ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມດ້ວຍ​ເປົ້າ​ໝາຍກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ

(VOVWORLD) -  ວັນທີ 18 ກັນຍາ, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 9 ອາຍຸການ 2019 - 2024 ເລີ່ມກ້າວເຂົ້າສູ່ມື້ເຮັດວຽກທຳອິດຢູ່ຮ່າໂນ້ຍ. ໂດຍຜ່ານແຕ່ລະສະໄໝກອງປະຊຸມໃຫ່ຍ, ດ້ວຍບັນດາຍຸດທະສາດ, ໜ້າທີ່ ແລະ ການປ່ຽນແປງໃໝ່ໃນການເຄື່ອນໄຫວນັ້ນ, ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ໄດ້ສະແດງໃຫ້ເຫັນການເຕີບໂຕຢ່າງແຮງ ແລະ ເສີມຂະຫຍາຍບົດບາດແມ່ນຂົວຕໍ່ເພື່ອປຸກລຸກ ແລະ ເຕົ້າໂຮມຊົນຊາດໃຫ້ເປັນກຸ່ມກ້ອນໜຶ່ງເປັນເອກະພາບກັນ.
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມດ້ວຍ​ເປົ້າ​ໝາຍກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ - ảnh 1

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ

  ພ້ອມກັບບັນດາຜູ້ມີຍົດຖາບັນດາສັກສາສະໜາ

(ພາບ: ກົດໝາຍຫວຽດນາມ)

  ຕາມທ່ານປະທານໂຮ່ຈີມິນ ແລ້ວ, ຢາກກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ມີຄວາມໝັ້ນຄົງໜັກແໜ້ນນັ້ນ, ຕ້ອງມີກຳລັງ ແລະ ພາກສ່ວນເປັນຫຼັກແຫຼ່ງແກ່ນສານ. ເພິ່ນໄດ້ຊີ້ແຈ້ງວ່າ: “ມະຫາສາມັກຄີ ກ່ອນອື່ນໝົດແມ່ນຕ້ອງສາມັກຄີປະຊາຊົນເປັນສ່ວນຫຼາຍນຳກັນ ຊື່ງປະຊາຊົນສ່ວນຫຼາຍນັ້ນແມ່ນກຳມະກອນ, ຊາວກະສິກອນ ແລະ ປະຊາຊົນຜູ້ອອກແຮງງານອື່ນໆທຸກຊັ້ນຄົນ. ນັ້ນແມ່ນກົກເຄົ້າຂອງມະຫາສາມັກຄີ”. ນັ້ນກໍ່ແມ່ນພື້ນຖານເພື່ອໃຫ້ປະທານໂຮ່ຈີມິນ ແລະ ພັກກອມມູນິດຫວຽດນາມ ສ້າງຕັ້ງ ແລະ ນຳພາແນວໂຮມປະເທດຊາດຫວຽດນາມ.

ສາມັກຄີທົ່ວປວງຊົນ: ໜ້າທີ່ສຳຄັນອັນດັບໜຶ່ງໃນທຸກຍຸກສະໄໝ

   ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແນວທາງຍຸດທະສາດ, ແມ່ນແຫຼ່ງກຳລັງໜູນພາຍໃນ ແລະ ໃຫ່ຍຫຼວງເພື່ອສ້າງສາ ແລະ ປົກປກັຮັກສາປະເທດຊາດ. ສະມາຄົມສຳພັນທະມິດຕ້ານຈັກກະພັດ ຊື່ງແມ່ນອົງການທຳອິດຂອງແນວໂຮມຊົນຊາດເອກະພາບແຫ່ງຊາດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 18 ພະຈິກປີ 1930, ໂດຍພັກກອມມູນິດຫວຽດນາມ ແລະ ການນຳຫງວຽນອາຍກວັກ ເປັນຜູ້ລິເລີ່ມ ແລະ ນຳພາ, ອັນໄດ້ເປັນຂີດໝາຍພັດທະນາດ້ານຄຸນນະພາບຂອງຂະບວນການສາມັກຄີຮັກຊາດຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນປົກຄອງແລະ ພວກລູກແຫຼ້ງຕີນມື.

   ໂດຍສືບທອດພາລະກິດການປະຕິວັດ, ແນວໂຮມປະເທດຊາດຫວຽດນາມ ໄດ້ເຕົ້າໂຮມປະຊາຊົນທຸກຊັ້ນຄົນ, ບັນດາພັກຝ່າຍຮັກຊາດ ແລະ ບັນດາອົງການກູ້ຊາດ, ສາມັກຄີກັນ, ປຸກລະດົມກຳລັງໃຈທົ່ວປວງຊົນລຸກຮື້ນຂຶ້ນຍາດເອົາສິດອຳນາດການປົກຄອງ ນຳການປະຕິວັດເດືອນສິງຫາ ປີ 1945 ໄປເຖິງໄຊຊະນະ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປະຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ.

