ໂຄງການ 10 ປີແຫ່ງການເຄື່ອນໄຫວເພື່ອຄົນທຸກຍາກ

ໂຄງການ 10 ປີແຫ່ງການເຄື່ອນໄຫວເພື່ອຄົນທຸກຍາກ - ảnh 1
ລາຍການ  “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່-​ເພື່ອ​ຄົນ​ທຸກ​ຍາກ ”
(ພາບ: baomoi.com)

    ກ່ວາ 10 ປີ​ທີ່​ຜ່ານ​ມາ, ບັ້ນຂົນຂວາຍ “​ວັນເພື່ອຄົນ​ທຸກ​ຍາກ” ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ສຸດ​ໃຈ​ຈາກ​ທົ່ວ​ສັງຄົມ. ​ໂດຍ​ຜ່ານ​ໂຄງການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່” ​ມາ​ຮອດ​ປະຈຸ​ບັນ ທົ່ວ​ປະ​ເທດ​ຂົນຂວາຍ​ການ​ແຜ່​ບໍລິຈາກ​ເງິນ​ໄດ້​ກ່ວາ 20​.000 ຕື້​ດົງ, ອັນ​ໄດ້​ຊ່ວຍ​ຄອບຄົວ​ທຸກ​ຍາກນັບ​ລ້ານຄອບຄົວ​ມີ​ເຮືອນ​ຢູ່, ຜູ້​ທຸກ​ຍາກ​ນັບ​ລ້ານ​ຄົນ​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ມີ​ກິດຈະກຳ​ສະຫວັດດີການ​ສັງຄົມ ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງແນ​ໃສ່​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ.    
        ກ່ວາ 10 ປີ​ທີ່​ຜ່ານ​ມາ, ຈາກບັ້ນຂົນຂວາຍ “​ວັນເພື່ອຄົນ​ທຸກ​ຍາກ” ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມປຸກລະດົມ​ນັ້ນ, ມີ​ເຮືອນ​ແຫ່ງ​ສາຍ​ຈິດ​ສາຍ​ໃຈ, ​ເຮືອນ​ແຫ່ງ​ມະຫາ​ສາມັກຄີ​ນັບ​ລ້ານ​ຫຼັງ​ທີ່​ສະຫງວນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ໄດ້​ຮັບ​ການ​ປຸກ​ສ້າງ, ຄອບຄົວ​ທຸກ​ຍາກ​ນັບ​ແສນ​ຄອບ​ຄົວ ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກດ້ວຍ​ແຫຼ່ງທຶນ​ໜູນ​ຊ່ວຍ​ໂດຍ​ເລີ່​ມຈາກ​ນ້ຳ​ໃຈ​ມາດຕາ​ປານີ​ຂອງ​ວົງ​ຄະນະ​ຍາດ. ບັ້ນຂົນຂວາຍ “​ວັນເພື່ອຄົນ​ທຸກ​ຍາກ” ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກ້ວາ​ງຂວາງຈາກ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ວິ​ສາ​ຫະກິດ, ນັບ​ທັງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. ຈາກ​ແຫຼ່ງກຳລັງ​ສະໜັບສະໜູນ​ນີ້, ຄົນ​ທຸກ​ຍາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ກ່ຽວ​ກັບ​ເຮືອນ​ຢູ່, ໜູນ​ຊ່ວຍ​ທຳ​ການການ​ຜະລິດ, ພວກ​ເດ​ັກ​ໄດ້​ໄປ​ໂຮງຮຽນ, ​ໄດ້​ຮັບ​ການ​ປິ່ນປົວ​ພະຍາດ, ​ໄດ້​ຮັບ​ຂອງ​ຂວັນ​ໃນ​ຍາມ​ບຸນປີ​ໃໝ່​ປະຈຳ​ຊາດ ຫຼື​ໃນ​ເວລາ​ປະສົບ​ຄວາມ​ຫຍຸ້ງຍາກ, ຮັບເຄາະ​ຮ້າຍ......