ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງ ໂຮ່ຈີມິນ ແມ່ນມໍລະດົກທາງດ້ານຈິດໃຈອັນລ້ຳຄ່າຂອງຊາດຫວຽດນາມ

(VOVWORLD) -ປະທານ ໂຮ່ຈີມິນ ແມ່ນສັນຍະລັກອັນສູງສົ່ງທີ່ສຸດຂອງລັດທິຮັກຊາດ ແລະ ລັດທິວິລະຊົນປະຕິວັດຫວຽດນາມ. ໃນຕະຫຼອດຊີວິດຂອງຕົນ ເພິ່ນ ໄດ້ອຸທິດສ່ວນຢ່າງບໍ່ຢຸດຢັ້ງ, ທຸກສິ່ງທຸກຢ່າງລ້ວນແຕ່ອຸທິດໃຫ້ແກ່ປະເທດຊາດ, ພໍ່ແມ່ປະຊາຊົນ
ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງ ໂຮ່ຈີມິນ ແມ່ນມໍລະດົກທາງດ້ານຈິດໃຈອັນລ້ຳຄ່າຂອງຊາດຫວຽດນາມ - ảnh 1ກອງປະຊຸມທາງອອນລາຍກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານ ໂຮ່ຈີມິນ
(ພາບ: quochoi.vn)

ປະທານໂຮ່ຈີມິນ ແມ່ນຜູ້ນຳຍິ່ງໃຫຍ່ທີ່ມີຄວາມເກັ່ງກ້າສາມາດຂອງພັກ ແລະ ຊາດຫວຽດນາມ, ເປັນຄູທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກຮົບວິລະຊົນປົດປ່ອຍຊາດ, ນັກກອມມູນິດທີ່ເປັນແບບຢ່າງ, ນັກວັດທະນະທຳທີ່ມີຊື່ສຽງໃນໂລກ. ບັນດາມໍລະດົກເຊິ່ງ ເພິ່ນ ປະໄວ້ໃຫ້ພັກກອມມູນິດ ແລະ ປະຊາຊົນຫວຽດນາມ ແມ່ນໃຫຍ່ຫຼວງ ແລະ ລ້ຳຄ່າທີ່ສຸດ: ນັ້ນແມ່ນຍຸກສະໄໝ ໂຮ່ຈີມິນ; ພາລະກິດ ໂຮ່ຈີມິນ ແລະ ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ, ໃນນັ້ນ, ແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນມໍລະດົກທາງດ້ານຈິດໃຈອັນລ້ຳຄ່າ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຮ່ຳຮຽນ ແລະ ປະຕິບັດຕາມເປັນປະຈຳ.

        ປະທານ ໂຮ່ຈີມິນ ແມ່ນສັນຍະລັກອັນສູງສົ່ງທີ່ສຸດຂອງລັດທິຮັກຊາດ ແລະ ລັດທິວິລະຊົນປະຕິວັດຫວຽດນາມ. ໃນຕະຫຼອດຊີວິດຂອງຕົນ ເພິ່ນ ໄດ້ອຸທິດສ່ວນຢ່າງບໍ່ຢຸດຢັ້ງ, ທຸກສິ່ງທຸກຢ່າງລ້ວນແຕ່ອຸທິດໃຫ້ແກ່ປະເທດຊາດ, ພໍ່ແມ່ປະຊາຊົນ, ພາລະກິດປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ປົດປ່ອຍສັງຄົມ ແລະ ປົດປ່ອຍມະນຸດ. ຊີວິດ ແລະ ພາລະກິດຂອງ ເພິ່ນ ໄດ້ກາຍເປັນສັນຍະລັກຂອງການປະຕິວັດ, ປຸກລຸກຄວາມຄາດຫວັງ ແລະ ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນຫວຽດນາມ ແລະ ປະຊາຊົນທີ່ກ້າວໜ້າໃນໂລກ ໃນພາລະກິດຕໍ່ສູ້ເພື່ອເອກະລາດ, ເສລີພາບ, ສັນຕິພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.

