ແນວໂຮມປະເທດຊາດຫວຽດນາມສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ


(vovworld)- ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດ​ນາມ (18/11) ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ ພວມ​ດຳ​ເນີນ​ຢູ່​ບັນ​ດາ​ເຂດ​ແຄ້ວນຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຢັ້ງ​ຢືນ​ຄວາມ​​ສຳ​ຄັນ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ມະ​ຫາ​ສາ​ມັກ​ຄີ, ນ້ຳ​ໃຈ​ຮັກ​ຊາດ ແລະ ບັນ​ດາ​ຂະ​ບວ​ນ​ການ​ມະ​ຫາ​ສາ​ມັກ​ຄີ ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ປຸກ​ລະ​ດົມ ແລະ ຈັດ​ຕັ້ງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ທູ​ຮ​ວາ ທີ່​ມີ​ຫົວ​ຂໍ້​ວ່າ: ແນວໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວໂຮມປະເທດຊາດຫວຽດນາມສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ
 ແນວ​ໂຮມ​ປະ​ເທດ​ຊາດ
ພາບ:daidoanket

        ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ ປີນີ້ ກໍ​ແມ່ນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 85 ປີ ແຫ່ງວັນ​ມູນ​ເຊື້ອ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ນັບ​ແຕ່​ປີ 1941 ມາ​ຮອດ​ປະ​ຈຸ​ບັນ, ແນວ​ໂຮມ​ປະ​ເທດ​ຊາດ ຍາມ​ໃດ​ກໍ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ສຳ​ຄັນ, ຄວາມ​ສາ​ມັກ​ຄີ ແລະ ເຕົ້​າ​ໂຮມ​ກຳ​ລັງ​ແຮງ, ນ້ຳ​ໃຈ​ຮັກ​ຊາດ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ປົດ​ປ່ອຍ​ຊາດ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ຕິດ​ຕາມກວດ​ກາ ແລະ ໄຈ້​ແຍກ​ຕີ​ລ​າ​ຄາ​ສັງ​ຄົມ

       ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ມີ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ ແມ່ນ​ຂົວ​ຕໍ່​ລະ​ຫວ່າງ​ພັກ, ລັດ ກັບ​ປະ​ຊາ​ຊົນ. ໃນ​ບົດ​ບາດ​ເປັນ​ຂົວ​ຕໍ່​ນັ້ນ, ຄຽງ​ຄູ່​ກັບ​ຂໍ້​ມູນ​ຂ່າວ​ສານ 2 ສົ້ນ, ການ​ຕິດ​ຕາມກວດ​ກາ ແລະ ໄຈ້​ແຍກ​ຕີ​ລາ​ຄາ​ສັງ​ຄົມ ແມ່ນ​ເນື້ອ​ໃນ ຊື່ງ​ແນວ​ໂຮມ​ປະ​ເທດ​ຊາດ ໄດ້​ປະ​ຕິ​ບັດ ແລະ ປະ​ຈຸ​ບັນ ນັບ​ມື້​ນັບປະ​ຕິ​ບັດ​ຫລາຍກວ່າ. ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ການ​ຕິດ​ຕາມກວດ​ກາ​ໝາຍ​ຄວາມ​ວ່າ ແມ່ນ​ຕິດ​ຕາມກວດ​ກາ​ເລື່ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ລັດ, ຂໍ້​ກຳ​ນົດ​ຂອງ​ພັກ, ທ້ອງ​ຖິ່ນ ຄື​ແນວ​ໃດ. ເພື່ອ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ອົງ​ການ ແລະ ປະ​ຊາ​ຊົນ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແນວ​ໂຮມ​ປະ​ເທດ​ຊາດ​ແມ່ນ​ອົງ​ການ​ຕິດ​ຕາມກວດ​ກາ. ການ​​ຕິດ​ຕາມກວດ​ກາ​ແມ່ນ​ປະ​ຕິ​ບັດ​ຕາມ​ຫົວ​ເລື່ອງ ແລະ ມີ​ໂຄງ​ການ​ປະ​ສານ​ສົມ​ທົບ. ແລະ ພາຍ​ຫລັງ​ດຳ​ເນີນ​ການຕິດ​ຕາມກວດ​ກາ, ​ໝາກ​ຜົນ​ທີ່​ໄດ້​ຮັບຕ້ອງຖືກ​ອຳ​ນາດ​ການ​ປົກ​ຄອງຮັບ​ຟັງ ແລະ ຕ້ອງ​ມີ​ຄຳ​ຕອບ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.”