ຈາກບັ້ນຂົນຂວາຍ “​ວັນເພື່ອຄົນ​ທຸກ​ຍາກ”, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ອຳ​ນາດ​ການ​ປົກຄອງ​ແຂວງ​ຕ່າງ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຊາຍ​ແດນ ຫຼື​ບັນດາ​ແຂວງ ຮັບຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ເປັນ​ປະຈຳ, ລ້ວນ​ແຕ່​ມີ​ໂຄງການ​​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງເພື່ອ ຊ່ວຍຜູ້​ທຸກ​ຍາກ​ນັບ​ລ້ານ​ເທື່ອ​ຄົນ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ ​ແລະ ສູ້​ຊົນ​ບືນຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ອຶດຫິວ​ທຸກ​ຍາກ, ສ້າງ​ການ​ດຳລົງ​ຊີວິດ​ເປັນ​ປົກກະຕິ. ທ່ານ ຊຸ່ງອາ​ວ່າງ ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ອຽນ​ບ໋າ​ຍ ຖື​ວ່າ :  “ ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ການ​ປະກອບສ່ວນ​ສຳຄັນ​ທີ່​ສຸດ, ຊຶ່ງ​ໄດ້​ປະກອບ​ເຫື່ອ​ແຮງ​ປຸກ​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ, ອັນ​ໄດ້​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ປະຊາຊ​ົນ ​ແລະ​ ສາມາດ​ປຸກລະດົມ​ກຳລັງ​ແຮງ​ສັງ​ລວ​ມຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ​ ໃນ​ເຂດ​ຊຸມ​ຊົນ​ ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ຄອບຄົວ​ທີ່​ມີ​ຄຸນງາມ ຄວາມດີຕໍ່​ການ​ປະຕິວັດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ເມື່ອ​ປະຊາຊົນ​ໄດ້​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ແລ້ວ, ກໍ່​ລົງທຶນ​ກໍ່ສ້າງ​ທາງ​ຄົມມະ​ນາ​ຄົມ, ຫໍ​ວັດທະນະທຳ, ​ໂຮງຮຽນ, ​ໂຮງ ໝໍ.”
    ​ໂດຍ​ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸມາໄດ້ຈາກບັ້ນຂົນຂວາຍ “​ວັນເພື່ອ ຄົນ​ທຸກ​ຍາກ”, ໃນຊຸມປີທີ່ ຜ່ານມາ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມໄດ້ສົມທົບກັບບັນດາອົງການສະມາຊິກ ແລະ ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນຕ່າງໆ ປະຕິບັ້ນບັ້ນຂົນຂວາຍດ້ວຍຫຼາຍຮູບແບບ ແລະ ມາດຕະການ ຢ່າງມີ ຫົວຄິດ ປະດິດສ້າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເບິ່ງແຍງດູແລໃຫ້ ແກ່ຄອບຄົວທຸກຍາກໃນບໍລິເວນທົ່ວ​ປະ​ເທດ. ​ໃນ​ຂະ​ບວນວິວັດ​ປະຕິບັດ​ບັ້ນ​ຂົນຂວາຍ, ມີ​ຫຼາຍ​ທ້ອງ​ຖິ່ນ, ອົງການສະມາຊິກ, ວິ​ສາ​ຫະກິດ, ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ສ່ວນ​ບຸກຄົນ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ຊຶ່ງ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ ນະຄອນ​ໂຮ​ຈິ​ມິນ ປະກອບ​ເງິນ 450 ຕື້​ດົງ, ນະຄອນຫຼວງ​ຮ່າ​ໂນ້ຍ 300 ຕື້​ກ່ວາ​ດົງ, ນະຄອນ​ຫາຍ​ຟ່ອງ 372 ຕື້​ດົງ, ກຸ່ມບໍລິສັດ​ນ້ຳມັນ​ອາຍ​ແກັສ ຫວຽດນາມ 600 ຕື້​ດົງ. ບໍ່​ພຽງ​ແຕ່​ສະໜັບສະໜູນ​ຊວ່ຍ​ເຫຼືອ​ເງິນ​ເທົ່າ​ນັ້ນ, ມີ​ຫຼາຍ​ໝູ່​ຄະນະ, ສ່ວນ​ບຸກຄົນ​ໄດ້​ສະໜັບສະໜູນ​ຊ່ວຍ​ເຫຼືອ​ດ້ວຍ​ຜະລິດ​ຕະພັນ ​ເພື່ອ​ນຳ​ໄປ​ຂາຍ​ປະມູນ​ໃນ​ລາຍການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່” ດ້ວຍ​ຍອດ​ມຸນ​ຄ່າ​ຂຶ້ນ​ເຖິງ​ນັບ​ຮ້ອຍ​ຕື້​ດົງ. ທ່ານ​ດອກ​ເຕີ ເລງ​ອກຢຸ້ງ ປະທານ​ສະມາຄົມ​ເຄື່ອງ​ສິລະ​ປະ​ເອ້​ຢ້ອງຫີນ​ປະ​ເສີດ ຫວຽດ ນາມ​​​ໃຫ້​ຮູ​້ວ່າ : “ສະມາຄົມ​ເຄື່ອງ​ສິລະ​ປະ​ເອ້​ຢ້ອງຫີນ​ປະ​ເສີດ ຫວຽດນາມ ຜັນ​ຂະຫຍາຍ​ການ​ສະໜັບສະໜູນໂຄງການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່”ຢ່າງ​ກ້ວາງ​ຂວາງ ​ໃນ​ທົ່ວ​ລະບົບ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນດາ​ຜະລິດ​ຕະພັນ. ທາງ​ດ້ານ​ມູນ​ຄ່າ​ຂອງ​​​​ຜະລິດ​ຕະພັນ​ກໍ່​ຢູ່​ໃນ​ລະດັບ​ໃດ​ໜຶ່ງ, ​ແຕ່​ຄວາມ​ໝາຍ​ທາງດ້ານ​ຈິດ​ໃຈ ​ແລະ ຄຸນຄ່າທາງ​ດ້ານ​ວັດທະນະທຳ​ສິລະ​ປະ​ຂອງ​ຜະລິດ​ຕະພັນ ​ແມ່ນ​ບັນລຸ​ຍອດ​ສູງ”

   ທ່ານ​ປະທານ ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ     ຮີ​ງດາມຖື​ວ່າ ປະສິດທິ​ຜົນ​ທີ່ ໂຄງການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່”​​ເພື່ອ​ຄົນ​ທຸກ​ຍາກ​ນຳ​ມາ​ໃຫ້​ພວກ​ເຮົາ​ໃນ 10 ປີ​ທີ່​ຜ່ານ​ມາ ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ, ບໍ່​ພຽງ​ແຕ່​ຖືກ​ສະ​ແດງ​ອອກ​ຜ່ານ​ຈຳນວນ​ເງິນ​ປະກອບ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ປຸກລຸກ​ມູນ​ເຊື້ອ​​ໂອບອ້ອມ​ອາລີ ອູ້ມ​ຊູ່​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນຂອງ​ຊາດ​ຫວຽດນາມ​ອີກ​ດ້ວຍ. ທ່ານ​ຢືນຢັນ​ວ່າ : ໂຄງການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່”​ບໍ່​ພຽງ​ແຕ່​ແມ່ນ​ໂຄງການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ, ສັງຄົມ, ​ແລ​ະ ວັດທະນະທຳ​ມະນຸດ​ຢ່າ​ງ​ເລິກ​ເຊີ່ງ​ອີກ​ດ້ວຍ​. ທ່ານ ຮີ​ງດາມ ​ເວົ້າ​ວ່າ:  “ ນີ້​ແມ່ນບັ້ນ​ຂົນ​ຂວາ​ຍ​ໃຫຍ່ ມີ​ລັກສະນະ​ທົ່ວ​ປວງ​ຊົນ​ຮອບດ້ານ. ມັນ​ຖືກ​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ ​ແລະ​ໄດ້​ສ້າງ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ. ໂຄງການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່”​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ທັງ​ລະບົບ​ການ​ເມືອງ​ຫວຽດນາມ. ສິ່ງ​ທີ່​ສຳຄັນ​ຍິ່ງ​ຂອງ​ແນວ​ໂຮມ ​ແມ່ນ​ສາມາດ​ສ້າງ​ໃຫ້​ມີ​ກາ​ນຫັນປ່ຽນ​ໃນ​ທົ່ວ​ທັງ​ລະບົບ​ການ​ເມືອງ ​ແລະ ປຸກລຸກ​ທົ່ວ​ສັງຄົມ​ເອົາ​ໃຈ​ໃສ່​ເຖິງ​ຄົນ​ທຸກ​ຍາກ. ນີ້​​ແມ່ນ​ໄມ້​ວັດ​ແທກ​ເພື່ອ​ປະຕິບັດ​ແນວ​ຄິດ, ​ແບບຢ່າງຄຸນສົມບັດຂອງ​ລຸງ​ໂຮ່ທີ່​ມີ​ຕໍ​ຄົນ​ທຸກ​ຍາກ”
    ພຽງ​ແຕ່​ໃນ​ຄ່ຳ​ຄືນ​ລາຍການ  “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່-​ເພື່ອ​ຄົນ​ທຸກ​ຍາກ ” ຄັ້ງ​ທີ່ 10 ຊຶ່ງ​ຫາ​ກໍ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ໃນ​ເວລາ​ທີ່​ຜ່ານ​ມາ​, ​ສາມາດ​ເກັບ​ເງິນ​ຊ່ວຍ​ເຫຼືອໄດ້​ 6500 ຕື້​ກ່ວາ​ດົງ​ຈາກ​ບັນດາ​ນັກ​ອຸປະ​ຖຳ, ບັນດາ​ຜູ້​ມີ​ນ້ຳ​ໃຈ​ໂອ​ບອ້ອມອາລີທີ່​ສະຫງວນ​ໃຫ້​ແກ່​ຜູ້​ທຸກ​ຍາກ. ​ໃນ​ນັ້ນມີ 1152ຕື້​ດົງ ສະໜັບສະໜູນ​ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ, 5300 ຕື້​ກ່ວາ​ດົງ ​ແມ່ນ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມ. ດ້ວຍ​ແຫຼ່ງທຶນ​ນີ້, ບັນດາ​ທ້ອງ​ຖິ່ນ​ຈະ​ປຸກ​ສ້າງ ສ້ອມ​ແປງ​ເຮືອນ​ເກືອບ 74000ຫຼັງ​ໃຫ້​ແກ່​ຄອບຄົວທຸກ​ຍາກ, ​ເບິ່ງ​ແຍງ​ດູ​ແລ​, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ຜູ້​ທຸກ​ຍາກ​ນັບ​ລ້ານ​ຄົນ, ກໍ່ສ້າງ​ທາງ, ​ໂຮງຮຽນ, ສຸກສາລາ.......ຜ່ານ​ນັ້ນ, ກໍ່​ສາ​ມາດ​ຢັ້ງຢືນ​ໄດ້​ວ່າ ໂຄງການ “​ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່-​ເພື່ອ​ຄົນ​ທຸກ​ຍາກ ” ​ໄດ້ ​ແລະ ພວມ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ບັ້ນ​ຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ” ເຊື່ອມ​ຕໍ່​ອ້ອມ​ແຂນ​ໃຫຍ່​ເພື່ອ​​ເສີມ​ຂະ​ຫຍາ​ຍມູນ​ເຊື້ອ​ຮັກ​ແພງ​ມະນຸດ​ດ້ວຍ​ກັນ​ຂອງ​ຊາດ​ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