ແງ່ຫວັງສັນຕິພາບຢູ່ເຂດກາຊາຍັງບໍ່ແນ່ນອນ

ແງ່ຫວັງສັນຕິພາບຢູ່ເຂດກາຊາຍັງບໍ່ແນ່ນອນ - ảnh 1
(ພາບປະກອບ)

ມາ​ຮອດ​ມື້​ນີ້, ສັນຍາ​ຢຸດ​ຍິງ​ໃນ​ຮອບ​ເວລາ 72 ຊົ່ວໂມງລະຫວ່າງ ອິດສະຣາແອນ ແລະ ຮາມາດ ​ໂດຍ​ອີ​ຢິບ​ເປັນ​ຄົນ​ກາງ​​ໄດ້​ປະຕິບ​ັດ 2/3 ​ເວລາ​ກຳນົດ. ບໍ່​ອາດ​ປະຕິ​ເສດ​ໄດ້​ວ່າ ນີ້​ແມ່ນ​ສັນຍານ​ອັນ​ຕັ້ງໜ້າ​ໃນ​ສະພາວະ​ທີ່​ມີ​ຄຳ​ສັ່ງ​ຢຸດ​ຍິງ​ເຊັ່ນ​ດຽວ​ກັນ​ໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ເລ​ຂາ​ທິການ​ໃຫຍ່​ ສ.ປ.ຊ Ban ki-moon ​ເປັນ​ຄົນ​ກາງ​ໃນ 2-3 ວັນ​ກ່ອນ​ນັ້ນ ​ໄດ້​ຖືກ​ທຳລາຍ​ພາຍຫຼັງມີ​ຜົນ​ສັກສິດ​ເປັນ​ເວລາ 2 ຊົ່ວ​ໂມງ. ​ແຕ່​ເລື່ອງທັງ ອິດສະຣາແອນ ແລະ ຮາມາດ​ເຄົາລົບ​ຄຳ​ສັ່ງ​ຢຸດ​ຍິງ​ຮອດ​ເວລາ​ນີ້ ​ ບໍ່​ໝາຍ​ຄວາມ​ວ່າ ແມ່ນ​ກາລະ​ໂອກາດ​ສັນຕິພາບ​ຈະ​ກັບ​ຕ່າວ​ຄືນ​ມາສູ່​ປະຊາຊົນ​ຢູ່​ເຂດ​ກາຊາ​ໂດຍ​ໄວ.

    ສັນຍາ​ຢຸດ​ຍິງທີ່​ບັນລຸ​ໄດ້​ພາຍຫຼັງ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ ອິດສະຣາແອນ ແລະ ຮາມາດ​ເປັນ​ເວລາ 29 ປີ, ອັນ​ໄດ້​ເຮັດ​ໃຫ້​ຊາວ​ປາ​ແລັດສະຕິນ​ເກືອ​ບ 1900 ຄົນ​ຖືກ​ເສຍ​ຊີວິດ(​ໃນ​ນັ້ນ 80%​ແມ່ນ​ສາມັນ​ຊົນ) ຍ້ອນ​ຖືກ​ລູກປືນ​ໃຫຍ່​ຂອງ ອິດສະຣາແອນ.

   ຕາມ​ຂໍ້​ຕົກລົງ​ໃໝ່​ນີ້, ກຳລັງ​ທະຫານ​ບົກອິດສະຣາແອນຖອນ​ອອກ​ຈາກ​ເຂດ​ກາຊາ​ທັງ​ໝົດນັ້ນ ​ແມ່ນ​ໜ່ຶງ​ໃນ​ບັນດາ​ເງື່ອນ​ໄຂ​​ໂດຍ ຮາມາດຍັກ​ອອກ​ມາ​ເພື່ອ​ມຸ່ງ​ໄປ​ສູ່ ສັນຍາ​ຢຸດ​ຍິງຍາວ​ນານ. ກອງທັບອິດສະຣາແອນ ຍັງ​ຖະ​ແຫຼ​ງວ່າ ​ເຂົາ​ເຈົ້າ​ໄດ້​ທຳລາຍ​ລະບົບ​ທາງ​ອຸ​ໂມງ​ໃຕ້​ດິນ​ຂ້າມ​ຊາຍ​ແດນ​ເກືອບ​ທັງ​ໝົດຂອງ​ຮາ​ມາດ, ຊຶ່ງ​ແມ່ນ​ເປົ້າ​ໝາຍ​ຕົ້ນຕໍ​ໃນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ​ກາຊາ​ຂອງ ອິດສະຣາແອນຄັ້ງ ນີ້.

