ແງ່​ຫວັງ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ຜ່າ​ນ​ສາຍ​ຕາ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) - ຕາມຕົວເລກຫຼ້າສຸດຂອງກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ), ນັບແຕ່ຕົ້ນປີ 2023 ມາຮອດປັດຈຸບັນ (ໄລ່ຮອດວັນທີ 20 ເມສາ), ມີ 77 ປະເທດ ແລະ ເຂດແຄ້ວນໄດ້ມາລົງທຶນຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນບັນລຸເກືອບ 8,9 ຕື້ USD. ໃນສະພາບການແຫຼ່ງເງິນລົງທຶນ FDI ທົ່ວໂລກ ມີຄວາມປຽນໄປຫຼາຍຢ່າງຄືໃນປັດຈຸບັນ, ຕົວເລກນີ້ເຖິງວ່າບໍ່ສູງ ແຕ່ກໍ່ໄດ້ຮັບການຕີລາຄາວ່າແມ່ນສັນຍານທີ່ຕັ້ງໜ້າ, ມັນສະແດງໃຫ້ເຫັນວ່າ ຫວຽດນາມ ຍັງມີກຳລັງດຶງດູດສຳລັບບັນດານັກລົງທຶນຕ່າງປະເທດ.

ແງ່​ຫວັງ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ຜ່າ​ນ​ສາຍ​ຕາ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ

ຢູ່ກອງປະຊຸມນາຍົກລັດຖະມົນຕີ ພົບປະກັບບັນດານັກລົງທຶນຕ່າງປະເທດ ທີ່ໄດ້ດຳເນີນຢູ່ຮ່າໂນ້ຍ, ໃນວັນທີ 20 ເມສາ ທີ່ຜ່ານມາ, ມີກຸ່ມບໍລິສັດຕ່າງປະເທດ 3 ແຫ່ງໄດ້ປະກາດກ່ຽວກັບແຜນການລົງທຶນໃໝ່ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນປີນີ້ ດ້ວຍຍອດເງິນລົງທຶນ 3,7 ຕື້ USD. ມີວິສາຫະກິດຕ່າງປະເທດຫຼາຍແຫ່ງໄດ້ຍົກອອກຄຳໝັ້ນສັນຍາລົງທຶນໃນສະພາບການທີ່ ຫວຽດນາມ ໄດ້ຮັບການຕີລາຄາຈາກສື່ມວນຊົນຕ່າງປະເທດ, ອົງການການເງິນສາກົນວ່າ ແມ່ນໜຶ່ງໃນບັນດາປະເທດນຳໜ້າບັນຊີລາຍຊື່ທີ່ດຶງດູດເງິນລົງທຶນຈາກຕ່າງປະເທດໃນປີ 2023”, ສະຖານທີ່ລົງທຶນທີ່ປອດໄພ, ມີຄວາມດູດດື່ມໃຈ”, “ສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນຂອງບັນດານັກລົງທຶນ”…

ກຳລັງດຶງດູດຂອງ ຫວຽດນາມ ສຳລັບບັນດານັກລົງທຶນຕ່າງປະເທດ

ຕາມການສະຖິຕິຂອງ ສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ (kocham) ແລ້ວ, ປັດຈຸບັນ ມີວິສາຫະກິດສ.ເກົາຫຼີ 9.000 ແຫ່ງພວມລົງທຶນຢູ່ ຫວຽດນາມ, ວົງເງິນການຄ້າປີ 2022 ບັນລຸສູງທີ່ສຸດໃນປະຫວັດສາດແມ່ນ 87,7ຕື້ USD. ທ່ານ Hong Sun, ປະທານ Kocham ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຈະມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ສ.ເກົາຫຼີ ມາລົງທຶນ ຢູ່ ຫວຽດນາມ. ໃນຂະນະນັ້ນ, ທ່ານ Takeo Nakajima ຫົວໜ້າຜູ້ຕາງໜ້າອົງການສົ່ງເສີມ ແລະ ການຄ້າ ຍີ່ປຸ່ນ (JETRO) ຮ່າໂນ້ຍ ໃຫ້ຮູ້ວ່າ ບັນດາວິສາຫະກິດ ຍີ່ປຸ່ນ ພ້ອມແລ້ວທີ່ຈະມາລົງທຶນ ຢູ່ ຫວຽດນາມ. ມີວິສາຫະກິດ ຍີ່ປຸ່ນ ເຖິງ 47% ໃຫ້ຮູ້ວ່າ ຈະເປີດກວ້າງການດຳເນີນທຸລະກິດໃນໄລຍະແຕ່ 1 – 2 ປີຈະມາເຖິງ ຍ້ອນເຂົາເຈົ້າເຫັນໄດ້ວ່າມີກາລະໂອກາດຫຼາຍຢ່າງໃນການມາລົງທຶນຢູ່ ຫວຽດນາມ. ທ່ານ ຫງວຽນຫ໋າຍມິງ, ຮອງປະທານ EuroCham ໃຫ້ຮູ້ວ່າ:

