ແຜນຮ່າງອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ : ສອດຄ່ອງກັບເງື່ອນໄຂເສດຖະກິດ-ສັງຄົມ ພິເສດສະເພາະ.


ໃນຊຸມມື້ທີ່ຈະມາເຖິງ, ລັດຖະບານ​ຫວຽດນາມ​ຈະລາ​ຍງານແຜນຮ່າງ ອຳນາດການປົກຄອງ ຕົວເມືອງນະຄອນໂຮ່ຈິມິນຕໍ່ກົມ​ການ​ເມືອງ, ກ່ອນ​ທີ່​ຈະ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ​ຮັບຮອງ​ເອົາ. ຕາມ​ແຜນ​ຮ່າງ​ນີ້, ຮູບ​ແບບອຳນາດການປົກຄອງຕົວເມືອງ ຊຶ່ງນະຄອນໂຮ່ຈິມິນ ນຳສະເໜີນັ້ນ, ແມ່ນ ສາມາດແກ້ໄຂ​ໄດ້​ບັນດາ​ບັນຫາ​ໃຫຍ່, ແກ້ໄຂໄດ້ຈຸດອ່ອນກ່ຽວກັບການຄຸ້ມຄອງ ແລະ ພັດທະນາຕົວເມືອງຄືຮູບແບບການຈັດຕັ້ງຄືໃນປະຈຸບັນ. ເພາະສະນັ້ນ, ແຜນຮ່າງນີ້ໄດ້ຮັບຖືວ່າ ແມ່ນໄມ້ງັດເພື່ອໃຫ້ນະຄອນໂຮ່ຈິມິນພັດທະນາ.

ແຜນຮ່າງອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ : ສອດຄ່ອງກັບເງື່ອນໄຂເສດຖະກິດ-ສັງຄົມ ພິເສດສະເພາະ. - ảnh 1
ນະຄອນໂຮ່ຈິມິນ   (ພາບ : baothanhnien)


   ຜ່ານພຶດຕິກຳຕົວຈິງຢູ່ນະຄອນໂຮ່ຈິມິນ, ຮູບແບບການຈັດຕັ້ງສະພາປະຊາຊົນ ແລະ ຄະນະ ກຳມະການປະຊາຊົນ ຕາມກົດໝາຍປະຈຸບັນ ແມ່ນຍັງບໍ່ທັນມີການ ແບ່ງກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ​ຢູ່​ຕົວ​ເມືອງ​ກັບ​ຊົນນະບົດ. ​ໂດຍພື້ນຖານ​ແລ້ວ, ສິດ​ອຳນາດ, ຮູບ​ແບບການຈັດ​ຕັ້ງອຳນາດການປົກຄອງ ຢູ່ຕົວເມືອງ ​ແລະ ຊົນນະບົດ​ທີ່ນະຄອນໂຮ່ຈິມິນ ​ແມ່ນ​ບໍ່​ແຕກ​ຕ່າງ​ກັນ. ການຈັດ​ຕັ້ງອຳນາດການປົກຄອງ​ເມືອງ, ຕາ​ແສງ​ໃນ​ບໍລິ​ເວນ​ນະຄອນ​ແມ່ນ​ບໍ່​ແທດ​ເໝາະ​ກັບ​ໜ້າທີ່ຄຸ້ມ​ຄອງວົງ​ຄະນະ​ຍາດ​ຕົວ​ເມືອງ, ພ້ອມ​ກັນ​ນັ້ນ ຮູບ​ແບບການຈັດ​ຕັ້ງອຳນາດການປົກຄອງຂັ້ນ​ຕ່າງໆ​ໃນ​ປະຈຸ​ບັນ​ຢູ່ນະຄອນໂຮ່ຈິມິນ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະ​ນະຂາດ​ຄວາມ​ຄົບ​ຊຸດ, ຍັງ​ບໍ່​ທັນ​ອີງ​ໃສ່​ຈຸດ​ພິ​ເສດສະ​ເພາະ​ຂອງ​ຕົວ​ເມື​ອງ.

    ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ກົງຈັກ​ເພື່ອ​ສອດຄ່ອງ​ກັບ​ທ່າ​ອຽງ​ພັດທະນາ

ຕາມ​ແຜນ​ຮ່າງ​ແລ້ວ, ອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ ​ແມ່ນ​ຮູບ​ການອຳນາດ ການປົກຄອງທ້ອງ​ຖິ່ນ​ຢູ່​ເຂດ​ຕົວ​ເມືອງ​ພິ​ເສດ, ຖືກ​ຈັດ​ຕັ້ງ​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ພັດທະນາ ​ແລະ ລັກສະນະ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ແຕ່​ລະ​ບໍລິ​ເວນ. ອຳນາດການປົກຄອງ ນະຄອນໂຮ່ຈິມິນ ມີສະພາ ປະຊາຊົນ ແລະ ຄະນະກຳມະການປະຊາຊົນ ຖືກ​ຈັດ​ຕັ້ງ​ເປັນ 2 ຂັ້ນ (ຕາມ​ຂໍ້​ກຳນົດ​ປະຈຸ​ບັນ​ແມ່ນ 3 ຂັ້ນ ) ລວ​ມມີ​ຂັ້ນ​ນະຄອນ​ຂຶ້ນ​ກັບ​ສູນ​ກາງ ​ແລະ ຂັ້ນ​ຮາກ​ຖານ.

   ສະ​ເພາະ 13 ​ເມືອງ​ພາຍ​ໃນ​ນະຄອນ ບໍ່​ຈັດ​ຕັ້ງ​ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ, ​ແລະ ຢູ່​ທີ່​ນັ້ນ ມີ​ພຽງ​ແຕ່​ອົງການ​ຕາງໜ້າ​ບໍລິຫານ​ຂອງ​ຂັ້ນ​ເທິງ. ພາຍຫຼັງຈັດ​ຕັ້ງ 4 ນະຄອນ​ໃໝ່, ​ເນື້ອ​ທີ່​ຍັງ​ເຫຼືອ​ຂອງ​ເຂດ​ຊົນນະບົດ​ແມ່ນ​ກ່ວາ 1.300 ຕາລາງ​ກິ​ໂລ​ແມດ ຈະ​ຈັດ​ຕັ້ງ​ເປັນ​ບັນດາ​ຕາ​ແສງ, ​ເທດສະບານ​ເມືອງ ​ໂດຍ​ມີ​ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ, ທຽບ​ເທົ່າ​ກັບ​ອຳນາດ​ການ​ປົກຄອງ 4 ນະຄອນ​ອ້ອມ​ຂ້າງ.

   ຖ້າ​ຫາກ​ແຜນ​ຮ່າງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ສິ່ງ​ທີ່​ເຫັນ​ໄດ້​ຢ່າງງ່າຍ​ດາຍນັ້ນ ​ແມ່ນ​ກົງຈັກ​ກະທັດ​ລັດ​ໃນ​ລະດັບ​ສູງ​ສຸດ, ການ​ປະຕິ​ຮູບ​ບໍລິຫານ​ຈະ​ເຖິງ​ຖອງ​ກ່ວາ, ຈຳກັດ​ປະກົດ​ການ​ທີ່​ສຳ​ເນົາ​ເອກະສານ​ຊຸດ​ໜຶ່ງ​ຕ້ອງ​ຜ່ານ​ຫຼາຍ​ຂັ້ນ​ຄື​ປະຈຸ​ບັນ. ທ່ານ​ນາງ ຫງວຽນ​ທິກ​ວຽດ​ເຕີມ, ຮອງ​ເລຂາ​ຄະນະ​ພັກ, ປະທານ​ສະພາປະຊາຊົນ ນະຄອນໂຮ່ຈິມິນ​ໃຫ້​ຮູ້​ວ່າ :

