ແງ່ຫວັງ ຫວຽດນາມ 2018 ຜ່ານການຕີລາຄາຂອງເພື່ອນມິດສາກົນ

(VOVWORLD) -

ເສດຖະກິດພັດທະນາຢ່າງໝັ້ນທ່ຽງ, ລັດຖະບານຕັດສິນໃຈໃນການກະທຳ, ການປະຕິຮູບລະບອບລະບຽບການຢ່າງແຮງ, ບົດບາດ ແລະ ຖານະບົດບາດຂອງປະເທດໃນເວທີສາກົນນັບມື້ນັບເພີ່ມຂຶ້ນ. ບັນດາປັດໃຈດັ່ງກ່າວໄດ້ພາໃຫ້ວົງການນັກຊ່ຽວຊານ, ນັກການທູດ, ນັກລົງທຶນຕ່າງປະເທດ, ຄູ່ຮ່ວມມືສາກົນລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງພັດທະນາຂອງ ຫວຽດນາມ ໃນປີ 2018 ແລະ ໃນຊຸມປີຕໍ່ໄປ.

ປີ 2017 ໄດ້ຮັບການຕີລາຄາວ່າ ແມ່ນປີປະສົບຜົນສຳເລັດຂອງ ຫວຽດນາມ ໃນທຸກຂົງເຂດ, ນັບແຕ່ການພັດທະນາເສດຖະກິດ - ສັງຄົມ ກໍ່ຄືຖານະບົດບາດສາກົນ. ຕາມການສັງເກດຂອງບັນດານັກການທູດ, ນັກລົງທຶນຕ່າງປະເທດແລ້ວ, ປີ 2018, ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດ, ຄວາມສະດວກໃໝ່ຫຼາຍຢ່າງເພື່ອສືບຕໍ່ໄດ້ຮັບຜົນສຳເລັດ.

 ແງ່ຫວັງ ຫວຽດນາມ 2018 ຜ່ານການຕີລາຄາຂອງເພື່ອນມິດສາກົນ - ảnh 1 (ພາບປະກອບ)

    ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນໃນອາຊຽນ

    ທ້າຍປີ 2017, ສຳນັກຂ່າວເສດຖະກິດ - ການເງິນແຖວໜ້າຂອງໂລກ Bloomberg New ໄດ້ມີບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມພວມກາຍເປັນແບບຢ່າງພັດທະນາເສດຖະກິດຂອງ ອາຊຽນ. ຕາມນັ້ນແລ້ວ Bloomberg New ຢືນຢັນວ່າ, ຫວຽດນາມ ແມ່ນຮູບແບບສຳລັບບັນດາປະເທດທີ່ຫັນຈາກເສດຖະກິດກະສິກຳໄປສູ່ອຸດສາຫະກຳ, ໃນນັ້ນພົ້ນເດັ່ນແມ່ນບັນດາຂະແໜງບໍລິການ, ທ່ອງທ່ຽວ.

        ໃນການມາຢ້ຽມຢາມ ຫວຽດນາມ ເມື່ອປີ 2017, ສາສະດາຈານ Hidetoshi Nishimura, ປະທານ ERIA (ສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ) ໃຫ້ຂໍ້ສັງເກດວ່າ:

        “ອາຊຽນ ນັບມື້ນັບດຶງດູດຄວາມສົນໃຈຈາກປະຊາຄົມໂລກ, ໃນນັ້ນ ຫວຽດນາມ ແມ່ນດວງດາວທີ່ພວມພົ້ນເດັ່ນຂຶ້ນ. ມີຫຼາຍວິສາຫະກິດໃຫຍ່ຂອງໂລກພວມມີໜ້າຢູ່ ຫວຽດນາມ. ບັນດາວິສາຫະກິດ ຫວຽດນາມ ໄດ້ໝູນໃຊ້ກາລະໂອກາດເຊິ່ງ ອາຊຽນ ນຳມາໃຫ້ເປັນຢ່າງດີ. ບໍ່ພຽງແຕ່ໃນຂົງເຂດຜະລິດປຸງແຕ່ງເທົ່ານັ້ນ, ຫາກທັງໃນຂົງເຂດບໍລິການ, ທ່ອງທ່ຽວອີກດ້ວຍ. ແຕ່ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍທ່າໄດ້ປຽບໃນການແກ່ງແຍ້ງຄືແນວໃດເພື່ອກຳແໜ້ນກາລະໂອກາດ ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນຂົງເຂດນີ້.