ໃນການສຳຫຼວດ ຫວ່າງມໍ່ໆມານີ້ຂອງ EuroCham ກ່ຽວກັບດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຄັດເລືອກແມ່ນ ສະຖານທີ່ແຖວໜ້າສຳລັບການລົງທຶນຂອງບັນດາວິຫະກິດ ເອີລົບ ທີ່ມີຄວາມສາມາດໃນການແກ້ງແຍ້ງກັບບັນດາປະເທດໃນພາກພື້ນ. ເຫດຜົນແມ່ນ ຫວຽດນາ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ນັບແຕ່ທີ່ຕັ້ງພູມສາດ, ບັນດາສັນຍາການຄ້າເສລີ, ຕະຫຼອດຮອດການເຂົ້າຮ່ວມລະບົບສະໜອງຢ່າງເລິກເຊິ່ງຂອງ ຫວຽດນາມ, ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ ແລະ ພິເສດແມ່ນຍຸດທະສາດພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ.

ແງ່​ຫວັງ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ຜ່າ​ນ​ສາຍ​ຕາ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 2ທ່ານ ຫງວຽນຫ໋າຍມິງ, ຮອງປະທານ EuroCham  (ພາບ: baodautu.vn)

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນເດືອນມີນາທີ່ຜ່ານມາ, ມີວິສາຫະກິດແຖວໜ້າຂອງ ອາເມລິກາ 52 ແຫ່ງ, ໃນນັ້ນມີບັນດາບໍລິສັດໃຫຍ່ຄື:     Boeing, SpaceX, Netflix, Pfizer, Abbott, Meta, Amazon, Apple… ໄດ້ມາຫວຽດນາມ ປຶກສາຫາລືກ່ຽວກັບບັນດາກາລະໂອກາດໃນການລົງທຶນ ແລະ ຮ່ວມມືດຳເນີນທຸລະກິດ. ຕາມການຕີລາຄາຂອງບັນດາວິສາຫະກິດ ອາເມລິກາ ແລ້ວ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃນການລົງທຶນໃນບັນດາຂົງເຂດຄື: ເຄື່ອງເຄິ່ງຊັກນຳ, FMCG (ສິນຄ້າບໍລິໂພກໄວ), ເຄື່ອງຫຼິ້ນ, ເຄື່ອງພາຍໃນເຮືອນ, ທັນຍາຫານ, ອາຫານການກິນ, ເສດຖະກິດດີຈີຕອນ, ເສດຖະກິດປະດິດຄິດສ້າງ, ການບໍລິການ ການເງິນທະນາຄານ ແລະ ເບິ່ງແຍງດູແລສຸຂະພາບ. ທ່ານ Rafael Frankel, ຜູ້ອຳນວຍການ Meta ເຂດອາຊີ - ປາຊີຟິກ, ເຕື້ອງເຖິງບາງປັດໄຈທີ່ເຮັດໃຫ້ວິສາຫະກິດ ອາເມລິກາ ມີຄວາມສົນໃຈມາລົງທຶນຢູ່ ຫວຽດນາມ ວ່າ:

ທີີໜຶ່ງແມ່ນຄວາມເກັ່ງກ້າສາມາດ, ຈິດໃຈອຸທິດສ່ວນ, ຄວາມດຸໝັ່ນຂະຫຍັນພຽນ, ມານະອົທົນ ແລະ ຈິດໃຈນັກທຸລະກິດຂອງຊາວຫວຽດນາມ. ນັ້ນແມ່ນນິດໄສເຊິ່ງ ຊາວ ຫວຽດນາມ ບໍ່ນ້ອຍໜ້າກ່ວາເມື່ອທຽບໃສ່ກັບທຸກປະເທດໃນໂລກ. ທີສອງ, ນີ້ແມ່ນປະເທດເຊິ່ງພວກຂ້າພະເຈົ້າເຊື່ອໝັ້ນຈະມາລົງທຶນ ຍ້ອນວ່າ ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໄສ ເມື່ອມາລົງທຶນຢູ່ທີ່ນີ້. ພວກຂ້າພະເຈົ້າໄດ້ເຫັນປະຈັກຕາ ໝາກຜົນຂອງການລົງທຶນໃນຫຼາຍປີທີ່ຜ່ານມານັ້ນແລະ ທີສາມແມ່ນ ປັດຈຸບັນ ລັດຖະບານ ຫວຽດນາມ ພວມເດີນຕາມບັນດານະໂຍບາຍຂອງພື້ນຖານເສດຖະກິດເປີດ.