        ແນວຄິດປະທານ ໂຮ່ຈີມິນ ແມ່ນລະບົບບັນດາທັດສະນະ, ສະຕິຄວາມຮັບຮູ້, ແນວຄິດຊີ້ນຳໂດຍພື້ນຖານຂອງປະທານໂຮ່ຈີມິນ ກ່ຽວກັບການປະຕິວັດ ແລະ ເສັ້ນທາງກ້າວຂຶ້ນຂອງການປະຕິວັດຫວຽດນາມ ໃນຍຸກສະໄໝປະຈຸບັນ. ນັ້ນແມ່ນໝາກຜົນຂອງການນຳໃຊ້ ແລະ ພັດທະນາລັດທິ ມາກ-ເລນິນ ເຂົ້າໃນເງື່ອນໄຂຂອງຫວຽດນາມຢ່າງມີຫົວຄິດປະດິດກສ້າງ, ສືບທອດ ແລະ ພັດທະນາບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຊາດ, ຮັບເອົາສິ່ງຍອດຍິ່ງຂອງມະນຸດ. ເພິ່ນ ໄດ້ຢືນຢັນເປັນຫຼາຍເທື່ອວ່າ: “ຍອມເສຍສະຫຼະທຸກຢ່າງແຕ່ບໍ່ຍອມເສຍປະເທດຊາດ, ບໍ່ຍອມຂ້າທາດ”; “ບໍ່ມີຫຍັງເລີດລ້ຳກວ່າເອກະລາດ, ເສລີພາບ”; “ເຖິງວ່າຈະຕ້ອງເຜົາໄໝ້ທັງສາຍພູຫຼວງ ແຕ່ກໍ່ຕ້ອງເດັດດ່ຽວຍາດເອກະລາດມາໃຫ້ໄດ້”. “ຂ້າພະເຈົ້າພຽງແຕ່ມີຄວາມປາດຖະໜາໜຶ່ງດຽວ ຄວາມປາດຖະໜາສູງສຸດນັ້ນແມ່ນເຮັດແນວໃດເພື່ອໃຫ້ປະເທດເຮົາຍາດໄດ້ເອກະລາດຢ່າງສິ້ນເຊິ່ງ, ພໍ່ແມ່ປະຊາຊົນເຮົາມີຄວາມເສລີ, ຜູ້ໃດກໍ່ມີເຂົ້າກິນ, ມີເຄື່ອງນຸ່ງ, ຜູ້ໃດກໍ່ໄດ້ຮ່ຳຮຽນ, ປະເທດເຮົາມີທີ່ຕັ້ງທີ່ເໝາະສົມບົນເວທີສາກົນ” . “ປະເທດຊາດມີເອກະລາດ ແຕ່ປະຊາຊົນບໍ່ມີຄວາມຜາສຸກ, ບໍ່ມີສິດເສລີ, ແມ່ນເອກະລາດກໍ່ບໍ່ມີຄວາມໝາຍຫຍັງໝົດ”. ຍ້ອນເຫດນັ້ນ, ເອກະລາດຕ້ອງຕິດພັນກັບສັງຄົມນິຍົມ; ການປົດປ່ອຍຊາດຕ້ອງຕິດພັນກັບການປົດປ່ອນຊົນຊັ້ນ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ, ໝາຍຄວາມວ່າຕ້ອງດຳເນີນການປະຕິວັດລັດທິສັງຄົມນິຍົມ. ປະເທດຫວຽດນາມ ໄດ້ກາຍເປັນປະເທດສວຍງາມຫຼືບໍ່, ຊາດຫວຽດນາມ ມີຄວາມສະຫງ່າຜ່າເຜີຍທຽບເທົ່າກັບບັນດາປະເທດໃນໂລກຫຼືບໍ່, ສິ່ງສຳຄັນທີ່ສຸດແມ່ນຕ້ອງເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົງທັງຊາດ, ເຕົ້າໂຮມທຸກແຫຼ່ງກຳລັງ, ຊົນເຜົ່າ, ສາສະໜາ, ປະຊາຊົນ ຫວຽດນາມ ຮັກຊາດ. ເພິ່ນ ຢືນຢັນວ່າ: ການປະຕິວັດແມ່ນພາລະກິດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຢ່າງຖືກຕ້ອງຂອງພັກປະຕິວັດຢ່າງແທ້ຈິງ. ພັກເຂັ້ມແຂງ, ຊາດຈຶ່ງເຂັ້ມແຂງ, ຍ້ອນວ່າພັກແມ່ນກອງກຳລັງນຳໜ້າ, ແມ່ນຜູ້ນຳພາຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງທົ່ວທັງຊາດ.

