ແງ່​ຫວັງ​ປັບ​ປຸງ​ການ​ພ​ົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ​

(VOVWORLD) -ວັນທີ 23 ມິຖຸນາ, ກະຊວງການຄ້າ ອາເມລິກາ ໄດ້ປະກາດຈັດວາງມາດຕະການຈຳກັດການສົ່ງອອກສຳລັບ 5 ບໍລິສັດຂອງ ຈີນ ດ້ວຍຄຳກ່າວຫາວ່າ ລະເມີດດ້ານແຮງງານ. ເມື່ອທຽບໃສ່ມາດຕະການອື່ນໆ ເຊິ່ງ ອາເມລິກາ ໄດ້ຈັດວາງກ່ອນໜ້ານັ້ນ, ຂອບເຂດຂອງມາດຕະການຈຳກັດຄັ້ງນີ້ ແມ່ນນ້ອຍກວ່າຫຼາຍພໍສົມຄວນ ແຕ່ສິ່ງທີ່ໜ້າສົນໃຈນັ້ນແມ່ນ ຈຸດເວລາທີ່ມາດຕະການດັ່ງກ່າວໄດ້ຍົກອອກມາ, ໄດ້ສ່ອງແສງໃຫ້ເຫັນສະພາບການພົວພັນລະຫວ່າງສອງປະເທດທີ່ພວມມີສິ່ງທ້າທາຍຫຼາຍຢ່າງໃນປັດຈຸບັນ.

5 ບໍລິສັດຂອງ ຈີນ ທີ່ຖືກກະຊວງການຄ້າ ອາເມລິກາ ຈັດວາງມາດຕະການລົງໂທດລວມມີ ບັນດາບໍລິສັດໃຫຍ່ທີ່ຜະລິດ Mono - silic ແລະ Poly - silic ເຊິ່ງຮັບໃຊ້ແກ່ການປະລິດແຜງພະລັງງານແສງຕາເວັນ. ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວກໍບໍ່ໜ້າສົນໃຈເທົ່າກັບຄວາມຈິງທີ່ວ່າ, ການພົວພັນລະຫວ່າງສອງພື້ນຖານເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກນີ້ ພວມຮ້າຍລົງຢ່າງແຮງ, ກົງກັນຂ້າມກັບຄວາມຫວັງທີ່ຖືວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ອາດຈະໄດ້ຮັບການປັບປຸງ ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ (ເມື່ອເດືອນມັງກອນ ປີ 2021).

ແງ່​ຫວັງ​ປັບ​ປຸງ​ການ​ພ​ົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ   ​ - ảnh 1ບັນດາການກະທຳທີ່ເຄັ່ງຕຶງລະຫວ່າງສອງຝ່າຍ ໄດ້ຮັບຖືວ່າ ແມ່ນສົງຄາມການຄ້າ ຫຼືບໍ (ພາບ: AP)

ອາເມລິກາ ມີປະຕິກິລິຍາແຂງກະດ້າງກັບ ຈີນ

ມາດຕະການຈຳກັດໃໝ່ນີ້ ໄດ້ປະກາດ ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ເຊັນລັດຖະດຳລັດວ່າດ້ວຍການ ເພີ່ມເຕີມ 28 ບໍລິສັດຂອງ ຈີນ ເຂົ້າໃນ “ບັນຊີລາຍຊື່ດຳ” ດ້ວຍຄຳກ່າວຫາວ່າ ມີສ່ວນກ່ຽວຂ້ອງເຖິງເຕັກໂນໂລຢີສອບແນມ ແລະ ການປ້ອງກັນຊາດ, ອັນໄດ້ຍົກຍອດຈຳນວນບໍລິສັດຂອງ ຈີນ ເຊິ່ງບໍ່ໃຫ້ພົນລະເມືອງ ອາເມລິກາ ລົງທຶນເຂົ້າ ລວມເປັນ 59 ແຫ່ງ.

    ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ ບັນດາມາດຕະການໃໝ່ ແນໃສ່ ຈີນ ໄດ້ດຳເນີນ ໃນສະພາບການທີ່ ອາເມລິກາ ພວມສົບທົບກັບບັນດາສຳພັນທະມິດປະຕິບັດບັນດາການເຄື່ອນໄຫວທີ່ແຂງກະດ້າງ, ພິເສດແມ່ນບັນດາທັດສະນະ ແລະ ການເຄື່ອນໄຫວ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຊຸກຍູ້ໃນການໄປປະຕິບັດງານຢູ່ ເອີຣົບ ເປັນຄັ້ງທຳອິດ ໃນເດືອນມິຖຸນາ ນີ້. ຕາມນັ້ນແລ້ວ, ພາຍໃຕ້ການນຳພາຂອງ ອາເມລິກາ, ອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ໄດ້ອອກຖະແຫຼງການຮ່ວມເປັນຄັ້ງທຳອິດ ໂດຍຢັ້ງຢືນວ່າ ການເພີ່ມທະວີກຳລັງແຮງການທະຫານຂອງ ຈີນ “ພວມວາງອອກສິ່ງທ້າທາຍທີ່ມີລັກສະນະເປັນລະບົບ” ແລະ ແມ່ນໄພນາບຂູ່ອັນໜຶ່ງ. ໃນຂະນະນັ້ນ, ກອງປະຊຸມສຸດຍອດກຸ່ມ 7 ພື້ນຖານເສດຖະກິດພັດທະນາທີ່ສຸດໃນໂລກ (G7) ດ້ວຍສະມາຊິກທັງໝົດແມ່ນສຳພັນທະມິດຂອງ ອາເມລິກາ, ກໍໄດ້ອອກຖະແຫຼງການສະແດງທັດສະນະກ່ຽວກັບຫຼາຍບັນຫາທີ່ໄດ້ຮັບຖືວ່າ ລະອຽດອ່ອນ ແລະ ຍາມໃດກໍຖືກ ຈີນ ຄັດຄ້ານຢ່າງຂ້ຽວຂາດ ເປັນຕົ້ນແມ່ນ ບັນຫາຮົ່ງກົງ, ໄຕ້ຫວັນ, ຊິນຈຽງ… ຂອງ ຈີນ. ເປັນທີ່ແນ່ນອນແລ້ວວ່າ, ຈີນ ກໍໄດ້ມີປະຕິກິລິຍາໂຕ້ຕອບຄືນຢ່າງແຮງ.

    ຄວາມຈິງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ແງ່ຫວັງໃນການປັບປຸງການພົວພັນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກນີ້, ໂດຍສະເພາະແມ່ນໃນໄລຍະສັ້ນ ແມ່ນພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດ.

ແງ່​ຫວັງ​ປັບ​ປຸງ​ການ​ພ​ົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ   ​ - ảnh 2ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)

   ສິ່ງທ້າທາຍໃນການປັບປຸງການພົວພັນ

    ກ່ອນທີ່ ອາເມລິກາ ຈັດວາງບັນດາມາດຕະການໃໝ່ສຳລັບບັນດາບໍລິສັດຂອງ ຈີນ, ນັກສັງເກດການຈຳນວນໜຶ່ງ ຍັງຕັ້ງຄວາມຫວັງໃດໜຶ່ງຕໍ່ຄວາມສາມາດປັບປຸງສາຍພົວພັນລະຫວ່າງ ອາເມລິກາ - ຈີນ, ເຖິງວ່າຢູ່ໃນລະດັບຕໍ່າກໍຕາມ. ພື້ນຖານຂອງຄວາມຫວັງດັ່ງກ່າວແມ່ນ ຄວາມອາດສາມາດຈັດການພົບປະສຸດຍອດໂດຍກົງລະຫວ່າງ ອາເມລິກາ - ຈີນ ເປັນຄັ້ງທຳອິດ ໃນຂະນະທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ຮັບຖືວ່າ ຈະພ້ອມກັນເຂົ້າຮ່ວມກອງປະຊຸມສຸດຍອດ G20 (ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນ) ຢູ່ Rome, ອີຕາລີ ໃນເດືອນ ຕຸລາ ປີ 2021 ນີ້. ການຈັດຕັ້ງການພົບປະດັ່ງກ່າວ ຍິ່ງມີຄວາມເປັນໄປໄດ້ສູງກວ່າ ເມື່ອວັນທີ 17 ມິຖຸນາ, ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ກ່າວວ່າ, ວໍຊິງຕັນ ມີຄວາມສົນໃຈຕໍ່ແນວຄວາມຄິດຈັດຕັ້ງການພົບປະສຸດຍອດ ລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະເທດ ສີຈີ້ນຜິງ ເພື່ອກຳນົດທິດຢ່າງຈະແຈ້ງກວ່າກ່ຽວກັບການພົວພັນລະຫວ່າງສອງປະເທດ, ຄ້າຍຄືກັນກັບການເຈລະຈາໂດຍກົງລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ຖືກດຳເນີນກ່ອນນັ້ນໜຶ່ງວັນຢູ່ ເຊີແນວ, ປະເທດສະວິດ.

