ແງ່ຫວັງແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອີຢູ ສັງເກດຈາກສັນຍາ PCA

  ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ສະຫະພາບ​ເອີ​ລົບ (EU) ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ຮອບດ້ານ ຊື່​ງສະ​ແດງ​ອອກຢູ່ບ່ອນວ່າ: ສອງ​ຝ່າຍ​ໄດ້​ປະຕິບັດ​ແຜນການ​ຜັນ​ຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ອີ​ຢູ (PCA)​ໄລຍະ 2011-2012  ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຫາ​ກໍ່​ປະກາດ​ເລີ່​ມຕົ້ນ​ແຜນການ​ພັດທະນາ PCA ​ໄລຍະ 2011-2014 ຢູ່​ກອງ​ປະຊຸມ​ສຳ​ມະ​ນາ ”​ລາຍການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ການ​ປະຕິບັດ PCA” ຊື່​ງດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ໃນວັນທີ 4/6. ​ເນື່ອງ​ໃນ​ເຫດການໃໝ່​ສຸດ​ໃນ​ການ​ການ​ພົວພັນ​ສອງ​ຝ່າຍ​ນີ້, ນັກ​ຂ່າວ​ເລ​ເຟືອງມີ​ບົດ​ຂຽນດ້ວຍ​ຫົວ​ຂໍ້​ວ່າ: ​​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ອີ​ຢູ ​ສັງເກດຈາກ​ສັນຍາ PCA.

ແງ່ຫວັງແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອີຢູ ສັງເກດຈາກສັນຍາ PCA - ảnh 1

ບາດກ້າວ​ໃໝ່​ໃນການ​ພົວພັນ​ຫວຽດນາມ-​ອີ​ຢູ

(ພາບ​: vietbao.vn)

  ນັບ​ແຕ່​ໄດ້​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1990, ​ແລະ ​ໄດ້​ເຊັນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ປີ 1995 ​ແລະ ພິ​ເສດ ພາຍຫຼັງ​ການ​ເຊັນ​ສັນຍາ ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ອີ​ຢູ (PCA)​ ​ເມື່ອ​ວັນ​ທີ 27/6/2012 ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ສະມາຊິກ​ອີ​ຢູ ​ໄດ້ ​ແລະ ພວມ​ພັດທະນາ​ຢ່າງ​ແຮງ​ ​ແລະ ຮອບດ້ານທີ່​ສຸດ. ກ່ຽວ​ກັບ​ການ​ພົວພັນ​ນີ້, ທ່ານ​ອະດີດ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູ໋ຄວານ ຖື​ວ່າ:

    ”ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອີ​ຢູ ​ເວົ້າລວມ ​ແລະ ການ​ພົວພັນ​ດ້ານ​ການ​ຄ້າ​ເວົ້າສະ​ເພາະ ມີ​ບັນດາ​ຈຸດ​ພິ​ເສດສະ​ເພາະ​ຄື: ມີ​ຄວາມຄຶບໜ້າ, ມີ​ຂອບ​ຂະໜາດ​ໃຫ່ຍ, ມີຄຸນ​ນະພາ​ບສູງ, ມີຂອບ​ເຂດ​ກ້ວາງ​ຂວາງ, ມີພື້ນຖານ​ນິຕິກຳໝັ້ນຄົງ, ຖືກຕ້ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຈຸດໝາຍ​ຂອງ​ຫວຽດນາມ. ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອີ​ຢູ ມີ​ທີ່​ຕັ້ງພິ​ເສດ, ຢືນອັນ​ດັບ​ໜຶ່ງ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ຄູ່​ຮ່ວມ​ມື​ອື່ນໆ

ແງ່ຫວັງແຫ່ງການຮ່ວມມືລະຫວ່າງຫວຽດນາມ-ອີຢູ ສັງເກດຈາກສັນຍາ PCA - ảnh 2 

ກອງ​ປະຊຸມ​ສຳ​ມະ​ນາ ”​ລາຍການ​ໂອ້​ລົມ​ສົນທະນາ​

ຍຸດ​ທະ​ສາດ​ໜູນ​ຊ່ວຍ​ການ​ປະຕິບັດ PCA”

(ພາບ​: dbv.vn)

