​ແງ່​ຫວັງ​ຟື້ນ​ຟູ​ເສດຖະກິດ​ຫວຽດນາມ ພາຍຫຼັງ​ໂລກລະບາດ​​ໂຄ​ວິດ - 19 ສິ້ນ​ສຸດ​ລົງ

(VOVWORLD) -ພື້ນຖານເສດຖະກິດຫວຽດນາມ ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19. ການແຜ່ລະບາດຂອງໂລກລະບາດດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງບັນດາຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນສໍາຄັນຂອງຫວຽດນາມ. ເຖິງຢ່າງໃດກໍຕາມ, ຫຼາຍອົງການການເງິນຂອງພາກພື້ນ ແລະ ສາກົນ, ບັນດາບໍລິສັດຈັດອັນດັບຄວາມໄວ້ວາງໃຈດ້ານສິນເຊື່ອ, ນັກຊ່ຽນຊານດ້ານເສດຖະກິດ ຍັງຄົງເຊື່ອໝັ້ນຕໍ່ແງ່ຫວັງຂອງເສດຖະກິດຫວຽດນາມໃນອະນາຄົດ ພ້ອມທັງຕີລາຄາວ່າ ພື້ນຖານເສດຖະກິດຂອງຫວຽດນາມ ຈະມີຄວາມສະດວກໃນລະດັບປານກາງ ແລະ ກັບຄືນສູ່ວົງຈອນການເຕີບໂຕເປັນປົກກະຕິໂດຍໄວ.

 

    ຜົນກະທົບໄລຍະສັ້ນຕໍ່ພື້ນຖານເສດຖະກິດຂອງຫວຽດນາມ ອາດຈະໜັກໜ່ວງ ແຕ່ຈະບໍ່ແກ່ຍາວ ຖ້າຫາກວ່າ ໂລກລະບາດໄດ້ຮັບການຄວບຄຸມໂດຍໄວຄືໂລກລະບາດຄັ້ງກ່ອນໆນີ້.

ການຄາດຄະເນທີ່ໜ້າປະເອີບໃຈ

ບົດລາຍງານແງ່ຫວັງພັດທະນາອາຊີ (ADO 2020) ໂດຍທະນາຄານພັດທະນາອາຊີ (ADB) ປະກາດໃນເດືອນເມສາ ໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດ. ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ສະພາບການລວມແລ້ວ, ພື້ນຖານເສດຖະກິດຫວຽດນາມ ຍັງໄດ້ຮັບການຕີລາຄາວ່າເຂ້ັມແຂງ. ທະນາຄານ ADB ຖືວ່າ, ຖ້າຫາກວ່າໂລກລະບາດໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ລະດັບການເຕີບໂຕເສດຖະກິດຈະແມ່ນ 6,8% ໃນປີ 2021, ເຊິ່ງທຽບເທົ່າກັບລະດັບຄາດຄະເນຂອງ ທະນາຄານ ADB ກ່ອນທີ່ໂລກລະບາດເກີດຂຶ້ນ. ໃນໄລຍະກາງ ແລະ ໄລຍະຍາວ, ເສດຖະກິດຫວຽດນາມ ຈະສືບຕໍ່ເຕີບໂຕຢ່າງແຮງ. ທ່ານ Eric Sidgwick ຜູ້ອໍານວຍການແຫ່ງຊາດ ADB ປະຈໍາຫວຽດນາມ  ໃຫ້ຂໍ້ສັງເກດວ່າ: ເຖິງວ່າບັນດາການເຄື່ອນໄຫວເສດຖະກິດຖືກຊັກຊ້າລົງ ແລະ ບັນດາຄວາມສ່ຽງຍ້ອນໂລກລະບາດຍັງມີຢູ່ກໍຕາມ, ແຕ່ຫວຽດນາມ ຍັງຄົງແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕເສດຖະກິດໄວທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

​ແງ່​ຫວັງ​ຟື້ນ​ຟູ​ເສດຖະກິດ​ຫວຽດນາມ ພາຍຫຼັງ​ໂລກລະບາດ​​ໂຄ​ວິດ - 19 ສິ້ນ​ສຸດ​ລົງ - ảnh 1 (ພາບປະກອບ: VOV)