        ດ້ວຍທິດທາງພັດທະນາເຊິ່ງລັດຖະບານໄດ້ວາງອອກຢ່າງຈະແຈ້ງນັ້ນ, ຫວຽດນາມ ໄດ້ເຕົ້າໂຮມເອົາຫຼາຍປັດໃຈເພື່ອສາມາດກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະ ພັດທະນາໃນພາກພື້ນ. ທ່ານນາງ Rahayu Saraswati, ສະມາຊິກລັດຖະສະພາ ອິນໂດເນເຊຍ ຜູ້ທີ່ມາ ຫວຽດນາມ ໃນປີ 2017 ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ. ຕາມທ່ານນາງ Rahayu Saraswati ແລ້ວ, ຫວຽດນາມ ນັບມື້ນັບພິສູດໃຫ້ເຫັນຄວາມສາມາດບົ່ມຊ້ອນພັດທະນາຂອງຕົນ ແລະ ກາຍເປັນແຫ່ງທີ່ດຶງດູດບັນດານັກລົງທຶນສາກົນ:

        “ຂ້າພະເຈົ້າຖືວ່າ, ຫວຽດນາມ ສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງທີ່ດີທີ່ສຸດ. ມາ ຫວຽດນາມ ເທື່ອນີ້ ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາກະໂດດຂັ້ນຂອງພວກເພື່ອນ, ພິເສດແມ່ນໃນຂົງເຂດເສດຖະກິດສາມາດດຶງດູດການລົງທຶນໄດ້ຫຼາຍ. ດ້ວຍສະພາບແວດລ້ອມແຫ່ງການລົງທຶນສະດວກສະບາຍ, ນະໂຍບາຍເປີດປະຕູນັ້ນ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ. ພວກຂ້າພະເຈົ້າພວມຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ຕື່ມອີກ“.

        ຄວາມສາມາດບົ່ມຊ້ອມເຕີບໂຕຫຼາຍຢ່າງ

        ເດືອນກັນຍາ 2017, ເວທີປາໄສເສດຖະກິດໂລກ (WEF) ປະກາດບົດລາຍງານຕີລາຄາຄວາມສາມາດແກ່ງແຍ້ງໃນທົ່ວໂລກ 2017 – 2018, ຕາມນັ້ນແລ້ວ, ດັດຊະນີຈັດອັນດັບຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ປີ 2017 ເພີ່ມຂຶ້ນ 5 ຂັ້ນເມື່ອທຽບໃສ່ປີ 2016 ແລະ ເພີ່ມຂຶ້ນ 20 ຂັ້ນເມື່ອທຽບໃສ່ 5 ປີກ່ອນນັ້ນ. ແລະກໍ່ຕາມການຕີລາຄາຂອງທະນາຄານພັດທະນາອາຊີ (SDB) ແລ້ວ, ພື້ນຖານເສດຖະກິດ ຫວຽດນາມໄດ້ດຳເນີນດີພໍສົມຄວນໃນປີ 2017 ໃນສະຖານະການທີ່ມີການທ້າທາຍຫຼາຍຢ່າງ ແລະ ເສດຖະກິດ ຫວຽດນາມ ສືບຕໍ່ບັນລຸຜົນງານສຳຄັນສົມຄວນໃນປີ 2018. ທ່ານ Aaron Batten, ນັກຊ່ຽວຊານດ້ານເສດຖະກິດແຫ່ງຊາດ ADB, ຖືວ່າ:

        “ADB ຖືວ່າ, ລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ອາດສາມາດບັນລຸໄດ້ 6,7% ໃນປີ 2018. ຍ້ອນມີການເພີ່ມເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ການສົ່ງອອກກວ່າອີກ, ຄາດວ່າລະດັບການສົ່ງອອກຈະເພີ່ມຂຶ້ນ 10% ແລະ ຫວຽດນາມ ສືບຕໍ່ມີບົດບາດກຳລັງໜູນເຕີບໂຕຂອງພາກພື້ນ ອາຊຽນ ໃນຕໍ່ໜ້າ“.

