ເອົາໃຈໃສ່ຊີ້ນຳປະຕິບັດບັນດາມາດຕະການຮັກສາເສດຖະກິດ ມະຫາພາກເປັນປົກກະຕິຢ່າງໝັ້ນທ່ຽງ


(vovworld)- ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 3/2015 ຂອງ​ລັດ​ຖະ​ບານ ໃຫ້​ເຫັນ​ວ່າ: ໃນ 3 ເດືອນ​ຕົ້ນ​ປີ 2015, ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ຂອງ​ຫວຽດ​ນາມ ບັນ​ລຸ 6,03% ຊື່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ 5 ປີ​ມານີ້. ເລື່ອງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແມ່ນ​ຄາດ​ໝາຍ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເອົາໃຈໃສ່ຊີ້ນຳປະຕິບັດບັນດາມາດຕະການຮັກສາເສດຖະກິດ ມະຫາພາກເປັນປົກກະຕິຢ່າງໝັ້ນທ່ຽງ - ảnh 1
ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 3/2015 ຂອງ​ລັດ​ຖະ​ບານ​ຫວຽດ​ນາມ
ພາບ:mof.gov.vn

        GDP ບັນ​ລຸ​ລະ​ດັບ 6,03% ແມ່ນຍ້ອນ​ການ​ເຕີບ​ໂຕ​​ເພີ່ມ​ຂຶ້ນທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກາຍ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ. ພ້ອມ​ກັນ​ນັ້ນ, ໄພ​ເງິນ​ເຟີ້ ໃນ​ເດືອນ 3 ເພີ່ມ​ຂຶ້ນ 0,15%, ສິນ​ເຊື່ອ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ ກໍ​ເພີ່ມ​ຂຶ້ນ 1,25%, ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ສັງ​ຄົມ​ເພີ່ມ​ຂຶ້ນ 9,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ກວມກວ່າ 30% GDP. ອັດ​ຕາ​ດອກ​ເບ້ຍ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ຕະ​ຫລາດ​ເງິນ​ຕາ​ຕ່າງ​ປະ​ເທດ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ, ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ. ລາຍ​ຮັບ, ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ບັນ​ລຸ​ໝາກ​ຜົນ​ຕັ້ງ​ຫນ້າ. ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ບັນ​ລຸກວ່າ 3 ຕື້ USD, ​ລະ​ດັບ​ປ່ອຍ ທຶນ ODA ເພີ່ມ​ຂຶ້ນກວ່າ 10%.

        ວາງ​ຄາດ​ໝາຍ GDP ບັນ​ລຸ 6,2%

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ໄລ​ຍະ​ປະ​ຈຸ​ບັນ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ຄົງ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ, ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຍັງ​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ, ການ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ບໍ​ລິ​ການ, ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ ບັນ​ລຸ​ລະ​ດັບ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ອາ​ກາດ​ແດດ​ຮ້ອນ, ແຫ້ງ​ແລ້ງ ຢູ່​ບາງ​ແຂວງ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ​ ແລະ ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້​ຫວຽດ​ນາມ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ຜະ​ລິດ​ກະ​ສິ​ກຳ; ກາ​ນ​ສົ່ງ​ອອກ​ຫລຸດ​ລົງ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຫນ້າ​ທີ່​ວາງ​ອອກ​ໃຫ​້​ແກ່​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ນັ້ນ​ແມ່ນ ເປັນ​ເຈົ້າ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຢ່າງ​ທັນ​ການ ເພື່ອ​​ບັນ​ລຸ ແລະ ລື່ນ​ກາຍ ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ວາງ​ອອກ, ສູ້​ຊົນ​ບັນ​ລຸການ​ເຕີບ​ໂຕ GDP 6,2% ແລະ ສູງກວ່ານັ້ນ. ລັດ​ຖະ​ບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຊິງ​ການ​ຊີ້​ນຳ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ພິ​ເສດ ແມ່ນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ລາຍ​ຈ່າຍ​ງົບ​ປະ​ມານ​ເກີນ​ດ​ຸ່ນ, ການນຳ​ເຂົ້າ​ເກີນ​ດຸ່ນຢູ່​ໃນລະ​ດັບ 5%, ​ສູ້​ຊົນ​ບັນ​ລຸ​ລະ​ດັບການ​ສົ່ງ​ອອກ 10% ຕິດ​ພັນ​ກັບ​ການ​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ລາ​ຄາ​, ອັດ​ຕາ​ດອກ​ເບ້ຍ​ເປັນ​ປົກ​ກະ​ຕິ. ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ພິ​ເສດ​ສຳ​ລັບ​ຂະ​ແຫນງ​ກະ​ສິ​ກຳ ແມ່ນ​ປັດ​ໄຈ​ຕັດ​ສິນ​ການ​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ພວກເຮົາ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​​ຄວ​າມ​ຫຍຸ້ງ​ຍາກໃຫ້​ແກ່​​ຂະ​ແຫນງກະ​ສິ​ກຳ. ປະ​ຈຸ​ບັນ ການ​ສົ່ງ​ອອກ​ຫລຸດ​ລົງ​ຢ່າງ​ແຮງ, ຄວນ​ຫນູນ​ຊ່ວຍ​ແນວ​ໃດ? ຂ້າ​ພະ​ເຈົ້າ​ສະ​ເຫນີ ບັນ​ດາ​ກະ​ຊວງ ຄວນ​ສຸມ​ໃສ່​ຫນຸນ​ຊ່ວຍ​ໃຫ້​ແກ່​​ຂະ​ແຫນງກະ​ສິ​ກຳ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ລັດ​ຖະ​ບານ ຈະ​ເປັນ​ເຈົ້າ​ພາບກອງ​ປະ​ຊຸມ ເພື່ອ​ເປັນ​ເອ​ກະ​ພາບ​ຄຳສະ​ເຫນີ​ບັນ​ດາ​ມາດ​ຕະ​ການໃນ​ທັນ​ທີ, ສິ່ງ​ໃດ​ຫນູນ​ຊ່ວຍ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ໄດ້, ໃຫ້​ແກ່​ຂົງ​ເຂດ​ກະ​ສິ​ກຳ​ໄດ້​ແມ່ນ ຕ້ອງ​ຫນູນ​ຊ່ວຍ​​ໃນທັນ​ທີ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​: ໃນ​ປີ 2015 ນີ້ ຕ້ອງ​ປະ​ຕິ​ບັດ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ 289 ແຫ່ງ​ເປັນ​ຫຸ້ນ​ສ່ວນ, ບໍ່​ພຽງ​ແຕ່​ຫັນ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ​ເທົ່າ​ນັ້ນ ຫາກ​ຕ້ອງກວດ​ກາ​ການ​ສືບ​ຕໍ່ຂາຍທຶນ​​ຂອງ​ລັດ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດບໍ່​ຈຳ​ເປັນ​  ແລະ ປະ​ສິດ​ທິ​ຜົນ​ການນຳ​ໃຊ້​ທຶນ​ຕ່ຳ ພ້ອມ​ທັງ​ຍູ້​ແຮງ​ການ​ຖອນ​ເງິນ​ລົງ​ທຶນນອກ​ຂະ​ແຫນງ​. ເລື່ອງ​ສ້າງ​ໂຄງ​ປະ​ກອບ​ທະ​ນາ​ຄານ​ຄືນ​ໃຫມ່ ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ກັບ​ວິ​ວັດ​ການ, ​ພາຍ​ໃຕ້​ການ​ຊີ້​ນຳ​ຕິດ​ຕາມກວດ​ກາ​ຢ່າງ​ແຫນ້ນ​ແຟ້ນ​ຂອງ​ລັດ​ຖະ​ບານ, ຮັບ​ປະ​ກັນ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ນັ້ນ​ຕ້ອງຢູ່​ໃນ​ລະ​ດັບ​ຄວມ​ຄຸມ ແລະ ປອດ​ໄພ.

