ໂຄງການຈຸດໝາຍແຫ່ງຊາດຮັບປະກັນຊີວິດສັງຄົມ

(vovworld)- ໃນ​ສະພາບ​ເສດຖະກິດ​ພວມ​ປະສົບ​ກັບ​ຄວາມຫຍຸ້ງຍາກ ​ແຕ່​ຫວຽດນາມ ຍັງ​ຄົງສາມາດຫລຸດຜ່ອນ​ອັດຕາ​ຄວາມທຸກ​ຍາກ​ອຶດ​ຫິວລົງ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ໄດ້. ນີ້​ແມ່ນ​ໝາກຜົນ​ບໍ່​​ແມ່ນຫນ້ອຍ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຊື່​ງ​ໄດ້​ຮັບ​ການ​ປະຕິບັດ​ໃນ 3 ປີຜ່ານມາ. ​ເມື່ອ​ຕີ​ລາຄາ ກ່ຽວ​ກັບ​ໝາກຜົນ​ດັ່ງກ່າວ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄຫມ​ສາມັນເທື່ອ​ທີ 6 ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ໄດ້ຮັບ​ຮູ້​ປະສິດທິ​ຜົນ​ຢ່າງ​ຕັ້ງຫນ້າ​ຂອງ​ບັນດາ​ໂຄງການ ພ້ອມ​ທັງ​ຖື​ວ່າ​: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຄວນ​​ໃຫ້ບຸລິມະສິດ​​ແກ່ການ​ລົງທຶນ​ໃຫ້​ແກ່​ບາງ​ໂຄງການ​ຈຸດ​ສຸມດ້ວຍ​ການ​ສຸມ​ກຳລັງສູງ​ກວ່າ.

        ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຊ່ວຍ​ ຫວຽດນາມ ຮັບປະກັນ​ຊີວິດ​ສັງຄົມ

        ປະຈຸ​ບັນ ຫວຽດນາມ ມີ 16 ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຢູ່​ໃນ​ຫລາຍ​ຂົງ​ເຂດ. ​ໃນ 3 ປີຜ່ານມາ, ນັບ​ແຕ່​ປີ 2011-2013, ຍອດ​ງົບປະມານ​ແຫ່ງ​ລັດ ​ແລະ ​ແຫ​ລ່ງທຶນ ODA ທີ່ຈັດ​ແບ່ງ​​ໃຫ​້ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ບັນລຸ​ປະມານ ກວ່າ 80.200 ຕື້​ດົ່ງ, ​ເທົ່າ​ກັບ 33% ​ແຜນການ​​ຂອງ​ໄລຍະ 2011-2015. ບັນດາ​ໂຄງການ​ດັ່ງກ່າວ​ໄດ້​ຊ່ວຍ​​ໃຫ້​ຫວຽດນາມ ປະຕິບັດ​ຫລາຍ​ຈຸດໝາຍ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຈຸດໝາຍ​ສະຫັດ​ສະ​ວັດ, ສ້າງ​ເງື່ອນ​ໄຂ​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປ​ະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ເມື່ອ​ຕີ​ລາຄາ​​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ສສຊ ​ແຂວງ ບັກ​ນີງ ຮັບ​ຮູ້​ວ່າ:

        “ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 3 ປີຜ່ານມາ​ແມ່ນ​ດີ​ພໍ​ສົມຄວນ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ຍາມ​​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ. ​ເຖິງ​ວ່າ ​ເສດຖະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, GDP ຫລຸດ​ລົງ​ກໍ​ຕາມ, ​​ແຕ່​ການ​ລົງ​ທຶນ​​ໃຫ້​ແກ່​ຂົງ​ເຂດຮັບປະກັນ​ຊີວິດ​ສັງ​ຄົມ​ຍັງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ​ໄດ້​ຮັບ​ການ​ປົວ​ແປງ​ແລ້ວ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກໃນ​ແຕ່ລະ​ປີ​ກໍ​ຫລຸດ​ລົງ, ພິ​ເສດ​ບັນດາ​ເມືອງທຸກ​ຍາກ​ແມ່ນຫລຸດ​ລົງ​ໃນ​ລະດັບ​ສູ​ງ. ອັດຕາ​ສ່ວນ​ຜູ້​​ໄດ​້ຊົມ​ໃຊ້ບັດ​ປະກັນ​ສຸຂະພາບ​​ກໍ​ເພີ່ມ​ຂຶ້ນ, ​ເປົ້າ​ໝາຍ​ໄດ້​ຮັບ​ການ​ອຸດ​ຫນູນ​ຈາກ​ສັງຄົມ​​ແມ່ນ​​ເປີດ​ກວ້າງ, ບາງ​ນະ​ໂຍບາຍ​ຫນູນ​ຊ່ວຍ​ລາຍ​ຈ່າຍ​ຮຳ່​ຮຽນ, ຫນູນ​ຊ່ວຍ​ທັນ​ຍາ​ຫານ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ, ນັກຮຽນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໄດ້​ຮັບ​ການປະຕິບັດ​ແລ້ວ. ”

