ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດກາຍເປັນກຳລັງຫນູນພັດທະນາເສດຖະກິດຢ່າງແທ້ຈິງ

(vovworld)- ວັນ​ທີ 29/4, ຢູ່ ນະ​ຄອນ ໂຮ່​ຈິ​ມີນ ຈະ​ດຳ​ເນີນກອງ​ປະ​ຊຸມ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກັບ​ວິ​ສາ​ຫະ​ກິດປີ 2016 ດ້ວຍ​ຫົວ​ຂໍ້: “ວິ​ສາ​ຫະ​ກິດ​ຫວຽດ​ນາມ - ກຳ​ລັງ​ຫນູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ.” ນີ້​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ຄັ້ງທຳ​ອິດ ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພາຍ​ຫລັງ ທ່ານ​ ຫງວຽນ​ຊວນ​ຟຸກ ຮັບ​ດຳ​ລົງ​ຕຳ​ແຫນ່ງເປັນ ນາ​ຍົກ​ລັດ​ຖະ​ມົນ​ຕີ. ກອງ​ປະ​ຊຸມ​ໄດ້​ຕັ້ງ​ຄວາມ​ຫວັງ​ວ່າຈະ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດສະ​ດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ກາຍ​ເປັນ​ກຳ​ລັງ​ຫນູນ​​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ.

ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດກາຍເປັນກຳລັງຫນູນພັດທະນາເສດຖະກິດຢ່າງແທ້ຈິງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ເປັນ​ປະ​ທານກອງ​ປະ​ຊຸມ
ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ​ໃນ​ວັນ​ທີ 29/4
ພາບ:vnexpress.ne

        2 ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ  ນັ້ນ​ແມ່ນ​ກຳ​ນົດ​ບັນ​ດາ​ຮົ້ວ​ກີດ​ຂວາງ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​​ແກ້​ໄຂ, ແກ້​ໄຂບັນ​ດາ​ຂໍ້​ສະ​ເຫນີ​ແນະ, ແກ​້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງວິ​ສາ​ຫ​ະ​ກິດ​ໃນ​ວິ​ວັດ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ໃນ​ວິ​ວັດ​ກາ​ນ​ປະ​ຕິ​ບັດ​ກົດ​ໝາຍ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເຊັນ​ຄຳ​ໝັ້ນ​ສັນ​ຍາ​ລະ​ຫວ່າງ ການ​ນຳ​ນະ​ຄອນ​ຮ່າ​ໂນ້ຍ, ການ​ນຳ​ນະ​ຄອນ ໂຮ່​ຈິ​ມີນ ກັບ​ຫ້ອງ​ການ​ການ​ຄ້າ ແລະ ອ​ຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ກ່ຽວ​ກັບ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ດີ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຢູ່​ບໍ​ລິ​ເວນ​ນະ​ຄອນ.

        ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ໃນ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ

        ດ້ວຍ​ຮູບ​ການ​ຈັດ​ຕັ້ງ​​ການ​ພົບ​ປະໂດຍ​ກົງ ແລະ ​ຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ຄາດ​ວ່າ ຈະ​ມີ​ຜູ້​ຕາງ​ຫນ້າ​ວິ​ສາ​ຫະ​ກິດ​ນັບ​ພັນໆ​ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ. ທີ່​ຫໍ​ປະ​ຊຸມ ທົງ​ເຍີດ ນະ​ຄອນ ໂຮ່​ຈິ​ມີນ, ມີ​ຜູ້​ແທນ​ປະ​ມານ 300 ຄົນ ຊື່ງ​ຕາງ​ຫນ້າ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດເອ​ກະ​ຊົນ, 50 ວິ​ສາ​ຫະ​ກິດ​ມີ​ເງິ​ນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ແລະ 20 ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຄື: ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ ອາ​ເມ​ລິ​ກາ (AmCham) , ຫ້ອງ​ການ​ການ​ຄ້າ​ເອີ​ລົບ (EuroCham). ສ່ວນ​ບັນ​ດາ​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ຢູ່ 62 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຄາດ​ວ່າ​ແຕ່​ລະ​ສະ​ຖານ​ທີ່​ມີ​ຜູ້​ຕາງ​ຫນ້າ​ວິ​ສາ​ຫະ​ກິດ​ ແຕ່ 50- 100 ຄົນ​ເຂົ້າ​ຮ່ວມ. ຕາມ​ທ່ານ​ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ແລ້ວ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ເລື່ອງ​ລັດ​ຖະ​ບານ ໄດ້​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້ ແລະ ຖື​ກອງ​ປະ​ຊຸມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແມ່ນກອງ​ປະ​ຊຸມ​ພິ​ເສດ​ມີ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕໃນ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ ແລະ ຢາກ​ກອງ​ປະ​ຊຸມ​​ຄືດັ່ງ​ກ່າວ​ຈະ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ.