      ເຫັນດີຕໍ່ທັດສະນະດັ່ງກ່າວ,  ໃນອາທິດຜ່ານມາ ບໍລິສັດຈັດອັນດັບຄວາມໄວ້ວາງໃຈດ້ານສິນເຊື່ອ Fitch Ratings  ກໍຕັ້ງຄວາມຫວັງວ່າ, ລະດັບເຕີບໂຕ GDP ຂອງຫວຽດນາມ ໃນປີ 2021 ຈະບັນລຸກວ່າ 7% ເມື່ອຄວາມຕ້ອງການຢູ່ພາຍໃນ ແລະ ຕ່າງປະເທດ ຄ່ອຍໆໄດ້ຮັບການຟື້ນຟູ, ການສົ່ງອອກ, ການທ່ອງທ່ຽວ ແລະ ການລົງທຶນໂດຍກົງຈາກຕ່າງປະເທດໄດ້ເພີ່ມຂຶ້ນ. Fitch Ratings ກໍຮັກສາອັນດັບຄວາມໄວ້ວາງໃຈດ້ານສິນເຊື່ອແຫ່ງຊາດຂອງຫວຽດນາມຢູ່ລະດັບ BB. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ບັນດາຈຸດພົ້ນເດັ່ນກ່ຽວກັບຄວາມໄວ້ວາງໃຈດ້ານສິນເຊື່ອຂອງຫວຽດນາມ ແມ່ນບໍ່່ຖືກຜົນສະທ້ອນ. ທ່ານ ຫງວຽນມິງຟອງ ນັກຊ່ຽວຊານເສດຖະກິດ ຖືວ່າ:

 “ໝາກຜົນການຈັດອັນດັບຄວາມໄວ້ວາງໃຈດ້ານສິນເຊື່ອຂອງ Fitch Ratings  ສະແດງໃຫ້ເຫັນວ່າ, ຫວຽດນາມ ຍັງຮັກສາຄວາມໄວ້ວາງໃຈໃນປະຊາຄົມສາກົນ. ສິ່ງດັ່ງກ່າວແມ່ນໄດ້ຮັບການຕີລາຄາບົນພື້ນຖານຂອງວິວັດການພັດທະນາຂອງພວກເຮົາໃນຊຸມປີຜ່ານມາ ແມ່ນດີພໍສົມຄວນ. ທີໜຶ່ງແມ່ນ ດັດປັບກ່ຽວກັບການສົມດຸນງົບປະມານ, ການສະສົມເງິນຕາຕ່າງປະເທດ, ບັນດາການເຄື່ອນໄຫວສ້າງໂຄງປະກອບລະບົບທະນາຄານຄືນໃໝ່ໄດ້ຫຼາຍພໍສົມຄວນ, ຮັກສາໃຫ້ເສດຖະກິດມະຫາພາກ ແລະ ລະບົບການເງິນພາຍໃນປະເທດເປັນປົກກະຕິ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍມີແງ່ຫວັງກ່ຽວກັບການດຶງດູດນັກລົງທຶນຕ່າງປະເທດ ກໍຄືຊຸກຍູ້ການພັດທະນາເສດຖະກິດພາຍໃນປະເທດ ແລະ ເສດຖະກິດພາກເອກະຊົນ. ຫວັງວ່າ, ພາຍຫຼັງໂລກລະບາດໂຄວິດ - 19 ສິ້ນສຸດລົງ, ບັນດາກໍາລັງພາຍໃນ ພ້ອມກັບກໍາລັງດັນຂອງພື້ນຖານເສດຖະກິດ ຈະໄດ້ຮັບການປົດປ່ອຍ ເພື່ອບັນລຸໄດ້ລະດັບການເຕີບໂຕສູງກວ່າ 7% ຄືດັ່ງ Fitch ໄດ້ຄາດຄະເນ.”

ບັນດາປັດໄຈເພື່ອຟື້ນຟູທ່າເຕີບໂຕ

ທະນາຄານ ADB ໃຫ້ຂໍ້ສັງເກດວ່າ ກໍາລັງໜູນແກ່ການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ ຍັງຄົງແມ່ນການເຕີບໂຕຂອງຊົນຊັ້ນກາງ ແລະ ລະດັບຂະຫຍັນຂັນເຄື່ອນຂອງຂົງເຂດເສດຖະກິດພາກເອກະຊົນ. ສະພາບແວດລ້ອມດໍາເນີນທຸລະກິດພາຍໃນປະເທດຍັງສືບຕໍ່ໄດ້ຮັບການປັບປຸງ, ແຕ່ຕ້ອງປັບປຸງນະໂຍບາຍເພື່ອໜູນຊ່ວຍລະບົບປ່ຽນແປງໃໝ່ປະດິດຄິດສ້າງ. ທະນາຄານ ADB ຖືວ່າ, ກອບນິຕິກໍາທີ່ສະດວກ, ອະນຸຍາດໃຫ້ກໍ່ຕັ້ງ ແລະ ເສີມຂະຫຍາຍການໝູນໃຊ້ fintech ນັ້ນ ຈະຊ່ວຍຫວຽດນາມພັດທະນາບັນດາການບໍລິການດ້ານການເງິນນັບທັງລວງເລິກ ແລະ ລວງກວ້າງ. ທ່ານ Jacques Morisset, ຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ ປະຈໍາຫວຽດນາມ ພັດຕີລາຄາວ່າ ນະໂຍບາຍຂອງຫວຽດນາມ ແມ່ນເໝາະສົມ ແລະ ຖືກຕ້ອງທີ່ສຸດ, ໃນການປົກປ້ອງພົນລະເມືອງ ພົ້ນຈາກວິກິດການດ້ານສາທາລະນະສຸກ, ໜູນຊ່ວຍວິສາຫະກິດໃນພາກພື້ນ  ແລະ ຄຸ້ມຄອງງົບປະມານໄດ້ເປັນຢ່າງດີ.