        ​ເຖິງ​ວ່າ​ບັນລຸ​​ໄດ້​ບັນດາໝາກຜົນ​​ແລ້ວ​ກໍ​ຕາມ, ​ແຕ່ ສສຊ ຫລາຍ​ທ່ານ ຖື​ວ່າ: ຍັງ​ມີ​ຫລາຍ​ບັນຫາ​ຄົງ​ຄ້າງ​ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ. 16 ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ,​​ໃນ​ນັ້ນ ຫລາຍ​ໂຄງການ​ມີ​ບົດບາດຫນ້າ​ທີ່ຊຳ້ກັບ​ຫນ້າ​ທີ່​ເປັນ​ປະຈຳ​ຊ່ຶງ​ບັນດາ​ກະຊວງ,​ ຂະ​ແຫນງ​ການ​ຕ້ອງ​ເຮັດ. ສະ​ນັ້ນ ​ເພື່ອ​ໃຫ້​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ, ສສຊ ຫລາຍ​ທ່ານ​ຖື​ວ່າ: ຄວນ​ພິຈາລະນາ​ການ​ເລືອກ​ເຟັ້ນບັນດາ​ໂຄງການ​ດັ່ງກ່າວຄືນ​ໃຫມ່.

ໂຄງການຈຸດໝາຍແຫ່ງຊາດຮັບປະກັນຊີວິດສັງຄົມ - ảnh 1
ໂຄງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ
ພາບປະກອບ:internet

        ຮັດ​ແຄບ​ຊ່ອງ​ຫວ່າງ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ເພື່ອ​ເພີ່ມ​ປະສິດທິ​ຜົນ​ການ​ລົງທຶນ

        ບັນດາ ສສຊ ສະ​ເຫ​ນີວ່າ: ຄວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ບັນດາ​ໂຄງການ ຫລື​ບັນດາ​ໂຄງການພາກສ່ວນ, ພຽງ​ແຕ່​ລົງທຶນ​ບັນດາ​ໂຄງການ​ຈຸດ​ສຸມ. ທ່ານ ລາງ​ອກທວາງ, ສສຊ ​ແຂວງ ກາວບັ່ງ ຍົກ​ຄຳ​ເຫັນ​ວ່າ:

        “ຄວນ​ກວດກາ​ຄືນ​ບັນດາ​ຈຸດໝາຍ​ຂອງ​​ແຕ່ລະ​ໂຄງການ ​ແລະ ດັດ​ປັບ​ ຫລຸດຜ່ອນ, ປະສານ​ສົມທົບ​ລະຫວ່າງ​ບັນດາ​ໂຄງການ​ໃຫ້​ເໝາະ​ສົມ ກັບເງື່ອນ​ໄຂ​                  ກ່ຽວ​ກັບແຫ​ລ່ງກຳລັງ. ດັດ​ປັບ​ອັດຕາ​ທຶນຮອນ, ​ເພີ່ມ​ລາຍ​ຈ່າຍ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ ຄື: ຄົມມະນາຄົມ, ​ໂຮງຮຽນ, ສຸກ​ສາລາ, ຫລຸດຜ່ອນ​ລາຍ​ຈ່າຍ​ງົບປະມານ…. ຕ້ອງ​ມີ​ຄວາມ​ໄຫວ​ພິບ​ໃນການ​ສຳ​ພັດ​ຂອງ​ແຕ່ລະ​ພາກ, ​ເຂດ ​ເພື່ອ​​ໃຫ້​ໂຄງການ​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ​.”

