ໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ຂອງລັດຖະບານ ຫວຽດນາມ

(vovworld)- ພາຍຫລັງ 3 ປີ ​ແຫ່ງການ​ຜັນ​ຂະຫຍາຍ, ມາ​ຮອດ​ປະຈຸ​ບັນ, ​ ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮືອນ​ຢູ່ຂອງ​ລັດຖະບານ ຫວຽດນາມ ​ໄດ້​ສຳ​ເລັດລື່ນ​ແຜນການ​ທີ່​ວາງ​ອອກ, ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ຄອບຄົວ​ທຸກ​ຍາກ​ໄດ້ 507.000 ຫລັງ.

ໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ຂອງລັດຖະບານ ຫວຽດນາມ - ảnh 1
ຄອບຄົວທຸກຍາກໄດ້ຮັບເຮືອນຢູ່ຈາກໂຄງການຂອງລັດຖະບານ
ພາບ:internet

  ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮືອນ​ຢູ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ ນາຍົກລັດຖະມົນຕີ ລົງ​ວັນ​ທີ 12/12/2008 ໃນ​ໄລຍະ 4 ປີ ​ແຕ່​ປີ 2009 - 2013 ​ດ້ວຍ​ການ​ຄາດ​ຄະ​ເນ​ວ່າ​: ຈະ​ກໍ່ສ້າງ​​ເຮືອນ​​ໃຫມ່ 500.000 ຫລັງ. ແຕ່​ພາຍຫລັງ 3 ປີ ນັບ​ແຕ່ 2009 ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​​ໄດ້​ປະຕິບັດ​ສຳ​ເລັດ​ກ່ອນ​ແຜນການ​ທີ່​​ໄດ້ວາງອອກ 1 ປີ, ​ກໍ່ສ້າງ​ເຮືອນ​ຢູ່​​ໃຫ້​ຄອບຄົວ​ທຸກ​ຍາກໄດ້ 507.000 ຫລັງ, ບັນລຸ 102,2% ​ເມື່ອ​ທຽບ​ໃສ່​ຈຳນວນ​ຄອບຄົວ​ທີ່​ໄດ້​ຮັບ​ການ​ອະນຸມັດ​ຫນູນ​ຊ່ວຍ​ເຮືອນ​ຢູ່​ໃນ​ເບື້ອງ​ຕົ້ນ. ​ເປັນ​ອັນວ່າ ມີ​ກວ່າ 2 ລ້ານ​ຄົນ​​ໄດ້​ມີ​ເຮືອນ​ຢູ່​ຈາກ​ໂຄງການ​ນີ້. ກ່ຽວ​ກັບ​ຄຸນ​ນະພາ​ບ​ເຮືອນ​ຢູ່, ເຮືອນ​ຢູ່​ແຕ່​ລະ​ຫລັງນັ້ນ ສ່ວນ​ຫລາຍ​ມີ​ເນື້ອ​ທີ່​ກວ້າງ​ກວ່າ ​ແລະ ມີຄຸນ​ນະພາ​ບດີກ​ວ່າ​ເມື່ອ​ທຽບ​ໃສ່​ການ​ກຳນົດ. ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ,​ ນັ້ນ​ແມ່ນ​ໃນ​ຈຳນວນ​ເຮືອນ​ຢູ່ 507.000 ຫລັງນັ້ນ, ມີ 224.000 ຫລັງ​​ແມ່ນສະຫງວນ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ກວມ​ເກືອບ 50% ຄອບຄົວ​ທຸກ​ຍາກ​​ໃນ​ໂຄງການໄດ້​ຮັບ​ເຮືອນ​ຢູ່​. ​ໃນ​ຈຳນວນ 59 ​ແຂວງ, ນະຄອນ ​​ຜັນ​ຂະຫຍາຍ​ໂຄງການ​ດັ່ງກ່າວ ​​ໄດ້ມີ 9 ​ແຂວງ​ປະຕິບັດ​ໂຄງການ​ສຳ​ເລັດ​​ກ່ອນ​ກຳນົດ​ເວລາ 2 ປີ. ​

        ຕາມ​ທ່ານ Trinh Dinh Dung ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ, ຮອງ​ຫົວຫນ້າ​ຄະນະ​ປະຈຳ ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ນະ​ໂຍບາຍ​ເຮືອນ​ຢູ່ ​ແລະ  ຕະຫລາດ​ອະສັງຫາລິມະ​ຊັບ ​ແລ້ວ, ​ ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮືອນຢູ່ຂອງ​ລັດຖະບານ​ແມ່ນ​ໂຄງການ​ຫນູນ​ຊ່ວຍ​ເຮືອນ​ຢູ່ທີ່ມີ​ຂອບ​ຂະຫນາດ​ໃຫຍ່​ສຸດ, ບັນລຸ​ປະສິດທິ​ຜົນ​ທີ່​ສຸດ​ນັບ​ແຕ່​​ເມື່ອ​ປະ​ເທດ​ຊາດ​ປະຕິບັດ​ແນວທາງ​ປ່ຽນ​​ແປງ​ໃຫມ່.

