປະຕິ

ຕອບກັບ

ຂ່າວ/ບົດ​ອື່ນ