        “ວິ​ສາ​ຫະ​ກິດ​ປາດ​ຖະ​ຫນາ​ຢາກ​ລັດ​ຖະ​ບານ​ມີ​ໂຄງ​ການ​ດຳ​ເນີນ​ງານ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ​ໃນ​ອາ​ຍຸ​ການ. ກ່ອນ​ອື່ນ​ໝົດ ຫວັງ​ວ່າ ລັດ​ຖະ​ບານ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ແມ່ນ 4% ຄື​ດັ່ງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດຢ່າງ​ຄົບ​ຊຸດ ເພື່ອ​ໃຫ້​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 4 ປະ​ເທດ​ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສະ​ດວກ​ທີ່​ສຸດ​ໃນ​ກຸ່ມ ອາ​ຊຽນ. ລັດ​ຖະ​ບານ ກ​ໍ​ຄວນ​ຍູ້​ແຮງ​ການ​ຕິດ​ຕາມກວດ​ກາ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ເພື່ອ​ໃຫ້ ກົດ​ໝາຍ 2 ສະ​ບັບ​ນີ້​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ. ວິ​ສາ​ຫະ​ກິດ​ກໍ​ປາດ​ຖະ​ຫນາ​ຢາກ​ລັດ​ຖະ​ບານ ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ໂດຍ​ໄວ.”

ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດກາຍເປັນກຳລັງຫນູນພັດທະນາເສດຖະກິດຢ່າງແທ້ຈິງ - ảnh 2
ການ​ປະ​ຊຸມ​ຂ່າວ​ກ່ອນ​ທີ່​ດຳ​ເນີນກອ​ງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ກັບ​
ວິ​ສາ​ຫະ​ກິດ
ພາບ:baochinh.vn

        ທ່ານ​ຫວູ​ຕຽນ​ລົກ ກໍ​ໃຫ້​ຮູ້​ວ່າ: ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ແມ່ນ​ສິ່ງ​ສຳ​ຄັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພາະ​ວ່າ ສິ່ງ​ດັ່ງ​ກ່າວ​ຈະ​ຫລຸດ​ຜ່ອນ​ລາຍ​ຈ່າຍ​ທາງ​ການ ແລະ ບໍ່​ທາງ​ການ​ສຳ​ລັບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ. ກໍ​ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ, ທ່ານ​ນາງ ຫງວຽນ​ທິ​ຫງວຽດ​ເຮື່ອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ຮ່າ​ໂນ້ຍ, ປະ​ທານ​​ສ​ະ​ພາບ​ໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ TNG Holdings ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ລັດ​ຖ​ະ​ບານ​ຄວນ​ສຸມ​ໃສ່​ປະ​ຕິ​ຮູບ​ພື້ນ​ຖານ​ບໍ​ລິ​ຫານ​ຢ່າງ​ແຮງກວ່າ, ສ້າງ​ກົງ​ຈັກ​ກະ​ທັດ​ລັດ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ຫລຸດ​ຜ່ອນ​ເວ​ລາ​ເຮັດ​ລະ​ບຽບ​ການ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ທາງ​ການ, ຜ່ານນັ້ນ ຫລຸດ​ຜ່ອນ​ລາ​ຄາ​ຜະ​ລິດ​ຕະ​ພັນ. ລັດ​ຖະ​ບານ ຄວນ​ສ້າງ​ໂຄງ​ການ​ພັດ​ທະ​ນາ​ຖັນ​ແຖວ​ນັກ​ທຸ​ລະ​ກິດ​ລະ​ອຽດ ແລະ ມ​ີ​ນະ​ໂຍ​ບາຍ​ສະ​ຫນັບ​ສະ​ຫນູນ​ໃຫ້​ການ​ເຄື່ອນ​ໄຫວ​ເລີ່ມ​ປະ​ກອບອາ​ຊີບ​ຂອງ​ຊາວ​ຫນຸ່ມ​ຢ່າງ​ແທດ​ຈິງ.”

