ແກ້ໄຂຄວາມຫຍຸ້ງຍາກເພື່ອພັດທະນາເສດຖະກິດພາກເອກະຊົນ

(VOVWORLD) - ທ້າຍສັບປະດາທີ່ຜ່ານມາ, ເປັນຄັ້ງທຳອິດ, ທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຈລະຈາກັບປະທານ, ຜູ້ອຳນວຍການໃຫຍ່ບັນດາກຸ່ມບໍລິສັດເສດຖະກິດພາກເອກະຊົນ 14 ທ່ານ ແທນທີການເຈລະຈາກັບບັນດາວິສາຫະກິດເວົ້າລວມ ຫຼື ກຸ່ມລັດວິສາຫະກິດຄືກ່ອນນີ້. 

ຄາດໝາຍຂອງການເຈລະຈານີ້ແມ່ນຊອກຫາບັນດາຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດພາກເອກະຊົນ, ຈາກນັ້ນ, ລັດຖະບານຈະມີມາດຕະການແກ້ໄຂ. ກ່ອນທີ່ຈັດການສົນທະນາ, ລັດຖະບານກໍ່ໄດ້ຈັດຕັ້ງວາລະປະຊຸມຫົວເລື່ອງສະເພາະຄັ້ງຕ່າງໆ, ບັນດາກະຊວງ, ຂະແໜງການກໍ່ເປັນເຈົ້າການຈັດຕັ້ງຫຼາຍກອງປະຊຸມ, ກອງປະຊຸມສຳມະນາເພື່ອສ້າງກອບກົດໝາຍ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດເພື່ອໃຫ້ວິສາຫະກິດພາກເອກະຊົນ ຫວຽດນາມ ພັດທະນາ.

ແກ້ໄຂຄວາມຫຍຸ້ງຍາກເພື່ອພັດທະນາເສດຖະກິດພາກເອກະຊົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດານັກທຸລະກິດຍິງ

        ບົດບາດ, ທີ່ຕັ້ງຂອງເສດຖະກິດພາກເອກະຊົນນັບມື້ນັບໄດ້ຮັບການຮັບຮູ້ຢ່າງຈະແຈ້ງກ່ວາ ແລະ ຕີລາຄາຖືກຕ້ອງກ່ວາ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນໃນມະຕິສູນກາງຄັ້ງທີ 5 ຊຸດທີ 12 ເມື່ອເນັ້ນໜັກ “ເສດຖະກິດພາກເອກະຊົນແມ່ນກຳລັງໜູນສຳຄັນໃນການພັດທະນາເສດຖະກິດ”. ເຖິງແນວນັ້ນກໍ່ຕາມ, ໃນສະພາບການຕົວຈິງ, ພາກສ່ວນເສດຖະກິດເອກະຊົນຍັງພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກຫຼາຍຢ່າງ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການສຳຜັດກັບແຫຼ່ງກຳລັງຜະລິດ… ລັດຖະບານຢືນຢັນຈະມານະພະຍາຍາມລົບລ້າງທຸກຮົ້ວກີດຂວາງ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອພັດທະນາເສດຖະກິດພາກເອກະຊົນໃຫ້ໂປ່ງໃສ, ຖືກທິດ.

ບົດບາດນັບມື້ນັບສຳຄັນຂອງເສດຖະກິດພາກເອກະຊົນໃນພື້ນຖານເສດຖະກິດ ຫວຽດນາມ

        ເສດຖະກິດພາກເອກະຊົນແມ່ນກຳລັງແກ່ດຶງທີ່ສຳຄັນເພື່ອພັດທະນາເສດຖະກິດຂອງປະເທດຊາດ. ບັນດາກຳລັງຊຸກຍູ້ການເຕີບໂຕຢູ່ທຸກແຂວງ, ນະຄອນ, ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງສະເພາະທີ່ມີຢູ່ແລ້ວ, ຕົ້ນຕໍແມ່ນມາຈາກເສດຖະກິດພາກເອກະຊົນ. ແຕ່ປີ 2010 ມາຮອດປະຈຸບັນ, ເສດຖະກິດພາກເອກະຊົນປະກອບສ່ວນຫຼາຍກ່ວາ 43% GDP ໃນຂະນະທີ່ອັດຕາສ່ວນນີ້ຂອງພາກສ່ວນເສດຖະກິດແຫ່ງລັດແມ່ນປະມານ 28,9% ເທົ່ານັ້ນ. ພາກສ່ວນເສດຖະກິດເອກະຊົນ ຫວຽດນາມ ພວມສ້າງລາຍຮັບຫຼາຍທົບ 3 ເທົ່າເມື່ອທຽບໃສ່ລັດວິສາຫະກິດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນລູກກຸນແຈສຳລັບການເຕີບໂຕເສດຖະກິດຂອງ ຫວຽດນາມ ແມ່ນນອນໃນເສດຖະກິດພາກເອກະຊົນຫຼາຍທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ:

