ແງ່ຫວັງການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື

(VOVWORLD) - ໃນຊຸມວັນຜ່ານມາ, ສະມາຊິກລັດຖະບານ ຫວຽດນາມ ບາງທ່ານໄດ້ ແລະ ພວມມີບັນດາການໄປຢ້ຽມຢາມ, ເຮັດວຽກທີ່ສຳຄັນກັບບັນດາຄູ່ຮ່ວມມືຢູ່ ເອີຣົບ, ທະວີບອາເມລິກາ.

ຈຸດພົ້ນເດັ່ນຂອງບັນດາການໄປຢ້ຽມຢາມ ແລະ ປະຕິບັດງານຄັ້ງນີ້ ນອກຈາກເລື່ອງເພີ່ມທະວີການຮ່ວມມືກ່ຽວກັບດ້ານການເມືອງແລ້ວ ຍັງຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ເປີດແງ່ຫວັງການພັດທະນາໃໝ່ໃຫ້ຝ່າຍຕ່າງໆ.

ແງ່ຫວັງການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ  John Sullivan ພາບ: VGP

ໃນຊຸມວັນຕົ້ນເດືອນ ກໍລະກົດ ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ດຳເນີນການຢ້ຽມຢາມປະເທດ ເກຼັກ, ບຸນກາຣີ ຢ່າງເປັນທາງການ. ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ ຫວຽດນາມ ເວືອງດີງເຫ້ວ ກໍ່ໄດ້ໄປຢ້ຽມຢາມ ສາທາລະນະລັດ ສະຫະພັນ ບຣາຊີນ, ອາເມລິກາ ຢ່າງເປັນທາງການ. ກ່ອນໜ້ານັ້ນ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໋ວນແອງ  ກໍ່ມີການໄປຢ້ຽມຢາມ ແລະ ເຮັດວຽກກັບຂ້າຫລວງໃຫຍ່ການຄ້າ ອີຢູ.

ຮຽກຮ້ອງທະວີບ ອາເມລິກາ ເພີ່ມທະວີການລົງທຶນ

        ມີເປົ້າໝາຍອັນດຽວກັນໃນການເດີນທາງຢ້ຽມຢາມ 2 ປະເທດໃນທະວີບອາເມລິກາຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ. ໃນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ເຊິ່ງແມ່ນຄູ່ຮ່ວມມືຮອບດ້ານຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ສະເໜີອາເມລິກາ ສ້າງຕັ້ງຊ່ອງທາງການພົບປະເຈລະຈາ, ແລກປ່ຽນກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ເພືຶ່ອໃຫ້ມີຂໍ້ມູນຂ່າວສານຢ່າງຄົບຖ້ວນ ເມື່ອຕີລາຄາກ່ຽວກັບການພົວພັນດ້ານການຄ້າ ແລະ ນະໂຍບາຍອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ; ເອົາໃຈໃສ່ຊຸກຍູ້ເພື່ອໃຫ້ ອາເມລິກາ ສ້າງສຳເລັດລະບຽບການໃຫ້ສັດຕະຍາບັນສັນຍາ 2 ຝ່າຍກ່ຽວກັບຫຼີກລ້ຽງການເກັບພາສີຊ້ອນ; ເປີດຊ່ອງທາງໃຫ້ ຫວຽດນາມ ໄດ້ກູ້ຢືມທຶນ ODA ແລະ ກູ້ຢືມທຶນບຸລິມະສິດ ເພື່ອປະຕິບັດບັນດາໂຄງການມະນຸດສະທຳ ແລະ ໜູນຊ່ວຍການພັດທະນາ.

