ເອົາໃຈໃສ່ເຖິງວຽກງານພະນັກງານຕາມແນວຄິດ ໂຮ່ຈີມິນ

(VOVWORLD) - ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ອອກມະຕິກ່ຽວກັບເລື່ອງສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ, ດ້ວຍຄຸນນະທາດ, ມີກຳລັງຄວາມສາມາດຢ່າງຄົບຖ້ວນ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ໃນໄລຍະໃໝ່.

ມະຕິໄດ້ຮັບການຕີລາຄາສູງຈາກຫາງສຽງ ຍ້ອນມີລັດສະນະສືບທອດ ແລະ ຮັບເອົາບັນດາແນວຄິດຂອງປະທານ ໂຮ່ຈີມິນ ກ່ຽວກັບວຽກງານພະນັກງານນີ້. ບົດຂຽນຂອງ ລ້າຍຮວາ “ເອົາໃຈໃສ່ເຖິງວຽກງານພະນັກງານຕາມແນວຄິດ ໂຮ່ຈີມິນ”.

ເອົາໃຈໃສ່ເຖິງວຽກງານພະນັກງານຕາມແນວຄິດ ໂຮ່ຈີມິນ - ảnh 1 (ພາບປະກອບ)

ຄາວຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງ ແລະ ກໍ່ສ້າງພະນັກງານ, ເພີ່ນຢັ້ງຢືນວ່າ: “ພະນັກງານແມ່ນກົກເຄົ້າຂອງວຽກງານ”, “ທຸກວຽກງານໄດ້ສຳເລັດ ຫຼື ປະລາໄຊ ລ້ວນແຕ່ຍ້ອນພະນັກງານດີ ຫຼື ອ່ອນດ້ອຍ”. ເພີ່ນໄດ້ເນັ້ນໜັກເຖິງແຕ່ລະຂັ້ນຕອນ, ນັບແຕ່ການບຳລຸງສ້າງຕະຫລອດຮອດການນຳໃຊ້, ການທົດສອບ ແລະ ຊັບຊ້ອນພະນັກງານໃຫ້ເໝາະສົມກັບແຕ່ລະວຽກງານ ແລະ ເສີມຂະຫຍາຍໄດ້ກຳລັງຄວາມສາມາດ, ຈຸດດີຂອງພະນັກງານແຕ່ລະຄົນ. ດັ່ງນັ້ນ, ໃນແຕ່ລະໄລຍະການປະຕິວັດ, ປະທານ ໂຮ່ຈີມິນ ລ້ວນແຕ່ເສີມຂະຫຍາຍໄດ້ກຳລັງຄວາມສາມາດຂອງພະນັກງານທຸກຄົນ ແລະ ໃຜໆກໍ່ເຫັນວ່າຕົນເອງມີຄວາມສາມາດປະກອບສ່ວນໃຫ້ແກ່ສັງຄົມ.

ເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງພະນັກງານ

ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນກວກບາວ, ອະດີດຫົວໜ້າພະແນກແນວຄິດໂຮ່ຈີມິນ, ສະຖາບັນສື່ມວນຊົນ ແລະ ໂຄສະນາແລ້ວ, ໃນບັນດາເອກະສານຂອງພັກກ່ຽວກັບວຽກງານພະນັກງານ, ພິເສດແມ່ນມະຕິກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫວ່າງແລ້ວນີ້ ໄດ້ສືບທອດ ແລະ ຮັບເອົາບັນດາແນວຄິດ ໂຮ່ຈີມິນ, ເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງຖັນແຖວພະນັກງານໃຫ້ມີກຳລັງຄວາມສາມາດ, ມີຄຸນສົມບັດ, ພິເສດແມ່ນຖັນແຖວພະນັກງານໜຸ່ມ.

ປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: ພັກກຳອຳນາດ ແຕ່ສະມາຊິກພັກບໍ່ໄດ້ປະລະເປົ້າໝາຍ, ອຸດົມຄະຕິຂອງຕົນ. ເມື່ອພັກຍັງບໍ່ທັນກຳອຳນາດ, ໃນສົງຄາມການປະຕິວັດ, ການກໍ່ສູ້ປົດປ່ອຍປະເທດຊາດທີ່ລຳບາກກາກກຳນັ້ນ ແຕ່ສະມາຊິກພັກຍາມໃດກໍ່ສະແດງໃຫ້ເຫັນບົດບາດນຳໜ້າຂອງຕົນ. ເພາະວ່າ, ສະມາຊິກພັກມີອຸດົມຄະຕິຢ່າງຈະແຈ້ງ, ປອດໃສທີ່ສຸດ, ຍອມເສຍສະຫຼະທັງໝົດເພື່ອພາລະກິດເອກະລາດ, ອິດສະຫຼະພາບແຫ່ງຊາດ. ຍ້ອນເຫດນັ້ນ, ພັກໄດ້ນຳພາພາລະກິດປະຕິວັດຍາດເອົາໄຊຊະນະ

ໃນມະຕິກອງປະຊຸມສູນກາງພັກຄັ້ງທີ 7 ຜ່ານມາ, ສູນກາງພັກໄດ້ຊີ້ແຈ້ງບັນດາມາດຕະຖານຂອງພະນັກງານ ນັ້ນແມ່ນ: ຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດ, ຕ້ອງມີຄຸນນະທາດ, ມີກຳລັງຄວາມສາມາດຢ່າງພຽງພໍ ແລະ ມີອິດທິພົນຊື່ສຽງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຂອງສະໄໝໃໝ່. ພັກຕ້ອງຖືພະນັກງານແມ່ນປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການປະຕິວັດ; ວຽກງານພະນັກງານແມ່ນຂັ້ນຕອນ “ໄລກອນ” ຂອງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ. ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດ, ແມ່ນໜ້າທີ່ສຳຄັນແຖວໜ້າ, ແມ່ນວຽກງານທີ່ປະຕິບັດເປັນປະຈຳຂອງພັກ.

ໝູນໃຊ້ແນວຄິດ ໂຮ່ຈີມິນ ເຂົ້າໃນວຽກງານພະນັກງານ

ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນມິງຕ໋ວນ, ຫົວໜ້າສະຖາບັນກໍ່ສ້າງພັກ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລ້ວ, ຍ້ອນແນວຄິດ ໂຮ່ຈີມິນ ເອງ ກ່ຽວກັບວຽກງານພະນັກງານໄດ້ກຳນົດທິດໃຫຍ່ໃຫ້ແກ່ວຽກງານພະນັກງານຂອງພັກກອມມູນິດ ຫວຽດນາມ ໃນປັດຈຸບັນ. ຍັງບໍ່ທັນມີ ຍາມໃດທີ່ທິດທາງກ່ຽວກັບບຸກຄະລາກອນຂັ້ນຍຸດທະສາດ ໄດ້ຮັບການກຳນົດຢ່າງຈະແຈ້ງ ແລະ ກົງໄປກົງມາຄືຄັ້ງນີ້. ນີ້ແມ່ນການຖອດຖອນບົດຮຽນຂອງພັກ ແລະ ແມ່ນການໝູນໃຊ້ແນວຄິດໂຮ່ຈີມິນ ກ່ຽວກັບວຽກງານພະນັກງານເຂົ້າໃນພຶດຕິກຳຕົວຈິງ.