        “​ໂຄງການ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ທາງ​ດ້ານ​ກາ​ນ​ເມືອງ​ຂອງ​ພັກ, ລັດຖະບານ ​ແລະ ລັດ ​ໃນ​ກາ​ນ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ດູ​ແລ​ເຖິງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່ປະຊາຊົນ ​ແລະ ​​ໂຄງການ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ເສດຖະກິດ​ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ວັດທະນະທຳ​ມະນຸດ ​ແລະ ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງອີກ​ດ້ວຍ. ​ໂຄງການ​ປະຕິບັດ​ຈຸດໝາຍ​ເພື່ອ​ມະນຸດ, ສະ​ແດງ​ໃຫ້​ເຫັນ​ລັກສະນະ​ດີ​ເລີດ​ຂອງ​ລະບອບ ​ແລະ ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ, ວັດທະ​ນະ​ທຳ ​ແລະ ຈິດ​ໃຈ​​ໃຫ້​ແກ່ປະຊາຊົນ.”

ໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ຂອງລັດຖະບານ ຫວຽດນາມ - ảnh 2
ທ່ານ Trinh Dinh Dung ລັດຖະມົນຕີ​ກະຊວງ​ກໍ່ສ້າງ ກ່າວສະຫລູບໂຄງການ
ພາບ:capheland.vn

        ກ່ຽວ​ກັບ​ລັດຖະບານ, ​ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ: ​​ຜົນສຳ​ເລັດ​ຂອງ​ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮືອນ​ຢູ່ ຂອງ​ລັດຖະບານ ນັ້ນ​ແມ່ນ ຍ້ອນ​ມີ​ຄວາມ​​ເອົາ​ໃຈ​ໃສ່​ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ​ ແລະ ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ​ເອງ. ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ​ ຢືນຢັນ​ວ່າ: ຍາມ​ໃດ ພັກ, ລັດ ກໍ​ເອົາ​ໃຈ​ໃສ່, ຫນູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​​, ຜູ້​ທຸກ​ຍາກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່.ທ່ານ ນາຍົກລດຖະມົນຕີ Nguyen Tan Dung ເວົ້າວ່າ:

        “​ໂຄງການ​ຫນູນ​ຊ່ວຍ​ເຮ​ືອນຢູ່​ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາກ ປະກອບສ່ວນ​​ເພີ່ມ​ທະວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂ ອງ​ປະຊາຊົນ​ຕໍ່​ການ​ນຳພາ​ຂອງ​ພັກ, ລັດ, ສະ​ແດງ​ໃຫ້​ເຫັນ​ລັກສະນະ​ດີ​​ເລີດ​ຂອງ​ລະບອບ​ສັງຄົມ​ນິຍົມ. ສິ່ງ​ທີ່​ໄດ້​ຮັບ​ຈາກ​ໂຄງການ ບໍ່​ພຽງ​ແຕ່​ຕົວ​ເລກ​ຈຳນວນເຮືອ​ນ​ທີ່ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ເທົ່ານັ້ນ ຫາກ​ຍັງ​ແມ່ນ​ໂຄງການ​ຫນຶ່ງສອດຄ່ອງ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ສອດ​ຄອ່ງກັບ​ຜົນ​ປະ​ໂຫຍດ​ອັນແທດ​ຈິງ​ຂອງ​ປະຊາຊົນ ​ໄດ້​ຮັບ​ຄວາມ​ສະຫນັບສະຫນູນ​ຈາກ​ປະຊາຊົນອີກ​ດ້ວຍ. ຜ່ານ​ໂຄງການນີ້ ພວກ​ເຮົາ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ນັ້ນ​ແມ່ນ​ມູນ​ເຊື້ອ​ອູ້ມຊູ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ.”