        ມີນັກຊ່ຽວຊານສາກົນຫຼາຍຄົນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນປະເທດມີລະດັບເຕີບໂຕສະເລ່ຍໃສ່ຫົວຄົນໄວທີ່ສຸດຢູ່ໂລກນັບແຕ່ປີ 1990, ພຽງແຕ່ຖັດຈາກ ຈີນ ເທົ່ານັ້ນ. ຖ້າຮັກສາລະດັບເຕີບໂຕໃນຊຸມປີຕໍ່ໜ້າເປັນປົກກະຕິ, ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງແນ່ນອນ.

        ກາຍເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍການທູດຂອງຫຼາຍປະເທດ

        ເສດຖະກິດມີຄວາມໝັ້ນທ່ຽງ, ຖານະບົດບາດສາກົນເພີ່ມຂຶ້ນ, ຫວຽດນາມ ນັບມື້ນັບກາຍເປັນຄູ່ຮ່ວມມືທີ່ມີບົດບາດ. ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ Hong Tieu Dung, ໃຫ້ຂໍ້ສັງເກດວ່າ:

        “ພາລະກິດພັດທະນາເສດຖະກິດຂອງ ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າສົ່ງເສີມ, ລະດັບເຕີບໂຕເສດຖະກິດປີ 2017 ບັນລຸ 6,8%, ບັນດາຄາດໝາຍເສດຖະກິດລ້ວນແຕ່ລື່ນກາຍແຜນການທີ່ໄດ້ກຳນົດແຕ່ຕົ້ນປີ. ພິເສດ, ຫວຽດນາມໄດ້ຈັດຕັ້ງສັບປະດາສຸດຍອດ APEC ສຳເລັດຜົນ, ເຮັດໃຫ້ຖານະບົດບາດຂອງ ຫວຽດນາມໃນເວທີສາກົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ນີ້ແມ່ນບັນດາຜົນງານທີ່ໜ້າປະທັບໃຈ. ຈີນພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມສຸມໃສ່ເພີ່ມທະວີການຮ່ວມມື, ເຊື່ອມຈອດຍຸດທະສາດພັດທະນາ .

        ວິສາຫະກິດ, ສັງຄົມມີສະຖຽນລະພາບ, ມີຄວາມສະຫງົບປອດໄພກວ່າ, ປະຊາຊົນທຸກຄົນ, ພິເສດແມ່ນຄົນທຸກຍາກ, ຄົນດ້ອຍໂອກາດຕ້ອງມີຊີວິດດ້ານວັດຖຸ ແລະ ຈິດໃຈດີກວ່າ. ພື້ນຖານເສດຖະກິດຕ້ອງມີຄວາມສາມາດຮັບມືສູງກວ່າກັບການຫັນປ່ຽນໃຫຍ່. ຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນສານຕົ້ນປີ 2018 ນັ້ນ ກໍ່ແມ່ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມເດີນທາງຂອງເພື່ອມິດສາກົນ. ດ້ວຍທ່າແຮງເປັນປະເທດທີ່ມີພົນລະເມືອງ 95 ລ້ານຄົນ, ແລະ ດ້ວຍບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 30 ກວ່າປີແຫ່ງການປ່ຽນແປງໃໝ່ນັ້ນ, ຫວຽດນາມ ຈະກ້າວຂຶ້ນຢ່າງໝັ້ນຄົງບົນເສດທາງເຕີບໂຕຢ່າງໄວ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