      ບັນດານັກຊ່ຽວຊານດ້ານເສດຖະກິດ ຫວຽດນາມໃຫ້ຂໍ້ສັງເກດວ່າ ບັນດາມາດຕະການຢ່າງທັນການຂອງ ລັດຖະບານ ແລະ ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດພວມນຳມາເຊິ່ງປະສິດທິຜົນໃນສະພາບການຄືໃນປັດຈຸບັນ. ຄວາມເປັນຈິງໃຫ້ເຫັນວ່າ, ມີຫຼາຍກາລະໂອກາດພວມມີຂຶ້ນສຳລັບຫຼາຍຂະແໜງ, ວິຊາຊີບ, ຂົງເຂດທີ່ມີທ່າແຮງຂອງ ຫວຽດນາມ. ບັນດາແບບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ Covid - 19 ສິ້ນສຸດລົງ ຈະໄດ້ຮັບການສ້າງຂຶ້ນໂດຍທັນທີໃນອາທິດນີ້ເຊິ່ງຈະກຳນົດບັນດາມາດຕະການຢ່າງຈະແຈ້ງເພື່ອໃຫ້ເສດຖະກິດຫວຽດນາມສາມາດຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ. ທ່ານມາກກ໊ວກແອັງ, ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ນະຄອນຮ່າໂນ້ຍໃຫ້ຮູ້ວ່າ:

“ປະຊາຄົມວິສາຫະກິດຂອງນະຄອນຫຼວງແລະທົ່ວປະເທດພວມປະຕິບັດບັນດານະໂຍບາຍເປັນຢ່າງດີ, ພິເສດແມ່ນຄຳສັ່ງເລກທີ 11 ຂອງນາຍົກລັດຖະມົນຕີ. ນອກຈາກການດຳເນີນທຸລະກິດຢ່າງປອດໄພແລ້ວ, ບັນດາວິສາຫະກິດພວມຫັນຮູບແບບການດຳເນີນທຸລະກິດແບບເກົ່າໄປສູ່ຮູບແບບດຳເນີນທຸລະກິດບົນພື້ນຖານດີຈີຕອນ. ປັດຈຸບັນ, ສຳລັບປະຊາຄົມວິສາຫະກິດກໍພວມຍາດແຍ່ງແຫຼ່ງເງິນທຶນ, ບັນດາມາດຕະການການເງິນ, ການຍົກເວັ້ນພາສີອາກອນປະເພດຕ່າງໆ, ຄ່າທຳນຽມແລະລົງທຶນເຂົ້າບັນດາຂະແໜງປາຍແຫຼມຕາມການກຳນົດທິດກໍ່ຄືບັນດາທ່າແຮງ, ບັນດາຂະແໜງການອາຊີບຫຼັກແຫຼ່ງເຊິ່ງບັນດາວິສາຫະກິດພວມດຳເນີນທຸລະກິດໃນໄລຍະທີ່ຜ່ານມາ”.

ຄຽງຄູ່ກັນນັ້ນ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດກໍສືບຕໍ່ໄດ້ຮັບການປັບປຸງ, ມີບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍຫຼາຍສະບັບເຊິ່ງຫວຽດນາມເຂົ້າຮ່ວມ ໄດ້ໝັ້ນໝາຍວ່າຈະເພີ່ມທະວີການແຊກຊຶມຕະຫຼາດໃຫ້ແກ່ຫວຽດນາມ. ນີ້ແມ່ນປັດໄຈທີ່ຈຳເປັນໃຫ້ແກ່ການຟື້ນຟູເສດຖະກິດພາຍຫຼັງສະພາບການ Covid -19.

ທີ່ກອງປະຊຸມອອນລາຍທົ່ວປະເທດລະຫວ່າງລັດຖະບານ ກັບທ້ອງຖິ່ນຕ່າງໆເຊິ່ງໄດ້ຈັດຂຶ້ນໃນວັນທີ 10 ເມສາທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເນັ້ນໜັກວ່າໃນປະຫວັດສາດ, ຫວຽດນາມບໍ່ເຄີຍທໍ້ຖອຍຕໍ່ຄວາມຫຍຸ້ງຍາກ, ຍາມໃດກໍ່ຜ່ານຜ່າສິ່ງທ້າທ່າຍຢ່າງເຂັ້ມແຂງດ້ວຍເຈດຈໍານົງຂອງຊາດ, ຄວາມຕັດສິນໃຈ, ຄວາມເຫັນດີເຫັນພ້ອມເປັນຈິດໜຶ່ງໃຈດຽວ. ຫາງສຽງເຊື່ອໝັ້ນວ່າ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໂລກລະບາດ Covid – 19 ກໍ່ຂຶ້ນເພື່ອໃຫ້ພື້ນຖານເສດຖະກິດສາມາດຟື້ນຟູທ່າເຕີບໂຕໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