        “ກ່ອນນີ້ ບໍ່ມີບັນດາກຸ່ມບໍລິສັດໃຫຍ່ຄືໃນປະຈຸບັນ, ແລະ ບໍ່ເຄີຍເວົ້າວ່າ ເສດຖະກິດພາກເອກະຊົນແມ່ນກຳລັງໜູນທີ່ສຳຄັນໃຫ້ແກ່ການພັດທະນາ. ຈົນເຖິງເວລາມີການປ່ຽນໃໝ່ຂອງມະຕິສູນກາງຄັ້ງທີ 5. ປະຈຸບັນ, ຢູ່ ຫວຽດນາມ ໃນຈຳນວນວິສາຫະກິດເກືອບ 500.000 ແຫ່ງນັ້ນ, ລັດວິສາຫະກິດກວມພຽງ 0,5%  ເທົ່ານັ້ນ ສ່ວນວິສາຫະກິດພາກເອກະຊົນກວມເຖິງ 96,7%. ອາດເວົ້າໄດ້ວ່າ, ວິສາຫະກິດພາກເອກະຊົນກວມຖານະບົດບາດເກືອບຄືວ່າຂາດນັ້ນກ່ຽວກັບດ້ານຈຳນວນ. ແລະສິ່ງທີ່ເປັນໜ້າຊື່ນຊົມທີ່ສຸດແມ່ນ, ກຸ່ມບໍລິສັດຫຼາຍແຫ່ງ, ບໍລິສັດໃຫຍ່ພາກເອກະຊົນໄດ້ປະສົບຜົນສຳເລັດທີ່ສຸດ.”

ກ່ອນນີ້ເກືອບ 2 ເດືອນ, ເມື່ອເປັນເຈົ້າພາບຈັດຕັ້ງເວທີປາໄສເສດຖະກິດພາກເອກະຊົນ ປີ 2017 ດ້ວຍການເຂົ້າຮ່ວມຂອງວິສາຫະກິດພາກເອກະຊົນປະມານ 1.000 ແຫ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ວາງຄາດໝາຍສູ້້ຊົນ ຍົກອັດຕາການປະກອບສ່ວນຂອງເສດຖະກິດພາກເອກະຊົນຈາກ 43% ຂຶ້ນລະດັບ 50 – 60% GDP ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຂໍ້ກຸ່ນແຈຂອງການເຕີບໂຕເສດຖະກິດຢູ່ ຫວຽດນາມ ນອນໃນຂົງເຂດເສດຖະກິດພາກເອກະຊົນຫຼາຍ ແລະ “ອັນໃດທີ່ພາກເອກະຊົນສາມາດປະຕິບັດໄດ້ດີນັ້ນ ລັດຈະສ້າງເງື່ອນໄຂເພື່ອໃຫ້ພາກເອກະຊົນເຮັດ”.

ຄ່ອຍໆແກ້ໄຂບັນດາຮົ້ວກີດຂວາງ

       ໄລຍະຜ່ານມາ, ລັດຖະບານໄດ້ມີການພົບປະກັບນັກລົງທຶນ ແລະ ບັນດາເຫດການເຈລະຈາກັບວິສາຫະກິດ. ຈາກນັ້ນ, ມີການປະຕິຮູບນະໂຍບາຍຕ່າງໆໄດ້ຮັບການປະກາດໃຊ້, ບັນດາສິ່ງຄົງຄ້າງຂອງພື້ນຖານເສດຖະກິດໄດ້ກຳນົດຄື: ໜີ້ເສຍ, ທະນາຄານອ່ອນດ້ອຍ, ຖອນທຶນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ການກວດກາ… ເພື່ອຊ່ວຍໃຫ້ສະພາບແວດລ້ອມແຫ່ງການລົງທຶນໄດ້ຮັບການປັບປຸງ. ຕົວຢ່າງທີ່ຈະແຈ້ງທີ່ສຸດສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງລັດຖະບານໃນການຊຸກຍູ້ຫລຸດຜ່ອນລາຍຈ່າຍໃຫ້ວິສາຫະກິດນັ້ນແມ່ນຄວາມຮຽກຮ້ອງຕ້ອງການບັນດາທະນາຄານການຄ້າຫລຸດອັດຕາດອກເບ້ຍ. ໂດຍລະອຽດຄື, ລະບົບທະນາຄານໄດ້ດຳເນີນການຫລຸດອັດຕາດອກເບ້ຍລົງຢູ່ໃນລະດັບ 0,5%/ປີ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຫລຸດຜ່ອນລາຍຈ່າຍທຶນກູ້ຢືມໃຫ້ວິສາຫະກິດ. ໄລຍະຈະມາເຖິງ, ບັນດາແຫຼ່ງລາຍຈ່າຍອື່ນໆຄື: ປະກັນໄພ, BOT… ກໍ່ຈະໄດ້ຮັບການກວດກາເພື່ອຫລຸດຜ່ອນໃຫ້ວິສາຫະກິດ. ທ່ານ ມາຍຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານຍົກລັດຖະມົນຕີ ຢືນຢັນວ່າ:

