ແງ່​ຫວັງ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ເມື່ອ ອີ​ຣານ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່

(VOVWORLD) -ການເລືອກຕັ້ງປະທານາທິບໍດີ ອີຣານ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ ໃນສະພາບການວິວັດການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ (JCPOA) ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ລັດເຊຍ, ອັງກິດ, ຝະລັ່ງ, ຈີນ ແລະ ເຢຍລະມັນ) ໄດ້ຜ່ານຫຼາຍຮອບເຈລະຈາຢູ່ ວຽນ ປະເທດ ໂອຕາລິດ ດ້ວຍບັນດາຄວາມຄືບໜ້າທີ່ແນ່ນອນ ແຕ່ບໍ່ທັນບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກເທື່ອ. ຍ້ອນເຫດນັ້ນ, ຄຳຖາມກ່ຽວກັບເລື່ອງທ່ານ Ebrahim Raisi, ການນຳທີ່ເດີນຕາມແນວທາງແຂງກະດ້າງ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຣານ ຈະມີການກະທົບຄືແນວໃດຕໍ່ວິວັດການເຈລະຈາ ພວມໄດ້ຮັບຄວາມສົນໃຈຈາກຫາງສຽງຢ່າງຫຼວງຫຼາຍ.
ແງ່​ຫວັງ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ເມື່ອ ອີ​ຣານ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ - ảnh 1

ໂຮງງານໄຟຟ້ານິວເຄຼຍ Bushehr ຢູ່ ອີຣານ (10/11/2019).  (ພາບ: Fatemeh Bahrami/Anadolu Agency)

   ໃນຖະແຫຼງການທາງການສະບັບໜຶ່ງ ພາຍຫຼັງທີ່ມີການຢັ້ງຢືນວ່າ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຣານ, ທ່ານ Ebrahim Raisi ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເດີນຕາມເສັ້ນທາງເຈລະຈາ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ. ນີ້ຖືວ່າ ແມ່ນສັນຍານທີ່ຕັ້ງໜ້າ ສຳລັບວິວັດການເຈລະຈາ, ເຖິງວ່າ ເສັ້ນທາງໄປເຖິງຂໍ້ຕົກລົງສຸດທ້າຍຍັງຖືກຕີລາຄາວ່າ ຍັງຍາວໄກ ແລະ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສັນຍານທີ່ຕັ້ງໜ້າໃຫ້ແກ່ການເຈລະຈາ

   ຕາມບັນດານັກໄຈ້ແຍກແລ້ວ, ເລື່ອງປະທານາທິບໍດີ ອີຣານ ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເດີນຕາມເສັ້ນທາງເຈລະຈາ ເພື່ອຟື້ນຟູຂໍ້ຕົກລົງ, ກໍ່ມີຄວາມໝາຍເຊັ່ນດຽວກັນກັບເລື່ອງປະເທດອິດສະລາມນີ້ ຈະບໍ່ປະລະວິວັດການເຈລະຈາທີ່ພວມດຳເນີນຢູ່ ວຽນ, ຢ່າງໜ້ອຍແມ່ນໃນໄລຍະສະເພາະໜ້າ. ນີ້ກໍ່ແມ່ນການຮັບປະກັນຈາກ ອີຣານ ວ່າ ວິວັດການນີ້ ຈະບໍ່ຖືກຕ່າວປິ້ນ ພາຍຫຼັງທີ່ທ່ານ Ebrahim Raisi ຂຶ້ນນຳພາປະເທດ ແທນທ່ານປະທານາທິບໍດີ Hassan Rouhani ໃນເດືອນສິງຫາຈະມາເຖິງນີ້.

ແງ່​ຫວັງ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ເມື່ອ ອີ​ຣານ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ - ảnh 2

 ປະທານາທິບໍດີ ອີຣານ Ebrahim Raisi. (ພາບ: Arash Khamooshi/ The New York Times)

    ໃນສະພາບການດັ່ງກ່າວ, ວັນທີ 23 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ Heiko Maas ໄດ້ປະກາດວ່າ ອີຣານ ແລະ ບັນດາປະເທດມະຫາອຳນາດ ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາຄັ້ງຕ່່າງ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ JCPOA. ກ່າວຄຳເຫັນກັບວົງການນັກຂ່າວ ພາຍຫຼັງດຳເນີນການປະຊຸມກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ຢູ່ ແບັກແລັງ, ຜູ້ນຳໜ້າກະຊວງການຕ່າງປະເທດ ເຢຍລະມັນ ຖືວ່າ: ຍັງມີຄວາມອາດສາມາດບັນລຸໄດ້ ຂໍ້ຕົກລົງພາຍຫຼັງ ອີຣານ ມີການນຳຄົນໃໝ່.

  ວັນທີ 23 ມິຖຸນາ, ສື່ມວນຊົນແຫ່ງລັດ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Mahmoud Vaezi, ຫົວໜ້າຫ້ອງວ່າການ ສຳນັກງານປະທານາທິບໍດີ ອີຣານ ໂດຍໃຫ້ຮູ້ວ່າ: ວົງການເຈົ້າໜ້າທີ່ ອາເມລິກາ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍການຍົກເລິກທຸກຄຳສັ່ງລົງໂທດ ແນໃສ່ຂົງເຂດປະກັນໄພ, ນ້ຳມັນບໍ່ ແລະ ການຂົນສົ່ງ ຊື່ງຖືກຈັດວາງພາຍໃຕ້ອາຍຸການຂອງປະທານາທິບໍດີ ອາເມລິກາ Donald Trump. ຕາມນັ້ນແລ້ວ, ປະມານ 1040 ຄຳສັ່ງລົງໂທດຈະຖືກຍົກເລິກ.