    ປະຕິກິ​ລີ​ຍາ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາ​ຄົມ​ໂລກ

ຕໍ່ໜ້າ​ວົງການ​ນັກ​ຂ່າວ​ສາກົນ, ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບອິດສະຣາແອນ ແລະ ຮາມາດຕ່າງ​ກໍ​ໝັ້ນ​ໝາຍ​ຈະ​ເຄົາລົບ ສັນຍາ​ຢຸດ​ຍິງ. ນີ້​ແມ່ນ​ຊ່ວງ​ເວລາອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ບັນດາ​ຝ່າຍ​ປະຕິບັດ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ, ພ້ອມ​ທັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ ສ.ປ.ຊ, ອາ​ເມ​ລິ​ກາ, ອິດສະຣາແອນ, ຮາມາດ ແລະ ອີ​ຢິບ​ຊອກ​ຫາ ​ຄຳ​ສັ່ງ​ຢຸດ​ຍິງ​​ແບບ​ຖາວອນ​ໃຫ້​ແກ່​ການ​ສູ້​ຮົບ​ນີ້. ກ່ອນ​ທີ່ ສັນຍາ​ຢຸດ​ຍິງມີ​ຜົນ​ສັກສິດ, ກອງທັບອິດສະຣາແອນ​ໄດ້​ຖອນ​ກຳລັງ​ທັງ​ໝົດຊຶ່ງ​ລວມມີ ພົນທະຫານ ​ແລະ ລົດ​ຖັງ​ອອກ​ຈາກ​ເຂດ​ກາ​ຊາ. ​ໂຄສົກກອງທັບອິດສະຣາແອນ, ພັນ​ຕີ Peter Lerner ​ໃຫ້​ຮູ້​ວ່າ ຄຳ​ສັ່ງ​ຖອນ​ທະຫານ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ກອງທັບ​ຂອງ​ປະ​ເທດ​ນີ້​ໄດ້​ສຳ​ເລັດ​ບັ້ນ​ທຳລາຍ​ລະບົບ​ທາງ​ອຸ​ໂມງ​ໃຕ້​ດິນ​ຂ້າມ​ຊາຍ​ແດນ​ຂອງ​ຮາ​ມາດ. ຕາມ​ນັ້ນ​ແລ້ວ, ມີ​ທາງ​ອຸ​ໂມງ​ໃຕ້​ດິນ​ຢ່າງ​ໜ້ອຍ 32 ສາຍ ​ແລະ ທາງເຂົ້າ ລະບົບ​ທາງ​ອຸ​ໂມງ​ໃຕ້​ດິນ​ນັບ 10 ​ແຫ່ງ​ຖືກ​ທຳລາຍ.

    ປະຊາ​ຄົມ​ໂລກປາດ​ຖະໜາ​ວ່າ ສັນຍາ​ຢຸດ​ຍິງຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ເພື່ອ​ເປີດ​ຊ່ອງ​ທາງ​ດຳ​ເນີນ​ການ​ສົນທະນາ​ລະຫວ່າງ​ບັນດາ​ຝ່າຍ​ປະ​ທະ​ກັນ. ອາ​ເມ​ລິ​ກາ​ໄດ້​ຊົມ​ເຊີຍ​ບາດ​ລ້ຽວ​ໃໝ່​ນີ້ ​ແລະ ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ສັນຍາ​ທີ່​ຕັ້ງໜ້າສະ​ບັບຕໍ່​ໄປ. ອາ​ເມ​ລິ​ກາ​ກໍ​ບໍ່​ລືມ​ຮຽກຮ້ອງ​ທັງ ອິດສະຣາແອນ ແລະ ຮາມາດຕ້ອງ​ປະຕິບັດ​ຕາມຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່ຍາວ​​ເປັນ​ເວລາ 72 ຊົ່ວ​ໂມງ.