        “ຫລຸດຜ່ອນລາຍຈ່າຍສົ້ນເຂົ້າໃຫ້ແກ່ວິສາຫະກິດ, ທັງລາຍຈ່າຍທາງການ ແລະ ບໍ່ເປັນທາງການ. ໃນນັ້ນ, ມີບັນດາມາດຕະການຫລຸດຜ່ອນລາຍຈ່າຍທາງບົກຜ່ານບັນດາສະຖານທີ່ BOT, ຫລຸດລາຍຈ່າຍດ້ານພື້ນຖານໂຄງລ່າງສາທາລະນະ, ທ່າກ່ຳປັ່ນ, ຫລຸດອັດຕາສິນຄ້າຕ້ອງກວດກາສະເພາະຂະແໜງເມື່ອແຈ້ງພາສີຈາກແຕ່ 30 – 35% ລົງເຫຼືອພຽງ 15% ເມື່ອນຳເຂົ້າ - ສົ່ງອອກ.”

        ຫວ່າງແລ້ວນີ້, ເລື່ອງ ກະຊວງອຸດສາກະກຳ ການຄ້າຕົກລົງຫລຸດຜ່ອນກ່ວາ 50% ເງື່ອນໄຂດຳເນີນທຸລະກິດຂອງກະຊວງ ແມ່ນບາດກ້າວລະອຽດ ຂອງການຫລຸດຜ່ອນລາຍຈ່າຍໃຫ້ແກ່ວິສາຫະກິດ. ເລື່ອງຫລຸດຜ່ອນລະບຽບການບໍລິຫານໄດ້ສ້າງຄວາມສະດວກອັນໃຫຍ່ຫຼວງເພື່ອໃຫ້ວິສາຫະກິດປະຢັດລາຍຈ່າຍ, ຜ່ານນັ້ນລົງທຶນເຂົ້າການຜະລິດດຳເນີນທຸລະກິດ.

        ນອກຈາກບັນຫາກ່ຽວກັບລາຍຈ່າຍແລ້ວ, ເລື່ອງປະຕິຮູບລະບຽບການບໍລິຫານ, ເຊິ່ງເປັນໜຶ່ງໃນບັນດາຮົ້ວກີດຂວາງຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ເປັນຄວາມວິຕົກວັງວົນຂອງວິສາຫະກິດ ກໍ່ພວມໄດ້ຮັບການຍູ້ແຮງ. ທ່ານ ມາຍຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໃຫ້ຮູ້ຕື່ມອີກວ່າ:

        “ນາຍົກລັດຖະມົນຕີ ໄດ້ສ້າງຕັ້ງສະພາທີ່ປຶກສາປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ. ສະພານີ້ມີ 2 ໜ້າທີ່ພື້ນຖານແມ່ນເຊື່ອມຕໍ່ປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ, ສະເໜີແນະການປະຕິຮູບແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ. ທີ່ສອງແມ່ນຕີລາຄາການປະຕິຮູບລະບຽບການບໍລິຫານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ພິເສດແມ່ນການປະຕິຮູບຕາມມາດຖານເຊິ່ງທະນາຄານໂລກ ໄດ້ວາງອອກ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.”

        ເສດຖະກິດພາກເອກະຊົນພ້ອມກັບເສດຖະກິດຂອງລັດ, ເສດຖະກິດລວມໝູ່ແມ່ນກຳລັງຫຼັກແຫຼ່ງເພື່ອພັດທະນາພື້ນຖານເສດຖະກິດ ຫວຽດນາມ ເປັນເອກະລາດ, ເປັນເຈົ້າຕົນເອງ. ເລື່ອງສົ່ງເສີມ, ສ້າງເງື່ອນໄຂສະດວກເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາໄວ, ຍືນຍົງພວມໄດ້ຮັບການຜັນຂະຫຍາຍເທື່ອລະກ້າວຈາກລັດຖະບານ. ປະສິດທິຜົນຂອງວິວັດການນີ້ ໄດ້ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