   “ ​ເມື່ອ​ປະຊາຊົນ​ມາ​ເຮັດ​ວຽກ​ກັບອຳນາດການປົກຄອງ, ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ດຽວ​ເທົ່າ​ນັ້ນ, ຫາກ​ບໍ່​ແມ່ນ​ຍືນ​ເອກະສາ​ນຂໍ​ຄຳ​ເຫັນ​ຈາກ​ແຕ່ລະ​ຂັ້ນ. ບໍ່​​ຄື​ກັບປະຈຸ​ບັນ​, ​ປະຊາຊົນ​ຕ້ອງ​ຍືນ​ສະ​ເໜີ​ຕໍ່ອຳນາດການປົກຄອງ 3 ຂັ້ນ, ຈາກ​ຕາ​ແສງ, ຂຶ້ນ​ຮອດ​ຂັ້ນ​ເມືອງ ​ແລະ ນະຄອນ, ​ເຂົາ​ເຈົ້າ​ຕ້ອງ​ລໍຖ້າ​ເປັນ​ເວລາ​ດົນ​ນານ. ປະຈຸ​ບັນ, ອຳນາດການປົກຄອງຂັ້ນ​ດຽວ, ມີອົງການຕາງໜ້າ, ມາ​​ເຮັດ​ວຽກກັບ​ອົງການ​ຕາງໜ້າ​ແລ້ວ ກໍ​ຖື​ວ່າອຳນາດການປົກຄອງ​ໄດ້​ຮັບ​ແກ້​ໄຂ​ແລ້ວ ”

    ນະຄອນໂຮ່ຈິມິນສະ​ເໜີ​ຂູ​ນກາງ ຈົ່ງ​​ເອົາ​ໃຈ​ໃສ່​ເຖິງ​ການແບ່ງ​ຂັ້ນ​ເພື່ອ​ເພີ່ມ​ທະວີ​ລັກສະນະ​ເປັນ​ເຈົ້າຕົນ​ເອງ, ຮັບຜິດຊອບ​ເອງ​ໃນ​ຂອບ​ເຂດ​ສິດ​ອຳນາດ​ດ້ວຍ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິບັດ​ການ​ພັດທະນາ​ຕົວ​ເມືອງ. ນະຄອນໂຮ່ຈິມິນສະ​ເໜີ​ຂູ​ນກາງ ຈົ່ງຈັດ​ແບ່ງ​ສິດ​ອຳນາດ​ໃຫ້​ນະຄອນ​ຄື : ສິດ​ຄຸ້ມ​ຄອງ​ການ​ເງິນ​ສ່ວນ​ລວມ, ປະກາດ​ໃຊ້​ບາງ​ເອກະສານ​ນິຕິ​ກຳ, ຈັດ​ຕັ້ງ​ບຸກຄະລາ​ກອນ​ໃນ​ຂົງ​ເຂດ​ວາງ​ແຜນຜັງ, ​ແຜນ​ການ​ ​ແລະ ການ​ລົງທຶນ; ​ແບ່ງ​ຂັ້ນ​​ໃນ​ຂົງ​ເຂດ​ແກ້​ໄຂ​ການລະ​ເມີດ​ລະບຽບ​ການ​ບໍລິຫານ.  ທ່ານ ຫງວຽນ​ຢີທັງ ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າງ​ທົດ​ລອງແຜນຮ່າງຮູບ​ແບບການຈັດ​ຕັ້ງອຳນາດການປົກຄອງຕົວເມືອງ ​ໃຫ້​ຮູ້​ວ່າ :​

    “ ບັນດາ​ບັນຫາ​ຈັດແບ່ງ​ຂັ້ນ ກຳນົດ​ແຈ້ງ​ວຽກ​ງານ​ໃດ​ແມ່ນ​ຂອງ​ສູນ​ກາງ ​ແລະ ວຽກ​ງານ​ໃດ​ທີ່​ສູນ​ກາງ ​ແລະ ທ້ອງ​ຖິ່ນພ້ອມ​ກັນ​ປະຕິບັດ ຫຼື​ວ່າ ສູນ​ກາງ​ມອບ​ກຳມະສິດ​ໃຫ້​ແກ່​ທ້ອງ​ຖິ່ນ. ທ້ອງ​ຖິ່ນ​ມີ​ສິດ​ຫຍັງ​ເປັນ​ສະ​ເພາະ​ຂອງ​ຕົນ​ບົນ​ພື້ນຖານ​ທຸກໆ​ດ້ານ​ຄື ການ​ເງິນ, ງົບປະ​ມານ, ​ເສດຖະກິດ, ການ​ລົງທຶນ, ວັດທະນະທຳ​ສັງ​ຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ... ສິ່ງ​ນີ້​ແມ່ນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ ອຳນາດການປົກຄອງ​ໃຫ້​ສົມ​ເຫດ​ສົມ​ຜົນ, ຮັບປະກັນ​ ຕ້ອງ​ເຮັດ​ແຈ້ງວ່າ ປະຊາຊົນ​ຕ້ອງການ​ຫຍັງ ​ແລະ ອຳນາດ​ການ​ປົກຄອງ​ຕ້ອງ​ເຮັດ​ຫຍັງ, ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ, ທະລຸ​ລົງ​ຂອງ​ພື້ນຖານ​ການ​ບໍລິຫານ ”

   ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແມ່ນ​ສິ່ງ​ສຳຄັນ​ກ່ວາ​ໝູ່.

