ແງ່​ຫວັງ​ກອບ​ກູ້​ເອົາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ

(VOVWORLD) -ພາຍຫຼັງມານະພະຍາຍາມ ແລະ ຢຶດໝັ້ນດຳເນີນການເຈລະຈາມາເປັນຫຼາຍຄັ້ງ, ບັນດາຝ່າຍທີ່ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ຫຼື ຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA), ໃນເບື້ອງຕົ້ນແມ່ນບັນລຸໄດ້ທັດສະນະລວມ, ເປີດແງ່ຫວັງໃຫ້ແກ່ການຟື້ນຟູເອກະສານທີ່ເຄີຍໄດ້ຮັບຖືວ່າ ແມ່ນ “ຂໍ້ຕົກລົງສະຕະວັດ” ນີ້. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍຕໍ່ການກອບກູ້ເອົາຂໍ້ຕົກລົງ JCPOA ກໍໄດ້ຮັບການຕີລາຄາວ່າ ຍັງໃຫຍ່ຫຼວງຢູ່, ເຊິ່ງຮຽກຮ້ອງຕ້ອງມີເຈດຕະນາດີ ພ້ອມດ້ວຍບັນດາຄວາມມານະພະຍາຍາມໃນຕົວຈິງຈາກບັນດາຝ່າຍກ່ຽວຂ້ອງທັງໝົດ.
ແງ່​ຫວັງ​ກອບ​ກູ້​ເອົາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ - ảnh 1ການເຈລະຈາລະຫວ່າງບັນດາຝ່າຍໃນວັນທີ 17/04 (ພາບ: THX/TTXVN) 

ວັນທີ 7 ພຶດສະພາ, ບັນດາຝ່າຍເຂົ້າຮ່ວມການລົງນາມໃນຂໍ້ຕົກລົງ JCPOA ເມື່ອປີ 2015 ລວມມີ ອີຣານ ແລະ ກຸ່ມ P5+1 (ອາເມລິກາ, ລັດເຊຍ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ) ໄດ້ເຊື່ອມຕໍ່ການເຈລະຈາຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ ຄືນໃໝ່ ດ້ວຍທັງຮູບການໂດຍກົງ ແລະ ຜ່ານທາງອອນລາຍ. ຕາມນັ້ນແລ້ວ, ຜູ້ຕາງໜ້າຂອງ ອີຣານ ແລະ 5 ປະເທດຄື ລັດເຊຍ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ ໄດ້ຈັດຕັ້ງການເຈລະຈາໂດຍກົງ, ໃນຂະນະທີ່ຜູ້ຕາງໜ້າ ອາເມລິກາ ໄດ້ເຂົ້າຮ່ວມຈາກທາງໄກ ຢູ່ໂຮງແຮມແຫ່ງອື່ນຢູ່ ວຽນ. ວິວັດທະນາການດັ່ງກ່າວ ໂດຍສະຫະພາບເອີຣົບ (ອີຢູ) ເປັນຕົວກາງ, ເຊິ່ງແມ່ນການເຈລະຈາຮອບທີ 4 ໂດຍບັນດາຝ່າຍດຳເນີນນັບແຕ່ວັນທີ 6 ເມສາ ມານີ້ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງ JCPOA ພາຍຫຼັງການຕັດສິນຖອນຕົວຂອງ ອາເມລິກາ ໃນປີ 2018 (ພ້ອມດ້ວຍບັນດາຄຳສັ່ງລົງໂທດຕ້ານຄືນ ອີຣານ), ອັນໄດ້ພາໄປເຖິງເລື່ອງ ອີຣານ ຍົກເລີກຄຳໝັ້ນສັນຍາຈຳນວນໜຶ່ງ. ຕາມບັນດາຝ່າຍທີ່ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວແລ້ວ, ໃນເບື້ອງຕົ້ນ, ວິວັດທະນາການເຈລະຈາບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃດໜຶ່ງ, ເປີດຄວາມຫວັງໃຫ້ຂໍ້ຕົກລົງສະບັບດັ່ງກ່າວອາດຈະໄດ້ຮັບການກອບກູ້.

       ບັນດາສັນຍານຕັ້ງໜ້າ

        ໃນຖະແຫຼງການວັນທີ 10 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas  ຢັ້ງຢືນວ່າ ວິວັດທະນາການເຈລະຈາໄດ້ສ້າງບັນຍາກາດຕັ້ງໜ້າ. ຕາມນັ້ນແລ້ວ, ເຖິງວ່າບັນດາການເຈລະຈາແມ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ບັນດາຝ່າຍພວມເຈລະຈາກັນຢ່າງມີລັກສະນະສ້າງສັນ.