ທ່ານ​ເລ​ຂາ​ທິການ​ໃຫຍ່​ສ.ປ.ຊ Ban ki-moon ​ໄດ້​ກະຕຸກ​ຊຸກຍູ້​ທັງ ອິດສະຣາແອນ ແລະ ຮາມາດ ຈົ່ງ​ລະງັບ​ໃຈ​ໃນ​ລະດັບ​ສູງ​ສຸດ, ຮຽກຮ້ອງ​ໃຫ້​ບັນດາ​ຝ່າ​ຍຈົ່ງ​ດຳ​ເນີນ​ວິວັດທະນາ​ການ​ເຈລະຈາ​ຢູ່​ນະຄອນຫຼວງ​ກາຍ​ໂຣປະ​ເທດ​ອີ​ຢິບ​ກ່ຽວ​ກັບ ສັນຍາ​ຢຸດ​ຍິງຍາວ​ນານສະບັບ​ໜຶ່ງກໍ​ຄື​ບັນດາ​ບັນຫາ​ພື້ນຖານ​ຍິ່ງ​ໄວ​ກໍ​ຍິ່ງ​ດີ. ທ່ານ​ເລ​ຂາ​ທິການ​ໃຫຍ່​ ສ.ປ.ຊ Ban ki-moon ຍັງ​ໝັ້ນ​ໝາຍ​ຈະ​ໜູນ​ຊ່ວຍ​ຮອບ​ດ້ານ​ໃຫ້​ບັນດາ​ຝ່າຍ​ບັນລຸ​ສັນຍາ​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ເຂດ​ດິນ​​ແດນ​ນີ້. ສະຫະພາບ​ເອີ​ລົບ​ກໍ​ອອກ​ຖະ​ແຫຼ​ງການ​ຊົມ​ເຊີຍ​ຄຳ​ສັ່ງ​ຢຸດ​ຍິງ​, ​ເນັ້ນ​ໜັກ​ເຖິງ​ເລື່ອງ​ບັນດາ​ຝ່າຍຕ້ອງ​ຢຸດຕິ​ການ​ກໍ່​ຄວາມ​ເສຍ​ຫາຍ​ທີ່​ມີ​ຕໍ່​ຊີວິດ​ອີນຊີ​ຂອງ​ສາມັນ​ຊົນ, ພ້ອມທັງ​ຮຽກຮ້ອງ​ໃຫ້ອິດສະຣາແອນ ແລະ ຮາມາດບໍ່​ປະ​ໃຫ້​ພາດ​ໂອກາດ​ນີ້.