    ເຖິງຢ່າງໃດກໍຕາມ, ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ປັດຈຸບັນ, ອາເມລິກາ ແລະ ຈີນ ຍັງມີແນວຄວາມຄິດທີ່ກົງກັນຂ້າມ ແລະ ຄວາມບໍ່ລົງລອຍກັນໃນຫຼາຍບັນຫາ, ນັບແຕ່ການຂັດແຍ້ງດ້ານການຄ້າ ຕະຫຼອດຮອດການໂຕ້ຖຽງກັນກ່ຽວກັບຫົວຂໍ້ສິດທິມະນຸດ, ສະພາບການທະເລຕາເວັນອອກ ແລະ ຫຼາຍບັນຫາອື່ນໆອີກດ້ວຍ. ສະພາບການພົວພັນລະຫວ່າງ ອາເມລິກາ - ຈີນ ໄດ້ຮັບຖືວ່າ ພວມຢູ່ໃນລະດັບຕ່ຳສຸດໃນຫຼາຍທົດສະວັດຜ່ານມາ, ຊ້ຳບໍ່ໜຳ ຍັງຖືກປຽບທຽບກັບສະພາວະ “ສົງຄາມເຢັນ”. ດັ່ງນັ້ນ, ການຈັດຕັ້ງການເຈລະຈາສຸດຍອດໃນຈຸດເວລານີ້ ຫຼື ໃນໄລຍະໃກ້ຈະມາເຖິງນີ້ ແມ່ນມີຄວາມເປັນໄປໄດ້ຍາກ. ນັບທັງເມື່ອການເຈລະຈາໄດ້ດຳເນີນແລ້ວ, ເປີເຊັນບັນລຸໄດ້ໝາກຜົນທີ່ຕັ້ງໜ້າ ກໍແມ່ນຕ່ຳທີ່ສຸດ, ຄ້າຍຄືກັນກັບສະພາບການໃນກອງປະຊຸມລະຫວ່າງບັນດາເຈົ້າໜ້າທີ່ທາງການທູດຂັ້ນສູງຂອງສອງປະເທດ ຢູ່ Alaska (ອາເມລິກາ) ເມື່ອເດືອນ ມີນາ ຜ່ານມາ.

    ເຖິງແນວນັ້ນກໍຕາມ, ແຕ່ນັກຊ່ຽວຊານຫຼາຍທ່ານກໍມີທັດສະນະລວມວ່າ, ການພົບປະສຸດຍອດລະຫວ່າງ ອາເມລິກາ - ຈີນ ຄວນໄດ້ຮັບການຈັດຂຶ້ນໃນຈຸດເວລາທີ່ເໝາະສົມ ແລະ ແນ່ນອນວ່າ ຄວນກະກຽມໃຫ້ລອບຄອບຖີ່ຖ້ວນ. ເພາະວ່າ, ຖ້າຫາກວ່າການພົບປະຖືກດຳເນີນ ຈະຊ່ວຍໃຫ້ການພົວພັນລະຫວ່າງສອງປະເທດບໍ່ຖືກຊຸດໂຊມລົງໄປອີກ, ພ້ອມທັງຊ່ວຍໃຫ້ສອງຝ່າຍສ້າງໄດ້ທັດສະນະ ແລະ ຫຼັກໝັ້ນທີ່ຈະແຈ້ງກວ່າ, ບໍ່ວ່າຈະຢູ່ໃນແງ່ມູມ ຫຼື ທິດທາງໃດກໍຕາມ./.

ຕອບກັບ

ຂ່າວ/ບົດ​ອື່ນ