        ກ່ອນໜ້ານັ້ນ, ສຳນັກຂ່າວສານແຫ່ງລັດ ອີຣານ IRNA ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານ Abbas Araghi ຮອງລັດຖະມົນຕີການຕ່າງປະເທດຂອງປະເທດນີ້ ພາຍຫຼັງການເຈລະຈາຢູ່ ວຽນ ໃນວັນທີ 7 ພຶດສະພາ ໂດຍກໍໄດ້ຕີລາຄາວ່າ: ບັນດາຝ່າຍທັງໝົດຕ່າງກໍຈິງຈັງໃນຄວາມມານະພະຍາຍາມໃຫ້ບັນລຸໄດ້ຂໍ້ຕົກລົງ, ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍນາໆປະການ. ທ່ານຮອງລັດຖະມົນຕີການຕ່າງປະເທດ Abbas Araghi ພ້ອມທັງແມ່ນຜູ້ນຳໜ້າຄະນະຜູ້ແທນ ອີຣານ ເຂົ້າຮ່ວມການເຈລະຈາ ຢູ່ ວຽນ ໄດ້ຕີລາຄາວ່າ ການເຈລະຈາຮອບຫຼ້າສຸດນີ້ເລີ່ມດຳເນີນດ້ວຍຄວາມຕັ້ງໜ້າ, ອັນໄດ້ສະແດງໃຫ້ເຫັນຄວາມຫວັງຂອງບັນດາຝ່າຍອາດສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມໃນໄລຍະໄວທີ່ສຸດເທົ່າທີ່ໄວໄດ້.

        ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 6 ພຶດສະພາ, ໝາຍຄວາມວ່າກ່ອນດຳເນີນການເຈລະຈາຮອບທີ 4 ໜຶ່ງວັນ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງກະຊວງການຕ່າງປະເທດ ອາເມລິກາ ກໍຢັ້ງຢືນວ່າ ອາເມລິກາ ແລະ ອີຣານ ຈະສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບແບບວີທີເພື່ອພ້ອມກັນກັບຄືນເຂົ້າສູ່ຂໍ້ຕົກລົງ JCPOA ໃນ 2 – 3 ອາທິດ ຈະມາເຖິງ.

        ຕາມບັນດານັກໄຈ້ແຍກແລ້ວ, ບໍ່ຕ້ອງພິຈາລະນາເຖິງບັນດາໝາກຜົນທີ່ຍັງບໍ່ທັນໄດ້ເປີດເຜີຍຈາກການເຈລະຈາຄັ້ງຕ່າງໆ, ພຽງແຕ່ສັງເກດສະເພາະເລື່ອງທີ່ບັນດາຝ່າຍໄດ້ ແລະ ກຳລັງຢຶດໝັ້ນເຈລະຈາເຖິງ 4 ຮອບຢ່າງລຽນຕິດໃນເວລາໜຶ່ງເດືອນຜ່ານມາເທົ່ານັ້ນ ກໍແມ່ນຄວາມຄືບໜ້າສຳຄັນໜຶ່ງ ມຸ່ງໄປເຖິງຄວາມອາດສາມາດໃນການຟື້ນຟູຂໍ້ຕົກລົງ. ເພາະວ່າ, ສິ່ງເຫຼົ່ານັ້ນ ໄດ້ສ່ອງແສງໃຫ້ເຫັນວ່າບັນດາຝ່າຍມີຄວາມປາດຖະໜາ, ຄວາມຕັດສິນໃຈຢ່າງແທ້ຈິງ ແລະ ມີຄວາມເຊື່ອໝັ້ນໃດໜຶ່ງຕໍ່ຄວາມອາດສາມາດບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັນນັ້ນ, ບັນດາສິ່ງທ້າທາຍ ແລະ ສິ່ງກີດຂວາງກ່ອນທີ່ຈະບັນລຸໄດ້ຂໍ້ຕົກລົງນັ້ນກໍໄດ້ຮັບການກ່າວເຕືອນວ່າ ຍາກທີ່ຈະຜ່ານຜ່າໄດ້.