        ໃນການຢ້ຽມຢາມ ບຣາຊີນ ຢ່າງເປັນທາງການ, ນອກຈາກບັນດາຂໍ້ຕົກລົງ ເຊິ່ງໄດ້ລົງນາມຢູ່ນະຄອນຫລວງ Brasilia ກ່ຽວກັບການບິນ, ກະສິກຳ ແລະ ການຮ່ວມມືລະຫວ່າງຫ້ອງການການຄ້າ - ອຸດສາຫະກຳ 2 ຝ່າຍແລ້ວ, ຫວຽດນາມ ແລະ ບຣາຊີນ ພວມສ້າງສຳເລັດການຮ່ວມມືກ່ຽວກັບອຸດສາຫະກຳດ້ານປ້ອງກັນຊາດໂດຍພື້ນຖານ, ປຶກສາຫາລືການລົງນາມໃນສັນຍາປົກປ້ອງການລົງທຶນ, ສັນຍາຫຼີກລ້ຽງການເກັບພາສີຊ້ອນ. ດ້ວຍບັນດາໝາກຜົນນີ້ ການພົວພັນດ້ານການຄ້າການລົງທຶນ 2 ຝ່າຍຈະດີກ່ວາ ໃນໄລຍະຈະມາເຖິງ ດ້ວຍບັນດາໂຄງການ, ການເຄື່ອນໄຫວລະອຽດ.

        ຫວຽດນາມ ອາດຈະກາຍເປັນປະເທດນຳເຂົ້າແຖວໜ້າຂອງ ບຣາຊີນ ກ່ຽວກັບ ສາລີ, ໝາກຖົ່ວເຫລືອງ ແລະ ຈະພິຈາລະນານຳເຂົ້າຊີ້ນງົວ. ບຣາຊີນ ຈະຍູ້ແຮງການນຳເຂົ້າ ກາເຟ, ປາຈາ, ກຸ້ງ ຂອງ ຫວຽດນາມ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຮ່ວມມື, ລົງທຶນກັບ ບຣາຊີນ ໃນຂົງເຂດຜະລິດເຄື່ອງຈັກກະສິກຳ, ຜະລິດກະສິກຳທີ່ມີຄວາມປອດໄພ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ, ການຢາ…

ສຳເລັດບັນດາຂໍ້ຕົກລົງການຄ້າສຳຄັນກັບ ເອີຣົບ

        ໜຶ່ງໃນບັນດາບັນຫາເກີດຂຶ້ນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອີຢູ ໃນປັດຈຸບັນ ແມ່ນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີຣົບ (EVFTA). ທ້າຍເດືອນ ມິຖຸນາ ຜ່ານມາ, ໃນການໄປເຮັດວຽກຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໋ວນແອງ ກັບຂ້າຫລວງໃຫຍ່ດ້ານການຄ້າ ອີຢູ ທ່ານນາງ Cecillia Malmstrom ຢູ່ ບຣຸກແຊນ ປະເທດ ແບນຊິກ, ສຳລັບສັນຍາສຳຄັນນີ້ 2 ຝ່າຍໄດ້ສິ້ນສຸດວິວັດທະນາການກວດກາດ້ານນິຕິກຳຢ່າງຄົບຊຸດ ເພື່ອກະກຽມກ້າວໄປເຖິງການລົງນາມຢ່າງເປັນທາງການ ແລະ ຫລັງຈາກນັ້ນ ແມ່ນການໃຫ້ສັດຕະຍາບັນ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໋ວນແອງ ໃຫ້ຮູ້ວ່າ:

        “ພາຍຫລັງການໄປປະຕິບັດງານຂອງທ່ານຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບີ່ງ ຢູ່ ເອີຣົບ (ທ້າຍເດືອນ ພຶດສະພາ), ພວກຂ້າພະເຈົ້າໄດ້ມີການເຮັດວຽກກັບຂ້າຫລວງໃຫຍ່ ອີຢູ ແລະ ໝາກຜົນໃໝ່ສຸດ ແມ່ນສິ້ນສຸດການກວດການິຕິກຳ, ກ້າວເຂົ້າສູ່ຂອດແປພາສາ ແລະ ກະກຽມບັນດາຂັ້ນຕອນເພື່ອລົງນາມ EVFTA. ຕາມແຜນການແລ້ວ ແມ່ນຈະລົງນານໃນທ້າຍປີນີ້ ແລະ ຫລັງຈາກນັ້ນ ລັດຖະສະພາຈະໃຫ້ສັດຕະຍາບັນໃນຕົ້ນປີ 2019. ຖ້າຫາກພວກເຮົາບັນລຸໄດ້ຂັ້ນຕອນນີ້ ຈະສ້າງເງື່ອນໄຂດີທີ່ສຸດໃນການຂຸດຄົ້ນ ແລະ ຮັບໃຊ້ການສົ່ງອອກໃນຊຸມປີຈະມາເຖິງ. ນີ້ແມ່ນໜ້າທີ່ສຳຄັນທີ່ສຸດ”.