    ​ແງ່​ຫວັງ​ສັນຕິພາບ​ທີ່​ບໍ່​ແນ່ນອນ

    ພາຍຫຼັງ​ທີ່ ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັດ​ສິດ​ເປັນ​ເວລາ 1 ວັນ, ວັນ​ທີ 6/8 , ອິດສະຣາແອນ ​ໄດ້​ເຫັນ​ດີ​ແກ່ຍາວ ​ຄຳ​ສັ່ງ​ຢຸດ​ຍິງ​​ໃນ​ປະຈຸ​ບັນ​ຢູ່​ເຂດ​ກາຊາ​ຮອດ​ກຳນົດ​​ເວລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 8/8, ​ໃນ​ສະພາວະ​ບັນດາ​ການ​ເຈລະຈາ​ໂດຍ​ທາງ​ອ້ອມ​ລະຫວ່າງ ອິດສະຣາແອນ ແລະ ປາ​ແລັດ​ສະຕິ​ນ​ຖືກ​ດຳ​ເນີນ​ຢູ່​ກາຍ​ໂຣປະ​ເທດ​ອິຢິບ​. ​ແຕ່​ຂະ​ບວນການ​ຮາ​ມາດ ພັດ​ປະຕິ​ເສດ​ຂໍ້​ມູນ​ຂ່າວສານ​ນີ້​​ໃນ​ທັນ​ທີ່, ຊ້ຳ​ບໍ່​ໜຳ ຮາ​ມາດ​ຍັງ​ກ່າວ​ເຕືອນວ່າ ຈະ​ດຳ​ເນີນບັນດາ​ການ​ບຸກ​ໂຈມ​ຕີ​ຄືນ​ໃໝ່ ຖ້າ​ຫາກ ອິດສະຣາແອນບໍ່​ຍອມຮັບ​ຄຳ​ຮຽກຮ້ອງ​ທັງ​ໝົດ​ຂອງ​ປາ​ແລັດ​ສະຕິ​ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຢຸດຕິ​ການ​ປິດ​ລ້ອມ​ເຂດ​ກາຊາ ​ແລະ ປ່ອຍ​ຕົວ​ບັນດາ​ນັກ​ໂທດ​ປາ​ແລັດ​ສະຕິ​ນພວມ​ຖືກ ອິດສະຣາແອນກັກ​ຂັງ.

  ​ເຖິງ​ວ່າ​ໄດ້​ຍອມ​ປະຕິບັດ ​ຄຳ​ສັ່ງ​ຢຸດ​ຍິງ​ກໍ​ຕາມ, ​ແຕ່​ອຳນາດ​ການ​ປົກຄອງ ອິດສະຣາແອນ ​ໃຫ້​ຮູ້​ວ່າ ອິດສະຣາແອນ ຈະ​ຜັນ​ຂະຫຍາຍ​ກອງທັບ​ຢູ່​ບັນດາ​ຈຸດ​ປ້ອງ​ກັນ​ຢູ່​ນອກ​ເຂດ​ກາຊາ ​ເພື່ອ​ຮັບ​ມື​ກັບ​ບັນດາ​ກໍລະນີ​ຖືກ​ບຸກ​ໂຈມ​ຕີ. ​ເຈົ້າ​ໜ້າທີ່ການ​ທູ​ດຂັ້ນ​ສູງ​ທ່່ານໜຶ່ງຂອງ ອິດສະຣາແອນ ຍັງ​ໃຫ້​ຮູ້​ວ່າ ອິດສະຣາແອນ ​ໄດ້​ກຽມພ້ອມ​ໃຫ້​ກໍລະນີ ຮາມາດ ລ່ວງ​ລະ​ເມີດຄຳ​ສັ່ງ​ຢຸດ​ຍິງ​ ​ແລະ ກ່າວ​ເຕືອນ​ໃຫ້​ຊາວ ອິດສະຣາແອນລະວັງ​ຕົວ.

      ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສັນຍາ​ຢຸດ​ຍິງສະບັບ​ໃໝ່​ຄັ້ງ​ນີ້ ກໍ​ແມ່ນ​ໝາກຜົນ​ຂອງກຳລັງ​ດັນຈາກ ປະຊາ​ຄົມ​ໂລກ, ຫາກ​ບໍ່​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ທັງ ອິດສະຣາແອນ ແລະ ຮາມາດ. ດັ່ງ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ນັບ​ທັງ​ຂະນະ​ທີ່​ການ​ປະ​ທະ​ກັນ​ຜ່ອນ​ຄ່າ​ຍລົງ​​ແລ້ວນັ້ນ, ແງ່​ຫວັງສັນຕິພາບ​ຢູ່​ເຂດ​ກາ​ຊາ​ກໍຍັງຄົງ​ບໍ່​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