ແກ້ໄຂຂອດຫຍຸ້ງຍາກໃຫ້ແກ່ກະສິກຳຫວຽດນາມ

(VOVWORLD) -ວັນທີ 09 ເມສາ, ການໂອ້ລົມສົນທະນາຄັ້ງທຳອິດລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບຊາວກະສິກອນ ຖືກດຳເນີນຢູ່ແຂວງຫາຍເຢືອງ, ດ້ວຍການເຂົ້າຮ່ວມຂອງບັນດາການນຳກະຊວງ, ຂະແໜງການ ແລະ ຜູ້ແທນເປັນຊາວກະສິກອນໃນທົ່ວປະເທດ 600 ຄົນ. ການໂອ້ລົມສົນທະນາຖືກດຳເນີນພາຍຫຼັງກອງປະຊຸມ, ເວທີປາໄສກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຂະແໜງກະສິກຳເກືອບ 20 ຄັ້ງ ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຂົ້າຮ່ວມໃນປີ 2017.
ແກ້ໄຂຂອດຫຍຸ້ງຍາກໃຫ້ແກ່ກະສິກຳຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຮູບແບບການຜະລິດ)

ສິ່ງດັ່ງກ່າວສະແດງໃຫ້ເຫັນບົດບາດສຳຄັນຂອງກະສິກຳ, ຊົນນະບົດ, ຊາວກະສິກອນ ທີ່ມີຕໍ່ການພັດທະນາຂອງເສດຖະກິດຫວຽດນາມ ກໍຄືສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງທ່ານນາຍົກລັດຖະມົນຕີ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ເພື່ອໃຫ້ກະສິກຳສືບຕໍ່ພັດທະນາໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ.

        ໃນໄລຍະຜ່ານມາ, ເພື່ອສ້າງທ່າເຕີບໂຕໃຫ້ແກ່ກະສິກຳເສີມຂະຫຍາຍທ່າແຮງ, ລັດຖະບານໄດ້ປະກາດໃຊ້ຫຼາຍນະໂຍບາຍເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ຊາວກະສິກອນ, ວິສາຫະກິດລົງທຶນເຂົ້າໃນວຽກກະສິກຳໃຫ້ກູ້ຢືມທຶນດ້ວຍຄ່າດອກເບ້ຍບຸລິມະສິດ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບທີ່ດິນທຳການຜະລິດ… ສິ່ງດັ່ງກ່າວລ້ວນແຕ່ແມ່ນບັນດາບັນຫາໃຫຍ່, ສຳຄັນໃນຊີວິດທາງດ້ານກະສິກຳ, ຊາວກະສິກອນ, ຊົນນະບົດໃນປະຈຸບັນ. ແກ້ໄຂບັນດາສິ່ງທີ່ຄ້າງຄາພວມເປັນສ່ວນໜຶ່ງໃນການປັບປຸງພາບພົດຂອງກະສິກຳຫວຽດນາມ.

ບົດບາດສຳຄັນຂອງກະສິກຳ, ຊາວກະສິກອນ ແລະ ຊົນນະບົດໃນພື້ນຖານເສດຖະກິດ

        ໃນຊຸມປີມໍ່ໆມານີ້, ກະສິກຳຫວຽດນາມ ໄດ້ຮັບການພັດທະນາເປັນປົກກະຕິຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຕົວເລກເຕີບໂຕທີ່ໜ້າປະທັບໃຈ. ຈາກຊົນນະບົດ ເຖິງເຂດທົ່ງພຽງ, ເຂດພູດອຍ ຕະຫຼອດຮອດເຂດທົ່ງພຽງ ການຜະລິດກະສິກຳໄດ້ມີການເຕີບໂຕຢ່າງແຮງ, ມີບັນດາຜະລິດຕະພັນກະເສດສົ່ງອອກຫຼາຍຊະນິດທີ່ມີມູນຄ່າສູງ. ປີ 2017, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ  ບັນລຸຕົວເລກສະຖິຕິວ່າ 36 ຕື້ USD; ການສົ່ງອອກເກີນດູນບັນລຸກວ່າ 8,5 ຕື້ USD ແລະ ປີ 2018 ໄດ້ວາງອອກຄາດໝາຍສົ່ງອອກໃຫ້ບັນລຸໄດ້ 40 ຕື້ USD. ມາຮອດປະຈຸບັນ, ຂະແໜງກະສິກຳຂອງຫວຽດນາມ ບັນລຸໄດ້ລະດັບເຕີບໂຕຢ່າງໄວ ແລະ ໝັ້ນຄົງ, ປະກອບສ່ວນ GDP ປະມານ 20% ເຂົ້າໃນພື້ນຖານເສດຖະກິດ ແລະ ແຕ່ 23 – 25% ມູນຄ່າສົ່ງອອກ.