ຍາກທີ່ຈະບັນລຸໄດ້ໝາກຜົນທີ່ດີ

   ຕົວຈິງການເຈລະຈານິວເຄຼຍ ອີຣານ ໃນໄລຍະຜ່ານມາ ກໍ່ຄືໃນຫຼາຍປີມານີ້ ໄດ້ສະແດງໃຫ້ເຫັນວ່າ: ທັດສະນະການສຳຜັດກັບບັນຫາແຕກຕ່າງກັນ, ຊ້ຳບໍ່ໜຳແມ່ນກົງກັນຂ້າມກັນ ລະຫວ່າງ ອາເມລິກາ ແລະ ອີຣານ ຊຶ່ງແມ່ນຮົ້ວກີດຂວາງທີ່ໃຫ່ຍທີ່ສຸດ ເພື່ອບັນລຸໄດ້ຂໍ້ຕົກລົງ. ຕາມນັ້ນແລ້ວ, ອາເມລິກາ ຍັງຮຽກຮ້ອງໃຫ້ ອີຣານ ຕ້ອງຟື້ນຟູພັນທະຢ່າງຄົບຖ້ວນ ຕາມຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ ອີຣານ JCPOA , ກ່ອນທີ່ບັນຫາລົບລ້າງຄຳສັ່ງຂວ້ຳບາດຈະຖືກພິຈາລະນາ. ໃນຂະນະທີ່ ອີຣານ ພັດຮຽກຮ້ອງການລົບລ້າງຄຳສັ່ງຂວ້ຳບາດກ່ອນ.

   ຄຽງຂ້າງຄວາມຫຍຸ້ງຍາກ ຈາກວິທີສຳຜັດບັນຫາທີ່ກົງກັນຂ້າມນີ້, ອາເມລິກາ ແລະ ອີຣານ ຍັງຂັດແຍ້ງກັນກ່ຽວກັບດ້ານທັດສະນະໃນຫຼາຍບັນຫາອື່ນໆໃນພາກພື້ນ, ໂດຍສະເພາະແມ່ນຢູ່ສະໜາມຮົບ ອີຣັກ ແລະ ຊີຣີ, ຊື່ງລ້ວນແຕ່ແມ່ນບັນຫາທີ່ມີຜົນສະທ້ອນຄອບງຳຕໍ່ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງບັນຫານິເຄຼຍ. ນອກຈາກນັ້ນ, ສຳລັບອຳນາດການປົກຄອງ ອາເມລິກາ ແລ້ວ, ເລື່ອງຍົກອອກຂໍ້ຕົກລົງໃນໂຕະເຈລະຈານິວເຄຼຍ ອີຣານ ຍັງຕ້ອງຄິດໄລ່ເຖິງທ່າທີຂອງບັນດາສຳພັນທະມິດສຳຄັນໃນພາກພື້ນຄື ອິດສະຣາແອັນ ຫລື ອາຣາບີ ຊາອູດີ. ສ່ວນສຳລັບອຳນາດການປົກຄອງ ອີຣານ, ບໍ່ວ່າການປັບປຸງແຜນນະໂຍບາຍເຈລະຈາໃດໆ ໂດຍສະເພາະແມ່ນບັນດາບາດກ້າວເດີນທີ່ມີລັກສະນະປະນີປະນອມ ກໍ່ລ້ວນແຕ່ຕ້ອງຄິດໄລ່ເຖິງຄວາມກົດດັນຈາກຫາງສຽງຢູ່ພາຍໃນປະເທດ, ພິເສດແມ່ນຈາກທ່ານ ສາດສະດາ Ali Khamenei.

   ໃນສະພາບການນັ້ນ,  ມາຮອດປະຈຸບັນ, ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ໄດ້ປະກາດວ່າ ຍັງບໍ່ທັນມີແນວຄວາມຄິດຈະຊຸກຍູ້ການພົບປະຂັ້ນສູງຄັ້ງໃດໆໃນອະນາຄົດ ລະຫວ່າງ ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ອີຣານ ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ. ຍ້ອນເຫດນັ້ນ, ຄວາມອາດສາມາດໄດ້ຮັບຄວາມຄືບໜ້າທີ່ມີລັກສະນະບຸກທະລຸໃນໂຕະເຈລະຈານິວເຄຼຍ ຂະນະທີ່ ອີຣານ ມີປະທານາທິບໍດີຄົນໃໝ່ ແມ່ນຕ່ຳທີ່ສຸດ. ສິ່ງນີ້ກໍ່ໝາຍຄວາມວ່າ ທັງ ອາເມລິກາ, ອີຣານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງມີທັດສະນະຕັ້ງໜ້າໃນບັນດາຮອບເຈລະຈາທີ່ຈະມາເຖິງ, ຈຶ່ງຈະມີຄວາມຫວັງຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ JCPOA ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