  ຕາມ​ແຜນ​ຮ່າງ​ແລ້ວ, ​ເພາະ 13 ​ເມືອງ​ເກົ່າ​ຢູ່ພາຍ​ໃນນະຄອນໂຮ່ຈິມິນ ບໍ່​ຈັດ​ຕັ້ງ ສະພາປະຊາຊົນ, ດັ່ງ​ນັ້ນ​ທາງ​ນະຄອນ​ໄດ້​ສະ​ເໜີ​ສູນ​ກາງ​ອະນຸຍາດ​ເພີ່ມ​ຈຳນວນ​ສະມາຊິກ ສະພາປະຊາຊົນນະຄອນ ຈາກ 95 ຄົນ​ຂຶ້ນ​ເປັນ 200 ຄົນ. ຂໍ້​ສະ​ເໜີ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັດ​ບາດ​ປະຊາທິປະ​ໄຕ​ເປ​ປັນ​ຜູ້ຕາງໜ້າ​ຂອງ​ປະຊາຊົນ ​ແລະ ບົດບາດ​ຕິດຕາມ​ກວດກາ​ຂອງ ສະພາປະຊາຊົນຢູ່​ບໍລິ​ເວນ​ບໍ່​ຈັດ​ຕັ້ງ ສະພາປະຊາຊົນ.

   ພ້ອມ​ກັນ​ນັ້ນ, ການ​ກໍ່ສ້າງອຳນາດການປົກຄອງຕົວເມືອງ​ແມ່ນ​ຕ້ອງ​ຖືກຕ້ອງ​ກັບ​ທາດ​ແທ້​ຂອງ ອຳນາດການປົກຄອງຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ​ເພາະສະ​ນັ້ນ, ​ໃນ​ວິວັດ​ການ​ປະຕິບັດ, ​ແຜນ​ຮ່າງ​ຄວນ​​ເອົາ​ໃຈ​ໃສ່ກໍ່ສ້າງ ອຳນາດການປົກຄອງຂັ້ນ​ຮາກ​ຖານ ຊຶ່ງ​ແມ່ນ​ບ່ອນ​ໃກ້ຊິດ​ກັບ​ປະຊາຊົນ​ທີ່​ສຸດ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃຫ້​ດີ​ກ່ວາ.

   ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ຕົວ​ເມືອງ​ພິ​ເສດ, ມີ​ທີ່​ຕັ້ງ​ສຳຄັນ​ສຳລັບ​ເຂດ​ພາກ​ໃຕ້ ​ແລະ ທົ່ວ​ປະ​ເທດ, ດັ່ງ​ນັ້ນ​ການຈັດ​ຕັ້ງ ອຳນາດການປົກຄອງຕົວເມືອງ ​ແມ່ນ​ສອດຄ່ອງ​ກັບ​ທ່າ​ອຽງ​ລວມຂອງ​ຍຸກ​ສະ​ໄໝ ​ແມ່ນ​ບາດກ້າວ​​ເດີນ​ທີ່​ສຳຄັນ. ​ແຜນ​ຮ່າງ​ນີ້ ​ເມື່ອ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ​ນັ້ນ, ຈະ​ສ້າງ​ທ່ວງທ່າ​ໃຫ້​ນະຄອນ​ພັດທະນາ​ໄວ, ປັບປຸງ​ບັນດາ​ພື້ນຖານ​ຈຳ​ເປັນ​ໃຫ້​ແກ່ ອຳນາດການ ປົກຄອງຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນຢ່າງ​ແທ້​ຈິງ .

ຕອບກັບ

ຂ່າວ/ບົດ​ອື່ນ