ຮັບ​ປະ​ກັນ​ແຜນ​ການ​ສົ່ງ​ອອກ​ປີ 2015

       ລັດ​ຖະ​ບານ​ເນັ້ນ​ຫນັ​ກ​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ສົ່ງ​ອອກ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຕົ້ນ​ຕໍ​ຄື: ເຂົ້າ​ສານ, ກາ​ເຟ, ຢາງ​ພາ​ລາ ແລະ ເຊື້ອ​ເພີງ, ບໍ່​ແຮ່.. ຄຽງ​ຄູ່​ກັນ​ນັ້ນ ຍັງ​ຊຸກ​ຍູ້​ການ​ສົ່ງ​ອອກ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຜ່ານ​ການ​ເປີດກວ້າງ, ຊອກ​ຫາ​ບັນ​ດາ​ຕະ​ຫລາດ​ໃຫມ່. ກ່ຽວ​ກັບ​ບັນ​ຫານີ້, ທ່ານ ເຈີນ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຖື​ວ່າ:

        “ສັນ​ຍາ​ການ​ຄ້າ​ເສ​ລ​ີ​ຫລາຍ​ສະ​ບັບ​ໃນ​ກິດ​ຈະ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ຫນ້າ. ພວກ​ເຮົາ​ມີ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ​ໃນ​ທ້າຍ​ປີ 2015, ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟີກ ກໍ​ຄື ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ສະ​ຫະ​ພາບ​ເອີ​ລົບ, ພັນ​ທະ​ພາບ​ພາ​ສ​ີ ກັບ ລັດ​ເຊຍ, ເບ​ລາ​ຣຸດ ແລະ ກາ​ຢັກ​ສະ​ຖານ ລ້ວນ​ແຕ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ຫນ້າ. ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ອື່ນ ​ກັບ ສ​ເກົາ​ຫລີ, ກັບ​ ຈີ​ເລ ກໍ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ມີ​ປະ​ສິດ​ທິ​ຜົນ, ພວມ​ເປີດ​ບັນ​ດາ​ກາ​ລະ​ໂ​ອ​ກາດ​ໃຫ້​ແກ່​ພວກ​ເຮົ​າ​ຊຸກ​ຍູ້​ການ​ເຕີບ​ໂຕ​ການ​ສົ່ງ​ອອກ.”

        ພ້ອມ​ກັບ​ບັນ​ດ​າ​ມາດ​ຕະ​ການ​ແກ້​ໄຂ​ຄວາ​ມ​ຫຍຸ້ງ​ຍາກ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ລັດ​ຖະ​ບານ ສະ​ເຫນີ ກະ​ຊວງ ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ, ກະ​ຊວງ​ການ​ເງິນ ຕ້ອງ​ປັບ​ປຸງ​ບັນ​ດາ​ປະ​ເພດ​ພາ​ສີ​ອາ​ກອນ​ ຮັບ​ປະ​ກັນ​ເໝາ​ະ​ສົມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຂອງ​ຫວຽດ​ນາມ ພ້ອມ​ທັງ ບໍ່​​ເຮັດ​ໃຫ້​ແຫລ່ງ​ລາຍ​ຮັບ​ງົບ​ປະ​ມານຫລຸດ​ລົງ. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຈະ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ສ້າງ​ລະ​ບົບ​ມາດ​ຖານ​ດ້ານ​ເຕັກ​ນິກ​ສຳ​ລັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ນຳ​ເຂົ້າ, ສ​ຸ​ມ​ໃສ່​ປ່ອຍ​ບັນ​ດາ​ແຫລ່ງ​ເງິນ​ລົງ​ທຶນ, ປະ​ຕິ​ບັດ​ວຽກ​ງານ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ ແລະ ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ແລະ ຮັບ​ປະ​ກັນ​ບັນ​ດາ​ຄາດ​ໝາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