       ຕັດ​ສິນ​ໃຈ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ​​ບັນ​ດາ​ຄຳ​ສະ​ເຫນີ​ແນະ​ຂອງວິ​ສາ​ຫະ​ກິດ

        ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ຂອງວິ​ສາ​ຫະ​ກິດ, ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໂອ້​ລົມ​ສົ​ນ​ທະ​ນາ​ໃນ​ວັນ​ທີ 29/4, ບໍ່​ພຽງ​ແຕ່​ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດີງ​ຢູງ, ການ​ນຳ​ທຸກ​ກະ​ຊວງ, ອົງ​ການ​ທຽບ​ເທົ່າ, ບັນ​ດາ​ທ້ອງ​ຖິ່ນ, ການ​ນຳ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ຊີ້​ນຳ​ການ​ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ. ສິ່ງ​ດັ່ງ​ກ່າວ​ແມ່ນ​ແນ​ໃສ່​ຊ່ວຍ​ໃຫ້​ສູນ​ກາງ, ທ້ອງ​ຖິ່ນ, ບັນ​ດາກ​ະ​ຊວງ, ຂະ​ແຫນງ​ການ ມີ​ການ​ສັງ​ເກດ​ສັງ​ລວມ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ຊື່ງວິ​ສາ​ຫະ​ກິດ​ພວມ​ປະ​ເຊີນ​ຫນ້າ, ຈາກນັ້ນ ມີ​ມາ​ດ​ຕະ​ການ​ຢ່າງ​ມີ​ໄຫວ​ພິບ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ.

        ຕາມ​ທ່ານ​ ເລ​ແມ້ງ​ຮ່າ, ຮອງ​ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ແລ້ວ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ບັນ​ດາ​ວິ​ສາ​ຫະ​ກິດ​ອາດ​ຈະ​ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ບັນ​ດາ​ຂ​ໍ້​ຕິດ​ຄັດ​ທີ່​ພວມ​ປະ​ສົບ​ໃນ​ວິ​ວັດ​ການ​ດຳ​ເນີນ​ທຸ​ລະ​ກິດ​ຄື: ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ບັນ​ດາ​ຂົງ​ເຂດ​ພາ​ສີ​ອາ​ກອນ, ທີ່​ດິນ, ການ​ກໍ່​ສ້າງ, ອັດ​ຕາ​ດອກ​ເບ້ຍ, ຄວາມ​ສາ​ມາດ​ສຳ​ຜັດ​ກັບ​ທຶນ​ກູ້​ຢືມ​ຫລື​ບັນ​ດາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ, ສິ່ງ​ແວດ​ລ້ອມ… ບົນ​ພື້ນ​ຖານນັ້ນ, ພາຍ​ຫລັງ​ກອງ​ປະ​ຊຸມ, ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ເຮັດ​ວຽກ​ກັບບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ເພື່ອ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ​ຂອງວິ​ສາ​ຫະ​ກິດ. ມີ​ມະ​ຕິ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ດ້ວຍ​ຊື່​ວ່າ: ມະ​ຕິ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກາຍ​ເປັນ​ກຳ​ລັງ​ຫນູນ​​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ ຈະ​ໄດ້​ຍື່ນ​ສະ​ເຫນີ​ຕໍ່​ລັດ​ຖະ​ບານ​ເພື່ອ​ປືກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ໃນ​ຕົ້ນ​ເດືອນ 5 ຈະ​ມາ​ເຖິງ.

        ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ​ຫວັງ​ວ່າ ທີ່ກອງ​ປະ​ຊຸມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 29/4 ຈະ​ມາ​ເຖິງ, ອົງ​ການ​ກ່ຽວ​ຂ້ອງ​ຈະ​ຮັບ​ເອົາ​ບັນ​ດາຄຳ​ສະ​ເຫນີ​ແນະ​ຂອງວິ​ສາ​ຫະ​ກິດ ເພື່ອ​ຊອກ​ທິດ​ທາງ​ແກ້​ໄຂ​ລະ​ອຽດ, ປະ​ກອບ​ສ່ວນ​​ເພີ່ມ​ກຳ​ລັງ​ແຮງ​ຕໍ່​ຈິດ​ໃຈ​ເລີ່ມ​​ປະ​ກອບ​ອາ​ຊີບ, ກໍ່​ສ້າງວິ​ສາ​ຫະ​ກິດ​​ໃຫ້ກາຍ​ເປັນ​ກຳ​ລັງ​ຫນູນ​​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