ແງ່ຫວັງທີ່ສົດໄສໃຫ້ແກ່ເສດຖະກິດ ຫວຽດນາມ

ພື້ນຖານເສດຖະກິດ ຫວຽດນາມ ໂດຍບັນດານັກລົງທຶນຕ່າງປະເທດຕີລາຄາສູງຍ້ອນຄວາມສາມາດຕ້ານທານໃນສະພາບການຖືກຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ - 19 ແລະ ຄວາມສ່ຽງເສດຖະກິດໂລກຊຸດໂຊມ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຫວຽດນາມ ຍັງຮັກສາເສດຖະກິດມະຫາພາບຢ່າງມີສະຖຽນລະພາບ, ສາມາດຄວບຄຸມໄພເງິນເຟີ້ ແລະ ປັບຕົວໃຫ້ແທດເໝາະກັບສັງກາດຫັນປ່ຽນເປັນດີຈີຕອນໃໝ່ໂດຍໄວ.

ໃນຂະນະນັ້ນ, ນັກຊ່ຽວຊານສາກົນຫຼາຍທ່ານກໍ່ໃຫ້ຮູ້ວ່າ ເສດຖະກິດ ຫວຽດນາມ ໃນໄລຍະກາງ ແລະ ຍາວຍັງໄດ້ຮັບການຕີລາຄາວ່າແມ່ນຕັ້ງໜ້າ. ມີກົນໄກສາກົນຫຼາຍສະບັບຄາດຄະເນວ່າການເຕີບໂຕເສດຖະກິດຂອງ ຫວຽດນາມ ຍັງຢູ່ລະດັບສູງເມື່ອທຽບໃສ່ກັບພາກພື້ນ ແລະ ທົ່ວໂລກໃນປີນີ້. ຕາມນັ້ນແລ້ວ, ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)… ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຄາດຄະເນວ່າຈະເໜັງຕີງໃນໄລຍະແຕ່ 5,8% - 6,6%. ທ່ານ ຫງວຽນມິງເກືອງ, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດ ADB ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ທັດສະນະຂອງ ADB ຕໍ່ການເຕີບໂຕໄລຍະຍາຂອງ ຫວຽດນາມ ແມ່ນຕັ້ງໜ້າທີ່ສຸດ. ພວກຂ້າພະເຈົ້າຖືວ່າ ລະດັບການເຕີບໂຕຂອງ ຫວຽດນາມ ຄິດສະເລ່ຍແຕ່ 6,5% ນັບແຕ່ນີ້ຮອດ ປີ 2030 ແມ່ນສິ່ງທີ່ອາດຈະບັນລຸໄດ້. ຫວຽດນາມ ມີບັນດາທ່າໄດ້ປຽເພື່ອບັນລຸໄດ້ລະດັບການເຕີບໂຕນີ້. ທີ່ໜຶ່ງນັ້ນແມ່ນ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນ ດ້ວຍປະຊາກອນ 100 ລ້ານຄົນ, ຄົຊັ້ນກາງ ຢູ່ ຫວຽດນາມ ໃນປັດຈຸບັນອາດເວົ້າໄດ້ວ່າມີຄວາມໄວໃນການພັດທະນາໄວທີ່ສຸດຢູ່ອາຊີ. ນອກຈາກນັ້ນ, ຫວຽດນາມ ຍັງມີທ່າໄດ້ປຽບ ກ່ຽວກັບການສຳຜັດກັບຕະຫຼາດຜ່ານບັນດາສັນຍາການຄ້າເສລີ (FTA). ອີກທ່າໄດ້ປຽບໜຶ່ງຂອງ ຫວຽດນາມ ແມ່ນຢູ່ໃກ້ກັບ ຈີນ ໂດແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກ.

ດ້ວຍສັນຍານທີ່ເປັນໜ້າຊົມເຊີຍຈາກການເຕີບໂຕດ້ານເສດຖະກິດ, ພ້ອມກັນນັ້ນກໍ່ແມ່ນບັນດາການຕີລາຄາທີ່ຕັ້ງໜ້າຈາກວົງການວິຊາການສາກົນ, ບັນດານັກລົງທຶນຕ່າງປະເທດຈະມີບ່ອນອີງຕື່ມອີກເພື່ອຍົກອອກບັນດາການຕັດສິນໃນການລົງທຶນຢູ່ ຫວຽດນາມ ໂດຍໄວ. ມີການຄາດຄະເນຫຼາຍຢ່າງຖືວ່າ ການດຶງດູດ FDI ເຂົ້າມາ ຫວຽດນາມ ຈະມີການເພີ່ມຂຶ້ນຢ່າງແຮງໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