        ​ເຫັນ​ດີ​ກັບ​ຄຳ​ເຫັນ​ດັ່ງກ່າວ, ທ່ານ ບູ່​ຍກວາງ​ວີ​ງ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຢືນຢັນ​ວ່າ:

        “ກ່ອນ​ອື່ນ ລັດຖະບານ ຕ້ອງ​ຮັກສາ​ 16 ​ໂຄງການ ໄວ້. ທີ​ສອງ ຫລຸ​ດຜ່ອນ​ໂຄງການ​ພາກສ່ວນ ​ແລະ ຮັດ​ແຄບ​ບັນດາ​ຈຸດໝາຍ​ໃຫ້​​ເໝາະ​ສົມ​ກັບ​ ແຫ​ລ່ງ

ກຳລັງ ​ແລະ ພຶດຕິ​ກຳ​ຂອງ​ພວກ​ເຮົາ. ​ໃນ​ປີ 2014-2015 ບໍ່​ອະນຸຍາດ​ໃຫ້​ລົງທຶນ​ກໍ່ສ້າງ​ໂຄງການ​ໃຫມ່ ຫາກ​ພຽງ​ສຸມ​ໃສ່​ປະຕິບັດ​ໂຄງການ​ເກົ່າ​ໃຫ້​ສຳ​ເລັດ. ຫລັງ​ປີ 2015 ຈະ​ປຶກສາ​ຫາລື​ຕາມ​ທິດ​ປະສານ​ສົມທົບ​ທັງ​ໝົດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ເຂົ້າກັນ.”

        ​ເປັນ​ຫນ້າ​ສົນ​ໃຈ, ນັບ​ແຕ່​ປີ 2016, ລັດຖະບານ ຈະ​ພິຈາລະນາ​​ເພື່ອ​ຮັກສາ 2-3 ​ໂຄງການ​ສຳຄັນ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ນັ້ນ ​ໂຄ​ງການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ກໍ່ສ້າງ​ຊົນນະ​ບົດ​ໃຫມ່. ທ່ານ ຮ່ວາງ​ດັງ​ກວາງ,​ ສສຊ ​ແຂວງ ກວ໋າງບີ​ງ ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ລັດຖະບານ, ​ໃນ​ເງື່ອນ​ໄຂ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ຕ້ອງ​​ໃຫ້ບຸລິມະສິດ​​ແກ່ແຫ​ລ່ງກຳລັງ​ເພື່ອ​ພັດທະ​ນາ​ກະສິກຳ, ຊົນນະບົດ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫນີ ສະພ​າ​ແຫ່ງ​ຊາດ, ລັດຖະບານ ​ເອົາ​ໃຈ​ໃສ່​ເພີ່ມ​ການ​ລົງທຶນ​ໃຫ້​ແກ່​ກະສິກຳ,​​​ ມີ​ນະ​ໂຍບາຍ​ເພື່ອ​ສົ່ງ​ເສີມ​ຊາວ​ກະສິກອນ​ຜູກ​ພັນ​ກັບ​ທົ່ງ​ໄຮ່ທົ່ງ​ນາ. ພ້ອມ​ທັງ ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບຂະ​ແຫນງ​ກະສິກຳ​ຄືນ​ໃຫມ່,​ ສຸມ​ໃສ່​ບັນດາ​ລະບອບ, ນະ​ໂຍບາຍ​ຈຳຫນ່າຍ​ຜະລິດ​ຕະພັນ​ກະ​ເສດ, ກະ​ຕຸກ​ຊຸກຍູ້​ການ​ຜະລິດ, ອາລັກຂາ​​ແກ່ຜະລິດ​ຕະພັນ​ສົ້ນ​ອອກ, ນະ​ໂຍບາຍ​ກ່ຽວ​ກັບ​ລາຄາ​ວັດຖຸອຸປະກອນ​ກະສິກຳ​ໃຫ້​ເໝາະ​ສົມ.”

        ​ເພີ່ມ​ສິດ​ເປັນ​ເຈົ້າ​ການ​ໃຫ້​ແກ່​ທ້ອງ​ຖິ່ນ

        ​ເພື່ອ​ໃຫ້​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ລັດຖະບານ  ຈະ​ມອບ​ສິດ​ເປັນ​ເຈົ້າ​ການ​ໃຫ້​ແກ່​ທ້ອງ​ຖິ່ນ​ຫລາຍ​ກວ່າ, ຫລຸດຜ່ອນ​ການ​ແຊກ​ແຊງ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ມີ​ສິດ​ເປັນ​ເຈົ້າ​ການ​ ​ແລະ ຮັບຜິດຊອບ​ເອງ​ຕໍ່​ບັນດາ​ຈຸດໝາຍ​ທີ່​ວາງ​ອອກ.

        ດ້ວຍ​ການ​ຍູ້​ແຮງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕາມ​ຈຸດ​ສຸມ, ຈຸດ​ໃຈກາງ, ຈະ​ປະກອບສ່ວນ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວຫລຸດຜ່ອນ​ຄວາມທຸກ​ຍາກ, ພິ​ເສດ​ແມ່ນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