        ໄປພ້ອມກັບການປະຕິບັດສຳເລັດການກວດກາດ້ານນິຕິກຳກ່ຽວກັບ EVFTA ແລ້ວ ເລື່ອງເອກະສານສະບັບນີ້ ໄດ້ຮັບການໃຫ້ສັດຕະຍາບັນຈາກລັດຖະສະພາ ອີຢູ ແມ່ນສຳຄັນທີ່ສຸດ. ໃນການໄປຢ້ຽມຢາມ ສ.ເກຼັກ, ບຸນກາຣີ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ, ການນຳ 2 ປະເທດນີ້ ລ້ວນແຕ່ສະແດງໃຫ້ເຫັນການສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນ EVFTA ໂດຍໄວ, ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການພັດທະນາການພົວພັນເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ ກັບ ອີຢູ ເວົ້າລວມ ແລະ ກັບແຕ່ລະປະເທດເວົ້າສະເພາະ.

        ໃນສະພາບການພົວພັນການຄ້າ 2 ຝ່າຍ, ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ເກັຼກ ໄດ້ເຫັນດີເປັນເອກະສັນຈະຍູ້ແຮງການແລກປ່ຽນ, ຄ້າຂາຍບັນດາປະເພດສິນຄ້າທີ່ມີທ່າແຮງຄື: ຂົນສົ່ງທາງທະເລ ແລະ ການບໍລິການ Logistic, ຕໍ່ກ່ຳປັ່ນ, ຂຸດຄົ້ນທ່າກ່ຳປັ່ນ, ການທ່ອງທ່ຽວ, ປຸງແຕ່ງຜະລິດຕະພັນກະເສດ… ຫວຽດນາມ ແລະ ເກັຼກ ກໍ່ເຫັນດີເປັນເອກະພາບສືບຕໍ່ປະຕິບັດຕາມບົດບັນທຶກຊ່ວຍຈຳຂໍ້ຕົກລົງຮ່ວມມືກ່ຽວກັບການທ່ອງທ່ຽວ ຫວຽດນາມ - ເກັຼກ ຢ່າງມີປະສິດທິຜົນ ພ້ອມທັງ ຄວນຊຸກຍູ້ການຮ່ວມມືດ້ານສຶກສາ - ບຳລຸງສ້າງ, ຄົ້ນຄວ້າຄະນະບູຮານ, ແລກປ່ຽນວັດທະນະທຳຢ່າງແຮງກ່ວາອີກ.

        ສຳລັບ ບຸນກາຣີ, 2 ຝ່າຍໄດ້ເຫັນດີເປັນເອກະພາບທົດລອງບັນດາຮູບການຮ່ວມທຸລະກິດທຳການຜະລິດ ແລະ ສະໜອງໂດຍກົງເຂົ້າຕະຫລາດ ເອີຣົບ ແລະ ບັນດາປະເທດ, ບັນດາພາກພື້ນອື່ນໆໃນໂລກ, ຈັດຕັ້ງກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືວິທະຍາສາດ - ເຕັກໂນໂລຢີໂດຍໄວ.

        ພ້ອມກັບການພົວພັນດ້ານການເມືອງ, ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນແມ່ນຈຸດສຸມ ແລະ ກຳລັງໜູນຂອງການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື. ເລື່ອງ ຫວຽດນາມ ຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າ ຈະນຳການເຊື່ອມໂຍງເຂົ້າກັບສາກົນເຂົ້າສູ່ລວງເລິກ ແລະ ປັບປຸງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນ ພາກພື້ນ ແລະ ສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