ຮ່ຳຮຽນຕາມ ໂຮ່ຈີມິນ ກ່ຽວກັບວຽກງານພະນັກງານ ໝາຍຄວາມວ່າ ພວກເຮົາປະຕິບັດທັດສະນະຊີ້ນຳຂອງພັກໃນປັດຈຸບັນ, ບັນດາຂໍ້ແນະນຳ, ຂໍ້ກຳນົດ, ກ່ຽວກັບບັນດາຂັ້ນຕອນທັງໝົດໃນວຽກງານພະນັກງານໃຫ້ເປັນຢ່າງດີ. ຈາກການບຳລຸງສ້າງ, ວາງແຜນກຳນົດ, ຕີລາຄາ, ຊັ່ງຊາ, ເສີມຂະຫຍາຍບົດບາດປະຊາຊົນໃນການຕິດຕາມກວດກາພະນັກງານ, ເພື່ອຄວບຄຸມສິດອຳນາດໃນພັກ. ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກກ່ຽວກັບວຽກງານພະນັກງານຢ່າງຖືກຕ້ອງ ກໍ່ໝາຍຄວາມວ່າ ແມ່ນຊາບຊຶມຈິດໃຈ ໂຮ່ຈີມິນ. ແນວຄິດ ໂຮ່ຈີມິນ ນັ້ນແມ່ນສືບຕໍ່ຄົ້ນຄວ້າຕື່ມ ເພື່ອເຂົ້າໃຈໄດ້ແນວທາງຂອງພັກຢ່າງເລິກເຊິ່ງກ່ວາ

ຈາກກອງປະຊຸມສູນກາງພັກຄັ້ງທີ 7, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູວັນຟຸກ, ອະດີດບັນນາທິການໃຫຍ່ວາລະສານກອມມູນິດ ຖືວ່າ:

ມາດຕະການຕົ້ນຕໍແມ່ນ ພະນັກງານສະມາຊິກພັກ, ການນຳແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມສູ້ຊົນດ້ວຍຕົນເອງ, ມີກຳລັງມານະຈິດເພື່ອໃຫ້ຕົນເອງຜ່ານຜ່າສິ່ງລໍ້ລວງຈາກເງິນຄຳ, ສິ່ງລໍ້ລວງຈາກດ້ານກົງກັນຂ້າມຂອງສັງຄົມ. ສ່ວນການນຳ ທີ່ບໍ່ສາມາດຜ່ານຜ່າດ້ວຍຕົນເອງ, ບໍ່ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ, ບໍ່ຜ່ານຜ່າສິ່ງລໍ້ລວງຈາກເງິນຄຳໄດ້ດ້ວຍຕົນເອງ, ຈາກຕຳແໜ່ງ,  ຈາກການສະແຫວງຫາຜົນປະໂຫຍດເປັນກຸ່ມ ຖືກຄອບງຳນັ້ນ ຈະບໍ່ສົມເປັນການນຳຂັ້ນຍຸດທະສາດ, ເຖິງວ່າບໍ່ແມ່ນຄົນຢູ່ທ້ອງຖິ່ນນັ້ນກໍ່ຕາມ

ວຽກງານພະນັກງານຕາມພິໄນກຳຂອງປະທານ ໂຮ່ຈີມິນ ແມ່ນ “ພະນັກງານແມ່ນກົກເຄົ້າຂອງວຽກງານທຸກຢ່າງ ແລະ ການບຳລຸງກໍ່ສ້າງພະນັກງານ ແມ່ນວຽກງານກົກຂອງພັກ”. ການໝູນໃຊ້ແນວຄິດ ໂຮ່ຈີມິນ ກ່ຽວກັບວຽກງານພະນັກງານ, ໃນໄລຍະຜ່ານມາ ພັກກອມມູນິດ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງກໍ່ສ້າງຖັນແຖວພະນັກງານ. ດ້ວຍບັນດາມາດຕະຖານພະນັກງານ ຊຶ່ງສູນກາງພັກໄດ້ຊີ້ແຈ້ງຢູ່ກອງປະຊຸມສູນກາງພັກຄັ້ງທີ 7, ປະຊາຊົນມີຄວາມຫວັງວ່າ ໃນໄລຍະຈະມາເຖິງ ພັກຈະປະຕິບັດຢ່າງຂ້ຽວຂາດໃນພຶດຕິກຳຕົວຈິງ ເພື່ອສ້າງຖັນແຖວພະນັກງານມີຄຸນນະທາດ, ກຳລັງຄວາມສາມາດຢ່າງພຽງພໍ ແລະ ມີອິດທິພົນຊື່ສຽງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຂອງໄລຍະໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