   ປະຈຸ​ບັນ, ອີ​ຢູ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ ໃນ​ຫຼາຍ​ຂົງ​ເຂດ, ຈາກ​ດ້ານ​ການ​ເມືອງ-​ການ​ທູດ, ການ​ຮ່ວມ​ມື​ພັດທະນາ, ການ​ຄ້າ-​ການ​ລົງທຶນ, ວິທະຍາສາ​ດ-​ເຕັກ​ໂນ​ໂລ​ຊີ ຕະຫຼອດ​ຮອດ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ. ຍາມ​ໃດ, ການ​ນຳ​ຫວຽດນາມ ​ແລະ ອີ​ຢູ ​ກໍ່​ຢືນຢັນ​​ເຖິງ​ຄວາມ​ສຳຄັນ​ຂອງການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອີ​ຢູ ແລະ ປາດຖະໜາວ່າການພົວພັນນີ້ຈະໄດ້ ຮັບການເພີ່ມທະວີກ່ວາອີກ ​ເພື່ອ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທີ່​ຕັ້ງບົດບາດ​ຂອງ​ສອງ​ຝ່າຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ”​ລາຍການ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ການ​ປະຕິບັດ ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ອີ​ຢູ” ຈັດ​ຂຶ້ນ​​ໃນ​ວັນ​ທີ 4/6 ຢູ່​ຮ່າ​ໂນ້ຍ, ທ່ານ Franz Jessen ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ອີ​ຢູ ປະຈຳ​ຫວຽດນາມ ຊີ້​ແຈ້ງ​ວ່າ:

   ”ຫວຽດນາມ ມີ​ບົດບາດ​ສຳຄັນ ​ແລະ ຕັ້ງໜ້າ ສຳລັບ​ອີ​ຢູ. ພວກ​ຂ້າພະ​ເຈົ້າ​ຊົມເຊີຍ ​ແລະ ມີ​ຄວາມ​ສົນ​ໃຈ​ຕໍ່​ຄຳໝັ້ນສັນຍາ​ຂອງ​ໃນການ ຮັບຜິດຊອບ​ໜ້າທີ່ສາກົນ​ຫຼາຍກ່ວາ​ອີກ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ມີ​ການ​ເຈລະຈາ, ຮ່ວມ​ມື​ກັບ​ຫວຽດນາມ ຢູ່ບັນດາ​ເວທີ​ປາ​ໄສສາກົນ. ຫວຽດນາມ ນອນ​ໃນ​ຈຸດ​ສຸມ​ຂອງ​​ການ​ຜັນ​ແປ່ຍຸດ​ທະ​ສາດ​ຕ່າງໆທີ່​ພວມ​ດຳເນີນຢູ່​ອາຊີ. ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດນາມ ຊື່​ງປະຈຸ​ບັນ​ພວມ​ແມ່ນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-ອີ​ຢູ ​ໃນ 3 ປີ​ຂ້າງ​ໜ້າ”.

    ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ສົ້ນລະຫວ່າ​ງຫວຽດນາມ-​ອີ​ຢູ ກໍ່​ມີ​ການ​​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈ. ​ໃນ​ສະພາບ​ການ​ທີ່​ວິ​ກິດ​ການ​ເສດຖະກິດ, ການ​ຄ້າ​ສອງ​ສົ້ນປີ 2012 ບັນລຸ 29,09 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ເກືອບ 20% ​ເມື່ອ​ທຽບໃສ່​ປີ 2011. ອີ​ຢູ ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫ່ຍກ່ວາ​ໝູ່​ຂອງ​ຫວຽດນາມ ​ແລະ ​ແມ່ນ​ຕະຫຼາດ​ໃຫ່ຍ​ໃຫ້ສຳລັບ​ປະ​ເພດ​ສິນຄ້າ​ສົ່ງອອກ​ຕົ້ນຕໍ​ຂອງ​ຫວຽດນາມ ຄື: ​ເກີບ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ສິນ​ໃນ​ນ້ຳ, ​ເຄື່ອງ​ເຟີ​ນີ​ເຈີ, ​ເອ​ເລກ​ໂຕ​ນິກ, ​ເຄື່ອງ​ໃຊ້​ສອຍ…​ໄລ່​ສະ​ເພາະ​ໃນ​ 2 ເດືອນຕົ້ນປີ 2013, ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ຫວຽດນາມ-​ອີ​ຢູ ບັນລຸ​ກ່ວາ 5 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 28%. ​ໃນ​ຕໍ່ໜ້າ,​ ອີ​ຢູ ຈະ​ສະຫງວນ​ໃຫ້​ຫວຽດນາມ ບ້ວງ​ເງິນ​ໜູນ​ຊ່ວຍ​ທີ່ມີຍອດ​ມູນ​ຄ່າກ່ວາ 15 ລ້ານ​ເອີ​ໂຣ ​ເພື່ອ​ຜັນ​ຂະຫຍາຍ​​ການ​ເຄື​ອ່ນ​ໄຫວ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…​ຊື່​ງ​ໄດ້​ລະບຸ​ໃນ​ສັນຍາ PCA. ທ່ານ Franz Jessen ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ອີ​ຢູ ປະຈຳ​ຫວຽດນາມ ຖື​ວ່າ:

  ”​ເສດຖະກິດ​ຫວຽດນາມ ​ແລະ ອີ​ຢູ ມີ​ລັກສະນະ​ເພີ່ມ​ເຕີມ​ສູງ, ພວກ​ເຮົາ​ຕອ້ງອີງ​ຕາມ​ຄວາມ​ແຕກ​ຕ່າງກັນ​ກ່ຽວ​ກັບ​ໂຄງ​ປະກອບ​ຂອງ​ສອງ​ພື້ນຖານ​ເສດຖະກິດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ​ກ່ວາ​ອີກ. ນີ້​ແມ່ນ​ສາຍເຫດທີ່​ພວກຂ້າພະ​ເຈົ້າຢາກ​ເພີ່ມເຕີມບັນດາ​ຫຼັກການ​ກ່ຽວຂ້ອງ​ເຖິງ​ການ​ຄ້າ ​ແລະ ການ​ລົງທຶນ​ເຂົ້າສັນຍາ PCA ໂດຍ​ໄວ ​ຍ້ອນ​ສັນຍາ FTA ລະຫວ່າງ​ຫວຽດນາມ-​ອີ​ຢູ. ສັນຍາ FTA ​ແລະ PCA ຈະ​ຊ່ວຍ​ນຳ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ສົ້ນ, ການ​ລົງທຶນ ​ແລະ ການ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​​ໃໝ່”.

   ພ້ອມ​ກັນນັ້ນ, ອີ​ຢູ ກໍ່​ໄດ້​ສ້າງ​ລາຍການ​ຄູ່​ຮ່ວມ​ມື​ດ້ານ​ຕຸ​ລະກາ​ນ, ສະຫງວນ​ບ້ວງ​ເງິນ​ໃຊ້​ຈ່າ​ຍກ່ວາ 18 ລ້ານ​ເອີ​ໂຣ ​ເພື່ອ​ໜູນ​ຊ່ວຍ​ຫວຽດນາມ​ຜັນ​ຂະຫຍາຍ PCA ​ໃນ​ຂົງ​ເຂດ​ກົດໝາຍ, ຕຸລາການ..

  ບັນດາ​ຂໍ້​ຕົກລົງ​ໃນ PCA ​ແມ່ນ​ປະຖົມ​ປັດ​ໄຈສຳຄັນ​ເພື່ອ​ໃຫ້​ສອງ​ຝ່າຍ​ສ້າງ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະອຽດ, ປະກອບສ່ວນ​ເປີດ​ກ້ວາງ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ ​ໃນໄ​ລ​ຍະຈະ​ມາ​ເຖິງ​ຕາມ​ທິດ ”ການ​ພົວພັນ​ຄູ່​ຮ່ວມ​ມື​ສະ​ເໝີ​ພາບ, ຮ່ວມ​ມື​ຮອບດ້ານ ​ແລະ ຍາວ​ນານ ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ”. ຄວາມ​ມານະ​ພະຍາຍາມ​ຈາກ​ສອງ​ຝ່າຍ ​ເພື່ອ​ຜັນ​ຂະຫຍາຍ​ສັນຍາ​ດັ່ງກ່າວ ​ໃນ​ ປະຈຸ​ບັນ ຈະ​ເປີດ​ບັນດາ​ແງ່​ຫວັງ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ອີ​ຢູ./.

 

ຕອບກັບ

ຂ່າວ/ບົດ​ອື່ນ