        ປະຈຸບັນ, ການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ຢືນອັນດັບທີ 18 ໃນໂລກ. ບໍ່ມີຫຼາຍປະເທດທີ່ສາມາດລ້ຽງກຸ້ງ, ປູກຕົ້ນໄມ້ໃຫ້ສະມັດຕະພາບສູງຄືຢູ່ຫວຽດນາມ. ອັນໄດ້ສ້າງສະຖິຕິໃຫ້ແກ່ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະເສດແຖວໜ້າ, ແມ່ນເຫື່ອແຮງຂອງ 11 ລ້ານຄອບຄົວຊາວກະສິກອນ ດ້ວຍຄົນງານ 24 ລ້ານຄົນພວມອອກແຮງງານໂດຍກົງໃນທົ່ວປະເທດ.

        ຫວຽດນາມ ພວມມີໝາກຜົນທາງດ້ານກະສິກຳທີ່ດີ, ແຕ່ຍັງບໍ່ທັນພຽງພໍ. ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ, ຕ້ອງຊອກຫາວິທີເພື່ອແກ້ໄຂທຸກຄວາມຫຍຸ້ງຍາກເພື່ອພັດທະນາກະສິກຳຊົນນະບົດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

        ວັນທີ 09 ມີນາ 2018, ຫວຽດນາມ ພ້ອມກັບ 10 ປະເທດໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ສັນຍາ CPTPP ໄດ້ຮັບການຕີລາຄາວ່າແມ່ນກາລະໂອກາດທີ່ໃຫຍ່ຫຼວງໃຫ້ແກ່ກະສິກຳຫວຽດນາມ. ແຕ່ບັນດາສິ່ງທ້າທາຍຂອງຊາວກະສິກອນ, ຂອງພື້ນຖານກະສິກຳຫວຽດນາມ ຍັງຫຼາຍຢູ່ຄື: ສະພາບຜະລິດກະແຈກກະຈາຍ, ຍ່ອຍນ້ອຍ; ສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ່ງແຍ້ງຍັງຕ່ຳຢູ່; ການຜະລິດຖືກຕົກຢູ່ໃນທ່າຮັບ, ຂາດການຮ່ວມສຳພັນຢ່າງແໜ້ນແຟ້ນຕາມລະບົບມູນຄ່າ.

ມີມາດຕະການແກ້ໄຂຫຼາຍຢ່າງ

        ຍາມໃດລັດຖະບານກໍ່ກຳນົດວ່າ ກະສິກຳ, ຊົນນະບົດແມ່ນໜຶ່ງໃນບັນດາຂົງເຂດຮັບບຸລິມະສິດທຶນໃນການລົງທຶນ, ຈາກນັ້ນປະກາດໃຊ້, ຜັນຂະຫຍາຍຫຼາຍນະໂຍບາຍໜູນຊ່ວຍ ເພື່ອແນໃສ່ຫັນແຫຼ່ງທຶນບ້ວງສິນເຊື່ອເຂົ້າຂົງເຂດນີ້. ປີ 2017, ນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາທະນາຄານສະຫງວນບ້ວງສິນເຊື່ອທີ່ມີມູນຄ່າ 100.000 ຕື້ດົ່ງໃຫ້ຂະແໜງກະສິກຳເຕັກໂນໂລຊີສູງກູ້ຢືມ, ມາຮອດປະຈຸບັນໄດ້ປ່ອຍເງິນອອກກວ່າ 30.000 ຕື້ດົ່ງ. ທະນາຄານກໍ່ນຳໃຊ້ພື້ນຖານເພດານອັດຕາດອກເບ້ຍໃຫ້ກູ້ຢືມໄລຍະສັ້ນສຳລັບບັນດາຂົງເຂດໃຫ້ບຸລິມະສິດ, ໃນນັ້ນມີການໃຫ້ກູ້ຢືມໃນຂົງເຂດກະສິກຳຊົນນະບົດ (ປະຈຸບັນແມ່ນ 7%/ປີ, ຕ່ຳກວ່າ 1% - 2% ເມື່ອທຽບໃສ່ພື້ນຖານດອກເບ້ຍໃຫ້ກູ້ຢືມລວມ); ປະກາດໃຊ້ດຳລັດສະເພາະກ່ຽວກັບນະໂຍບາຍບ້ວງສິນເຊື່ອສຳລັບຂົງເຂດກະສິກຳ, ຊົນນະບົດ; ພ້ອມທັງປະກາດໃຊ້ຫຼາຍນະໂຍບາຍສະເພາະສຳລັບຜະລິດຕະພັນກະເສດຕົ້ນຕໍບາງຜະລິດຕະພັນ ເຊິ່ງຫວຽດນາມ ມີທ່າແຮງ ຫຼື ມີວົງເງິນສົ່ງອອກສູງ.