        ກ່ຽວ​ກັບ​ທ້ອງ​ຖິ່ນ, ທ່ານ Dang Viet Thuan ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Thai Nguyen ຖື​ວ່າ:

        “ນີ້​ແມ່ນ​ໂຄງການ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຸດ​ນັບ​ແຕ່​ຂ້າພະ​ເຈົ້າ​ໄດ້​ຊີ້ນຳ​ຢູ່​ທ້ອງ​ຖິ່ນ​ຂອງ​ພວກ​ຂ້າພະ​ເຈົ້າ ​ມາ​ຮອດ​ປະຈຸ​ບັນ ທີ່​. ຜົນສຳ​ເລັດ​ຂອງ​ໂຄງການ​ແມ່ນ: ທີ​ຫນຶ່ງ: ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ວ່ອງ​ໄວ​ທີ່​ສຸດ, ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ​ທີ່​ສຸດ. ການ​ນຳ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ໄດ້​ເຂົ້າ​ຮ່ວມຢ່າງ​ຂ້ຽວຂາດ​ທີ່​ສຸດ, ​ໄດ້​ສ້າງ​ພາບ​ພົດ​ທີ່ດີງາມ​​​ໃນ​ທົ່ວ​ລະບົບ​ການ​ເມືອງ, ​ໃນ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ.”

        ທົ່ວ​ສັງຄົມ​ໄດ້​​ມີ​ການປະກອບສ່ວນ​ເພື່ອ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ. ລະອຽດ​ຄື: ລັດ​ຫນູນ​ຊ່ວຍ 1/3 ທຶນຮອນ, ທະນາຄານ​ນະ​ໂຍບາຍ​ສັງຄົມ​ໃຫ້​ກູ້​ຢືມ 1/3 ຈຳນວນ​ທຶນ ດ້ວຍ​ອັດຕາ​ດອກ​ເບ້​ຍຕຳ່, ສ່ວນ​ຍັງ​ເຫລືອ​ແມ່ນ​ທຶນ​ປະກອບ​ຂອງ​ວົງ​ຄະນາ​ຍາດ, ວິ​ສາ​ຫະກິດ, ຕາ​ແສງ, ໝູ່​ບ້ານ ​ແລະ ວົງ​ຕະກູນ​ຂອງ​ຄອບຄົວ​ທຸກ​ຍາກ. ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ, ມີ​ຫລາຍ​ທ້ອງ​ຖິ່ນ​ໄດ້​ມີ​ຂໍ້​ລິ​ເລີ່​ມທີ່ດີ, ປະສິດທິຜົນ​ຄື: ​ເປີດ​ເຜີຍ​ຄອບຄົວ​ທຸ​ກຍາກ ​ແລະ ຖ່າຍຮູບ​ຄອບຄົວ​ທຸກ​ຍາກ​ກ່ອນ ​ແລະ ພາຍຫລັງ​ໄດ້​ຮັບ​ເຮືອນ​ຢູ່, ລະດົມ​ທະຫານ, ຜູ້​ອາສາ​ສະໝັກ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ປະຊາຊົນ, ມອບ​​ໃຫ້​ພະ​ແນ​ກກໍ່ສ້າງ​ອອກ​ແບບ​​ເຮືອນ​ຢູ່​ໂດຍ​ບໍ່​ເສຍ​ຄ່າ​ເພື່ອ​ໃຫ້​ປະຊາຊົນ​ທາ​ບທາມ.

        ດ້ວຍ​ຜົນສ​ຳ​ເລັດ​ຂອງ​ໂຄງການ​ຫນູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ກ່ຽວ​ກັບ​ເຮ​ືອນຢູ່​ຂອງ​ລັດຖະບານ ​ໄລຍະ 2009 - 2012, ລັດຖະບານ ​ໄດ້​ຊີ້​ນຳ​​ໃຫ້ກະຊວງ​ກໍ່ສ້າງ​ເປັນ​ເຈົ້າພາບ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ສ້າງ​ແຜນ​ຮ່າງ​ໂຄງການ​ຫນູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ​ໄລຍະ 2 (2013 - 2015) ​ໂດຍ​ໄວ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່ນາຍົກລັດຖະມົນຕີພິຈາລະນາ, ຕົກລົງ​ໃນ​ທ້າຍ​ປີ 2012 ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ໃນ​ຕົ້ນ​ປີ 2013. ຄາດໝາຍ ຕ້ອງ​ມີ​ເຮືອນ​ຢູ່​ໃຫ້​ແກ່​ບັນດາ​ຄອບຄົວ​ທຸກ​ຍາກ​ຕາມ​ມາດ​ຕະຖານ​ໃຫມ່, ສູ້​ຊົນ​ກໍ່ສ້າງ​ເຮືອນ​​ໃຫມ່ 500.000 ຫລັງ, ​ໃນ​ນັ້ນ​ເປີດ​ກວ້າງ​ເປົ້າ​ໝາຍ​ທຸກ​ຍາກຕື່ມ​ອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