       ສິ່ງທ້າທາຍ ແລະ ສິ່ງກີດຂວາງ

        ນັບແຕ່ກ່ອນມື້ເລີມດຳເນີນການເຈລະຈາຢູ່ ວຽນ ຈົນຮອດຈຸດເວລານີ້, ການຕີລາຄາຂອງບັນດານັກຊ່ຽວຊານກ່ຽວກັບວິວັດທະນາການດັ່ງກ່າວ ລ້ວນແຕ່ມີຂໍ້ສັງເກດລວມວ່າ: ເນື້ອແທ້ຂອງບັນຫາ ແລະ ກໍແມ່ນຮົ້ວກີດຂວາງໃຫຍ່ຫຼວງທີ່ສຸດສຳລັບບັນດາຄວາມມານະພະຍາຍາມຟື້ນຟູຂໍ້ຕົກລົງ JCPOA ນັ້ນແມ່ນ ລະຫວ່າງ ອາເມລິກາ ແລະ ອີຣານ ມີທັດສະນະທີ່ແຕກຕ່າງກັນຫຼາຍ, ຊ້ຳບໍ່ໜຳແມ່ນກົງກັນຂ້າມກັນ. ລະອຽດ, ອາເມລິກາ ຍັງເດີນຕາມຫຼັກໝັ້ນທີ່ວ່າ ອີຣານ ຕ້ອງຟື້ນຟູບັນດາພັນທະຕາມຄຳໝັ້ນສັນຍາຢ່າງຄົບຖ້ວນ, ກ່ອນທີ່ການຍົກເລີກຄຳສັ່ງລົງໂທດຈະໄດ້ຮັບການພິຈາລະນາ. ກົງກັນຂ້າມ, ອີຣານ ຍັງຢຶດໝັ້ນກັບທັດສະນະທີ່ວ່າ: ອາເມລິກາ ຕ້ອງຍົກເລີກບັນດາຄຳສັ່ງລົງໂທດກ່ອນ, ເໝືອນດັ່ງແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອໃຫ້ ອີຣານ ກັບຄືນເຂົ້າສູ່ການປະຕິບັດຂໍ້ຕົກລົງ.

        ໄປຄຽງຄູ່ກັນນັ້ນ, ບັນດາການເຈລະຈາຟື້ນຟູຂໍ້ຕົກລົງ JCPOA ຍັງຖືກຄອບງຳ ແລະ ມີຜົນກະທົບຈາກຫຼາຍບັນຫາທີ່ສັບສົນໃນພາກພື້ນ ແລະ ຍາກທີ່ຈະຕັດແຍກໄດ້ ເປັນຕົ້ນແມ່ນ ວິກິດການຢູ່ ຊີຣີ, ບັນຫາ ອີຣັກ, ວິວັດທະນາການສ້າງສັນຕິພາບຢູ່ຕາເວັນອອກກາງ, ສົງຄາມພາຍໃນຢູ່ ເຢແມນ…, ພ້ອມດ້ວຍບັນດາຄວາມວິຕົກກັງວົນຂອງພັນທະມິດ ຂອງ ອາເມລິກາ ຢູ່ພາກພື້ນ ເຊັ່ນ ອິດສະຣາແອັນ, ອີຣັບບີ ຊະອຸດິ…

        ຕາມບັນດານັກໄຈ້ແຍກແລ້ວ, ຄວາມຈິງດັ່ງກ່າວ ໄດ້ເຮັດໃຫ້ຄວາມມານະພະຍາຍາມເຈລະຈາໃນຕະຫຼອດເດືອນຜ່ານມາ ຍັງບໍ່ທັນບັນລຸໄດ້ໝາກຜົນ, ພ້ອມທັງນາບຂູ່ເຖິງຄວາມອາດສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ອນເດືອນມິຖຸນາປີ 2021 ນີ້, ເຊິ່ງເປັນຈຸດເວລາທີ່ ອີຣານ ຈັດຕັ້ງການເລືອກຕັ້ງປະທານາທິບໍດີ, ເຫດການທີ່ອາດຈະເຮັດໃຫ້ມີການປ່ຽນແປງພື້ນຖານໃນວິທີການສຳຜັດຂອງ ອີຣານ ສຳລັບຂໍ້ຕົກລົງ JCPOA. ໝາຍຄວາມວ່າ, ພາຍຫຼັງການເລືອກຕັ້ງປະທານາທິບໍດີ ອີຣານ, ອາດຈະບໍ່ມີການເຈລະຈາໃດໆຖືກດຳເນີນ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງ JCPOA, ຫຼື ບັນດາຝ່າຍຈະຕ້ອງເຈລະຈາຄືນໃໝ່ດ້ວຍບັນຍາກາດບໍ່ຄ່ອຍມີຄວາມຈູບຈ້າວຫ້າວຫັນ ແລະ ຕັ້ງໜ້າຄືໃນປັດຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