        ນັບ​ແຕ່​ຕົ້ນ​ປີ 2014 ມາ​ຮອດ​ປະ​ຈຸ​ບັນ, ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ສະ​ມ​າ​ຊິກ, ບັນ​ດາ​ກະ​ຊວງ​ຂະ​ແຫນງ​ການ​ສູນ​ກາງ ຜັນ​ຂະ​ຫຍາຍ 8 ໂຄງ​ການ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ປະ​ກັນ​ສຸ​ຂະ​ພາບ, ປະ​ກັນ​ສັງ​ຄົມ​ຢູ​່​ບັນ​ດາ​ວິ​ສາ​ຫະ​ກິດ, ​ການປະ​ຕິ​ບັດ​ຕາມ​ກົດ​ໝາຍ​ໃນ​ການ​ສະ​ຫນອງ ອຸ​ປະ​ກອນກະ​ສິ​ກຳໃຫ້​ຊາວ​ກະ​ສິ​ກອນ, ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຢູ່​ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸກເອ​ກະ​ຊົນ, ແກ້​ໄຂ​ການ​ຮ້ອງ​ທຸ​ກ​ຮ້ອງ​ຟ້ອງ​ຂອງ​ປະ​ຊາ​ຊົນ, ຂະ​ແຫນງ​​ສ່ວຍ​ສາ​ອາ​ກອນ ແລະ ພາ​ສີ​ ປ​ະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ເພື່ອ​ເຊື່ອມ​ໂຍງ, ຫລຸດ​ຜ່ອນ​ເວ​ລາ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮັບ​ໃຊ້​ວິ​ສາ​ຫະ​ກິດ, ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ມະ​ຕິ​ສູນ​ກາງ​ພັກ​ຊຸດ​ທີ 11 ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຕີ​ລາ​ຄາ​ຄວາມ​ພຶງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ກັບ 6 ​ການບໍ​ລິ​ການ​ຂອງ​ລັດ​ຢູ່ 20 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ຕໍ່​ຈາກນັ້ນ, ໃນ​ປີ ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມຈັດ​ຕັ້ງ​ການ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພ​ຫລັກ​ອະ​ນາ​ໄມ​ສະ​ບຽງອາ​ຫານ ພ້ອມ​ທັງ​ສືບ​ຕໍ່​ຕິດ​ຕາມກວດ​ກາ​ການ​ຕີ​ລາ​ຄາ​ຄວາມ​ພຶງ​ພໍ​ໃຈ​ຂອ​ງ​ປະ​ຊາ​ຊົນ ແລະ ຖື​ວ່າ ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ ເພື່ອ​ຕີ​ລາ​ຄາ​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ການ​ຮັບ​ໃຊ້​ຂອງ​ພາກ​ສ່ວນ​ຫນຶ່ງ​ຂອງກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ.

       ຈັດ​ຕັ້ງ​ການ​ແຂ່ງ​ຂັ​ນ​ຮັກ​ຊາດ, ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

       ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ການ​ຄຸ້ມ​ຄອງ​ດ້​ວຍ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ, ໃນ​ໄລ​ຍະ​ສິບ​ປີ​ຜ່ານ​ມາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ການ​ຂົນ​ຂວາຍ, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ໃນ​ທົ່ວ​ປວງ​ຊົນ​, ຮອບ​ດ້ານ ແລະ ມີ​ພະ​ລັງ​ຊີ​ວິດ​ຍາວ​ນານເປັນ​ຫລາຍ​ຄັ້ງ. ແນວ​ໂຮມ​ປະ​ເທດ​ຊາດ ໄດ້​ເຕົ້າ​ໂຮມ​ປະ​ຊາ​ຊົນ​ຜ່ານ​ການ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ”, “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິ​ດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ”, “ວັນ​ເພື່ອ​ຄົນ​ທຸກ​ຍາກ”. ຈາກ​ໝາກ​ຜົນ​ຂອງ​ບັນ​ດາບັ້ນ​ຂົນ​ຂວາຍ​ດັ່ງ​ກ່າວ, ແນວ​ໂຮມ​ປະ​ເທດ​ຊາດ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາບັ້ນ​ຂົນ​ຂວາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ສິ່ງ​ດັ່ງ​ກ່າວ​ເພື່ອ​ເສີມ​ຂ​ະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ ແລະ ມູນ​ເຊື້ອ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດກວ່າ​ອີກ ໃນ​ສະ​ພາບ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ຢ່າງ​ແຮງ​ໃນ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊີ້​ແຈ້ງວ່າ:

        “ບົນ​ພື້ນ​ຖານ​ສະ​ຫລຸບບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ ສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ” ແລະ ການ​ເຂົ້າ​ຮ່ວມ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ ເຂົ້າ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ເຂດ​ຕົວ​ເມືອງ​ສີ​ວິ​ໄລ, ນັບແຕ່​ປີ 2016 ເປັນ​ຕົ້ນ​ໄປ, ແນວ​ໂຮມ​ປະ​ເທດ​ຊາດ ສືບ​ຕໍ່​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ​ໃຫມ່ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ເຂດ​ຕົວ​ເມືອງ​ສີ​ວິ​ໄລ” ສຸມ​ທຸກ​ເນື້ອ​ໃນ​ທີ່​ໄດ້​ປະ​ຕິ​ບັດ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ​ກັບ​ຂະ​ບວນ​ການ ຊື່ງ​ລັດ​ຖ​ະ​ບານ​ປຸກ​ລະ​ດົມ ໃຫ້​ກາຍ​ເປັນ​ບັ້ນ​ຂົນ​ຂວາຍ​ໃຫມ່​ເພື່ອ​ເສີມ​ຂະ​ຫຍາຍ​ໃນ​ແຕ​່​ລະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ຮັບ​ແຕ່​ລະ​ຫນ້າ​ທີ່, ມາດ​ຖານ​ລະ​ອຽດ ໃນ​ເຂດ​ຊົນ​ນະ​ບົດ​ໃຫມ່, ເຂດ​ຕົວ​ເມືອງ​ສີ​ວິ​ໄລ. ນີ້​ຈະ​ແມ່ນບັ້ນ​ຂົນ​ຂວາຍ​ຕົ້ນ​ຕໍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ພ້ອມ​ກັນ​ນັ້ນ ແນວ​ໂຮມ​ປະ​ເທດ​ຊາດສືບ​ຕໍ່​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິ​ນ​ຄ້າ ຫວຽດ​ນາມ” ດ້ວຍບັນ​ດາເນື້ອ​ໃນ​ເໝາະ​ສົມ​ກັບ​ໄລ​ຍະ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້​ນັບ​ສູງ. ແນວ​ໂຮມ​ປະ​ເທດ​ຊາດ ກໍ​ມຸ່ງ​ໄປ​ເຖິງ​ບັນ​ດາບັ້ນ​ຂົນ​ຂວາຍ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ດິດ​ຄິດສ້າງ​ຂອງ ຄົນ​ງານ ຫວຽດ​ນາມ 55 ລ້ານ​ຄົນ ປະ​ຈຸ​ບັນ, ຈຸດ​ໝາຍ​ແມ່ນ​ເຮັດ​ໃຫ້​ກຳ​ລັງ​ຄວາມ​ສາ​ມາດ​  ປະ​ດ​ິດ​​ຄິດສ້າງ​ຂອງ​ຊາວ​ຫວຽດ​ນາມ ກາຍ​ເປັນ​ກຳ​ລັງ​ແຮງ​ສຳ​ຄັນ​ທີ່​ສຸດ​ເພື່ອ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