  ກ້າວເຂົ້າສູ່ໄລຍະສ້າງສາ ແລະ ພັດທະນາປະເທດຊາດ, ແນວໂຮມປະເທດຊາດຫວຽດນາມ ດ້ວຍລັກສະນະແມ່ນອົງການສຳພັນທະມິດການເມືອງ, ສະຫະພັນສະໝັກໃຈຂອງອົງການການເມືອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງການສັງຄົມ ແລະ ບັນດາສ່ວນບຸກຄົນດີເດັ່ນໃນທຸກຊັ້ນຄົນໃນສັງຄົມ, ທຸກຊົນເຜົ່າ, ສາສະໜາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໄດ້ເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ.

  ບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຊື່ງແນວໂຮມໄດ້ປຸກລະດົມ ໄດ້ປຸກລຸກຈິດໃຈອອກແຮງງານຢ່າງມີຫົວຄິດປະດິດສ້າງຂອງປະຊາຊົນທຸກຊັ້ນຄົນ ເພື່ອເຂົ້າຮ່ວມການພັດທະນາເສດຖະກິດ, ແກ້ໄຂບັນດາບັນຫາສັງຄົມ, ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ. ທ່ານເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ຖືວ່າ:

   ຍາມໃດແນວໂຮມປະເທດຊາດຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບທີ່ໄດ້ລະບຸໄວ້ໃນໂຄງການການເມືອງຂອງພັກ, ລັດຖະທຳມະນູນຂອງລັດ. ເລື່ອງແນວໂຮມປະເທດຊາດຫວຽດນາມ ໄດ້ລະດົມກຳລັງແຮງຂອງທົ່ວປວງຊົນທັງຊາດເພື່ອປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ສ້າງລະບົບການເມືອງໃນທົ່ວປະເທດໃຫ້ໝັ້ນຄົງເຂັ້ມແຂງ ໄດ້ສະແດງໃຫ້ເຫັນບົດບາດອັນໃຫ່ຍຫຼວງຂອງແນວໂຮມປະເທດຊາດຫວຽດນາມ ໃນພາລະກິດພັດທະນາປະເທດຊາດ.

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມດ້ວຍ​ເປົ້າ​ໝາຍກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ - ảnh 2 ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ

 

 ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ

    ໃນສະພາບການໂລກມີບັນດາການຜັນແປອັນສັບສົນນັ້ນ, ປະເທດຊາດຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໜ້າທີ່ສຳຄັນອັນດັບໜຶ່ງຂອງແນວໂຮມປະເທດຊາດຫວຽດນາມ ແມ່ນສືບຕໍ່ເປີດກ້ວາງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ຮັບປະກັນຄວາມເຫັນດີເຫັນພ້ອມໃນການປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ການນຳແນວໂຮມປະເທດຊາດຫວຽດນາມ ກຳນົດວ່າ ຕ້ອງຖືເອົາການສ້າງສາປະເທດຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສິວິໄລ” ເປັນເປົ້າໝາຍທະລຸລ່ວງ, ເປັນຈຸດຄ້າຍຄືກັນ. ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

   ໃນອາຍຸການ 2019 – 2024 ແນວໂຮມປະເທດຊາດແຕ່ລະຂັ້ນຕ້ອງປ່ຽນແປງໃໝ່ຢ່າງແຮງ, ຍົກສູງບົດບາດ, ຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນກ່ວາອີກ ເພື່ອສະແດງໃຫ້ເຫັນວ່າ ນີ້ແມ່ນແຫ່ງເຕົ້າໂຮມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຂົນຂວາຍສົ່ງເສີມປະຊາຊົນນຳໜ້າໃນການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ສ້າງລະບົບການເມືອງຂອງປະເທດຊາດ.. ເອົາໃຈໃສ່ກ່ວາອີກເຖິງວຽກງານການພົວພັນຕ່າງປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເຮັດແນວໃດເພື່ອລະດົມກຳລັງແຮງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 4 ລ້ານ 5 ແສນຄົນ ເພື່ອປະກອບສ່ວນສ້າງສາປະເທດຊາດ, ສ້າງສາບ້ານເກີດເມືອງນອນ.

 ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນໜ້າທີ່ມີລັກສະນະກວມລວມຂອງແນວໂຮມປະເທດຊາດຫວຽດນາມ ໃນທຸກໄລຍະແຫ່ງການພັດທະນາ. ແນວໂຮມປະເທດຊາດຫວຽດນາມ ປະຕິບັດໜ້າທີ່ນີ້ໃຫ້ລຸລ່ວງປດ້ວຍດີນັ້ນ ຈະແມ່ນກຳລັງແຮງພາຍໃນອັນໃຫ່ຍຫຼວງເພື່ອໃຫ້ຫວຽດນາມ ພັດທະນາແບບຍືນຍົງບົນເສັ້ນທາງສ້າງສາ ແລະ ປົກປັກຮັກສາປະເທດຊາດ.

 

           

ຕອບກັບ

ຂ່າວ/ບົດ​ອື່ນ