        ປະຈຸບັນ, ລັດຖະບານພວມຊີ້ນຳປັບປຸງການຍົກສູງລະດັບໃຫ້ກູ້ຢືມໂດຍບໍ່ມີຊັບສິນຄ້ຳປະກັນ ເພື່ອໃຫ້ເໝາະສົມກັບຈຸດພິເສດ, ຮອບວຽກການຜະລິດຂອງແນວປູກ, ສັດລ້ຽງແຕ່ລະປະເພດ ແລະ ຄວາມຕ້ອງການດ້ານທຶນຮອນທີ່ນັບມື້ນັບເພີ່ມຂຶ້ນ.

        ກ່ຽວກັບສົ້ນອອກໃຫ້ແກ່ຜະລິດຕະພັນກະເສດ, ເພື່ອສົ່ງອອກຜະລິດຕະພັນກະເສດແບບຍືນຍົງ, ໝັ້ນຄົງ, ມີປະສິດທິຜົນ ແລະ ສາມາດຫຼີກລ້ຽງການຂຶ້ນກັບຕະຫຼາດໃດໜຶ່ງ, ລັດຖະບານ ໄດ້ ແລະ ພວມມານະພະຍາຍາມ, ຢືດໝັ້ນເພື່ອເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຂອງຫວຽດນາມ, ໃນນັ້ນມີຜະລິດຕະພັນກະເສດ, ສິນໃນນ້ຳບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ປະຈຸບັນ, ລັດຖະບານ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງພວມສ້າງນະໂຍບາຍ, ປັບປຸງໃຫ້ສົມບູນແບບ ເພື່ອເພີ່ມໃຫ້ແກ່ດຳລັດ 210 ກ່ຽວກັບການດຶງດູດວິສາຫະກິດລົງທຶນເຂົ້າກະສິກຳ.

        ເພື່ອເສີມຂະຫຍາຍທ່າແຮງຂອງຍຸກສະໄໝເຕັກໂນໂລຊີ 4.0 ໃນກະສິກຳ, ໃນໄລຍະຈະມາເຖິງ, ລັດຖະບານມີແຜນນະໂຍບາຍສ້າງລະບົບປັນຍາຊົນຫວຽດດີຈີຕອນ. ເຊິ່ງຕາມນັ້ນແລ້ວ, ບັນດາວິທີດຳເນີນທຸລະກິດບັນລຸປະສິດທິຜົນຈະຖືກອັບເດດ ແລະ ຊາວກະສິກອນທຸກຄົນຈະໄດ້ເຊື່ອມຕໍ່ນຳກັນຜ່ານລະບົບດັ່ງກ່າວ. ນີ້ຈະແມ່ນຊ່ອງທາງໃຫ້ບັນດາຄອບຄົວຊາວກະສິກອນສະເພາະ. ຫວັງວ່າ, ບັນດານະໂຍບາຍໃໝ່ດັ່ງກ່າວຈະສ້າງກຳລັງໜູນເພື່ອຊ່ວຍຊຸກຍູ້ຂະແໜງກະສິກຳໃຫ້ພັດທະນາຢ່າງແຮງ ແລະ ໝັ້ນຄົງ.

        ພ້ອມກັບບັນດາມາດຕະການແກ້ໄຂດັ່ງກ່າວ, ລັດຖະບານຈະຍົກອອກບັນດາການກຳນົດທິດນະໂຍບາຍໃໝ່ ພາຍຫຼັງການໂອ້ລົມສົນທະນາໂດຍກົງກັບປະຊາຊົນໃນມື້ນີ້ ຈະແມ່ນໄມ້ງັດທີ່ສຳຄັນເພື່ອພັດທະນາຄວາມສາມາດບົ່ມຊ້ອນຂອງຂະແໜງກະສິກຳຫວຽດນາມ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວກະສິກອນ.

ຕອບກັບ

ຂ່າວ/ບົດ​ອື່ນ