        ຄຸນສົມບັດ ໂຮ່ຈີມິນ ແມ່ນຄຸນສົມບັດປະຕິວັດ, ແມ່ນບັນດາຄຸນນະທາດອັນລ້ຳຄ່າຂອງນັກປະຕິວັດຜູ້ໜຶ່ງ. ນັ້ນແມ່ນ: ດຸໝັ່ນຂະຫຍັນພຽນ, ປະຢັດ, ສັດຊື່ບໍລິສຸດ, ຊື່ຕົງ, ທ່ຽງທຳ. ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນ ວີຖີຊີວິດ, ສະຫງ່ຽມຄ່ຽມຄົມ, ລຽບງ່າຍ, ຖືປະຊາຊົນເປັນສຳຄັນ, ເຊື່ອໝັ້ນຕໍ່ປະຊາຊົນ, ຮ່ຳຮຽນຈາກປະຊາຊົນ, ເຮັດວຽກງານໃດກໍ່ເພື່ອຜົນປະໂຫຍດຂອງປະຊາຊົນ; ແມ່ນຜູ້ຮັບໃຊ້ປະຊາຊົນ ຫາກບໍ່ແມ່ນ “ເປັນນາຍຂອງປະຊາຊົນ”, ບໍ່ອວດ “ເປັນເຈົ້າເປັນນາຍການປະຕິວັດ”. ຕາມ ເພິ່ນ ແລ້ວ, ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງມີສະຕິຮ່ຳຮຽນ, ມານະພະຍາຍາມຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ ເພື່ອຍົກສູງສະຕິຄວາມຮັບຮູ້, ລະດັບຄວາມຮູ້ຢ່າງບໍ່ຢຸດຢັ້ງ, ໃຫ້ກາຍເປັນບັນດາຜູ້ທີ່ມີວັດທະນະທຳ, ມີກຽດສັກສີ, “ຈົງຮັກພັກດີຕໍ່ພັກ, ໝົດເຫື່ອເທແຮງຕໍ່ກັບປະຊາຊົນ, ໜ້າທີ່ໃດກໍ່ປະຕິບັດໃຫ້ສຳເລັດ, ຄວາມຫຍຸ້ງຍາດໃດກໍ່ຜ່ານຜ່າໃຫ້ໄດ້, ສັດຕູໃດກໍ່ຕີເອົາໄຊຊະນະ”.

        ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນສັບສົມບັດທາງດ້ານຈິດໃຈອັນລ້ຳຄ່າຂອງພັກກອມມູນິດຫວຽດນາມ, ເຍືອງທາງໃຫ້ພາລະກິດການປະຕິວັດ, ນຳພາແຕ່ລະບາດກ້າວກ້າວຂຶ້ນ ແລະ ໄຊຊະນະຂອງການປະຕິວັດ ຫວຽດນາມ. ບໍ່ວ່າໃນສະພາບການໃດ, ພັກ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈົງຮັກພັກດີ, ຢຶດໝັ້ນກັບອຸດົມຄະຕິ, ເປົ້າໝາຍ ແລະ ເສັ້ນທາງປະຕິວັດ: “ເອກະລາດຂອງຊາດຕິດພັນກັບລັດທິສັງຄົມນິຍົມ”, ຖືເອົາລັດທິ ມາກ-ເລນິນ, ແນວຄິດໂຮ່ຈີມິນ ເປັນພື້ນຖານ, ເປັນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວ. ໃນສະພາບການປະຈຸບັນ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໄດ້ ແລະ ພວມຕັ້ງໜ້າຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ, ຕັດສິນໃຈປະຕິບັດໃຫ້ໄດ້ຕາມເປົ້າໝາຍອັນສູງສົ່ງນັ້ນແມ່ນ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ”, ຄືດັ່ງຄວາມມຸ່ງມາດປາດຖະໜາຂອງ ເພິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